ກອງປະຊຸມຜູ້ມີສິດເລືອກຕັ້ງຢູ່ຕາມບ່ອນຢູ່ອາໄສມີຄວາມໝາຍສຳຄັນໃນການເລືອກຕັ້ງ

ຮອດ​ທ້າຍ​ວັນ​ທີ 14/4/2016, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ​ໄດ້​ສຳ​ເລັດ​ວຽກ​ງານ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສ​ສຳ​ລັບ​ບັນ​ດາ​ຜູ້​ໄດ້​ຮັບ​ການ​ສະ​ເໜີ​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ເພື່ອ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 3, ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021. ທີ່​ບັນ​ດາ​ກອງ​ປະ​ຊຸມ, ຜູ້​ມີ​ສິດ​ເລືອກ​ຕັ້ງໄດ້​ປະ​ກອບ​ຄຳ​ເຫັນ​ກັບ​ບັນ​ດາ​ຜູ້​​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ກ່ຽວ​ກັບ​ຄຸນ​ທາດ, ຄວາມ​ສາ​ມາດ, ຄຸນ​ສົມ​ບັດ, ການ​ພົວ​ພັນ​ຢູ່​ເຂດ​ຊຸມ​ຊົນ… ດ້ານ​ອື່ນ, ຜູ້​ມີ​ສິດ​ເລືອກ​ຕັ້ງກໍ​ສະ​ແດງ​ຄວາມ​ເປັນ​ຫ່ວງ ແລະ ​ໄດ້​ຝາກ​ຝັງ​ຄວາມ​ມຸ່ງ​ຫວັງ​ຕໍ່​ບັນ​ດາ​ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນຈະ​ກາຍ​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ. 

 

ກອງປະຊຸມຜູ້ມີສິດເລືອກຕັ້ງຢູ່ຕາມບ່ອນຢູ່ອາໄສມີຄວາມໝາຍສຳຄັນໃນການເລືອກຕັ້ງ - ảnh 1
ກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສສຳ​ລັບ​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​

     ກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສສຳ​ລັບ​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແມ່ນ​ມີ່​ຄວາມ​ໝາຍ​ສຳ​ຄັນ. ຜ່ານນີ້, ​​​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ແຕ່​ລະ​ທ່ານ ກໍ​ຮັບ​ຮູ້ໄດ້​ເຖິງຄວາມ​ເປັນ​ກຽດ, ຄວາມ​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ​ຂອງ​ຜູ້​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ຊົນ. ບົນ​ພື້ນ​ຖານ​ຄຳ​ຄິດ​ເຫັນ​ໃຫ້ຂໍ້​ສັງ​ເກດ ປະ​ກອບ​ສ່ວນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ, ​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ຝຶກ​ຝົນຫຼໍ່ຫຼອມ, ຍົກ​ສູງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ວຽກງານ, ເຊີດ​ຊູ​ຈິດ​ໃຈ​ຮັບ​ຜິດ​ຊອບ​ເພື່ອ​ເຮັດ​ສຳ​ເລັດ​ບັນ​ດາ​ບັນ​ຫາ​ທີ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ດີ.

     ຜູ້​ມີ​ສິດ​ເລືອກ​ຕັ້ງເລືອກ​ເອົາ​ຜູ້​ທີ່​ມີ​ຄຸນ​ທາດ, ຄວາມ​ຮູ້​ຄວາມ​ສາ​ມາ​ດ

  ທີ່​ບັນ​ດາກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ​ບາ​ດິງ, ຮ່າ​ໂນ້ຍ, ຜູ້​ມີ​ສິດ​ເລືອກ​ຕັ້ງຖື​ວ່າ ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ປະ​ຕິ​ບັດ​ສິດ​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ຊົນ. ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ຕ່າງໆ​ຂອງ​ສະ​ພາ​ແຫ່ງ​ຊາດ, ການ​ໂຕ້​ແຍ້ງ​ກັນ​ລະ​ຫວ່າງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດກັບຜູ້​ນຳ​ຂະ​ແໜງ​ການ​ຕ່າງໆ ໄດ້​ນັບ​ມື້​ນັບ​ກ້​ວາງ​ເລິກ, ໄປ​ສູ່​ເນື້ອ​ແທ້​ຂອງ​ບັນ​ຫາ. ທ່ານ ວູ້​ແມ້ງ​ຄາ, ຜູ້​ມີ​ສິດ​ເລືອກ​ຕັ້ງຖື​ວ່າ ນີ້​ແມ່ນ​ບັນ​ດາ​ບາດ​ກ້າວ​ທີ່​ຍາວ​ໄກ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ໃນເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊາດ. ທ່ານ ວູ້​ແມ້ງ​ຄາ ຊີ້​ແຈ້ງວ່າ : 

   “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ຍາ​ກາດ​ປະ​ຊາ​ທິ​ປະ​ໄຕ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປະ​ຕິ​ບັດ. ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ສູງ​ຂຶ້ນ. ເພາະ​ສະ​ນັ້ນ, ເມື່ອ​ເລືອກ​ເອົາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແມ່ນບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ໂຄງ​ປະ​ກອບ​ເທົ່ານັ້ນ, ຫາກ​ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສາ​ມາດ​ຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ອີກ​ດ້ວຍ ”

    ທ່ານ ເລ​ມິນ​ທົງ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດໃຫ້​ຮູ້​ວ່າ ມາ​ຮອດ​ຈຸດ​ເວ​ລານີ້, ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້ສຳ​ເລັດ​ວຽກ​ງານ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສ​ ແລະ ໄດ້​ດຳ​ເນີນ​ການປຶກ​ສາ​ຫາ​ລື​ຄັ້ງ​ທີ 3. ການ​ຮັບ​ເອົາ​ຄຳ​ເຫັນ, ຂໍ້​ສັງ​ເກດສຳ​ລັບ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນຢູ່​ທ້ອງ​ຖິ່ນ​ແມ່ນ​ເນື້ອ​ໃນ​ປະ​ການ​ໜຶ່ງ​ທີ່​ສຳ​ຄັນ ແລະ ຈຳ​ເປັນ​ທີ່​ສຸດ​ເພື່ອ​ຮັບ​ປະ​ກັນ​ໃຫ້ ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາ​ມາດ​ເລືອກ​ເອົາ​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ທາດ, ຄວາມ​ຮູ້​ຄວາມສາ​ມາດ​ເຂົ້າໃນ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ. ພ້ອມ​ກັນ​ນັ້ນ, ນີ້​ກໍ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 3 ຊັງ​ຊາ, ລົບ​ຊື່​ບັນ​ດາ​ຜູ້​ທີ່ບໍ່ມີ​ຄຸນ​ທາດ, ຄວາມ​ຮູ້​ຄວາມສາ​ມາດ​ຢ່າງ​ພຽງ​ພໍ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ. ທ່ານ ເລ​ມິນ​ທົງ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດໃຫ້​ຮູ້​ວ່າ : 

        “ ໝາກ​ຜົນ​ຂອງກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 3 ໄດ້​ສ່ອງ​ແສງ​ເຖິງ​ໝາກ​ຜົນ​ຂອງກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສສຳ​ລັບ​​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື, ເລືອກ​ເອົາ​ບັນ​ດາ​ຜູ້​ທີ່​ມີ​ມາດ​ຕະ​ຖານ​ຢ່າງ​ພຽງ​ພໍຕາມ​ລະ​ບຽບ​ກົດ​ໝາຍ, ແລ້ວ​ສົ່ງ​ມາ​ຍັງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກໍ​ຄື​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຂັ້ນ​ແຂວງ, ຂັ້ນ​ເມື​ອງ​ແຕ່​ລະ​ຂັ້ນ​ເພື່ອ​ຂຶ້ນ​ບັນ​ຊີ​ລາຍ​ຊື່. ແນ່ນອນ​ວ່າ ຜ່ານ​ການ​ຮັບ​ເອົາ​ຄຳ​ຄິດ​ເຫັນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ, ​​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ບາງ​ທ່ານ​ຈະ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽ​ກຮ້ອງຕ້ອງ​ການ​ເພາະ​ວ່າ​ຄວາມ​ໄວ້​ວາງ​ໃຈ​ໃນ​ບ່ອນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ອາ​ໄສແມ່ນ​ສຳ​ຄັນ​ທີ່​ສຸດ ”

      ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສ, ຊຶ່ງແມ່ນ​ບ່ອນ​ທີ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ມຸ່ງຫວັງ​ເພື່ອ​ໃຫ້​ຜູ້​ແທນ​ເມື​່ອໄດ້​ຮັບ​ການ​ເລືອກ​ຕັ້ງ, ຍາມ​ໃດ​ກໍ​ຈົດ​ຈຳ​ຄວາມ​ມຸ່ງ​ຫວັງ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ.

     ແມ່ນ​ຂັ້ນ​ຕອນ​ຕ້ອງ​ປະ​ຕິ​ບັດ​ໃນ​ການ​ເລືອກ​ຕັ້ງ

  ທ່ານ​ບຸຍ​ວັນ​ຊ່​ວຽ​ນ, ກຳ​ມະ​ການຜູ້​ປະ​ຈຳ​ການ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຖື​ວ່າ ກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສ ແມ່ນ​ໂອ​ກາດ​ເພື່ອ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງຕິດ​ຕາມກວດ​ກາ​ພະ​ນັກ​ງານ, ເພື່ອ​ໃຫ້​ພະ​ນັກ​ງານ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາ​ມຮັບ​ໃຊ້​ປະ​ຊາ​ຊົນ, ຕອບ​ສະ​ໜອງ​ຄວາມ​ມຸ່ງຫວັງ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ບຸຍ​ວັນ​ຊ່​ວຽ​ນ, ກຳ​ມະ​ການຜູ້​ປະ​ຈຳ​ການ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຖື​ວ່າ :

   “ ນີ້​ແມ່ນ​ຂັ້ນ​ຕອນ​ຕ້ອງ​ປະ​ຕິ​ບັດ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ວາງ​ໃຈ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຕາມ​ບ່ອນ​ຢູ່​ອາ​ໄສ​ສຳ​ລັບຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ໃນ​ເຂດ​ຊຸມ​ຊົນ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕີ​ລາ​ຄາ, ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ທັງ​ໝົດ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ໄດ້​ວາງ​ອອກ​ສຳ​ລັບ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​”

    ກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ຕົກ​ລົງ​ບັນ​ຊີ​ລາຍ​ຊື່ ​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ທີ່​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 3. ຈາກນັ້ນ ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາ​ມາດ​ເລືອກ​ເອົາ​ບັນ​ດາ​ຜູ້​ແທນ​ທີ່​ມີ​ຄຸນ​ທາດ, ຄຸນ​ສົມ​ບັດ, ຄວາມ​ຮູ້​ຄວາມສາ​ມາດ​ເພື່ອ​ອຸ​ທິດ​ສ່ວນ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ປະ​ຊາ​ຊົນ, ພ້ອມ​ທັງ​ເຂົ້າ​ຮ່ວມ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ