ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ອີ​ຕາ​ລີ, ຫວຽດ​ນາມ ວາ​ຕີ​ກັງ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພວມມີການຢ້ຽມຢາມ ທາງລັດຖະກິດ ຢູ່ປະເທດ ສ.ອີຕາລີ ແລະ ສຳນັກ ວາຕີກັງ ໃນລະຫວ່າງວັນທີ 25 – 28 ກໍລະກົດ ປີ 2023, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ອີຕາລີ Sergio Mattarella ແລະ ສັນຕະປາປາ Francis.  ໃນສະພາບການ ຫວຽດນາມ - ອີຕາລີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 - 2023), ການຢ້ຽມຢາມຂອງທ່ານປະທານປະເທດ ໄດ້ເປັນການເປີດໄລຍະພັດທະນາໃໝ່ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີປະສິດທິຜົນກ່ວາເກົ່າ ລະຫວ່າງ ຫວຽດນາມ ແລະ ອີຕາລີ. ການຢ້ຽມຢາມນີ້ຍັງມີຄວາມໝາຍສຳຄັນໃນການຊຸກຍູ້ການພົວພັນ ຫວຽດນາມ - ວາຕີກັງ.

ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ອີ​ຕາ​ລີ, ຫວຽດ​ນາມ ວາ​ຕີ​ກັງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ເລີ່ມຕົ້ນການ ຢ້ຽມຢາມ ທາງລັດຖະກິດ ຢູ່ປະເທດ ສ.ອີຕາລີ ແລະ ສຳນັກ ວາຕີກັງ(ພາບ: TTXVN)

ການຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ ແລະ ອີຕາລີມີຄວາມໝາຍສຳຄັນໃນການຊຸກຍູ້ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ກັບບັນດາປະເທດ, ພ້ອມທັງ ກໍ່ຊຸກຍູ້ການພົວພັນ ຫວຽດນາມ - ສະຫະພາບເອີລົບ (EU) ແລະ ການພົວພັນລະຫວ່າງ ອາຊຽນ - EU.

ການຮ່ວມມືຫຼາຍຮູບຫຼາຍແບບໃນການພົວພັນລະຫວ່າງ ຫວຽດນາມ - ອີຕາລີ

ນັບແຕ່ເວລາ ຫວຽດນາມ - ອີຕາລີ ສ້າງຕັ້ງການພົວພັນທາງການທູດ ໃນວັນທີ 23 ມີນາ ປີ 1973, ການພົວພັນດ້ານການເມືອງ ລະຫວ່າງສອງປະເທດ ໄດ້ຮັບການປັບປຸງ ແລະ ພັດທະນາໂດຍໄວ. ພິເສດນັບແຕ່ເວລາສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນມັງກອນປີ 2013, ສອງປະເທດໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດຄື: ການເມືອງ, ການທູດ, ເສດຖະກິດ, ວິທະຍາສາດ, ການສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການປົກປັກຮັກສາສິ່ງແວດລ້ອມ, ເຊື່ອມຕໍ່ລະຫວ່າງທ້ອງຖິ່ນ. ສອງຝ່າຍໄດ້ຮັກສາການພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ບັນດາກົນໄກຮ່ວມມືສອງຝ່າຍເປັນປະຈຳ. ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການຢ້ຽມຢາມ ອີຕາລີ ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ (ເດືອນມັງກອນປີ 2013), ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ (ເດືອນມີນາ ປີ 2014), ທ່ານປະທານປະເທດ ເຈິ່ນດ້າຍກວາງ (ເດືອນພະຈິກ ປີ 2016). ຫວ່າງມໍ່ໆມານີ້, ໃນເດືອນທັນວາ ປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ Giorgia Meloni ຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ - EU ຢູ່ ບຣູກແຊນ (ປະເທດແບນຊິກ). ໃນການແລກປ່ຽນຄະນະຜູ້ແທນສຸດຍອດ, ອີຕາລີ ຍາມໃດກໍ່ຢັ້ງຢືນຄວາມຕັດສິນໃຈໃນການຊຸກຍູ້ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ, ຖື ຫວຽດນາມແມ່ນ ປະເທດບຸລິມະສິດພັດທະນາການພົວພັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ກ່ຽວກັບດ້ານເສດຖະກິດ, ປີ 2022, ວົງເງິນການຄ້າສອງສົ້ນ ຫວຽດນາມ ແລະ ອີຕາລີ ບັນລຸກ່ວາ 6,2 ຕື້ USD, ເພີ່ມຂຶ້ນ 11%ເມື່ອທຽບໃສ່ກັບ ປີ 2021, ວາງຄາດໝາຍມຸ່ງໄປເຖິງລະດັບ 7 – 8 ຕື້ USD/ປີ. ປັດຈຸບັນ, ອີຕາລີແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ຢູ່ EU ແລະ ເປັນປະເທດລົງທຶນໂດຍກົງຈາກຕ່າງປະເທດຢືນຢູ່ອັນດັບທີ 36/141 ຂອງ ຫວຽດນາມ, ສະໜອງແຫຼ່ງເງິນທຶນໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ໃຫ້ ຫວຽດນາມ ດ້ວຍຍອດເງິນລົງທຶນໃຫ້ຄຳໝັ້ນສັນຍາແມ່ນ ກ່ວາ 117 ລ້ານ ເອີໂຣ. ມີກຸ່ມບໍລິສັດໃຫຍ່ຫຼາຍແຫ່ງຂອງ ອີຕາລີ ມີການເຄື່ອນໄຫວທີ່ຕັ້ງໜ້າຢູ່ ຫວຽດນາມ ໃນຂົງເຂດ ອຸດສາຫະກຳປະດິດສ້າງ. ຫວຽດນາມ - ອີຕາລີ ມີການພົວພັນຮ່ວມມືນັບມື້ນັບພັດທະນາໃນບັນດາຂົງເຂດຄື: ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ ແລະ ທ້ອງຖິ່ນ. ປີ 2022, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວອີຕາລີ ປະມານ ກ່ວາ 15.000 ເທື່ອຄົນ. ອີຕາລີ ກໍ່ແມ່ນໜຶ່ງໃນບັນສະຖານທີ່ທ່ອງທ່ຽວແຖວໜ້າຂອງແຂກທ່ອງທ່ຽວຫວຽດນາມ ເມື່ອໄປທ່ອງທ່ຽວ ເອີລົບ.

ມີຄວາມຄືບໜ້າທີ່ຕັ້ງໜ້າຫຼາຍຢ່າງໃນການພົວພັນ ຫວຽດນາມ - ວາຕີກັງ

ການພົວພັນລະຫວ່າງ ຫວຽດນາມ ແລະ ວາຕີກັງ ໃນໄລຍະຜ່ານມາມີຄວາມຄືບໜ້າທີ່ຕັ້ງໜ້າຫຼາຍຢ່າງ. ຫວ່າງມໍ່ໆມານີ້ ການນຳສອງຝ່າຍໄດ້ມີການຢ້ຽມຢາມເຊິ່ງກັນແລະກັນ. ຝ່າຍຫວຽດນາມ ໄປຢ້ຽມຢາມວາຕີກັງ ໂດຍມີທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ (ເດືອນມັງກອນ ປີ 2013), ທ່ານປະທານປະເທດ ຫງວຽນມິງຈຽດ  (ທັນວາ ປີ 2009), ທ່ານປະທານປະເທດ ເຈິ່ນດ້າຍກວາງ (ພະຈິກ ປີ 2016), ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ (ເດືອນ ມັງກອນ ປີ 2007 ແລະ ເດືອນຕຸລາ ປີ 2014), ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ (ເດືອນມີນາ ປີ 2014). ສ່ວນສຳນັກວາຕີກັງ ມາຢ້ຽມຢາມ ຫວຽດນາມ ມີ: ທ່ານລັດຖະມົນຕີກະຊວງສອນສາສະໜາ - ພະຄະດິນັນ Fernado Filoni (ເດືອນມັງກອນ ປີ 2015), ທ່ານປະທານສະພາສັງຄະລາດ, ສະມາຊິກກຸ່ມໃຫ້ຄຳປຶກສາ ຂອງ ສັນຕະປາປາ - ພະຄະດິນັນ Reinhard Marx (ເດືອນມັງກອນ ປີ 2016). ເດືອນມັງກອນ ປີ 2007, ເນື່ອງໃນໂອກາດໄປຢ້ຽມຢາມ ອີຕາລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິນຢຸງ ໄດ້ພົບປະກັບອົງສັນຕະປາປາ Benedict XVI  ແລະ ລັດຖະມົນຕີ ການຕ່າງປະເທດ Tarcisio Bertone. ນີ້ແມ່ນຄັ້ງພົບປະຂັ້ນສຸດຍອດຄັ້ງທຳອິດລະຫວ່າງສອງຝ່າຍ. ເດືອນມິຖຸນາ ປີ 2009, ຢູ່ການພົບປະກັບບັນດາສັງຄະລາດ ຫວຽດນາມ ເນື່ອງໂອກາດພິທີ Ad Limina ຢູ່ Rome, ສັນຕະປາປາ ມີຄຳສອນ ຮຽກຮ້ອງໃຫ້ ຊາວຄຼິດຕ້ອງເປັນພົນລະເມືອງທີ່ດີ” ແລະ ຕັກເຕືອນສະມາຄົມຄິຼດທະສາສະໜາ ຫວຽດນາມ ປະຕິບັດແນວທາງ “ ຫຼັກພະທຳຄຳສັ່ງສອນຂອງສາສະໜາເຢຊູທ່າມກາງຊົນຊາດ” ໃນຈົດໝາຍຮ່ວມປີ 1980. ມາຮອດປັດຈຸບັນ, ສອງຝ່າຍໄດ້ຈັດກອງປະຊຸມ 10 ຄັ້ງ, ໃນນັ້ນ ກອງປະຊຸມຄັ້ງທີ 10 ກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກວາຕີກັງ, ໂດຍທ່ານນາງ ຮອງລັດຖະມົນຕີ ການຕ່າງປະເທດ ເລທິທູຮັ່ງ ແລະ ຮອງລັດຖະມົນຕີການຕ່າງປະເທດ ສຳນັກວາຕີກັງ Miroslaw Wachowski ເປັນປະທານຮ່ວມ ຫາກໍ່ດຳເນີນໃນວັນທີ 31 ມີນາປີ 2023. ພິເສດນັບແຕ່ປີ 2011 ມາຮອດປັດຈຸບັນ, ທູດພິເສດ ບໍ່ປະຈຳ ຂອງສຳນັກວາຕີກັງ ໄດ້ມາເຄື່ອນໄຫວຢູ່ ຫວຽດນາມ.

ເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ໄປຢ້ຽມຢາມອີຕາລີທາງລັດຖະກິດ ຄັ້ງນີ້ ໄດ້ສະແດງຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດຕໍ່ການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ອີຕາລີເລິກເຊິ່ງກ່ວາອີກ. ການຢ້ຽມຢາມສຳນັກ ວາຕີກັງ ຍັງມີຄວາມໝາຍສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ຫວຽດນາມ ທີ່ຍາມໃດກໍ່ເຄົາລົບສິດເສລີມຮກ່ຮເຫຼື້ອມໃສເຊື່ອຖືສາສະໜາ; ມີຄວາມຫວັງຢາກຊຸກຍູ້ການພົວພັນ ຫວຽດນາມ - ວາຕີກັງ ແລະ ຊຸກຍູ້ສຳນັກວາຕີກັງສືບຕໍ່ຮ່ວມມື, ຊີ້ນຳສະມາຄົມຄຼິດທະສາສະໜາ ຫວຽດນາມ ຮ່ວມເດີນທາງກັບລັດ, ປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດ. ການເຄື່ອນໄຫວນີ້ກໍ່ປະກອບສ່ວນຢັ້ງຢືນຖານະບົດບາດ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ