ກາ​ນ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ: ເສົາ​ຄ້ຳ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ, Joe Biden ພ້ອມກັບວິສາຫະກິດໃຫຍ່ຫຼາຍແຫ່ງຂອງສອງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຫວຽດນາມ - ອາເມລິກາ ກ່ຽວກັບການລົງທຶນ ແລະ ນະວັດຕະກຳ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 11 ກັນຍາ ຢູ່ ຮ່າໂນ້ຍ. ນີ້ກໍແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ໄດ້ຮັບຖືວ່າ ແມ່ນເສົາຄ້ຳໃໝ່ຂອງການພົວພັນສອງຝ່າຍ, ພາຍຫຼັງທີ່ ຫວຽດນາມ - ອາເມລິກາ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.
ກາ​ນ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ: ເສົາ​ຄ້ຳ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Joe Biden (ພາບ: VOV)

ທີ່ກອງປະຊຸມສຸດຍອດ ຫວຽດນາມ - ອາເມລິກາ ກ່ຽວກັບການລົງທຶນ ແລະ ນະວັດຕະກຳ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ໜຶ່ງໃນບັນດາເນື້ອໃນຈຸດສຸມຂອງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ເປັນການຊຸກຍູ້ການພັດທະນາເສດຖະກິດ ຫວຽດນາມ ໃນຂົງເຂດເຕັກໂນໂລຢີ, ນະວັດຕະກຳ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຫັນດີເປັນເອກະພາບນຳຂົງເຂດເຕັກໂນໂລຢີ, ນະວັດຕະກຳ ແລະ ການລົງທຶນກາຍເປັນເສົາຄ້ຳໃໝ່ທີ່ມີຄວາມສຳຄັນຢ່າງແທ້ຈິງ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.

ເສົາຄ້ຳໃໝ່ຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ການວາງເປົ້າໝາຍຮອດປີ 2030 ກາຍເປັນປະເທດພວມພັດທະນາມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຫວຽດນາມ ຍາມໃດກໍກຳນົດວ່າ ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ແມ່ນໜຶ່ງໃນບັນດາກຳລັງໜູນຫຼັກແຫຼ່ງຂອງການພັດທະນາປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍປາດຖະໜາວ່າ ອຳນາດການປົກຄອງ ກໍຄື ປະຊາຄົມວິສາຫະກິດ ອາເມລິກາ ຈະຍູ້ແຮງການສະໜັບສະໜູນການເມືອງ, ໃຫ້ຄຳໝັ້ນສັນຍາກ່ຽວກັບທຶນຮອນ, ວິທະຍາສາດເຕັກໂນໂລຢີ ແລະ ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໜູນຊ່ວຍ ຫວຽດນາມ ໃນການຫັນປ່ຽນຮູບແບບການເຕີບໂຕ, ສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມທິດ ພັດທະນາສີຂຽວ, ວ່ອງໄວ, ຍືນຍົງ ແລະ ກວມລວມ. ຕາມທ່ານນາຍົກລັດຖະມົນຕີ, ສອງຝ່າຍກໍຮ່ວມມື, ແບ່ງປັນບົດຮຽນ, ຊ່ວຍເຫຼືອເຊິ່ງກັນແລະກັນ ດ້ວຍຈິດໃຈ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແບ່ງປັນຄວາມສ່ຽງນຳກັນ.

“ຕາມຂ້າພະເຈົ້າແລ້ວ, ແຫຼ່ງກຳລັງ ໄດ້ເລີ່ມມາຈາກຈິນຕະນາການ ແລະ ວິໄສທັດ, ກຳລັງໜູນ ໄດ້ເລີ່ມມາຈາກນະວັດຕະກຳ, ກຳລັງແຮງ ເລີ່ມມາຈາກປະຊາຊົນ ແລະ ວິສາຫະກິດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ສະແດງໃຫ້ເຫັນຈິນຕະນາການໃໝ່, ວິໄສທັດໃໝ່, ກຳລັງໜູນໃໝ່ ແລະ ສ້າງເປັນແຫຼ່ງກຳລັງແຮງໃໝ່, ຄຸນຄ່າໃໝ່. ພວກເຮົາພ້ອມກັນຮ່ວມມືແບ່ງປັນແລກປ່ຽນບົດຮຽນ, ປະສົບການນຳກັນ, ແບ່ງປັນຄວາມສ່ຽງນຳກັນ ແລະ ຖືຜົນສຳເລັດຂອງພວກເພື່ອນກໍແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ”.

ໂດຍເຫັນດີກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານາທິບໍດີ ອາເມລິກາ, Joe Biden ຕີລາຄາວ່າ ຈຸດເວລາປັດຈຸບັນ ແມ່ນໂອກາດເພື່ອໃຫ້ສອງປະເທດຊຸກຍູ້ການພົວພັນ, ບໍ່ພຽງແຕ່ໃນຂົງເຂດການລົງທຶນ, ນະວັດຕະກຳເທົ່ານັ້ນ ຫາກນັບທັງໃນທຸກຂົງເຂດອີກດ້ວຍ, ເພື່ອແນໃສ່ນຳມາເຊິ່ງຄວາມວັດທະນາຖາວອນລວມ. ໂດຍຖືວ່າ ນີ້ກໍແມ່ນຈຸດເວລາເລີ່ມຕົ້ນ ແລະ ສອງປະເທດ, ວິສາຫະກິດສອງປະເທດ ຕ້ອງພ້ອມກັນປັບປຸງ, ເພີ່ມທະວີການຮ່ວມມື ເພື່ອກ້າວເດີນໄປໄກກວ່າໃນອະນາຄົດ, ທ່ານປະທານາທິບໍດີ Joe Biden ກໍໃຫ້ຄຳໝັ້ນສັນຍາວ່າ ອາເມລິກາ ຈະຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ກ່ຽວກັບເຕັກໂນໂລຢີ ຜະລິດ chip, ທາດເຄິ່ງຊັກນຳໄຟຟ້າ, ນະວັດຕະກຳ, ຫັນເປັນສີຂຽວ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເຂົ້າຮ່ວມລະບົບມູນຄ່າຂອງພາກພື້ນ ແລະ ສາກົນ ຢ່າງເລິກເຊິ່ງກວ້າງຂວາງກວ່າ.

ກາ​ນ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ: ເສົາ​ຄ້ຳ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 2ກອງປະຊຸມສຸດຍອດ ຫວຽດນາມ - ອາເມລິກາ ກ່ຽວກັບການລົງທຶນ ແລະ ນະວັດຕະກຳ (ພາບ: VOV)

ການເພີ່ມລະດັບຄວາມໄວການລົງທຶນເຂົ້າໃນລະບົບສະໜອງເຕັກໂນໂລຢີສູງ

        ເມື່ອຕີລາຄາກ່ຽວກັບຄວາມອາດສາມາດຫັນບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງວິສາຫະກິດສອງປະເທດໃຫ້ປະກົດຜົນເປັນຈິງ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ໃຫ້ຮູ້ວ່າ: ການກຳນົດທິດຂອງ ຫວຽດນາມ ແມ່ນດຶງດູດນັກລົງທຶນໂດຍມີການຄັດເລືອກ ມຸ່ງໄປເຖິງການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ.

        ຕາມນັ້ນແລ້ວ, ຫວຽດນາມ ໃຫ້ບຸລິມະສິດບັນດາໂຄງການຄືເຕັກໂນໂລຢີສູງ, ເອເລັກໂຕນິກ, ທາດເຄິ່ງຊັກນຳໄຟຟ້າ, ນະວັດຕະກຳ, ພະລັງງານທົດແທນ, ພະລັງງານໃໝ່ (ໄຮໂດຼເຈນ), ສູນການເງິນ, ການຄ້າການບໍລິການທັນສະໄໝ, ສ້າງໂຄງປະກອບພື້ນຖານໂຄງລ່າງ, ການເຄື່ອນໄຫວຄົ້ນຄວ້າ ແລະ ພັດທະນາ. ທ່ານລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຂໍ້ສັງເກດວ່າ, ນີ້ແມ່ນບັນດາຂົງເຂດທີ່ມີທ່າແຮງຂອງຫຼາຍວິສາຫະກິດ ອາເມລິກາ, ສະນັ້ນ, ສອງຝ່າຍຍັງມີກຳລັງຮ່ວມມືບົ່ມຊ້ອນຫຼາຍຢ່າງ.

        ທ່ານລັດຖະມົນຕີ ຫງວຽນຈີຢຸງ ສະເໜີໃຫ້ບັນດາວິສາຫະກິດ ອາເມລິກາ ສືບຕໍ່ເພີ່ມທະວີການລົງທຶນ, ເປີດກວ້າງ ຢູ່ ຫວຽດນາມ, ໜູນຊ່ວຍວິສາຫະກິດພາຍໃນເຂົ້າຮ່ວມລະບົບມູນຄ່າຢ່າງເລິກເຊິ່ງ.

        ໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນຊ່ວຍເຫຼືອໃນເບື້ອງຕົ້ນ ດ້ວຍມູນຄ່າ 2 ລ້ານ USD ໃຫ້ແກ່ ຫວຽດນາມ ເພື່ອຮັບໃຊ້ການສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດທາດເຄິ່ງຊັກນຳໄຟຟ້າ. ໃນຂົງເຂດການບິນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອກຸ່ມບໍລິສັດ Boeing ພັດທະນາລະບົບນິເວດການຜະລິດຊີ້ນສ່ວນ, ເຄື່ອງອາໄຫຼ່, ສູນບຳລຸງຮັກສາເຄື່ອງອຸປະກອນ, ເຄື່ອງຈັກເຮືອບິນ ລະດັບພາກພື້ນຢູ່ ຫວຽດນາມ.

        ໃນກອງປະຊຸມ, 14 ວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແລກປ່ຽນຢ່າງເປີດອົກເປີດໃຈ, ກົງໄປກົງມາ ແລະ ແທດຈິງ ກ່ຽວກັບໂອກາດຮ່ວມມືລົງທຶນ, ໃນນັ້ນ, ສຸມໃສ່ 4 ຂົງເຂດຕົ້ນຕໍເປັນຕົ້ນແມ່ນ ເຕັກໂນໂລຢີ ແລະ ນະວັດຕະກຳ; ການລົງທຶນຜະລິດ, ການບໍລິການດ້ານການເງິນ ແລະ Fintech ແລະ ການຄ້າ, ການບໍລິການ. ບັນດາວິສາຫະກິດ ຫວຽດນາມ ສະແດງຄວາມສົນໃຈຢາກຮ່ວມມືກັບບັນດາວິສາຫະກິດ ອາເມລິກາ ໃນບັນດາຂົງເຂດການເງິນ, ເຕັກໂນໂລຢີສູງ, ພະລັງງານທົດແທນ, ການເງິນ, ການຫັນເປັນສີຂຽວ, ການຜະລິດເຊື້ອເພີງສະອາດ, ໄຮໂດຼເຈນ, ເຕັກໂນໂລຢີການບິນອາວະກາດ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ປັນຍາປະດິດ. ໃນຂະນະນັ້ນ, ບັນດາວິສາຫະກິດ ອາເມລິກາ ກໍ່ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບວິສາຫະກິດ ຫວຽດນາມ ໃນການຜະລິດທາດເຄິ່ງຊັກນຳໄຟຟ້າ, chip ເອເລັກໂຕນິກ, ພັດທະນາອິນເຕີເນັດ 5G, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປຸກສ້າງການ Startup, ນະວັດຕະກຳ.

        ບັນດານັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ ໜຶ່ງໃນບັນດາລັກສະນະສຳຄັນທີ່ສຸດຂອງການພົວພັນດ້ານເສດຖະກິດ ລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນລັກສະນະເສີມສ້າງຢ່າງໃຫຍ່ຫຼວງຂອງສອງພື້ນຖານເສດຖະກິດ. ດັ່ງນັ້ນ, ດ້ວຍການຍົກລະດັບການພົວພັນສອງຝ່າຍ, ບັນດາວິສາຫະກິດ ຫວຽດນາມ ຈະມີໂອກາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ ໂດຍຜ່ານການຮ່ວມມືກັບບັນດາວິສາຫະກິດ ອາເມລິກາ ຫຼື ເປີດກວ້າງການເຄື່ອນໄຫວຢູ່ຕະຫຼາດ ອາເມລິກາ./.

ຕອບກັບ

ຂ່າວ/ບົດ​ອື່ນ