ການຢ້ຽມຢາມເປັນຂີດໝາຍແກ່ການກັບຄືນມາຂອງ ອາເມລິກາ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ພາຍຫຼັງການເດີນທາງໄປຢ້ຽມຢາມ ສິງກະໂປ ແຕ່ວັນທີ 22 ຫາວັນທີ 24 ສິງຫາ, ວັນທີ 24 ສິງຫາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະສືບຕໍ່ການເດີນທາງຂອງຕົນ ມາຢ້ຽມຢາມ ຫວຽດນາມ ພາຍໃນເວລາ 3 ວັນ. ນີ້ແມ່ນການເດີນທາງໄປປະຕິບັດງານການຕ່າງປະເທດຄັ້ງທຳອິດຂອງທ່ານນາງ Kamala Harris ໃນຖານະເປັນຮອງປະທານາທິບໍດີ ພາຍໃຕ້ອຳນາດການປົກຄອງຊຸດໃໝ່ຂອງ ອາເມລິກາ ເພື່ອແນໃສ່ສະແດງຄຳໝັ້ນສັນຍາຍາວນານ ຂອງ ອາເມລິກາ ກັບ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ການຢ້ຽມຢາມ ຫວຽດນາມ ແລະ ສິງກະໂປ ຂອງທ່ານນາງຮອງປະທານາທິບໍດີ Kamala Harris ໃນຄັ້ງນີ້ ຖືກດຳເນີນພາຍຫຼັງທີ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຢ້ຽມຢາມ ສິງກະໂປ, ຫວຽດນາມ ແລະ ຟີລິບປິນ ເມື່ອທ້າຍເດືອນ ກໍລະກົດ ຜ່ານມາ. ການເລືອກເຟັ້ນປະເທດ ສິງກະໂປ ແລະ ຫວຽດນາມ ເປັນຈຸດນັດພົບອີກຄັ້ງໜຶ່ງຂອງ ເຈົ້າໜ້າທີ່ຂັ້ນສູງນັ້ນ ໄດ້ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງອຳນາດການປົກຄອງ ອາເມລິກາ ຕໍ່ຄຳໝັ້ນສັນຍາກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ໃນນັ້ນ ມີພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ວັດທະນາຖາວອນ ແລະ ໝັ້ນຄົງ.

ການຢ້ຽມຢາມເປັນຂີດໝາຍແກ່ການກັບຄືນມາຂອງ ອາເມລິກາ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ  Kamala Harris (ພາບ:Reuters) 

ຢັ້ງຢືນຄືນຄວາມສຳຄັນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນນະໂຍບາຍ ມະຫາສະໝຸດອິນເດຍ - ປາຊີຟິກ

       ນັບແຕ່ເມື່ອຂຶ້ນກຳອຳນາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ຖືພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ແມ່ນບຸລິມະສິດແຖວໜ້າ. ເອກະສານທີ່ມີຊື່ວ່າ ຄຳນຳຍຸດທະສາດຄວາມສະຫງົບແຫ່ງຊາດຊົ່ວຄາວ ໄດ້ຍົກອອກມາເມື່ອເດືອນ ມີນາ ປີ 2021 ໄດ້ຊີ້ແຈ້ງວ່າ ອາເມລິກາ ຈະເຮັດໃຫ້ສາຍພົວພັນຄູ່ຮ່ວມມືກັບ ອິນເດຍ ເລິກເຊິ່ງຂຶ້ນຕື່ມ, ຮ່ວມມືກັບ ນິວຊີແລນ, ສິງກະໂປ, ຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນໆໃນ ອາຊຽນ ເພື່ອຊຸກຍູ້ບັນດາເປົ້າໝາຍລວມ. ສິງກະໂປ ໄດ້ຮັບຖືວ່າ ແມ່ນຄູ່ຮ່ວມມືທີ່ໃກ້ຊິດທີ່ສຸດຂອງ ອາເມລິກາ ໃນພາກພື້ນ, ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານປ້ອງກັນຄວາມສະຫງົບ ທີ່ໄດ້ຮັບຄວາມເອົາໃຈໃສ່ ກໍຄື ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ອາເມລິກາ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຢູ່ ສິງກະໂປ, ທ່ານນາງ Kamala Harris ໄດ້ມີການພົບປະ ແລະ ການຖະແຫຼງຂ່າວຮ່ວມກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບການຮ່ວມມືກັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ລະບຽບກົດໝາຍ ແລະ ສິດເສລີໃນການເດີນເຮືອ, ລວມທັງຢູ່ທະເລຕາເວັນອອກ. ທ່ານນາງ Kamala Harris ກໍໄດ້ມີບົດກ່າວປາໄສກ່ຽວກັບວິໄສທັດຂອງອຳນາດການປົກຄອງ ທ່ານປະທານາທິບໍດີ Joe Biden ສຳລັບພາກພື້ນ.

ສ່ວນຢູ່ ຫວຽດນາມ, ທ່ານນາງຮອງປະທານາທິບໍດີ Kamala Harris ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ເພື່ອປຶກສາຫາລືໂດຍກົງກ່ຽວກັບ 3 ບັນຫາການເມືອງຕົ້ນຕໍ ເຊິ່ງທັງສອງປະເທດຕ່າງກໍມີຄວາມສົນໃຈໃນປັດຈຸບັນ, ລວມມີ ການຮ່ວມມືໃນການຕ້ານໂລກລະບາດໂຄວິດ - 19, ຊຸກຍູ້ການຮ່ວມມືດ້ານເສດະກິດ ແລະ ຄວາມໝັ້ນຄົງໃນພາກພື້ນ. ນອກຈາກນັ້ນ, ທ່ານນາງ Kamala Harris ກໍຈະມີການພົບປະກັບການນຳບາງທ່ານຂອງ ຫວຽດນາມ ອີກດ້ວຍ.

ຫວຽດນາມ - ອາເມລິກາ ແບ່ງປັນຫຼາຍຜົນປະໂຫຍດລວມ

ນັບແຕ່ເມື່ອຂຶ້ນກຳອຳນາດໃນຕົ້ນປີ 2021, ທ່ານປະທານາທິບໍດີ ອາເມລິກາ  Joe Biden ໄດ້ມີຄວາມສົນໃຈເຖິງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ໄລ່ຮອດຈຸດເວລານີ້, ຫວຽດນາມ ນອນໃນກຸ່ມ 7 ປະເທດ ທີ່ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຫຼາຍທີ່ສຸດຈາກ ອາເມລິກາ. ກ່ອນໜ້ານັ້ນ, ໃນການຢ້ຽມຢາມຫວຽດນາມຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຈະມອບຕູ້ແຊ່ແຂງເພື່ອຮັກສາວັກຊິນກັນໂຄວິດ - 19 ຈຳນວນ 77 ຕູ້ໃຫ້ແກ່ ຫວຽດນາມ. ເພື່ອຢັ້ງຢືນໃຫ້ແກ່ຄຳໝັ້ນສັນຍາຮ່ວມມືກັນຮັບມືກັບໂລກລະບາດໂຄວິດ - 19, ທ່ານນາງຮອງປະທານາທິບໍດີ Kamala Harris ຈະເຂົ້າຮ່ວມພິທີເປີດສະຫຼອງຫ້ອງການ CDC ອາເມລິກາ ປະຈຳ ຮ່າໂນ້ຍ. ນີ້ກໍແມ່ນໜຶ່ງໃນບັນດາຂີດໝາຍຂອງຜົນງານການຮ່ວມມືດ້ານການແພດປ້ອງກັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃນຊຸມປີຜ່ານມາ ເມື່ອ ອາເມລິກາ ມີຄວາມໄວ້ວາງໃຈ ເລືອກເຟັ້ນ ຫວຽດນາມ ເປັນປະເທດປະສານງານຕົ້ນຕໍໃຫ້ແກ່ການເຄື່ອນໄຫວຂອງຫ້ອງການ CDC ອາເມລິກາ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ການຄ້າ ກໍແມ່ນຫົວຂໍ້ຕົ້ນຕໍໜຶ່ງໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Kamala Harris. ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນໃນລະບົບສະໜອງທົ່ວໂລກ ແລະ ກໍແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 13 ຂອງ ອາເມລິກາ. ໂດຍບໍ່ຫົວຊາຕໍ່ສະພາບການໂລກລະບາດໂຄວິດ - 19, ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ຍັງມີການເຕີບໂຕຢ່າງແຮງ. ຫວຽດນາມ ກໍແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ຈາກທ່າອ່ຽງຫັນປ່ຽນລະບົບສະໜອງທົ່ວໂລກ ເມື່ອບັນດານັກລົງທຶນຕ່າງປະເທດເຂົ້າມາ ຫວຽດນາມ ເພື່ອຜະລິດສິນຄ້າສົ່ງອອກໄປຍັງ ອາເມລິກາ. ເຖິງຢ່າງໃດກໍຕາມ, ໂລກລະບາດໂຄວິດ - 19 ກໍ່ໄດ້ເຮັດໃຫ້ລະບົບສະໜອງຖືກຂາດວັກຂາດຕອນສ່ວນໃດສ່ວນໜຶ່ງ, ເປັນຕົ້ນ ແມ່ນບັນດາຂະແໜງເຄື່ອງກົນຈັກ, ເຕັກໂນໂລຢີ. ດັ່ງນັ້ນ, ການຢ້ຽມຢາມຂອງທ່ານນາງ Kamala Harris ຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ສອງປະເທດຊອກຫາມາດຕະການແກ້ໄຂໃຫ້ແກ່ບັນຫານີ້.

ດ້ວຍການຢ້ຽມຢາມ ສິງກະໂປ ແລະ ຫວຽດນາມ ໃນຄັ້ງນີ້, ທຳນຽບຂາວ ພວມຕັດສິນໃຈປະຕິບັດຄຳໝັ້ນໝາຍຮ່ວມມືກັບບັນດາຄູ່່ຮ່ວມມືສຳຄັນຢ່າງແໜ້ນແຟ້ນກວ່າອີກ ເພື່ອຕ້ານໂລກລະບາດໂຄວິດ - 19, ຟື້ນຟູການເຕີບໂຕເສດຖະກິດຄືນໃໝ່ ແລະ ແກ້ໄຂບັນດາສິ່ງທ້າທາຍໃນອະນາຄົດ ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ. ສິ່ງດັ່ງກ່າວສະແດງໃຫ້ເຫັນທັດສະນະຖືພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເປັນສຳຄັນຂອງ ອາເມລິກາ ໃນນະໂຍບາຍ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງຂອງຕົນ. ປະເທດ ອາເມລິກາ ໄດ້ ແລະ ກຳລັງກັບມາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເລີ່ມຕົ້ນການຢ້ຽມຢາມຂອງການນຳຂັ້ນສູງຄັ້ງຕ່າງໆ ດ້ວຍບັນດາບຸລິມະສິດ ແລະ ການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ./.


 

ຕອບກັບ

ຂ່າວ/ບົດ​ອື່ນ