ຮັກສາ ແລະ ແຜ່ຂະຫຍາຍມໍລະດົກຂັບກວນເຫາະ ບັກນິງ

(VOVWORLD) -ຂັບກວນເຫາະ ບັກນິງແມ່ນປະເພດດົນຕີເຊິ່ງອົງການUnescoໄດ້ຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ໃນຊຸມວັນນີ້ ຂັບກວນເຫາະ ບັກນິງພວມຖືກຈັດຕັ້ງສະແດງຢູ່ງານບຸນລີມ ເຊິ່ງແມ່ນງານບຸນຍາມຕົ້ນລະດູບານໃໝ່ທີ່ລືຊື່ຢູ່ພາກເໜືອ. ເພື່ອອະນຸລັກເສີມຂະຫຍາຍມໍລະດົກວັດທະນະທຳນີ້, ແຂວງບັກນິງ ໄດ້ມີບັນດາວິທີປະຕິບັດຢ່າງເປັນເຈົ້າການມີຫົວຄິດປະດີດສ້າງ
ຮັກສາ ແລະ ແຜ່ຂະຫຍາຍມໍລະດົກຂັບກວນເຫາະ ບັກນິງ - ảnh 1ສິລະປະຂັບກວນເຫາະ ບັກນິງ

      ໄລຍະທີ່ຜ່ານມາ ບັກນິງໄດ້ເອົາໃຈໃສ່ສ້າງຮູບແບບເປີດຊຸດອົບຮົມກ່ຽວກັບຂັບກວນເຫາະຢູ່ຕາມໝູ່ບ້ານ,ສະໂມສອນຂັບກວນເຫາະໄວເດັກ. ທັງນີ້ກໍ່ເປັນການສືບທອດສິລະປະຂັບກວນເຫາະຈາກຄົນລຸ້ນກ່ອນໆ ພ້ອມກັນຮັກສາພະລັງຊີວິດຂອງບັນດາສະໂມສອນຜ່ານແຕ່ລະເສັ່ນຄົນ.                

      ແຕ່ລະອາທິດ ຮອດຕອນຄ່ຳວັນພະຫັດແລະວັນເສົາ, ຢູ່ຫໍວັດທະນະທຳບ້ານໂລະບາວ ຕາແສງໂນ້ຍເຢະ ພັດກາຍເປັນຈຸດນັດພົບຂອງພວກນ້ອງອະນຸຊົນໃນສະໂມສອນຂັບກວນເຫາະ ບັກນິງ. ມີເດັກຫຼາຍຄົນມີອາຍຸພຽງ 5 ປີ, ແຕ່ກໍ່ມີຄວາມຫ້າວຫັນມາຮຽນນຳ, ພວກອ້າຍພວກເອື້ອຍກໍ່ໄດ້ແນະນຳໃຫ້ພວກນ້ອງຢ່າງສຸດໃຈກ່ຽວກັບວິທີການນຸ່ງຖືຕະຫຼອດຮອດວິທີການປະພຶດ. ນ້ອງ ຫງວຽນເຟື່ອງອວຽນ ສັງກັດສະໂມສອນຂັບກວນເຫາະໄວເດັກ ຫໍວັດທະນະທຳບ້ານໂລະບາວເປີດເຜີຍວ່າ:  

     “ຢູ່ຕາມຊຸດຮຽນເຊັ່ນນັ້ນ ລູກບໍ່ພຽງແຕ່ໄດ້ຮຽນຂັບຮ້ອງເທົ່ານັ້ນ, ພວກແມ່ປ້າຍັງດັດແປງບອກສອນໃຫ້ລູກກ່ຽວກັບຄວາມຮູ້ໃໝ່ ທັງຊ່ວຍໃຫ້ລູກສາມາດຂັບຮ້ອງໃຫ້ໄດ້ມວນກວ່າແລະດີກວ່າໃນແຕ່ະວັນ”.

     ດ້ວຍຄວາມກະຕືລື່ລົ້ນ ແລະ ວິທີຖ່າຍທອດຢ່າງສຸດໃຈຂອງພວກອ້າຍພວກເອື້ອຍນັ້ນ, ບັນດາສະໂມສອນຂັບກວນເຫາະນັບມື້ນັບດຶງດູດພວກຫຼານນ້ອຍເຂົ້າຮ່ວມຢ່າງຫຼວງຫຼາຍ.

               “ລູກກໍ່ໄດ້ຮຽນຂັບກວນເຫາະມາແຕ່ດົນແລ້ວແລະລູກຮູ້ສຶກວ່າຮຽນມ່ວນຫຼາຍ. ຄາວຍັງນ້ອຍລູກກໍ່ໄດ້ຟັງພວກແມ່ເຖົ້າພໍ່ເຖົ້າຂັບກວນເຫາະ, ດັ່ງນັ້ນລູກກໍ່ໄດ້ໄປຮຽນແລະມີຄວາມຊົມຊອບທີ່ສຸດ.”

       “ໃນເບື້ອງຕົ້ນລູກກໍ່ບໍ່ມັກປານໃດແຕ່ເມື່ອໄດ້ເຂົ້າຮຽນແລ້ວກໍ່ຮູ້ສຶກຊົມຊອບທີ່ສຸດ ແລະປັດຈຸບັນນ້ອງກໍ່ໄດ້ໄປຮຽນທຸກໆມື້ ບໍ່ພັກມື້ໃດເລີຍ.”

              ບັກນິງ ແມ່ນທ້ອງຖິ່ນທຳອິດໃນທົ່ວປະເທດທີ່ປະຕິບັດນະໂຍບາຍໜູນຊ່ວຍດ້ານນັກສິລະປະການໃນແຕ່ລະເດືອນ ໜູນຊ່ວຍຄ່າໃຊ້ຈ່າຍໃຫ້ແກ່ບັນດາໝູ່ບ້ານຂັບກວນເຫາະໃນແຕ່ລະປີມັນໄດ້ສ້າງເປັນກຳລັງໜູນທີ່ມີຄຸນຄ່າຍົກສູງຄຸນນະພາບໃນການຮັກສາມໍລະດົກຢູ່ດິນແດນພາກເໜືອ. ແຕ່ດ້ວຍຄວາມຮັກແລະຄວາມເອກອ້າງທະນົງໃຈກ່ຽວກັບທຳນອງເພງຂັບກວນເຫາະຂອງບ້ານເກີດເມືອງນອນ, ມີນັກສິລະປະການຫຼາຍຄົນພ້ອມແລ້ວທີ່ຈະເປີດຊຸດຮຽນໂດຍບໍ່ເກັບຄ່າ. ນັກສິລະປະການງຽມທິຕິ໊ງ ສັງກັດສະໂມສອນຂັບກວນເຫາະບ້ານໂລະບາວຕາແສງໂນ້ຍເຢະໃຫ້ຮູ້ວ່າ:

       “ນັບແຕ່ເມື່ອຂັບກວນເຫາະໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຈາກ Unesco ນັ້ນ,ເຮົາເຫັນວ່າຄວາມຮັບຜິດຊອບຂອງພວກອ້າຍພວກເອື້ອຍກໍ່ຍິ່ງໜັກໜາກວ່າ ນອກຈາກນັ້ນເຮົາກໍ່ໄດ້ເກັບກຳບັນດາທຳນອງເພງຂັບກວນເຫາະທີ່ສືບທອດກັບມາ ເພື່ອຖ່າຍທອດໃຫ້ໄວໝຸ່ມ”.

       ບໍ່ພຽງແຕ່ບອກສອນຖ່າຍທອດໂດຍຜ່ານສະໂມສອນໄວເດັກເທົ່ານັ້ນ, ການສອນຂັບກວນເຫາະຍັງໄດ້ກາຍເປັນເນື້ອໃນຫຼັກສູດຢູ່ຕາມໂຮງຮຽນຂັ້ນຕ່າງໆ ເພື່ອສອນໃຫ້ນັກຮຽນໃນແຂວງບັກນິງອີກດ້ວຍ. ໄລ່ຮອດປັດຈຸບັນທົ່ວແຂວງໄດ້ມີຫຼາຍກວ່າ 600 ສະໂມສອນຂັບກວນເຫາະໃນໂຮງຮຽນ. ທ່ານຫງວຽນຊວນຈຸງ ຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງບັກນິງຢືນຢັນວ່າ:

       “ພວກຂ້າພະເຈົ້າໄດ້ຕີລາຄາສູງບົດບາດຂອງບັນດາສະໂມສອນຂັບກວນເຫາະເຊິ່ງໄດ້ນຳມາເຊິ່ງປະສິດທິຜົນດີທີ່ສຸດ ໃນການອະນຸລັກຮັກສາແລະຂະຫຍາຍຄຸນຄ່າຂອງສິລະປະຂັບກວນເຫາະ. ໃນໄລຍະທີ່ຈະມາເຖິງພວກຂ້າພະເຈົ້າຈະສືບຕໍ່ແນະນຳເພື່ອເຮັດແນວໃດໃຫ້ບັນດາສະໂມສອນເຄື່ອນໄຫວດີກວ່າເກົ່າ”.

       ນັບແຕ່ພາຍຫຼັງກອງປະຊຸມວັດທະນະທຳທົ່ວປະເທດປີ 2021, ບັກນິງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທຳອິດໄດ້ຈັດຕັ້ງກອງປະຊຸມວັດທະນະທຳຂັ້ນແຂວງ ແນໃສ່ເສີມຂະຫຍາຍແຫຼ່ງກຳລັງທາງດ້ານວັດທະນະທຳຂອງແຂວງໃນນັ້ນມີບັນດາທຳນອງເພງພື້ນເມືອງ. ການສ້າງຕັ້ງແລະ ຮັກສາສະໂມສອນຂັບກວນເຫາະໄວເດັກຈະຊ່ວຍໃຫ້ສິລະປະຂັບກວນເຫາະມີພະລັງຊີວິດຢ່າງແຂງແຮງຍືນຍົງຄົງຕົວ ແລະ ແຜ່ຂະຫຍາຍໄປທົ່ວ

ຕອບກັບ

ຂ່າວ/ບົດ​ອື່ນ