ການຫາສຽງເລືອກຕັ້ງເປັນປະທານາທິບໍດີຢູ່ອາເມລິກາ

ການຫາສຽງເລືອກຕັ້ງເປັນປະທານາທິບໍດີຢູ່ອາເມລິກາ - ảnh 1

ທ່ານ Mitt Romney ແມ່ນຄູ່ແຂ່ງຂອງທ່ານ Obama

ໃນການເລືອກຕັ້ງປະທານາທິບໍດີຈະມາເຖິງ (ພາບ:vietnamnet.vn )

(vovworld) -  ຍັງ​ມີ​ເວລາ​ພຽງ​​ເກືອບ 4 ​ເດືອນ​ເທົ່າ​ນັ້ນ, ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ຖືກຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ, ​ແລະ ​ໄລຍະ​ເວລາ​ນີ້, ການ​ຊ່ວງ​ເສ​ັງລະຫວ່າງຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ 2 ທ່ານ ຂອງພັກ​ປະຊາທິປະ​ໄຕ  ​ແມ່ນ​ປະທານາທິບໍດີ Barack Obama ​ແລະ ຄູ່ແຂ່ງຂອງ​ພັກສາ​ທາ​ລະນະ​ລັດ​ແມ່ນ​ ອະດີດຜູ້​ວ່າການ​ທ່ານ Mitt Rommey ພວມ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ. ປະຈຸ​ບັນ, ຍັງ​ບໍ່​ທັນມີຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ ​ທ່ານ​ໃດ ​ຍາດ​ໄດ້​ການ​ສະໜັບສະໜູນ​ຢ່າງ​ຂາດ​ຂັ້ນ. ຫາງ​ສຽງ​ອາ​ເມ​ລິ​ກາ​ພວມລໍຖ້າຄຳ​ຕອບ​ໃຜ​ຈະ​ໄດ້​ຮັບ​ໄຊຊະນະ ?

        ​ໄລ່​ມາ​ຮອດ​ປະຈຸ​ບັນ, ​ໂດຍ​ຜ່ານ​ການ​ຢັ່ງ​ຫາງ​ສຽງ 13 ຄັ້ງ, ລ້ວນ​ແຕ່​ເຫັນ​ວ່າ​ໝາກຜົນ​ເກືອບ​ຄື​ວ່າ​ຄ້າຍຄື​ກັນ. ບໍ່​ທັນ​ມີຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ ທ່ານ​ໃດ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຂາດ​ຂັ້ນ. ຕາມ Washington Pot/ ABC, ວັນ​ທີ 10/7 ​ແລ້ວ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ ທັງ​ສອງ​ທ່ານ​ໄດ້​ຮັບ​ການ​ສະໜັບສະໜູນ​ເທົ່າ​ກັນ​ແມ່ນ (47%). ສ່ວນ​ໝາກຜົນ​ແຫ່ງ​ການ​ທາ​ບທາມ​ຄວາມ​ເຫັນ​ຂອງ  Quinnipiac University Polling Institute ​​ທີ່ປະກາດ​ເມື່ອ​ວັນ​ທີ 11/7 ​ແລ້ວ, ທ່ານ Barack Obama ​ໄດ້​ຊະນະ​ທ່ານ Mitt Rommey ດ້ວຍ​ອັດຕາ 43% - 40%, ສ່ວນ​ຕາມ​ສະ​ຖາ​ບັນ Gallup ​ແລະ  Hufpost ​ແລ້ວ ອັດຕາ​ການສະໜັບສະໜູນ​ລະຫວ່າງຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ 2 ທ່ານ ​ແມ່ນ 47%-45% ​ແລະ 45,9% - 44,1%. ຍ້ອນ​ເຫດ​ນັ້ນ, ບັນດາ​ຜູ້​ຊ່ຽວຊານ​ໄດ້​ຄາດ​ຄະ​ເນ​ວ່າ, ການ​ຍາດ​ແຍ່ງ​ບັດ​ສະໜັບສະໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ໄລຍະ​ທີ່​ຍັງ​ເຫຼືອ​ຂອງ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ປີ 2012 ນີ້ ຈະ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ​ທີ່​ສຸດ.

        ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ອິດ​ທິພົນ​ຊື່​ສຽງ​​ຄູ່​​ແຂ່ງ​ຂອງ​ຕົນທາງ​ສື່​ມວນ​ຊົນ. ວັນ​ທີ 14/7, ກ່າວ​ຄວາມ​ເຫັນ​ໃນ​ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່  Virginia, ທ່ານ Barack Obama ​ໄດ້​ກ່າວ​ຫາ ທ່ານ Mitt Rommey ​ແມ່ນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ໜຶ່ງ​ທີ່​ເຄີຍ​ສົ່ງ​ອອກ​ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ອາ​ເມ​ລິ​ກາ​​ອອກ​ຕ່າງປະ​ເທດ ​ແລະ ປັດ​ເຂ່ຍ​ກຳມະກອນ​ເທົ່າ​ນັ້ນ, ກໍ່​ຄື​ຕຳ​ໜິຕິຕຽນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເຊິ່ງ ທ່ານ Mitt Rommey ​ໄດ້​ວາງ​ອອກ​ໃນ​ຂະນະ​ທີ່​ ”ບໍ່​ມີ​ແຜນ​ນະ​ໂຍບາຍ​ຍົກ​ອອກ​ວິວັດ​ການ​ຖອນ​ທະຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ສະໜາມຮົບ​ຢູ່ ອາບ​ກາ​ນິສະຖານ”. ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ຊັບ​ສົມບັດ​ຂອງທ່ານ Mitt Rommey ​ແມ່ນມີ​ມູນ​ຄ່າ​ປະມານ 250 ລ້ານ USD, ​ໄດ້​ກາຍ​ເປັນ​ບັນຫາ​ໃຫຍ່, ອີງ​ໃສ່​ຕົວ​ເລກ​ສະຖິຕິ​ດັ່ງກ່າວ, ທ່ານ Barack Obama ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ແຫ່ງ​ຊາດ​ຈົ່ງ​ຢຸດຕິ​ການ​ຍົກ​ເວັ້ນອາກອນ​ໃຫ້​ແກ່​ຜູ້​ຮັ່ງມີ, ​ຕາມ​ການ​ປະກາດ​ໃຊ້​ຂອງປະທານາທິບໍດີ​ພັກສາ​ທາ​ລະນະ​ບັດ George W Bush ​​ກ່ອນກຳນົດ​ເວລາ ​ແລະ ​ແກ່​ຍາວ​ການ​ຍົກ​ເວັ້ນອາກອນ​ໃຫ້​ແກ່​ຜູ້​ທີ່​ມີ​ລາຍ​ຮັບ​ຕຳ່​ກວ່າ 250.000 USD/ປີ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ Virginia.

        ກົງກັນຂ້າມ, ທ່ານ Mitt Rommey ກໍ່​ຕຳ​ໜິຕິຕຽນ ທ່ານ Barack Obama  ​ໄດ້​ຫຼຸດຜ່ອນ​ງົບປະມານ​ດ້ານ​ການ​ທະຫານ, ​ເຊິ່ງພຽງ​ແຕ່​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຕົ້ນ​ປີ 2013, ພາຍຫຼັງ​ທີ່​ສະພາ​ແຫ່ງ​ຊາດ​ບໍ່​ມີ​ມາດ​ຕະການ​ໃດໆ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ການ​ຂາດ​ດຸນງົບປະມານ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ​ກາຍ​ນີ້. ການ​ປະລາ​ໄຊ​ຂອງ​ອຳນາດ​ການ​ປົກຄອງ  Barack Obama  ​ໃນ​ການ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ ​ໄດ້​ກາ​ຍເປັນ​ທ່າ​ໄດ້​ປຽບ​ຂອງ​ຝ່າຍ​ສາທາລະນະລັດ. ວັນ​ທີ 11/7, ກ່າວ​ຄວາມ​ເຫັນ​ຕໍ່​ສະຫະ​ສະມາຄົມ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ຄົນ​ຜີວ​ສີ, ​ເຊິ່ງ​ແມ່ນ​ອົງການ​ປົກ​ປ້ອງ​ສິດ​ພົນລະ​ເຮືອນ​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ, ທ່ານ Mitt Rommey ​ໄດ້​ອອກສຽງ​ປົກ​ປັກ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ. ບົດ​ປາ​ໄສ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຫັນ​ທ່ານ Rommey, ​ເສດ​ຖີ​ເງິນ​ລ້ານ ​ແລະ ມີ​ຊື່​ສຽງ​ວ່າ​​ແມ່ນ​ຜູ້ຫ່າງ​ເຫີ​ນກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງນັ້ນ ກາຍ​ເປັນ​ຜູ້​ໃກ້​ສິດ​ຕິດ​ແທດ​ກັບ​ຄົນ​ຜີວ​ສີ. ສ່ວນ​ອະດີດ​ຜູ້​ວ່າການ Massachusetts ກໍ່ຖື​ວ່າ ອາຍຸ​ການ​ປະທານາທິບໍດີ​ຂອງທ່ານBarack Obama  ​ເຖິງ​ວ່າ​ມີ​ລັກສະນະ​ປະຫວັດສາດ ​ແຕ່​ຍັງ​ບໍ່​ທັນ​ມີ​ຄວາມ​ສາມາດ​ຢ່າງພຽງພໍ ​ເພື່ອ​ຊ່ວຍ​ຊາວ ອາ​ເມ​ລິ​ກາ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ອຶດ​ຫີ​ວ ​ແລະ ພາ​ໃຫ້​ຊີວິດ​ຂອງຫຼາຍ​ຄອບຄົວ​ຜີວ​ສີ​ຖືກ​ຖອຍຫຼັງ. ສ່ວນ​ທ່ານ​ປະທານາທິບໍດີ Barack Obama , ວັນ​ທີ 12/7, ກໍ່​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ ​ເພາະວ່າ ບໍ່​ສາມາດ​ຊຸກຍູ້​ຄວາມ​ສາມັກຄີ​ຊົນ​ຊາດ, ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ປະ​ເອີ​ບ​ໃຈ​ໄວ​ກວ່າ​ໃນ​ອະ​ຍຸ​ການ​ທຳ​ອິດ​ຂອງ​ຕົນ​ຢູ່​ທຳນຽບຂາວ. ນີ້​ແມ່ນ​ສິ່ງ​ທີ່​ບໍ່​ສະດວກ​ໃຫ້​ແກ່​ຝ່າຍ​ປະຊາທິປະ​ໄຕ​ໃນ​ການ​ແຂ່ງຂັນ​ຈະ​ມາ​ເຖິງ.

        ປະຈຸ​ບັນ​ການ​ຊ່ວງ​ເສັ​ງ​ເຂົ້າ​ທີ່​ນັ່ງ​​ປະທານາທິບໍດີ​ອາ​ເມ​ລິ​ກາ ພວມ​ຢູ່​ໃນ​ໄລຍະ​ຂ້ຽວຂາດ. ບໍ່​ມີ​ໃຜ​ສາມາດ​ຄາດ​ຄະ​ເນ​ໄດ້​ວ່າ​ຝ່າຍ​​ໃດ​ຈະ​ຍາດ​ໄດ້​ການ​ສະໜັບສະໜູນສ່ວນ​ຫຼາຍ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ຍ້ອນ​ການ​ແຂ່ງຂັນ​ທີ່​ຂ້ຽວ​ຂາດນີ້​ເອງ ​ໄດ້​ສ້າງ​ຄວາມ​ສົນ​ໃຈ​​ເຖິງ​ການ​ເລືອກ​ຕັ້ງ​ຢູ່​ອາ​ເມ​ລິ​ກາ. ​ແຕ່​ເຖິງ​ວ່າ​ໄຊ​ຊະນະ​ຈະ​ຂຶ້ນ​ກັບ​ຝ່າຍ​ໃດ, ສິ່ງ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາຖະໜາ​ນັ້ນ​ແມ່ນ, ຜູ້​ນັ້ນ​ຕ້ອງ​ມີ​ທິດ​ທາງ, ​ແຜນການ​ຢ່າງ​ລະອຽດ, ​ເພື່ອ​ຊ່ວຍ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ອາ​ເມ​ລິ​ກາ​​ໃຫ້​ດີ​ຂຶ້ນໃນ​ສະຖານະ​ການ​ທີ່ເສດຖະກິດ​ພວມ​ຖືກ​ຊຸດ​ໂຊມ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ