ງານບຸນ ເຕິກກາກອງ ຂອງຊົນເຜົ່າກະຕູ

(VOVWORLD) -ຊາວເຜົ່າກະຕູ ຢູ່ເມືອງ ອາເຫຼືອຍ ແຂວງ ເທື່ອທຽນເຫວ໊ ມີກວ່າ 10 ງານບຸນປະເພນີ ໃນນັ້ນມີງານບຸນ ເຕິກກາກອງ. ນີ້ແມ່ນໂອກາດເພື່ອໃຫ້ຊາວເຜົ່າກະຕູ ທຳພິທີບູຊາເພື່ອສົມມະນາຄຸນເທວະດາພູ, ເທວະດາປ່າ, ເທວະດາຫ້ວຍນ້ຳລຳເຊໃນບໍລິເວນຄຸ້ມຄອງ
ງານບຸນ ເຕິກກາກອງ ຂອງຊົນເຜົ່າກະຕູ - ảnh 1ວາດພາບເຖິງງານບຸນ ເຕິກກາກອງ ຂອງຊາວເຜົ່າກະຕູ

    ງານບຸນ ເຕິກກາກອງ ລວມມີພິທີຝັງຕົ້ນໄມ້ໄຜ່, ມັດຄວາຍ, ແທງຄວາຍ ແລະ ພິທີເຕິກກາກອງ. ໃນທຸກວັນນີ້ ພິທີແທງຄວາຍໄດ້ຖືກລົບລ້າງໄປແລ້ວ. ໃນມື້ຈັດພິທີ ເຕິກກາກອງ ນັບແຕ່ຮຸ່ງເຊົ້າບັນດາເຈົ້າກົກເຈົ້າເຫຼົ່າໃນບ້ານ ພ້ອມກັບບັນດາຫົວໜ້າວົງຕະກຸນ ໄດ້ດຳເນີນພິທີຝັງຕົ້ນໄມ້ໄຜ່. ເຊິ່ງເປັນສັນຍາລັກຂອງກຳລັງແຮງມະຫາສາມັກຄີຂອງຊາວບ້ານ, ແມ່ນຂົວເຊື່ອມຕໍ່ລະຫວ່າງຊາວບ້ານ ກັບເທວະດາຟ້າແຖນ. ຖັດມາແມ່ນພິທີມັດຄວາຍເພື່ອຖວາຍຕໍ່ເທວະດາພູ, ເທວະດາປ່າ,ເທວະດາຫ້ວຍນ້ຳລຳເຊ. ຕໍ່ຈາກນັ້ນ ພວກອ້າຍບ່າວ ນາງສາວນຸ່ງຊຸດອາພອນປະຈຳເຜົ່າທີ່ ຫຼາກຫຼາຍສີສັນ ງາມຕາ ໄດ້ພ້ອມກັນເຕັ້ນວາດຟ້ອນຕຸງໆຢາໆ ເຊິ່ງແມ່ນວາດຟ້ອນປະເພນີເປັນເອກະລັກສະເພາະຂອງຊາວເຜົ່າກະຕູ. ເຈົ້າເຫຼົ່າ ໂຮ່ວັນຊາບ ຢູ່ຕາແສງ ເລິມເດີດ ເມືອງ ອາເຫຼືອຍ ໃຫ້ຮູ້ວ່າ:

 “ງານບຸນເຕິກກາກອງ ຖືກຟື້ນຟູຕາມປະເພນີ ເມື່ອກ່ອນນີ້ຂອງປູ່ຍ່າຕາຍາຍ. ແຕ່ສາມຫາສີ່ປີ ງານບຸນຈຶ່ງຈັດຂຶ້ນເທື່ອໜຶ່ງ. ປະເພນີຂອງຊາວເຜົ່າກະຕູ ແມ່ນຍາມໃດກໍ່ຕ້ອງຮັກສາຕະຫຼອດກາລະນານ”.

ງານບຸນ ເຕິກກາກອງ ແມ່ນພິທີຖວາຍພາເຂົ້າບູຊາເທວະດາຟ້າແຖນ. ຜູ້ຖວາຍພາເຂົ້າແມ່ນພວກນາງສາວອ້າຍບ່າວຊາວເຜົ່າກະຕູ ທີ່ແຂງແຮງເປັນເຈົ້າສູ້ມີຈິດວິນຍານໃສແຈ້ງ ໄດ້ຮັບການຄັດເລືອກຈາກໝູ່ບ້ານ. ບັນດາເຍື່ອງອາຫານຖືກປຸງແຕ່ງຈາກຂອງຖວາຍທີ່ແຊບທີ່ສຸດຄື ຊິ້ນງົວ, ຄວາຍ, ແບ້, ໝູ, ໄກ່. ພ້ອມກັນນັ້ນ  ກໍ່ມີເຂົ້າໜົມຊະນິດຕ່າງທີ່ແຊບນົວ ເພື່ອຖວາຍຕໍ່ເທວະດາຟ້າແຖນ. ຕໍ່ຈາກນັ້ນ ພວກເຈົ້າເຫຼົ່າໄດ້ດຳເນີນພິທີໄຫວ້ບູຊາ. ພາເຂົ້າໃນງານບຸນ ເຕິກກາກອງ ວາງເທິງແທ່ນບູຊາເຊື້ອເຊີນເທວະດາພູ, ເທວະດາປ່າ, ເທວະດາຫ້ວຍນ້ຳລຳເຊ ມາຮັບປະທານອາຫານ. ເຂົາເຈົ້າສົມມະນາຄຸນເທວະດາຟ້າແຖນ ທີ່ໄດ້ຊ່ວຍໃຫ້ລູກຫຼານບ້ານເມືອງຊາວເຜົ່າກະຕູ ມີຊີວິດສະຫງົບສຸກມີຄວາມອີ່ມໜຳສຳລານ ແລະ ພາວະນາໃຫ້ເທວະດາຟ້າແຖນສືບຕໍ່ປົກປ້ອງໃຫ້ລູກຫຼານຊາວບ້ານມີສຸຂະພາບແຂແຮງ ມີຄວາມໂຊກດີ ແລະ ຜາສຸກ. ທ່ານນາງ ໂຮ່ທິຕື ຮອງຫົວໜ້າພະແນກຄຸ້ມຄອງອະນຸລັກຮັກສາວັດທະນະທຳ ແລະ ວັດທະນະທຳສິລະປະສັງກັດສູນວັດທະນະທຳ ຖະແຫຼງຂ່າວແລະ ກິລາ ເມືອງອາເຫຼືອຍ ໃຫ້ຮູ້ວ່າ:

“ສອງປີກ່ອນນີ້ ພວກຂ້າພະເຈົ້າໄດ້ຈັດຕັ້ງພິທີ ເພື່ອວາດພາບເຖິງງານບຸນຂອງຊາວເຜົ່າ ປາໂກ, ຊາວເຜົ່າຕະໂອ້ຍ. ປີນີ້ພວກຂ້າພະເຈົ້າສືບຕໍ່ວາດພາບເຖິງງານບຸນຂອງຊາວເຜົ່າກະຕູ ເພື່ອສືບຕໍ່ອະນຸລັກຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳ ງານບຸນປະເພນີຂອງຊາວເຜົ່າກະຕູ”.

ໃນວັນບຸນວັດທະນະທຳ ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດພູດອຍແຂວງ ເທື່ອທຽນເຫວ໊ ຄັ້ງທີ 15 ປີ 2024 ຖືກຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ເມືອງ ອາເຫຼືອຍ, ເປັນຄັ້ງທຳອິດທີ່ເມືອງອາເຫຼືອຍ ໄດ້ວາດພາບເຖິງງານບຸນ ເຕິກກາກອງ. ນາງ ເລທິຢ້ຽວ ຢູ່ຕາແສງ ຮົ່ງຮະ ເມືອງ ອາເຫຼືອຍ ເປີດເຜີຍວ່າ:

 “ເມື່ອເຂົ້າຮ່ວມງານບຸນ ເຕິກກາກອງ ຂອງຊາວເຜົ່າກະຕູ ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ມີຄວາມເປັນກຽດ. ພວກຂ້າພະເຈົ້າຫວັງຢາກໄດ້ຮຽນຮູ້ ເພື່ອໃນພາຍພາກໜ້າຈະຖ່າຍທອດໃຫ້ລູກຫຼານ”.

ນາງ ເຈົາທິເຮົ້າ ແຂກທ່ອງທ່ຽວຢູ່ນະຄອນ ດ່າໜັງ ມາຮ່ວມງານບຸນ ເຕິກກາກອງ ໃຫ້ຮູ້ວ່າ:

“ຂ້າພະເຈົ້າຫາກໍ່ຮູ້ຈັກເຖິງງານບຸນນີ້ ແລະ ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຄົ້ນຫາ ຂ້າພະເຈົ້າເຫັນວ່າ ຊີວິດທາງດ້ານຈິດໃຈວັດທະນະທຳຂອງບັນດາເຜົ່າຢູ່ທີ່ນີ້ແມ່ນອຸດົມສົມບູນ”.

ງານບຸນ ເຕິກກາກອງ ແມ່ນຄວາມງາມທາງດ້ານວັດທະນະທຳພື້ນເມືອງຂອງຊາວເຜົ່າກະຕູ. ນັ້ນແມ່ນຍາມໃດກໍ່ຮູ້ບຸນຄຸນ, ເຄົາລົບບູຊາ ແລະ ຜູກພັນກັບທຳມະຊາດ ເຊິ່ງແມ່ນແຫ່ງທີ່ຕົນເອງໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນ. ເມືອງ ອາເຫຼືອຍ ແຂວງ ເທື່ອທຽນເຫວ໊ມີແຜນການນຳງານບຸນນີ້ ເຂົ້າຮັບໃຊ້ການທ່ອງທ່ຽວຊຸມຊົນ ປະກອບສ່ວນໂຄສະນາວັດທະນະທຳພາບພົດຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ