ຄວາມວຸ່ນວາຍຂອງເວທີການເມືອງຢູ່ ລີບີ

(VOVWORLD) -ໃນໄລຍະ 9 ປີຜ່ານມາ, ນັບແຕ່ພາຍຫຼັງການປັ່ນປ່ວນດ້ານການເມືອງໂຄ່ນລົ້ມການນຳ Moamer Gadahafi, ປະເທດ ລີບີ ກໍ່ຕົກເຂົ້າສູ່ສະພາບແບ່ງແຍກລະຫວ່າງພັກຝ່າຍ ຍ້ອນບັນດາກຳລັງຢູ່ພາຍນອກໜູນຫຼັງ.

ຄວາມວຸ່ນວາຍຂອງເວທີການເມືອງຢູ່ ລີບີ - ảnh 1 ກຳລັງສະໜັບສະໜູນລັດຖະບານ

(ພາບ: THX/TTXVN)

ສະພາບຄວາມຄວາມເຄັ່ງຕຶງຢູ່ລີບີ ໃນຊຸມມື້ຫວ່າງມໍ່ໆມານີ້ໄດ້ເພີ່ມຂຶ້ນ. ໃນໄລຍະ 9 ປີຜ່ານມາ, ນັບແຕ່ພາຍຫຼັງການປັ່ນປ່ວນດ້ານການເມືອງໂຄ່ນລົ້ມການນຳ Moamer Gadahafi, ປະເທດ ລີບີ ກໍ່ຕົກເຂົ້າສູ່ສະພາບແບ່ງແຍກລະຫວ່າງພັກຝ່າຍ ຍ້ອນບັນດາກຳລັງຢູ່ພາຍນອກໜູນຫຼັງ. ມີມາດຕະການແກ້ໄຂສັນຕິພາບໃຫ້ແກ່ລີບີ ໄດ້ຢ້ຳຄືນເປັນຫຼາຍຄັ້ງໃນການເຈລະຈາ, ແຕ່ອາດຈະໃຊ້ເວລາດົນ ປະຊາຊົນ ລີບີ ຈຶ່ງໄດ້ດຳລົງຊີວິດຢູ່ໃນສັນຕິພາບ ແລະ ເປັນເຈົ້າຂອງປະເທດຊາດ.

        ລີບີ ຕົກເຂົ້າສູ່ສະພາບແບ່ງແຍກດ້ານການເມືອງ ແລະ ການໃຊ້ຄວາມຮຸນແຮງເພີ່ມຂຶ້ນພາຍຫຼັງການປັ່ນປ່ວນດ້ານການເມືອງເມື່ອປີ 2011 ໂຄ່ນລົ້ມການນຳ Moamer Gadahafi ໂດຍຝ່າຍຕາເວັນຕົກດຳເນີນ. ທຸກສິ່ງທຸກຢ່າງທີ່ເກີດຂຶ້ນໃນ 9 ປີຜ່ານມາໄດ້ສະແດງໃຫ້ເຫັນວ່າ, ລົດຖັງ ແລະ ປືນໃຫຍ່ ບໍ່ແມ່ນມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ ລີບີ.

ຄວາມເຄັ່ງຕຶງຍ້ອນປັດໃຈຢູ່ພາຍນອກ

        ຢູ່ລີບີ ຍັງມີ 2 ອຳນາດການປົກຄອງຄົງຕົວໄປພ້ອມໆກັນ ດ້ວຍການໜູນຫຼັງຂອງບັນດາກຳລັງປະກອບອາວຸດສະເພາະ. ລັດຖະບານສາມັກຄີຊົນຊາດ ລີບີ (GNA) ເຊິ່ງສະຫະປະຊາຊາດສະໜັບສະໜູນ ແລະ ບັນດາກຸ່ມປະກອບອາວຸດໂດຍ ຕວກກີ ໜູນຫຼັງ, ພວມເຄື່ອນໄຫວຢູ່ນະຄອນຫຼວງ Tripoli. ໃນຂະນະນັ້ນ, ກຳລັງກອງທັບແຫ່ງຊາດລີບີ (LNA) ທີ່ຕັ້ງຊື່ຂຶ້ນມາເອງ ໄດ້ໜູນຫຼັງອຳນາດການປົກຄອງຢູ່ທິດຕາເວັນອອກ ແລະ ມີສະຫະລັດອາຣັບເອັມມີເລັດ (UAE), ລັດເຊຍ ແລະ ອີຢິບ ສະໜັບສະໜູນ. ການໃຊ້ຄວາມຮຸນແຮງໄດ້ເພີ່ມຂຶ້ນນັບແຕ່ເດືອນ ເມສາ 2019 ເມື່ອນາຍພົນ Haftar ເລີ່ມຕົ້ນດຳເນີນບັ້ນຮົບດ້ານການທະຫານແນໃສ່ຍາດເອົາສິດຄວບຄຸມນະຄອນຫຼວງ Tripoli ຈາກ GNA. ແລະຮອດເດືອນ ກໍລະກົດ 2020, ຄວາມເຄັ່ງຕຶງເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ ເມື່ອເກີດຄວາມສ່ຽງປະເຊີນໜ້າດ້ານການທະຫານລະຫວ່າງຕວກກີ ແລະ ອີຢິບ ຢູ່ລີບີ ນັບມື້ນັບປະກົດຂຶ້ນຢ່າງຈະແຈ້ງ.

        ປະຈຸບັນ, GNA, ດ້ວຍການໜູນຊ່ວຍຂອງ Ankara, ພວມເປີດກວ້າງການຄວບຄຸມບັນດາເຂດຢູ່ທິດຕາເວັນຕົກສ່ຽງເໜືອ ລີບີ ເກືອບໝົດ ເຊິ່ງກ່ອນໜ້ານັ້ນແມ່ນ LNA ຢຶດຄອງ, ພ້ອມທັງຍູ້ການບຸກໂຈມຕີຢຶດຄອງນະຄອນຫຼວງ Tripoli ຂອງ LNA ໃຫ້ຖອຍໄປ. GNA ກໍ່ຖະແຫຼງວ່າ ຈະບຸກໂຈມຕີ ແລະ ຢຶດເອົາສິດຄວບຄຸມ Sirte (ເຊິ່ງແມ່ນປະຕູທາງເຂົ້າພາໄປເຖິງບັນດາບໍ່ນ້ຳມັນຢູ່ທາງທິດຕາເວັນອອກ ຂອງລີບີ) ແລະ ຖານທີ່ໝັ້ນກອງທັບອາກາດຄືນໃໝ່. ກ່ອນໜ້ານັ້ນ, ຕວກກີ ເຄີຍຈັດສົ່ງທະຫານນັບພັນຄົນຈາກຊີຣີ ໄປຍັງລີບີ ເພື່ອໜູນຊ່ວຍ GNA. ການກະທຳດັ່ງກ່າວໄດ້ຮັບຖືວ່າ “ພິລຶກເກີນໄປ” ເຮັດໃຫ້ວົງການເຈົ້າໜ້າທີ່ ກາຍໂຣ ມີຄວາມວິຕົກກັງວົນທີ່ສຸດ. ທ່ານປະທານາທິບໍດີອີຢິບ Abdel Fattah El Sisi ໄດ້ກ່າວເຕືອນວ່າ, ກາຍໂຣ ມີສິດຖືກຕ້ອງຕາມກົດໝາຍໃນເລື່ອງແຊກແຊງເຂົ້າສະພາບການລີບີ, ພ້ອມທັງເນັ້ນໜັກວ່າ Siter  ແລະ Al Jufra ແມ່ນ “ເຂດແດນສຳຄັນ” ສຳລັບຄວາມໝັ້ນຄົງແຫ່ງຊາດຂອງອີຢິບ.

        ແລະໃນວັນທີ 20 ກໍລະກົດ ຜ່ານມາ, ສະພາແຫ່ງຊາດ ອີຢິບ ໄດ້ເຫັນດີຮັບຮອງເອົາເລື່ອງມອບສິດໃຫ້ທ່ານປະທານາທິບໍດີ ຈັດສົ່ງບັນດາກຳລັງປະກອບອາວຸດຂອງປະເທດນີ້ ໄປປະຕິບັດບັນດາໜ້າທີ່ສູ້ຮົບຢູ່ນອກຊາຍແດນ ເພື່ອແນໃສ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ. ຕາມທ່ານປະນາທິບໍດີອີຢິບ ແລ້ວ, ການແຊກແຊງຂອງປະເທດນີ້ ແມ່ນເພື່ອແນໃສ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຂອງອີຢິບ, ລີບີ ແລະ ໃຫ້ທັງພາກພື້ນ, ພິເສດແມ່ນຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນທາງທິດຕາເວັນຕົກ, ພ້ອມທັງຟື້ນຟູສະຖຽນລະພາບຢູ່ລີບີ.

        ໃນຂະນະນັ້ນ, ສະພາຄວາມໝັ້ນຄົງແຫ່ງຊາດຕວກກີ (MGK) ພັດຢືນຢັນຄືນໃໝ່ຄວາມຕັດສິນໃຈສະໜັບສະໜູນລັດຖະບານສາມັກຄີຊົນຊາດລີບີ (GNA) ຢູ່ Tripoli, ໃຫ້ຄຳໝັ້ນສັນຍາ “ຮຽງບ່າຮຽງໄຫຼ່ກັບປະຊາຊົນລີບີ, ຕ້ານຄືນທຸກການກະທຳໂຫດຮ້າຍສາມານ”, ແລະ ຕວກກີ “ຈະບໍ່ລັ່ງເລໃຈຕໍ່ການຜັນຂະຫຍາຍບັນດາບາດກ້າວເດີນທີ່ຈຳເປັນ”. ຖະແຫຼງການຂອງຕວກກີ ເບິ່ງຄືວ່າໄດ້ຊັ່ງຊາຄວາມສາມາດປະເຊີນໜ້າໂດຍກົງກັບອີຢິບ.

ຮຽກຮ້ອງໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງ

        ເປັນທີ່ຈະແຈ້ງແລ້ວວ່າ, ການປະທະກັນຢູ່ລີບີ ນັບມື້ນັບຮ້າຍແຮງຂຶ້ນຕື່ມ ດ້ວຍການແຊກແຊງຂອງບັນດາກຳລັງພາຍນອກ. ໃນສະພາບການດັ່ງກ່າວ, ຜູ້ຕາງໜ້າຂອງສະຫະປະຊາຊາດ ໄດ້ຕິດຕໍ່ກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອສົ່ງສານກ່ຽວກັບຄວາມສະເໝີຕົ້ນສະເໝີປາຍຂອງສະຫະປະຊາຊາດ ໃຫ້ທຸກໆຝ່າຍຢູ່ລີບີ, ນັບທັງຢູ່ພາຍໃນ ແລະ ຕ່າງປະເທດ, ແມ່ນບໍ່ໃຫ້ໃຊ້ມາດຕະການທາງການທະຫານເຂົ້າໃນການແກ້ໄຂວິກິດການຢູ່ ລີບີ ແລະ ບໍ່ມີການຄັດເລືອກໃດນອກເໜືອຈາກມາດຕະການແກ້ໄຂດ້ານການເມືອງ.

        ໃນຂະນະນັ້ນ, ເປັນຄັ້ງທຳອິດທີ 3 ປະເທດເອີລົບແມ່ນ ເຢຍລະມັນ, ຝລັ່ງ, ອີຕາລີ ໄດ້ນາບຂູ່ວ່າ ຈະລົງໂທດບັນດາຝ່າຍທີ່ກ່ຽວຂ້ອງຢູ່ລີບີ ຖ້າຫາກວ່າ ຍັງສືບຕໍ່ດຳເນີນການກະທຳລະເມີດຄຳສັ່ງຂວ້ຳບາດທາງທະເລ, ທາງບົກ ຫຼື ທາງອາກາດ. ການນຳ 3 ປະເທດນີ້ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢູ່ລີບີ ພ້ອມກັບບັນດາກຳລັງໜູນຫຼັງຂອງຕ່າງປະເທດ ຈົ່ງຢຸດຕິການປະທະກັນໂດຍທັນທີ ແລະ ຢຸດຕິສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຄືໃນປະຈຸບັນ.

        ລັດເຊຍ ຮຽກຮ້ອງໃຫ້ “ຢຸດຍິງໃນທັນທີ ແລະ ຢຸດຕິທຸກການປະທະກັນຢູ່ລີບີ” ເພື່ອເລີ່ມເຄື່ອນໄຫວການເຈລະຈາດ້ານການເມືອງໃນຂອບເຂດທົ່ວປະເທດ ເພື່ອແນໃສ່ຢຸດຕິວິກິດການ.

        ໃນຕະຫຼອດໄລຍະ 9 ປີຜ່ານມາ, ສະພາບການຢູ່ລີບີ ຍັງວຸ່ນວາຍ, ບໍ່ມີທາງອອກ. ຄວາມເຄັ່ງຕຶງຍິ່ງເພີ່ມຂຶ້ນໃນຊຸມມື້ຂອງເດືອນກໍລະກົດນີ້. ເຖິງວ່າຝ່າຍໃດກໍ່ຢືນຢັນມາດຕະການສັນຕິພາບແມ່ນສິ່ງທີ່ຈຳເປັນ ເພື່ອແກ້ໄຂໃຫ້ແກ່ການປະທະກັນຢູ່ລີບີ. ແຕ່ໃນຂະນະທີ່ປະຊາຊົນພວມລໍຄອຍຢູ່ນັ້ນ, ບັນດາພັກຝ່າຍ ແລະ ກຳລັງຕ່າງປະເທດໜູນຫຼັງພັດຍັງແລ່ນຕາມຜົນປະໂຫຍດສ່ວນຕົວຂອງໃຜຂອງມັນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ