ສາລາບ້ານແຈ່ມທີ່ສັກສິດ - ສິ່ງທີ່ຍອດຍິ່ງ - ປະກອບສ່ວນ ປຸກລຸກລະບົບຄຸນຄ່າມໍລະດົກລຽບຕາມແມ່ນ້ຳແດງ

(VOVWORLD) - ສາລາບ້ານແຈ່ມ  (ຕາແສງທຸ໋ຍເຟຶອງເມື່ອງບັກຕື່ລຽມຮ່າໂນ້ຍ) ຕັ້ງຢູ່ແຄມແມ່ນ້ຳແດງເປັນທີ່ຮູ້ຈັກກັນດີແມ່ນສາລາທີ່ເກົ່າແກ່ທີ່ສຸດຢູ່ ຫວຽດນາມທີ່ມີມາກ່ອນນີ້ກວ່າ 2.000 ປີ. ສາລາແຫ່ງນີ້ບໍ່ພຽງແຕ່ມີຄຸນຄ່າທາງດ້ານວັດທະນະທຳປະຫວັດສາດການເຫຼື້ອມໃສ ຈິດວິນຍານເທົ່ານັ້ນ ຫາກຍັງມີສະຖາປັດຕະຍະກຳທີ່ເປັນເອກະລັກອີກດ້ວຍ.
 
ສາລາບ້ານແຈ່ມທີ່ສັກສິດ - ສິ່ງທີ່ຍອດຍິ່ງ - ປະກອບສ່ວນ ປຸກລຸກລະບົບຄຸນຄ່າມໍລະດົກລຽບຕາມແມ່ນ້ຳແດງ - ảnh 1ສາລາບ້ານແຈ່ມທີ່ສັກສິດ (ພາບ: hanoimoi.vn)
 

ໃນຂະບວນການທີ່ຟົດຟື້ນຂອງງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍປີ 2023,ສາລາບ້ານແຈ່ມແມ່ນແຫ່ງຈັດຕັ້ງລາຍການສະແດງສິລະປະ “ສາລາບ້ານແຈ່ມທີ່ສັກສິດ-ສິ່ງທີ່ຍອດຍິ່ງ” ແມ່ນສະຖານທີ່ອັນດູດດື່ມປະກອບສ່ວນປຸກລຸກລະບົບຄຸນຄ່າມໍລະດົກລຽບຕາມແມ່ນ້ຳແດງ.  ໃນລາຍການວັດທະນະທຳຫວຽດນາມພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວວີ້ງຟອງ ທີ່  ພາດຫົວຂໍ້ວ່າ “ສາລາບ້ານແຈ່ມທີ່ສັກສິດ - ສິ່ງທີ່ຍອດຍິ່ງ - ປະກອບສ່ວນປຸກລຸກລະບົບຄຸນຄ່າມໍລະດົກລຽບຕາມແມ່ນ້ຳແດງ”. ເຊີນທ່ານຕິດຕາມຮັບຟັງ

 ນັບແຕ່ພັນປີມານີ້, ສາລາບ້ານແຈ່ມແມ່ນແຫ່ງທີ່ສັກສິດເພື່ອບູຊາ,ເຫຼື້ອມໃສຂອງປະຊາຊົນຢູ່ສາມບ້ານຄືບ້ານຮວ່າງ, ບ້ານໝາກ ແລະ ບ້ານແຈ່ມ. ສາລາແຈ່ມແມ່ນແຫ່ງບູຊາພະອໍລະຫັນແຈ່ມ. ງານບຸນອອກແບບປະດິດຄິດສ້າງນະຄອນຮ່າໂນ້ຍປີ 2023 ດ້ວຍຫົວຂໍ້ “ສິ່ງທີ່ຍອດຍິ່ງ” ແນໃສ່ເຊື່ອມຕໍ່ຂຸດຄົ້ນແຫຼ່ກຳລັງເຊີດຊູຄຸນຄ່າ, ເຕົ້າໂຮມ, ແຜ່ກະຈາຍ ແລະເສີມຂະຫຍາຍມູນເຊື້ອປະຫວັດສາດ ວັດທະນະທຳມຸ່ງໄປສູ່ການພັດທະນາຂະແໜງອຸດສາຫະກຳນະຄອນຫຼວງລຽບຕາມສອງຟັ່ງແມ່ນ້ຳແດງ. ລາຍການສິລະປະດັ່ງກ່າວຖືກຈັດຂຶ້ນໃນກາງເດືອນພະຈິກຢູ່ສາລາບ້ານແຈ່ມເຊິ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດຂອງຫວຽດນາມ.                     

      ລາຍການສິລະປະ “ສາລາບ້ານແຈ່ມທີ່ສັກສິດ-ສິ່ງທີ່ຍອດຍິ່ງ” ໄດ້ນຳຜູ້ຊົມຫວນຄືນບັນດາຄຸນຄ່າທີ່ເປັນມູນເຊື້ອມີມານັບພັນປີຂອງເຂດດິນທີ່ເກົ່າແກ່. ລາຍການຖືກດຳເນີນຢູ່ເວທີສະແດງໃນຂອບເຂດເດີ່ນສາລາແລະເວທີສະແດງອີກເວທີໜຶ່ງເຊິ່ງເປັນຄັ້ງທຳອິດຖືກຈັດສ້າງບົນແມ່ນ້ຳແດງ. ລາຍການສິລະປະນີ້ ລວມມີບັນດາປະເພດສິລະປະພື້ນເມືອງຄືຂັບເຊິ່ມຮ່າໂນ້ຍ, ຟ້ອນແຊເຜົ່າຜູ້ໄທ, ຂັບກວານເຫາະບັກນິງ, ຂັບເຜົ່າເມື່ອງ…

ສາລາບ້ານແຈ່ມທີ່ສັກສິດ - ສິ່ງທີ່ຍອດຍິ່ງ - ປະກອບສ່ວນ ປຸກລຸກລະບົບຄຸນຄ່າມໍລະດົກລຽບຕາມແມ່ນ້ຳແດງ - ảnh 2ລາຍການສິລະປະ“ສາລາບ້ານແຈ່ມທີ່ສັກສິດ-ສິ່ງທີ່ຍອດຍິ່ງ” (ພາບ:hanoimoi.vn)

     ໃນບໍລິເວນສາລາບ້ານແຈ່ມ ລາຍການສິລະປະ“ສາລາບ້ານແຈ່ມທີ່ສັກສິດ-ສິ່ງທີ່ຍອດຍິ່ງ” ໄດ້ປະກອບສ່ວນສ້າງສີສັນທີ່ເປັນເອກະລັກທາງດ້ານວັດທະນະທຳທັງລອງ - ຮ່າໂນ້ຍດ້ວຍບັນດາລາຍການສະແດງສິລະປະທີ່ເຕົ້າໂຮມສິ່ງທີ່ຍອດຍິ່ງ. ທ່ານນາງເລທິທູເຮືອງ ຮອງປະທານຄະນະກຳມະການປະຊົນເມືອງບັກຕື່ລຽມ ຫົວໜ້າຄະນະຊີ້ນຳລາຍການ ຖືວ່າ:

     “ພວກຂ້າພະເຈົ້າກໍ່ໄດ້ປະຕິບັດການສະແດງຢູ່ສອງເວທີສະແດງໃນພາບດຽວ ດ້ວຍຄວາມຫວັງສ້າງຄວາມດູດດື່ມທາງດ້ານວັດທະນະທຳ ສິລະປະພື້ນເມືອງກໍ່ຄືຍຸກປັດຈຸບັນຂອງຮ່າໂນ້ຍໃຫ້ແກ່ແຂກທ່ອງທ່ຽວທັງຢູ່ໃກ້ ແລະໄກ. ບົນເວທີສະແດງຕັ້ງບົນແມ່ນ້ຳແດງແລະເວທີສະແດງພື້ນເມືອງມີການເຊື່ອມຕໍ່ກັນ. ແລະຍ້ອນການປະດິດຄິດສ້າງນີ້ເອງ ໄດ້ນຳມາເຊິ່ງຄວາມແຕກຕ່າງໃນວິທີການຈັດຕັ້ງລາຍການສິລະປະ”.

    ລາຍການສິລະປະ“ສາລາບ້ານແຈ່ມທີ່ສັກສິດ-ສິ່ງທີ່ຍອດຍິ່ງ” ແມ່ນວິທີເພື່ອໃຫ້ບັນດານັກສິລະປິນແນະນຳກ່ຽວກັບສາລາທີ່ສັກສິດຕັ້ງຢູ່ແຄມແມ່ນ້ຳແດງ, ພ້ອມທັງເຊີດຊູບັນດາປະເພດສິລະປະພື້ນເມືອງ, ບັນດາສິ່ງທີ່ຍອດຍິ່ງຂອງຊາດ. ຜ່ານນັ້ນກໍ່ປຸກລຸກຄວາມເອກອ້າງທະນົງໃຈແລະຄວາມຮັກບ້ານເກີດເມືອງນອນປະເທດຊາດຂອງປະຊາຊົນແຕ່ລະຄົນຢູ່ຕາແສງທຸ໋ຍເຟືອງ.

        “ລາຍການຖືກຈັດຂຶ້ນດ້ວຍຂອບຂະໜາດໃຫຍ່. ພວກຂ້າພະເຈົ້າຍິ່ງມີຄວາມເອກອ້າງທະນົງໃຈຕໍ່ມໍລະດົກອັນປະເສີດເລີດລ້ຳນີ້.ຂ້າພະເຈົ້າຫວັງວ່າລັດແລະປະຊາຊົນຕ້ອງຮ່ວມເດີນທາງເພື່ອຮັກສາມໍລະດົກນີ້ ໃຫ້ພັດທະນາກວ່າອີກ”.

     “ສາລາບ້ານ ແຈ່ມ ແມ່ນບູຊະນີຍະສະຖານທີ່ມີມາແຕ່ດົນນານແລະແມ່ນທິວທັດງົດາມຢູ່ແຄມແມ່ນ້ຳແດງໂດຍຊາວທ້ອງຖິ່ນພວກຂ້າພະເຈົ້າມີຄວາມຫວັງວ່າ ສາລາແຈ່ມ ກາຍເປັນທິວທັດເພື່ອຮັບໃຊ້ແຂກທ່ອງທ່ຽວຈາກສາລະທິດມາຢ້ຽມຊົມ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ຍາມໃດກໍ່ມີຄວາມຮັບຜິດຊອບສຶກສາອົບຮົມໃຫ້ລູກຫຼານຈົ່ງຮັກສາທິວທັດນີ້ໃຫ້ນັບມື້ນັບສະອາດສວຍງາມ”.

      ລາຍການສິລະປະ“ສາລາບ້ານແຈ່ມທີ່ສັກສິດ-ສິ່ງທີ່ຍອດຍິ່ງ” ສ້າງຄວາມປະທັບໃຈໃຫ້ແກ່ປະຊາຊົນແລະ ແຂກທ່ອງທ່ຽວທີ່ມາຈາກສາລະທິດ ພ້ອມທັງປຸກລຸກຄຸນຄ່າມໍລະດົກລຽບຕາມແມ່ນ້ຳແດງ ແລະ ກາຍເປັນເຂດສິລະປະທີ່ເປັນເອກະລັກ. ລາຍການຍັງປະກອບສ່ວນເຊື່ອມຕໍ່ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳປະຫວັດສາດ, ສະຖາປັດຕະຍະກຳໃນບໍລິເວນ ບັນດາເມືອງລຽບຕາມແມ່ນ້ຳແດງ ໃນຂະວນວິວັດກໍ່ສ້າງຕົວເມືອງຕິດພັນກັບການພັດທະນາເຂດປະດິດຄິດສ້າງຮັບໃຊ້ການພັດທະນາອຸດສາຫະກຳ ວັດທະນະທຳ./.

ຕອບກັບ

ຂ່າວ/ບົດ​ອື່ນ