(VOVWORLD) -ຮ່າໂນ້ຍ ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາສະຖານທີ່ປະຫວັດສາດເທົ່ານັ້ນ ຫາກຍັງແມ່ນບ່ອນຫຼໍ່ລ້ຽງຄວາມຮັກວັນນະຄະດີຂອງບໍ່ຈັກວ່າເທົ່າໃດລຸ້ນຄົນ. ຢູ່ໃຈກາງນະຄອນທີ່ທັນສະໄໝນັ້ນ ຍັງຄົງຕົວບັນດາຮ້ານຂາຍປຶ້ມເກົ່າ ເຊິ່ງແມ່ນບ່ອນເພື່ອໃຫ້ບັນດາຜູ້ນິຍົມອ່ານປຶ້ມໄດ້ມາຊອກຫາ ເຊື່ອມຕົວເຂົ້າກັບໂລກແຫ່ງພູມປັນຍາ
ຮ້ານປຶ້ມ ມ໊າວຖືກຕັ້ງຢູ່ຊັ້ນສອງຂອງເຂດເຮືອນລວມເລກ 5 ຖະໜົນ ດິງເຫຼ໊-ຮ່າໂນ້ຍ |
ຢູ່ຖະໜົນ ດິງເຫຼ໊ ໃນປັດຈຸບັນຍັງເຫຼືອພຽງຮ້ານຂາຍປຶ້ມເກົ່າບາງຮ້ານເທົ່ານັ້ນ ເຊິ່ງຍັງຄົງຖືກຮັບຖືວ່າ ແມ່ນສະຖານທີ່ນັດພົບຂອງຜູ້ນິຍົມອ່ານປຶ້ມຫຼາຍຄົນຢູ່ ຮ່າໂນ້ຍ. ບັນດາຜູ້ຂາຍປຶ້ມຢູ່ທີ່ນີ້ກໍ່ໄດ້ກາຍເປັນສ່ວນໜຶ່ງໃນຄວາມຊົງຈຳຂອງ ຮ່າໂນ້ຍ, ເຂົາເຈົ້າຍັງແມ່ນບັນດາຜູ້ອະນຸລັກຮັກສາພູມປັນຍາ ທັງແມ່ນຂົວເຊື່ອມຕໍ່ລະຫວ່າງຜູ້ແຕ່ງປຶ້ມກັບຜູ້ອ່ານ. ໂດຍຖືກຕັ້ງຢູ່ຊັ້ນສອງຂອງເຂດເຮືອນລວມເລກ 5 ຖະໜົນ ດິງເຫຼ໊ ດ້ວຍຫ້ອງວາງປຶ້ມ 5 ຫ້ອງທີ່ມີຍອດເນື້ອທີ່ທັງໝົດປະມານ 200 ຕາແມັດ, ຮ້ານປຶ້ມ ມ໊າວ ໄດ້ເປີດຂາຍໃນເວລາກ່ອນນີ້ 30 ປີ ນີ້ແມ່ນຄວາມສຸມຈິດສຸມໃຈຂອງນາງ ຟ້າມທິມ໊າວ ແລະ ຜົວຂອງລາວແມ່ນທ່ານ ເລລຸຍ. ນາງ ຫງອກແອັ໊ງ ລູກສາວເຈົ້າຂອງຮ້ານປຶ້ມ ມ໊າວ ໃຫ້ຮູ້ວ່າ:
“ຮ້ານປຶ້ມນີ້ຖືກສ້າງຕັ້ງຂຶ້ນ ໂດຍເລີ່ມມາຈາກຄວາມຮັກປຶ້ມຂອງແມ່ຂ້າພະເຈົ້າ ນັ້ນແມ່ນນາງ ຟ້າມທິມ໊າວ. ເພິ່ນໄດ້ມີວິຊາສະເພາະກ່ຽວກັບປຶ້ມອ່ານ. ມີປຶ້ມອ່ານຫຼາຍເຫຼັ້ມຂອງເພິ່ນໄດ້ຮັບຄວາມນິຍົມຈາກຜູ້ອ່ານຫຼາຍຄົນ. ມີຫຼາຍຄົນທຳການຂາຍປຶ້ມດ້ວຍຮູບການປະມູນ ກໍ່ໄດ້ມາຫາຮ້ານປຶ້ມ ມ໊າວ ເພື່ອມອບໃຫ້ຜູ້ອ່ານບັນດາປຶ້ມທີ່ດີທີ່ມ່ວນ.ຮ້ານຂາຍປຶ້ມນີ້ກໍ່ມີຄວາມເອກອ້າງທະນົງໃຈຕໍ່ສິ່ງນີ້. “
ປຶ້ມອ່ານ, ພິເສດແມ່ນປຶ້ມເກົ່າກໍ່ມີຄຸນຄ່າສະເພາະຂອງມັນ ເຊິ່ງປຶ້ມເອເລັກໂຕນິກບໍ່ສາມາດທົດແທນໄດ້ ຍ້ອນຄວາມດູດດື່ມບັນດາເລື່ອງລາວຖຶກເລົ່າຜ່ານບັນດາໜ້າເຈ້ຍໃນປຶ້ມຈາກຄວາມໃນໃຈຄວາມຮັກແພງຂອງຜູ້ແຕ່ງປຶ້ມທີ່ຝາກຝັງເຂົ້າໃນແຕ່ລະຕົວໜັງສື. ມີປຶ້ມບາງຫົວໃນວັນນີ້ ເຊິ່ງຜູ້ອ່ານພຽງແຕ່ສາມາດຊອກຫາມັນຢູ່ຕາມຮ້ານຂາຍປຶ້ມເກົ່າເທົ່ານັ້ນ. ນາງ ຫງອກແອັງ ເວົ້າວ່າ:
“ປຶ້ມເກົ່າກໍ່ມີລາຄາສະເພາະຂອງມັນ ລາຄາຂາຍປຶ້ມກໍ່ເໝາະສົມ ແລະ ການແປຄຳສັບກໍ່ຖືກຕາມຄວາມໝາຍຂອງມັນ. ຢູ່ຮ້ານຂາຍປຶ້ມເຊັ່ນນີ້ ພວກເພື່ອນມີເວລາຈະມາຄົ້ນຄຶດແຕ່ລະຄຳປະໂຫຍກ ແຕ່ລະຕົວໜັງສືໃນປຶ້ມອ່ານ”.
ຢູ່ຖະໜົນ ຫຼາງ, ບັນດາຮ້ານປຶ້ມເກົ່າກໍ່ລ້ວນແຕ່ເປີດປະຕູໃນເວລາ 8 ໂມງເຊົ້າ. ດ້ວຍຄວາມນິຍົມອ່ານປຶ້ມເກົ່າ, ຜູ້ອ່ານແຕ່ລະຄົນຊ້ຳພັດມີຈຸດປະສົງແຕກຕ່າງກັນ ເມື່ອແວ່ຊອກຊື້ປຶ້ມ. ມີບາງຄົນມາຮ້ານກໍ່ຢາກຊອກຊື້ປຶ້ມເກົ່າທີ່ຫາຍາກບາງຫົວ ເຊິ່ງຢູ່ຮ້ານອື່ນບໍ່ມີ ແຕ່ກໍ່ມີບາງຄົນມາຮ້ານເພື່ອຮູ້ສຶກໄດ້ເຖິງກິ່ນຫອມຂອງປຶ້ມເກົ່າທີ່ເປັນເອກະລັກ
“ໂດຍແມ່ນຜູ້ນິຍົມອ່ານປຶ້ມ ດັ່ງນັ້ນຂ້າພະເຈົ້າເຄີຍມາຫາຮ້ານປຶ້ມເກົ່າເດືອນລະ 3 ຄັ້ງ. ຂ້າພະເຈົ້າຢາກຊອກຫາປຶ້ມອ່ານກ່ຽວກັບວັດທະນະທຳ ຫວຽດນາມ. ມານີ້ຂ້າພະເຈົ້າບໍ່ພຽງແຕ່ອ່ານປຶ້ມເທົ່ານັ້ນ ຫາກຍັງຊອກຫາຄວາມສະຫງົບງຽບໃນຈິດວິນຍານອີກດ້ວຍ”.
“ຂ້າພະເຈົ້າມາຫາຮ້ານຂາຍປຶ້ມ ເພື່ອຊອກຫາບັນດາບົດປະພັນຂອງນັກປະພັນວັນນະຄະກີ ຫງວຽນເຍິດແອັ໊ງ ຖືກຈຳໜ່າຍມາແຕ່ດົນນານແລ້ວ ແລະ ຂ້າພະເຈົ້າຢາກມາຊອກຫາປຶ້ມຫົວຕ່າງໆ ເຊິ່ງປັດຈຸບັນຍັງບໍ່ທັນມີຂາຍໃນທ້ອງຕະຫຼາດ”.
ບໍ່ພຽງແຕ່ຊາວ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງມີແຂກຕ່າງປະເທດກໍ່ຍັງມາຫາຮ້ານປຶ້ມເກົ່າ ເພື່ອຮູ້ສຶກໄດ້ເຖິງຈຸດເວລາສະຫງົບງຽບໃນຊີວິດຍຸກທັນສະໄໝ
“ຂ້າພະເຈົ້າມັກອ່ານປຶ້ມ ແລະ ເມື່ອມາຮ້ານປຶ້ມເກົ່າຂ້າພະເຈົ້າຮູ້ສຶກຊົມຊອບບັນຍາກາດຢູ່ທີ່ນີ້ທີ່ສຸດ. ຂ້າພະເຈົ້າຫວັງວ່າ ຈະຊື້ໄດ້ປຶ້ມອ່ານຫຼາຍຫົວ”.
ເຖິງວ່າວັນເວລາໄດ້ຜ່ານພົ້ນໄປ ແລະ ຮ່າໂນ້ຍ ມີການປ່ຽນແປງກໍ່ຕາມແຕ່ບັນດາຮ້ານຂາຍປຶ້ມເກົ່າຍັງຄົງແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຈິດໃຈຂອງຜູ້ນິຍົມອ່ານປຶ້ມ.