ການກຳນົດທິດວິໄສທັດຍຸດທະສາດເພື່ອສ້າງພາລະກິດໃຫ່ຍຫຼວງຂອງປະເທດຫວຽດນາມ

(VOVWORLD) -ກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັ້ງທີ 13 ໄດ້ຈັດຂຶ້ນໃນຈຸດເວລາທີ່ປະເທດຫວຽດນາມ ຫາກໍ່ຜ່ານອາຍຸການ “ປະຫວັດສາດ” ທີ່ເຕັມໄປດ້ວຍບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ.
ການກຳນົດທິດວິໄສທັດຍຸດທະສາດເພື່ອສ້າງພາລະກິດໃຫ່ຍຫຼວງຂອງປະເທດຫວຽດນາມ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີບົດລາຍງານທີ່ກອງປະຊຸມ)

ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈັດຂຶ້ນແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ ແມ່ນເຫດການສຳຄັນຍິ່ງໃນວິວັດການພັດທະນາຂອງພັກ, ຂອງປະເທດຊາດຫວຽດນາມ. ຍ້ອນວ່າ ກອງປະຊຸມໃຫ່ຍຈະສ້າງພື້ນຖານສຳຄັນໃນຍຸດທະສາດການສ້າງສາພາລະກິດໃຫ່ຍຫຼວງຂອງປະເທດຫວຽດນາມ ທີ່ມີການພັດທະນາຢ່າງໄວວາ, ວັດຖະນາຖາວອນ ແລະ ນັບມື້ນັບໝັ້ນຄົງເຂັ້ມແຂງ.

ກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັ້ງທີ 13 ໄດ້ຈັດຂຶ້ນໃນຈຸດເວລາທີ່ປະເທດຫວຽດນາມ ຫາກໍ່ຜ່ານອາຍຸການ “ປະຫວັດສາດ” ທີ່ເຕັມໄປດ້ວຍບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ໃນອາຍຸການນັ້ນ, ຖ້າຫາກພັກບໍ່ມີຄວາມໝັ້ນຄົງ, ຂ້ຽວຂາດຢ່າງແທ້ຈິງ, ຖ້າລັດຖະບານບໍ່ມີການກະທຳເພື່ອປະຊາຊົນ, ບໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມດຸໝັ່ນຂະຫຍັນພຽນ, ປະດິດຄິດສ້າງຂອງປະຊາຊົນເກືອບ 100 ລ້ານຄົນນັ້ນ, ຊາດຫວຽດນາມ ຈະບໍ່ສາມາດບັນລຸບັນດາໝາກຜົນທີ່ໃຫ່ຍຫຼວງຄືປະຈຸບັນນີ້ໄດ້.

ໃນຈຸດເວລານີ້, ປະຊາຊົນຫວຽດນາມ ຕ່າງກໍ່ມີຄວາມເອກອ້າງທະນົງໃຈ ກ່ຽວກັບໝາກຜົນດ້ານເສດຖະກິດທີ່ໄດ້ເຕີບໂຕຢ່າງຕໍ່ເນື່ອງໃນ 4 ປີລຽນຕິດ. ໃນປີ 2020, ເຖິງວ່າຖືກໄພທຳມະຊາດ, ໂລກລະບາດທຳລາຍຢ່າງໜັກໜ່ວງກໍ່ຕາມ ແຕ່ຫວຽດນາມ ຍັງຄົງແມ່ນຈຸດພົ້ນເດັ່ນໃນສະພາບການເສດຖະກິດໂລກທີ່ຊຸດໂຊມ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນຢ່າງບໍ່ຢຸດຢັ້ງ, ອັດຕາສ່ວນຄວາມທຸກຍາກຖືກຫລຸດລົງ, ການເມືອງ-ສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັກສາໄວ້ຢ່າງໝັ້ນຄົງ, ການພົວພັນຕ່າງປະເທດໄດ້ເປີດກ້ວາງ, ອິດທິພົນຊື່ສຽງສາກົນໄດ້ເພີ່ມຂຶ້ນ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບັນດາຜົນປະໂຫຍດຍຸດທະສາດຂອງປະເທດຊາດ ໄດ້ຮັບການຮັກສາໃຫ້ໝັ້ນຄົງ.

ໝາກຜົນໃນອາຍຸການ “ປະຫວັດສາດ” ແມ່ນມີຂີດໝາຍດ້ວຍການຕໍ່ສູ້ຢ່າງຂ້ຽວຂາດ, ບໍ່ປະນີປະນອມພາຍໃນພັກ ເພື່ອເຮັດໃຫ້ຖັນແຖວມີຄວາມປອດໃສ, ຮັກສາ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ. ປີ 2020, ເພື່ອນມິດສາກົນໄດ້ເຕື້ອງເຖິງຊື່ ຫວຽດນາມ ດ້ວຍຄວາມເຄົາລົບນັບຖື ຍ້ອນຫວຽດນາມ ແມ່ນແບບຢ່າງໃນການຕ້ານໂລກລະບາດຢ່າງມີປະສິດທິຜົນ, ແມ່ນຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ແມ່ນມູນເຊື້ອສາມັກຄີ, ລັກສະນະດີເລີດຂອງລັດທິສັງຄົມນິຍົມ ຊື່ງພັກ ແລະ ປະຊາຊົນຫວຽດນາມ ໄດ້ເລືອກເຟັ້ນ.

ການກຳນົດທິດວິໄສທັດຍຸດທະສາດເພື່ອສ້າງພາລະກິດໃຫ່ຍຫຼວງຂອງປະເທດຫວຽດນາມ - ảnh 2(ໝາກຜົນໃນອາຍຸການ “ປະຫວັດສາດ” ແມ່ນມີຂີດໝາຍດ້ວຍການຕໍ່ສູ້ຢ່າງຂ້ຽວຂາດ, ບໍ່ປະນີປະນອມພາຍໃນພັກ)

ກອງປະຊຸມໃຫ່ຍທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ບໍ່ພຽງແຕ່ໄດ້ວາງແຜນກຳນົດໃນອະນາຄົດຂອງປະເທດຊາດໃນ 5 ປີຈະມາເຖິງເທົ່ານັ້ນ, ຫາກຍັງຈະມີວິໄສທັດທີ່ກ້ວາງໃກໃນ 25 ປີຕໍ່ໄປອີກດ້ວຍ. ຮ່າງເອກະສານຂອງກອງປະຊຸມໃຫ່ຍ ໄດ້ວາງອອກບັນດາເປົ້າຫມາຍລະອຽດ. ຕາມນັ້ນແລ້ວ, ຮອດປີ 2025, ຫວຽດນາມ ແມ່ນປະເທດພັດທະນາຕາມທິດທັນສະໄໝ, ລືນກາຍລະດັບລາຍຮັບປານກາງຕ່ຳ; ຮອດປີ 2030-ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ແມ່ນປະເທດພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045 ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ກອງປະຊຸມໃຫ່ຍກໍ່ຈະເລືອກຕັ້ງຄະນະການນຳຊຸດໃໝ່ ທັງມີຄວາມເກັ່ງກ້າສາມາດ, ທັງມີຄຸນສົມບັດ, ໃນນັ້ນຄຸນສົມບັດແມ່ນຫຼັກແຫຼ່ງ ເພື່ອແບກຫາບວຽກງານສຳຄັນຂອງປະເທດຊາດ. ທຸກສິ່ງທຸກຢ່າງແມ່ນເພື່ອມຸ່ງໄປເຖິງເປົ້າໝາຍນຳປະເທດຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ວັດຖະນາຖາວອນ ແລະ ໝັ້ນຄົງເຂັ້ມແຂງໃນກາງສັດຕະວັດທີ 21. ໃນ 90 ປີຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ຜ່ານກອງປະຊຸມໃຫ່ຍ 13 ສະໄໝແລ້ວ. ແຕ່ລະສະໄໝກໍ່ແມ່ນຂີດໝາຍສຳຄັນຂອງພັກ ແລະ ປະເທດຊາດ. ກອງປະຊຸມໃຫ່ຍທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເປັນຂີດໝາຍ 35 ປີແຫ່ງການປະຕິບັດ ກິດຈະການປ່ຽນແປງໃໝ່ ດ້ວຍບັນດາຜົນງານທີ່ໃຫ່ຍຫຼວງ, ມີຄວາມໝາຍດ້ານປະຫວັດສາດ, ຢືນຢັນເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ແມ່ນສອດຄ່ອງກັບພຶດຕິກຳຕົວຈິງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ, ຢັ້ງຢືນການນຳພາຂອງພັກ ແມ່ນປັດໄຈຕັດສິນໄຊຊະນະຂອງການປະຕິວັດຫວຽດນາມ ຜ່ານທຸກໄລຍະທາງປະຫວັດສາດ. “ບໍ່ມີເວລາໃດທີ່ປະເທດຫວຽດນາມ ມີຂອບຂະໜາດ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ງສຽງ, ທີ່ຕັ້ງບົດບາດຄືໃນທຸກວັນນີ້”. ຄຳເວົ້າດັ່ງກ່າວຂອງຜູ້ນຳພັກ ແລະ ລັດຫວຽດນາມ ສືບຕໍ່ສ້າງຄວາມເອກອ້າງທະນົງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງຂອງທົ່ວປວງຊົນ ກ່ຽວກັບເສັ້ນທາງກ້າວຂຶ້ນຂອງປະເທດຫວຽດນາມ ໃນວັນໄຂກອງປະຊຸມໃຫ່ຍທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນວັນທີ 26 ມັງກອນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ