ການສ້າງຕັ້ງພື້ນຖານສັນຕິພາບຢ່າງແທ້ຈິງຢູ່ Yemen ຍັງປະສົບກັບຄວາມຫຍຸ້ງຍາກຢູ່

(vovworld) - ການ​ເຈລະຈາ​ສັນຕິພາບ​ຢູ່ Yemen ພາຍ​ໃຕ້​ການ​ອຸປະຖຳ​ຂອງສະ​ຫະປະຊາ​ຊາດ, ອີກ​ຄັ້ງ​ໜຶ່ງ​ມີ​ໄພ​ຈະ​ຕົກ​ເຂົ້າ​ສູ່​ສະພາບ​ຈົນຕາ​ແຈ. ກຳລັງ Houthi, ​ເຊິ່ງ​ແມ່ນ​ກຳລັງ​ທະຫານ​ລາດ​ແຂງ​ແຮງ​ທີ່​ສຸດ​ຢູ່ Yemen ຕາມ​ນິກາຍ Shiite, ຫາ​ກໍ່​ປະຕິ​ເສດ​ບັນດາ​ຂໍ້​ສະ​ເໜີ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ແຜນການ​ສັນຕິພາບ, ຮຽກຮ້ອງ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຢູ່ Yemen ​ແມ່ນ​ເງື່ອນ​ໄຂ​ທຳ​ອິດ. ນອກ​ນັ້ນ, ສະພາບ​ເຄັ່ງ​ຕຶງ​​ໃນ​ພູມີ​ປະ​ເທດ​ຕົວ​ຈິງ ກໍ່​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ບໍ່​ມີ​ຄວາມ​ຫວັງ​ຕໍ່​ພື້ນຖານ​ສັນຕິພາບ​ຈະ​ໄດ້​ຮັບ​ການສ້າງ​ຕັ້ງ​ໂດຍ​ໄວ​ຢູ່​ປະ​ເທດ​ນີ້.

ການສ້າງຕັ້ງພື້ນຖານສັນຕິພາບຢ່າງແທ້ຈິງຢູ່ Yemen ຍັງປະສົບກັບຄວາມຫຍຸ້ງຍາກຢູ່ - ảnh 1
ແຜນການ​ເຈລະຈາ​ສັນຕິພາບ​ທັງ​ໝົດ​
ນັບ​ແຕ່​ກ່ອນ​ມາ​ນີ້​ລ້ວນ​ແຕ່​ຖືກ​ປະລາ​ໄຊ
(ພາບ​ປະ​ກອບ:  AFP/ TTXVN)

ອາດ​ຄືວ່າ ວິ​ກິດ​ການ​ຢູ່ Yemen ​​ແມ່ນສົງຄາມກາງ​ເມືອງເປີດ​ກວ້າງ ​ແລະ ມີ​ໄພ​ຂາດ​ສະຖຽນ​ລະ​ພາບ​ໃນ​ໄລຍະ​ຍາວ ​ເມື່ອ​ແຜນການ​ເຈລະຈາ​ສັນຕິພາບ​ທັງ​ໝົດ​ນັບ​ແຕ່​ກ່ອນ​ມາ​ນີ້​ລ້ວນ​ແຕ່​ຖືກ​ປະລາ​ໄຊ. ສະພາບ​ການ​ຢູ່ Yemen ມີ​ຄວາມວຸ້ນວາຍ​ນັບ​ແຕ່​ພາຍຫຼັງ​ສົງຄາມ​ກາງ​ເມືອງ​​ໂຄ່ນ​ລົ້ມ​ປະທານາ​ທິບໍດີ Ali Abdullah Saleh ​ເມື່ອ​ປີ 2012. ​ໄລ່​ມາ​ຮອດ​ປະຈຸ​ບັນ, ການ​ປະ​ທະ​ກັນ​ຢູ່ Yemen ​ໄດ້​ເຮັດ​ໃຫ້ 6.400 ກວ່າ​ຄົນ​ເສຍ​ຊີວິດ ​ແລະ ປະຊາຊົນ​ປະມານ 2,8 ລ້ານ​ຄົນ ​ຕ້ອງ​ຍ້າຍ​ອອກ​ຈາກ​ເຮືອນ​ຊານ​ເພື່ອ​ໄປ​ຫຼົບ​ໄພ. ປະຈຸ​ບັນ, ປະຊາຊົນ​ປະ​ເທດ​ນີ້ກວ່າ 80% ພວມ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ມະນຸດສະທຳ​ຢ່າງ​ຮີບ​ດ່ວນ.

        ຄວາມ​ຈົນຕາ​ແຈ​ໃການ​ຊອກ​ຫາ​ທັດສະນະ​ລວມ

        ​ໃນ​ການ​ຜັນ​ແປ​ໃໝ່​ສຸດ, ວັນ​ທີ 1/8, ຄະນະ​ຜູ້​ແທນ​ລັດຖະບານ Yemen ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ​ ໂດຍ​ສະຫະ​ປະຊາ​ຊາດ​ເປັນ​ຄົນ​ກາງ​ໄກ່​ເກ່ຍ ​ໄດ້​ຕົກລົງ​ອອກ​ຈາກ Kuwaid ພາຍຫຼັງ​ທີ່​ກຳລັງ Houthi ປະຕິ​ເສດ​ແຜນການ​ສັນຕິພາບ ​ໂດຍ​ສະຫະ​ປະຊາ​ຊາດ​ສະ​ເໜີ ​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ນັບ​ພັນ​ຄົນ​ຂອງ​ປະ​ເທດ​ນີ້​ຖືກ​ເສຍ​ຊີວິດ. ຮ່າງ​ຂໍ້​ຕົກລົງ, ​ໂດຍ ສະຫະ​ປະຊາ​ຊາດ​ຍົກ​ອອກ​ມາ, ພາຍຫຼັງ​ຮອບ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ​ຫຼາຍ​ເດືອນ​ຢູ່ Kuwaid, ​ໃນ​ນັ້ນ​ຮຽກຮ້ອງ​ໃຫ້​ພວກ​ທະຫານກະບົດ Houthi ຕ້ອງ​ຖອນ​ອອກ​ຈາກ​ນະຄອນຫຼວງ Sanaa ​ເຊິ່ງກຳລັງ​ນີ້​ໄດ້​ຢຶດຄອງ​ແຕ່​ເດືອນ 9/2014 ​ແລະ ຕ້ອງມອບ​ອາວຸດພາຍ​ໃນ​ເວລາ 45 ວັນ. ນີ້​ແມ່ນ​ແຜນການ​ເພື່ອ​ແນ​ໃສ່​ປ່ຽນ​ແທນ​ວິວັດທະນາ​ການ​ສັນຕິພາບ ​ໂດຍ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ບັນຫາ Yemen ທ່ານ Ismail Ould Cheikh Ahmed ຍົກ​ອອກ​ມາ​ກ່ອນ​ນັ້ນ. ຕາມ​ວິວັດທະນາ​ການ​ດັ່ງກ່າວ, ທ່ານ Cheikh Ahmed ສະ​ເໜີ​ສ້າງຕັ້ງ​ລັດຖະບານ​ສາມັກຄີ​ຢູ່ Yemen, ​ເຊິ່ງລວມມີ​ກຳລັງ​ລຸກ​ຮື້​ຂຶ້ນ, ​ເຊິ່ງ​ແມ່ນ​ສິ່ງ​ທີ່​ປະທານາທິບໍດີ Abd-Rabbu Mansour Hadi ບໍ່​ເຫັນ​ດີ​ເປັນ​ເອກະສັນ. ລັດຖະບານ Yemen ​ໄດ້​ເຫັນ​ດີ​ຕໍ່​ແຜນການ​ໃໝ່​ນີ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ Houthi ພັດ​ປະຕິ​ເສດ​ບັນດາ​ຂໍ້​ສະ​ເໜີ, ທັງ​ຢືນຢັນ​ຄືນ​ໃໝ່​ຄຳ​ຮຽກຮ້ອງ​ນັບ​ແຕ່​ດົນ​ນານມາ​ນີ້​ວ່າ, ​ເພື່ອ​ກ້າວ​ໄປ​ເຖິງ​ຂໍ້​ຕົກລົງ​ສັນຕິພາບ, ບັນດາ​ຝ່າຍ​ຕ້ອງ​ເຫັນ​ດີ​ເປັນ​ເອກະ​ພາບ​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ, ​ເຊິ່ງລວມມີ​ປະທານາທິບໍດີ​ຄົນ​ໃໝ່ ​ແລະ ລັດຖະບານ​ໃໝ່.

        ກ່ອນ​ໜ້າ​ນັ້ນ, ການ​ເຈລະຈາ​ສັນຕິພາບ Yemen ຄັ້ງ​ຕ່າງໆ ​ໂດຍ​ສະຫະ​ປະຊາ​ຊາດ​ອຸປະຖຳ ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ຈົນ​ຕາ​ແຈ, ​ເມື່ອ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ບໍ່​ສາມາດ​ເຫັນ​ດີ​ກ່ຽວ​ກັບ​ບັນດາ​ບັນຫາ​ຕົ້ນຕໍ. ຝ່າຍ Houthi ຮຽກຮ້ອງ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົນ​ຊາດ ກ່ອນ​ທີ່​ດຳ​ເນີນ​ບໍ່​ວ່າ​ມາດ​ຕະການ​ໃດໆ, ​ໃນ​ຂະນະ​ນັ້ນ, ຄະນະ​ຜູ້​ແທນ​ລັດຖະບານ Yemen ຮຽກຮ້ອງ​ປະຕິບັດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ຮຽກຮ້ອງ​ ຝ່າຍ Houthi ​ແລະ ບັນດາ​ພັນທະ​ມິດ​ຕ້ອງ​ຖອນ​ອອກ​ຈາກ​ບັນດາ​ເຂດ​ທີ່​ພວມ​ຢຶດຄອງ​ແຕ່​ປີ 2014, ​ໃນ​ນັ້ນ​ລວມທັງ​ນະຄອນຫຼວງ Sanaa ​ແລະ ຕ້ອງ​ມອບ​ຄືນ​ອາວຸດ​ໜັກ.

        ຄວາມ​ຂັດ​ແຍ້​ງກັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ເມື່ອ​ວັນ​ທີ 28/7 ຜ່ານ​ມາ ຝ່າຍ Houthi ພ້ອມ​ກັບ​ພັນທະ​ມິດ​ ແມ່ນ​ພັກ​ກອງ​ປະຊຸມ​ໃຫຍ່​ປະຊາຊົນ​ທົ່ວ​ປະ​ເທດ (GPC) ຂອງ​ອາດີດ​ປະທານາທິບໍດີ Ali Abdullah Saleh ປະກາດ​ສ້າງ​ຕັ້ງ “ສະພາ​ການ​ເມືອງ​ສູງ​ສຸດ” ລວມຂອງ​ສອງ​ກຳລັງ​ນີ້​ເພື່ອ​ບໍລິຫານ​ປະ​ເທດ. ລັດຖະບານ Yemen ຖື​ການ​ກະທຳ​ດັ່ງກ່າວ​ແມ່ນ “ການ​ ລັດຖະປະຫານ​ໃໝ່” ​ແລະ ຖະ​ແຫຼ​ງ​ບໍ່​ພົບ​ປະ​ເຈລະຈາຢ່າງ​ເດັດຂາດ. ​ໃນ​ຂະນະ​ນັ້ນ, ການ​ປະ​ທະ​ກັນ​ລະຫວ່າງ​ທະຫານ Yemen ກັບ​ພວກ​ກະບົດ Houthi ຢູ່​ເຂດ​ຊາຍ​ແດນ​ ​ໄດ້​ເກີດ​ຂຶ້ນຢ່າງ​ລຽນຕິດ​​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ.

        ຄວາມ​ຂັດ​ແຍ້​ງລະຫວ່າງ​ນິກາຍ​ສາສະໜາ

        ຄວາມ​ສັບສົນຂອງ​ວິ​ກິດ​ການ Yemen ​ແມ່ນ​ເລີ່​ມມາ​ຈາກ​ການ​ຂັດ​ແຍ້​ງກັນ​ລະຫວ່າງ​ນິກາຍ​ສາສະໜາ. ຢູ່ Yemen ກໍ່​ຄື​​ເຂດ​ຕາ​ເວັນ​ອອກ​ກາງ ຄວາມຂັດ​ແຍ້​ງກັນ​ລະຫວ່າງນິກາຍ Shiite ​ແລະ Sunni ຂອງ​ສາສະໜາ​ອິດສະ​ລາມ​ເກີດ​ຂຶ້ນ​ຢ່າງ​ລຽນຕິດ, ຍ້ອນ​ມີ​ຄວາມ​ເຂົ້າ​ໃຈ​ແຕກ​ຕ່າງ​ກັນກ່ຽວ​ກັບ​ຜູ້​ສືບ​ທອດ​ບາດ​ຫຼວງ Mohammad. ຊາວ Yemen ສ່ວນ​ຫຼາຍ​ແມ່ນ​ຖື​ສາສະໜາ​ອິດສະ​ລາມ ​ແຕ່​ພັດແບ່ງອອກ​ເປັນ​ສອງ​ນິກາຍ Shiite ​ແລະ Sunni. ສະພາບ​ການ​ຍິ່ງ​ສັບສົນກວ່າ ນັບ​ແຕ່​ ປີ 2009, Yemen ກາຍ​ເປັນ​ຖານ​ທີ່​ໝັ້ນ​ຂອງ Al -Qaeda. ​ແນວ​ຄິດ​ຂອງ Al -  Qaeda ​ແມ່ນ​ອີງ​ໃສ່​ແນວ​ຄິດຂອງ ນິກາຍ Sunni ສະ​ນັ້ນ​ຈຶ່ງ​ເກີດ​ການ​ປະ​ທະ​ກັນ​ກັບ ຝ່າຍ Hauthi (​ເຊື່ອ​ຖືນິກາຍ Shiite). ​ດັ່ງ​ນັ້ນ, ຝ່າຍ Hauthi ກໍ່​ແມ່ນ​ກຸ່ມ​ຕໍ່ສູ້ ຕ້ານ Al -  Qaeda. ​ແລະ Yemen ກາຍ​ເປັນ​ສະໜາມຮົບ​ໃຫ້​ລັດທິ​ຫົວ​ຮຸນ​ແຮງ​ລະຫວ່າງ​ທະຫານ​ລັດຖະບານ ​ກັບ ກຳລັງ Hauthi ​ແລະ ສາຂາ​ຂອງ Al -  Qaeda.

        ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ທະຫານ​ລາດ​ແຂງ​ແຮງ​ທີ່ສຸດ​ຂອງ Yemen, ກຳລັງ Hauthi ຢູ່​ທິດ​ເໜືອ Yemen​ເຄີຍ​ປະ​ເຊີນ​ໜ້າ​ກັບ​ລັດຖະບານ​ສູນ​ກາງ​​ແຕ່​ປີ 2009-2011, ປະທານາທິບໍດີ Ali Abdullah Saleh  ຖືກ​ໂຄ່ນ​ລົ້ມ ​ແລະ ທ່ານ Abd-Rabbu Mansour Hadi ຂຶ້ນ​ກຳ​ອຳນາດ​ປະທານາທິບໍດີ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ. ​ເດືອນ 1/2015, ກຳລັງ Houthi ​ໄດ້​ບັງຄັບ​ໃຫ້​ປະທານາທິບໍດີ Hadi ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ​ເດືອນ 2/2015, ບັ້ນ​ຮົບ​ເຄັ່ງ​ຕຶງ​ເຮັດ​ໃຫ້​ທ່ານ Hadi ຕ້ອງ​ໜີ​ໄປ​ຍັງ​ນະຄອນ Aden (ພາກ​​ໃຕ້ Yemen) ຫຼັງ​ຈາກ​ນັ້ນ​ຕ້ອງ​ໄປ​ຍັງ ອາ​ຮາ​ບີ ຊາ​ອຸ​ດີ ​ເພື່ອ​ຮຽກຮ້ອງ​ການ​ກູ້​ຊ່ວຍ. ວັນ​ທີ 25/3, ທະຫານ​ປະສົມ 10 ປະ​ເທດ​ເຂ​ດອ່າວ ​ແລະ ອາຣັບ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ກີດຂວາງ​ພວກ​ກະບົດ Houthi ບໍ່​ໃຫ້​ບຸກ​ເຂົ້າ​ພາກ​ໃຕ້. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ປະ​ເທດ Yemen ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ໃຊ້​ຄວາມ​ຮຸ​ນ​ແຮງ ​ແລະ ​ແບ່ງ​ແຍກ.

        ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ສະຫະ​ປະຊາ​ຊາດ, ບັນດາ​ຝ່າຍ​ຢູ່ Yemen ຍັງ​ບໍ່​ທັນ​ຊອກ​​ທາທັດສະນະ​ລວມ​​ ກ່ຽວ​ກັບ​ພາກສ່ວນ​ເຂົ້າ​ຮ່ວມ​ກົງຈັກ​ອຳນາດ​ການ​ປົກຄອງ​ຂ້າມ​ຜ່ານ​ໄດ້ເທື່ອ. ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ບໍ່​ທັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​, ໝາຍ​ຄວາມ​ວ່າ​ສະພາບ​ເຄັ່ງຕຶງ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ຈະ​ບໍ່​ສາມາດ​ແກ້​ໄຂ​ໄດ້​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ