ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍແມ່ນປະຕິບັດ ຢ່າງເຂັ້ມງວດ

 (vovworld) - ທີ່​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ມະຕິກອງ​ປະຊຸມ ຄັ້ງ​ທີ 4 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຊຸດ​ທີ 11 (ຫລື​ເອີ້ນ​ຫຍໍ້​ວ່າ: ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4) ຜ່ານ​ມາ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ແຈ້ງ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ສຳ​ຫລວດ​ກວດກາ, ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4. ໝາກຜົນ​ນັ້ນ​ບໍ່​ພຽງ​ແຕ່​ຢືນຢັນ​ໝູ່​ຄະນະ, ສ່ວນ​ບຸກຄົນ​ໃນ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້ເປັນ​ແບບຢ່າງ​ໃຫ້​ແກ່​ຂັ້ນ​ລຸ່ມ​ຢ່າງແທ້ຈິງເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ຄະນະ​ພັກ​ມີ​ບົດຮຽນ​ລ້ຳ​ຄ່າ​ໃນ​ການ​ກະກຽມ ​ແລະ​ ດຳ​ເນີນ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ​ໃນ​ພັກ​ໄລຍະ​ຈະ​ມາ​ເຖິງ.

        ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 “​ບາງ​ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​”  ພວມ​ກ້າວ​ເຂົ້າ​ສູ່​ບັນດາ​ເນື້ອ​ໃນ​ຈຸດ​ສຸມ, ​ເມື່ອ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ ຫາ​ກໍ່​ສຳ​ເລັດ​ການ​ສຳ​ຫລວດ​ກວດກາ, ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ​ສຳລັບ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ. ຜ່ານ​ການ​ຕິດຕາມ​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ​ຈັດ​ຕັ້ງ​ຂຶ້ນໃນ​ວັນ​ທີ 13/8 ຜ່ານ​ມາ, ທ່ານ​ຮອງ​ສາ​ສະ​ດາ​ຈານ, ດຣ Nguyen Trong Phuc ອະດີດ​ຫົວຫນ້າ​ສະຖາບັນ​ປະຫວັດສາດ​ພັກ, ສະຖາບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ຜັນ​ຂະຫຍາຍ​ມະຕິ​ທີ່​ສຳຄັນ​ພິ​ເສດ​ນີ້. ທ່ານ Nguyen Trong Phuc ຖື​ວ່າ: ນັບ​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ປັບປຸງ​, ກໍ່ສ້າງ​ພັກເປັນ​ຫລາຍຄັ້ງ​ແລ້ວ, ​ແຕ່​ເທ່ືອ​ນີ້​ແມ່ນ​​ປັບປຸງ, ກໍ່ສ້າງ​ພັກ​ຢ່າງ​​ແຮງ​ທີ່​ສຸດ. ​ເລື່ອງ​ປະຕິບັດ​ການ​ສຳ​ຫລວດ​ກວດກາ, ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ ​ໄດ້​ຮັບ​ການ​ປະຕິບັດຈາກ​ຂັ້ນ​ເທິງ​ຕະຫລອດ​ຮອດ​ຂັ້ນ​ລຸ່ມ, ຂັ້ນ​ເທິງ​​ແມ່ນປະຕິບັດ​ກ່ອນ ​ເພື່ອ​ເປັນ​ແບບຢ່າງ​ໃຫ້​ແກ່​ຂັ້ນ​ລຸ່ມ​ປະຕິບັດ​ຕາມ. ທ່ານ Nguyen Trong Phuc ຢືນຢັນ​ວ່າ:

        “ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ​ແມ່ນ​ຕ້ອງຕິດ​ພັນ​ກັບ​ການ​ປັບປຸງ, ​ແກ້​ໄຂ​ຢ່າງ​ລະອຽດ, ​ແທດ​ຈິງ. ສິ່ງ​ດັ່ງ່ກ່າວ​ໝາຍ​ຄວາມ​ວ່າ ຈາກ​ຂະ​ບວນການ​ ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ ຕ້ອງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ກຳລັງ​ຕໍ່ສູ້​ຂອງ​ພັກ ​ແລະ ຕ້ອງ​ສະ​ແດງ​ໃຫ້​ເຫັນ​​ປະສິດທິ​ຜົນ​​ໃນການ​ບໍລິຫານ​ວຽກ​ງານ​ຂອງ​ພັກ, ລັດ, ລັດຖະບານ ​ແລະ ອຳນາດ​ກາ​ນປົກຄອງ​ຂັ້ນ​ຕ່າງໆ​ຢ່າງ​ລະອຽດ. ຂ້າພະ​ເຈົ້າ​ຖື​ວ່າ ຈາກ​ວິ​ທິປະຕິບັດ​ຢ່າງ​ກົງ​ໄປກົງ​ມາ, ​ເຂັ້​ມງວດ ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ, ຂັ້ນ​ລຸ່ມ​ຕ້ອງ​ຜັນ​ຂະຫຍາ​ຍຕາມ​ຫລັກການ​ດັ່ງກ່າວ ​ແຕ່​ຕ້ອງ​ມີ​ບາດກ້າວ​ຂະຫຍາຍ​ຫົວຄິດ​ປະດິດສ້າງ, ​ເຮັດ​ໃຫ້​ຮູບ​ການ ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍອຸດົມ​ໃຫ້ສົມ​ບູນຂຶ້ນ​ຕື່ມ.”

ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍແມ່ນປະຕິບັດ ຢ່າງເຂັ້ມງວດ  - ảnh 1
ພາບປະກອບ: internet

        ຈາກ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ການ​ສຳ​ຫລວດ​ກວດກາ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູ​ນກາງ​ພັກ, ປະຊາຊົນ​ຫວັງ​ວ່າ ​ຄະນະ​ພັກ​ຂັ້ນ​ຕ່າງໆ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ຂັ້ນ​ຮາກ​ຖານ ຜັນ​ຂະຫຍາຍ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍຢ່າງ​ກົງ​ໄປ​ກົງ​ມາ, ບໍ່​ຫລີກ​ລ້ຽງ​ບັນດາ​ບັນຫາ​​ເຮັ່ງ​ຮ້ອນ​ຊຶ່ງ​ຫາ​ງສຽງ​ພວມ​ສົນ​ໃຈ. ສາ​ສະ​ດາ, ດຣ  Duc Vuong, ອະດີດ ຫົວຫນ້າ​ກົມ​ເລຂາ​ວິ​ທະຍາ​ສາດ​ຂອງ​ສະພາ​ທິດ​ສະ​ດີ​ສູນ​ກາງ​ປາດ​ຖະຫນາ​ວ່າ: ການ​ປະຕິບັດການສຳ​ຫລວດ​ກວດກາ​ຂອງ​ຄະນະ​ພັກ​ຄັ້ງ​ນີ້ ຕ້ອງ​​​ເຂັ້ມ​ງວດ, ຈິງ​ໃຈ, ກົງ​ໄປ​ກົງ​ມາ, ບໍ່​​ໃຫ້ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍກາຍ​ເປັນ​ໂອກ​າດ​ເຮັດ​ໃຫ້​ອິດ​ທິພົນຊື່​ສຽງ​ຂອງ​ຖືກ​ເສຍ​ໄປ.

        “ຂ້າພະ​ເຈົ້າ​ຖື​ວ່າ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ ດ້ວຍ​ພູມ​ປັນຍາ ອາລົມ​ຈິດ, ດ້ວຍ ມະ​ໂນ​ທຳ ​ແລະ ກຽດຕິ​ຄຸນ ​ເພື່ອ​ຊ່ວຍ​​ເຫລືອກັນ​ປັບປຸງ; ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ ຕ້ອງ​ຊື່​ຕົງ, ກົງ​ໄປ​ກົງ​ມາ ​ເພື່ອ​ຮັບປະກັນ​ຄວາມ​ສາມັກຄີ​ໃນ​ພັກ. ຂ້າພະ​ເຈົ້າ​ຖື​ວ່າ ຕ້ອງ​ປະຕິບັດ​ການ​ເຄື່ອນ​ໄຫວ​ນີ້​ຢ່າງຮອບດ້ານ, ຄົບ​ຊຸດ ​ແລະ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ ​ໄປ​ຄຽງ​ຄູ່​ກັບ​ການ​ກວດກາ.”

          ທ່ານ Nguyen Tuc ອະດີດ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ສະ​ເຫ​ນີວ່າ: ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ ​ໃນ​ທົ່ວ​ພັກ ຕ້ອງ​ຊີ້​ໃຫ້​ເຫັນ​ໝູ່​ຄະນະ​ໃດ, ສ່ວນ​ບຸກຄົນ​ໃດ​ມີ​ອາການ​ເຊື່ອ​ມທາດ​ເສຍ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ. ຕາມ​ທ່ານ Nguyen Tuc ​ແລ້ວ,​ ຄວນ​ສ້າງ​ກົນ​ໄກ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ການ​ກໍ່ສ້າງ​ພັກ, ປະກອບ​ຄຳ​ເຫັນ​ຕໍ່​ກັບ​ການ​ນຳ​ຄະນະ​ພັກ​ທຸກ​ຂັ້ນ, ​ເຮັດ​ໄດ້​ຄື​ແນວ​ນັ້ນ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ ຈຶ່ງ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແທດ​ຈິງ.

        “ການຕຳ​ນິຕິ​ຊົມ​ຕົນ​ເອງ ຍາມ​ໃດ​ກໍ່​ຍາກ​ກວ່າ​ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ, ສະ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ຄວນ​ມີ​ການ​ແນະນຳ​ຢ່າງ​ລະອຽດ​ເພື່ອ​ໃຫ້​ປະຊາຊົນ​ປະກອບ​ການ​ກໍ່ສ້າງ​ພັກ, ​ເພື່ອ​ໃຫ້​ບັນດາ​ການ​ນຳ​ມີ​ສິດ​ອຳນາດ, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ຫລັກ​ແຫ​ລ່ງມີ​ເງື່ອນ​ໄຂ, ​ເອກະສານ ​ເພື່ອ​​ໃຫ້​ຂໍ້​ສັງ​ເກດ​ຢ່າງ​ເຂັ້ມ​ງວດ​ກວ່າ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ເມື່ອ​ຜັນ​ຂະຫຍາຍ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ​ເຖິງ​ຄະນະ​ພັກ​ຂັ້ນ​ຮາກ​ຖານ ບົດບາດ​ຂອງ​ປະຊາຊົນ​ຕ້ອງ​ເຮັດ​ໃຫ້​ແຈ້ງ​ກວ່າ, ພ້ອມ​ກັນ​ນັ້ນ ຫວັງ​ວ່າ ພາຍຫລັງ​ການ​ສຳ​ຫລວດ​ກວດກາ​​ໃນແຕ່​ລະ​ຄັ້ງ ຕ້ອງ​ແຈ້ງ​ໃຫ້​ປະຊາຊົນ​ຮັບ​ຊາບ ​ ​ການ​ຮັບ​ເອົາ​ຄຳ​​ເຫັນ​ປະກອບ ​ແລະ ປັບປຸງ​​ແກ້​ໄຂຄື​ແນວ​ໃດ.”

          ຕໍ່ຫນ້າ​ຄວາມເປັນ​ແບບຢ່າງຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ, ຄວາມ​ຕັດສິນ​ໃຈ​​ໃຫມ່​​ໃນ​ການ​ຊີ້​ນຳ ​ແລະ ສືບ​ຕໍ່​ຜັນ​ຂະຫຍາຍ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ​ຢ່າງ​ມີ​ປະສິດທິ​ຜົນ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ໃນ​ທົ່ວ​ພັກ ພວມມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ. ຕາມ​ແຜນການ​ແລ້ວ, ບັ້ນຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​​ເພື່ອນ​ສະຫາຍ​ໃນ​ທົ່ວ​ພັກ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ຂັ້ນ​ຮາກ​ຖານຈະ​ແກ່ຍາວ​ໝົດ​ປີ 2012.

 

       

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ