ເສີມຂະຫຍາຍຄຸນຄ່າມໍລະດົກໂລກໃນການພັດທະນາແບບຍືນຍົງ

(VOVWORLD) -ຫວຽດນາມມີຫຼາຍມໍລະດົກວັດທະນະທຳແລະທຳມະຊາດໂລກຊຶ່ງໄດ້     ຮັບການຢັ້ງຢືນຈາກ UNESCO. ບັນດາມໍລະດົກໂລກນີ້ນັບມື້ນັບປະກອບສ່ວນ ສຳຄັນເຂົ້າໃນການພັດທະນາແບບຢືນຍົງຢູ່ຫວຽດນາມ
ເສີມຂະຫຍາຍຄຸນຄ່າມໍລະດົກໂລກໃນການພັດທະນາແບບຍືນຍົງ - ảnh 1ແຈໜຶ່ງໃນລະບົບກຳແພງລາດຊະວັງໂຮ່

      ປະຈຸບັນຫວຽດນາມມີຫຼາຍກວ່າ 20 ມໍລະໂລກ ໂດຍ UNESCO ໄດ້ເຊີດຊູ. ມໍລະດົກຢູ່ຫວຽດນາມໄດ້ຮັບການຢັ້ງຢືນຈາກ UNESCO ແມ່ນມີຄົບ 3 ປະເພດ ຄືມໍລະດົກທຳມະຊາດ,ມໍລະດົກວັດທະນະທຳ,ມໍລະດົກປະສົມລະຫວ່າງວັດທະນະທຳ ແລະ ທຳມະຊາດ. ເປັນໜ້າສົນໃຈ ໃນນັ້ນຫວຽດນາມມີ 8 ມໍລະດົກໂລກຊຶ່ງລວມມີ 5 ມໍລະດົກວັດທະນະທຳເປັນວັດຖຸ (ເຂດໃຈກາງ ພະລາຊະວັງທັງລອງ - ຮ່າໂນ້ຍ, ກຳແພງລາດສະວົງໂຮ່, ກຸ່ມປູສະນີຍະສະຖານ ກຸງເກົ່າເຫ້ວ, ເຂດປູສະນີຍະສະຖານໝີເຊີນ, ຄຸ້ມເມືອງເກົ່າໂຮ້ຍອ່ານ), ສອງມໍລະດົກທຳມະຊາດ(ອ່າວຫ້າລອງ, ປ່າສະຫງວນຟອງຍາ-ແກບາງ), 1 ມໍລະດົກປະສົມວັດທະນະທຳແລະທຳມະຊາດ(ກຸ່ມທິວທັດທຳມະຊາດຈ່າງອານ).ທ່ານຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມຮ່າກິມງອກໃຫ້ຮູ້ວ່າ:

   "ສົນທິສັນຍາວ່າດ້ວຍການປົກປ້ອງມໍລະດົກວັດທະນະທຳທຳມະຊາດໂລກ ຂອງ UNESCO ຫຼືເອີ້ນວ່າ ສົນທິສັນຍາ 1972 ແມ່ນສົມທິສັນຍາສາກົນ ສະບັບທຳອິດທີ່ມີຄວາມສຳນຶກປົກປ້ອງທຳມະຊາດ ກັບ ການອະນຸລັກ ມໍລະດົກວັດທະນະທຳ. ຫວຽດນາມໄດ້ໃຫ້ສັດຕະຍາບັນສົນທິສັນຍາປີ 1987 ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສົນທິສັນຍາ"

     ບັນດາທ້ອງຖິ່ນມີມໍລະລົກໂລກຢູ່ວຽດນາມມີແຜນນະໂຍບາຍຫັນມໍລະໂລກ ເປັນຊັບສົມບັດແລະກຳນົດການລົງທຶນໃຫ້ແກ່ວັດທະນະທຳແມ່ນການລົງທຶນ ເພື່ອພັດທະນາແບບຍືນຍົງ.ພົ້ນເດັນຂຶ້ນແມ່ນຢູ່ນະຄອນ ໂຮ້ຍອ່ານ ແຂວງ ກວາງນາມ ໄດ້ພັດທະນາເສດຖະກິດສັງຄົມບົນພື້ນຖານ ການອະນຸລັກ ຮັກສາເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳທຳມະຊາດ.ໂຮ້ຍອານໃນປະຈຸບັນ ແມ່ນ ສະຖານທີທ່ອງທ່ຽວທີ່ລືຊື່ໃນໂລກ, ລາຍຮັບຈາກຂະແໜງ ທ່ອງທ່ຽວ ການບໍລິການ ກວມກ່ວາ 70% ມູນຄ່າເສດຖະກິດຂອງນະຄອນ. ທ່ານ ຫງວຽນວັນເຊີນປະທານຄະນະກຳມະການປະຊາຊົນນະຄອນໂຮ້ຍຮານໃຫ້ຮູ້ວ່າ:
     "ໂຮ້ຍອ່ານ ໄດ້ສ້າງບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກ ພໍສົມຄວນ ຄື ຄຳ່ຄືນຢູ່ຄຸ້ມຖະໜົນເກົ່າ ແລະ ພັດທະນາບັນດາໝູ່ບ້ານອາຊີບ ກາຍເປັນສະຖານທີ່ທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍຄື ໝູ່ບ້ານ ເຄື່ອງປັນດິນເຜົ່າ ແທງຮ່າ, ໝູ່ບ້ານເຮັດເຄື່ອງເຟີນິເຈີກິນບົງ. ຈາກລາຍການ ຄຳຄືນຄຸ້ມຖະໜົນເກົ່າ, ອາຊີບຜະລິດໂຄມໄຟຢູ່ໂຮ້ຍອານໄດ້ພັດທະນາ. ໂຄມໄຟໂຮ້ຍອ່ານໄດ້ສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກ.    ຈາກເປົ້າໝາຍ ອະນຸລັກມໍລະດົກ ໄດ້ສ້າງອາຊີບໃໝ່ຄື ອາຊີບເຮັດເຄ່ື່ອງຫັດຖະກຳດ້ວຍໄມ້ໄຜ່, ເຮັດເຄື່ອງແກະຄວັດສະຫລັກສີລະປະກຳ ຈາກຟືນ, ໄມ້ເສດເຫຼືອ, ໄມ້ເກັບຈາກ ເຫດນ້ຳຖ້ວມ..."
         ນະຄອນຫຼວງຮ່າໂນ້ຍ ກໍເປັນທີ່ຮູ້ຈັກກັນດີແມ່ນນະຄອນຂອງບັນດາ ມໍລະດົກວັດທະນະທຳດ້ວຍ 5922 ປູສະນີຍະສະຖານປະຫວັດສາດ ວັດທະນະທຳ, 1793 ມໍລະດົກວັດທະນະທຳບໍ່ເປັນວັດຖຸ , ໃນນັ້ນມີ 1 ມໍລະດົກວັດທະນະທຳໂລກ ແມ່ນ ເຂດໃຈກາງພະລາຊະວັງທັງລອງ-ຮ່າໂນ້ຍ. ທ່ານ ຮ່າມິ່ງຫາຍ ຮອງປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:
        " ນັບແຕ່ປີ 2010 ພາຍຫຼັງທີ່ UNESCO ຮັບຮອງເຂດໃຈກາງ ພະລາຊະວັງ ທັງລອງ-ຮ່າໂນ້ຍ ແມ່ນມໍລະດົກວັດທະນະທຳໂລກ, ນະຄອນຮ່າໂນ້ຍ ແລະ ບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ໄດ້ເລັ່ງໃສ່ວຽກງານ ອະນຸລັກ ບູລະນະປະຕິສັງຂອນ ເສີມຂະຫຍາຍບັນດາຄຸນຄ່າ ທີມີລັກສະນະ ທົ່ວໂລກ ຂອງເຂດມໍລະດົກ.  ມໍລະດົກໂລກ ພະລາດຊະວັງ ທັງລອງ-ຮ່າໂນ້ຍ ໄດ້ກາຍເປັນສະຖານທີ່ດູດດື່ມ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ປະຫວັດສາດຂອງຮ່າໂນ້ຍ. ສະເພາະ 3 ເດືອນຕົ້ນປີ 2023, ເຂດມໍລະດົກ ໄດ້ຕ້ອນຮັບແຂກທ່ອງທ່ຽວ 210.000 ກ່ວາເທື່ອຄົນ, ໃນນັ້ນ 20 % ແມ່ນແຂກ ທ່ອງທ່ຽວສາກົນ, ພ້ອມກັບນັກຮຽນ 21.000 ເທື່ອຄົນເຂົ້າຮ່ວມການ ສຶກສາ ຮ່ຳຮຽນຊອກຮູ້ກ່ຽວກັບມໍລະດົກ"
     ບັນດາທ້ອງຖິ່ນທີ່ມີມໍລະດົກ ໂລກອື່ນໆຢູ່ຫວຽດນາມລ້ວນແຕ່ເສີມຂະຫຍາຍ ຄຸນຄ່າມໍລະດົກບົນພື້ນຖານ ຖືເອົາປະຊາຊົນເປັນໃຈກາງ, ປະຊາຊົນເຂົ້າຮ່ວມ ການຮັກສາແລະເສີມຂະຫຍາຍ ຄຸນຄ່າມໍລະດົກ. ພ້ອມກັນນັ້ນ ກໍຍູ້ແຮງ ການໝູນໃຊ້ວິທະຍາສາດ ເຕັກໂນໂລຊີໃນການອະນຸລັກ ແລະເສີມຂະຫຍາຍ ຄຸນຄ່າມໍລະດົກ. ທ່ານຟານວັນຕວນ ຮອງຫົວໜ້າສູນອານຸລັກປູສະນີຍະສະຖານ ກຸງເກົ່າເຫ້ວໃຫ້ຮູ້ວ່າ:
      " ແຂວງເທື່ອທຽນເຫ້ວ ໝູນໃຊ້ວິທະສາດເຕັກໂນໂລຊີ 4.0, ຫັນເປັນດິຈິຕອນໃນການຄຸ້ມຄອງ, ອະນຸລັກເສີມຂະຫຍາຍຄຸນຄ່າ ປູຊະນີ ຍະຖານ, ມໍລະດົກ. ທາງແຂວງນຳສະເໜີ ວິທີການວາງແຜນຜັງ ມໍລະດົກ ຮອບດ້ານ, ນຳມໍລະດົກກັບຄືນສູ່ວົງຄະນາຍາດ, ນຳຜົນປະໂຫຍດມາສູ່ ວົງຄະນະຍາດ."
     ສຳລັບແຂວງກວ່າງນິງ ເຊິ່ງແມ່ນທ້ອງຖີ່ນມີມໍລະດົກທຳມະຊາດໂລກ ຄືອ່າວຮ້າລອງ, ວຽກງານຮັກສາສິ່ງແວດລ້ອມ ນຳໃຊ້ຊັບພະຍາກອນທຳມະຊາດ ແບບຍືນຍົງໄດ້ຮັບຖືເປັນສຳຄັນພິເສດ. ທາງແຂວງໄດ້ຍົກອອກຍຸດທະສາດ ພັດທະນາເສດຖະກິດສີຂຽວໂດຍອີງໃສ່ ມໍລະດົກໂລກອ່າວຮ້າລອງ. ທ່ານ ເລມີງເຕີນ, ຮອງຫົວໜ້າຄະນະຄຸ້ມຄອງ ອ່າວຮ້າລອງ ໃຫ້ຮູ້ວ່າ:
      " ຄະນະຄຸ້ມຄອງຜັນຂະຫຍາຍໂຄງການ "ປອດທາດເສດເຫລືອ, ຂີ້ເຫຍື້ອ ປລາສຕິກ ຢູ່ອ່າວຮ້າລອງ".ແຂກທ່ອງທ່ຽວ, ວິສະຫະກິດໄດ້ຕັ້ງໜ້າຕອບສະໜອງ ໂຄງການນີ້.ກຳປັ່ນທ່ອງທ່ຽວທຸກລຳ ລ້ວນແຕ່ຕິດຕັ້ງລະບົບກຳຈັດນ້ຳເສຍ, ຂີ້ເຫຍື້ອ ນຳເຂົ້າຝັ່ງເພື່ອກຳຈັດ. ຍ້ອນມີການຮ່ວມແຮງຮ່ວມໃຈ ຂອງປະຊາຊົນ ວິສະຫະກິດ, ດັ່ງນັ້ນສິ່ງແວດລ້ອມຢູ່ອ່າວຮ້າລອງ ນັບມື້ນັບຂຽວສະອາດ ສວຍງາມ"
     ບັນດາມໍລະດົກວັດທະນະທຳ ແລະ ທຳມະຊາດໂລກຢູ່ຫວຽດນາມແມ່ນ ຊັບສົມບັດອັນລ້ຳຄ່າຊຶ່ງເປັນການຢັ້ງຍືນກ່ຽວກັບປະເທດຫວຽດນາມ ສວຍສົດ ງົດງາມມີພື້ນຖານວັດທະນະທຳອຸດົມສົມບູນ, ເຂັ້ມຂົ້ນໄປດ້ວຍສີສັນຊາດ. ການດຸ່ນດ່ຽງລະຫວ່າງການອະນຸລັກແລະເສີມຂະຫຍາຍຄຸນຄ່າມໍລະດົກໂລກ, ຮັບປະກັນຜົນປະໂຫຍດຂອງລັດ, ວິສາຫະກິດ ແລະ ປະຊາຊົນແມ່ນແຫຼ່ງກຳລັງ ທີ່ສຳຄັນເພື່ອພັດທະນາເສດຖະກິດສັງຄົມຂອງປະເທດຊາດ

ຕອບກັບ

ຂ່າວ/ບົດ​ອື່ນ