ຄວາມ​ສະ​ດວກ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ໃນ​ອາ​ຍຸ​ການ​ໃໝ່

(VOVWORLD) -ໃນຊຸວັນຜ່ານມາ, ຢູ່ຄຽງຂ້າງວິວັດທະນະການສັນຕິພາບລະຫວ່າງ Palestine-Israel ແລະ ສຳເນົາເອກະສານນິວເຄຼຍ ອີຣານ ນັ້ນ, ຫາງສຽງສາກົນ ຍັງສະຫງວນຄວາມເອົາໃສ່ພິເສດຕໍ່ຈຸດຮ້ອນເຮັ່ງອີກອັນໜຶ່ງຢູ່ເຂດຕາເວັນອອກກາງ, ນັ້ນແມ່ນປະເທດ ຊີຣີ ທີ່ຫາກໍ່ໄດ້ຈັດການເລືອກຕັ້ງປະທານາທິບໍດີ ຊື່ງໄຊຊະນະໄດ້ແກ່ທ່ານປະທານາທິບໍດີຄົນປະຈຸບັນ Bashar Assad. ຕາມບັນດານັກໄຈ້ແຍກແລ້ວ, ໄຊຊະນະຂອງປະທານາທິບໍດີ Bashar Assad ມີຄວາມໝາຍສຳຄັນ ສຳລັບການປັບປຸງ ບັນດາໄຊຊະນະທີ່ອຳນາດການປົກຄອງຊີຣີ ຍາດມາໄດ້ ພາຍຫຼັງເກີດສົງຄາມພາຍໃນເປັນເວລາ 11 ປີ. ແຕ່ເຮັດແນວໃດ ເພື່ອຜ່ານຜ່າບັນດາສິ່ງທ້າທາຍ ຊື່ງປະເທດຊີຣີ ພວມຕ້ອງປະເຊີນໜ້າ ແມ່ນບັນຫາຕ້ອງປຶກສາຫາລື.
 
ຄວາມ​ສະ​ດວກ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ໃນ​ອາ​ຍຸ​ການ​ໃໝ່ - ảnh 1

ປະທານາທິບໍດີຊີຣີ Bashar Assad (ຂວາ) ຕອບສຳພາດນັກຂ່າວ ຫຼັງການປ່ອນບັດຢູ່ Douma, ມໍ່ກັບ Damascus ເມື່ອວັນທີ  26/5/2021 (ພາບ: AFP/TTXVN)

  ຕາມໝາກຜົນການກວດບັດ ໂດຍສະພາແຫ່ງຊາດຊີຣີ ປະກາດເມື່ອວັນທີ 27 ພຶດສະພາ, ປະທານາທິບໍດີຄົນປະຈຸບັນ Bashar Assad ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ໃນການເລືອກຕັ້ງທີ່ຖືກຈັດຂຶ້ນເມື່ອວັນທີ 26 ພຶດສະພາ ດ້ວຍອັດຕາສ່ວນສະໜັບສະໜູນຂຶ້ນເຖິງ 95%. ເຖິງວ່າ ຈະເກີດສະພາບຂາດສະຖຽນລະພາບ ແລະ ການກະທົບຂອງໂລກລະບາດໂຄວິດ 19 ກໍ່ຕາມ, ແຕ່ຍັງມີຜູ້ມີສິດເລືອກຕັ້ງ 14.2 ລ້ານຄົນ ເທົ່າກັບປະມານເກືອບ 77%, ໄດ້ເຂົ້າຮ່ວມການເລືອກຕັ້ງ. ຕາມບັນດານັກໄຈ້ແຍກແລ້ວ, ໃນສະພາບການທີ່ປະເທດຊີຣີ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍອັນໃຫ່ຍຫຼວງຫຼາຍປະການ ແຕ່ເລື່ອງໄດ້ຮັບການສະໜັບສະໜູນຂອງ ປຊຊ ສ່ວນຫຼາຍ ຖືກຖືວ່າ ແມ່ນຄວາມສະດວກທີ່ສຸດສຳລັບປະທານາທິບໍດີ Bashar Assad ໃນອາຍຸການປະທານາທິບໍດີທີ 4 ນີ້.
ຄວາມ​ສະ​ດວກ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ໃນ​ອາ​ຍຸ​ການ​ໃໝ່ - ảnh 2

ປຊຊ ຊີຣີ ເຕົ້າໂຮມຢູ່ສະໜາມຫຼວງ Omayyad ສະໜັບສະໜູນປະທານາທິບໍດີຊີຣີ Bashar Assad ຢູ່ Damascus ປະເທດຊີຣີ ເມື່ອວັນທີ 27/5/2021 (ພາບ: AP/Hassan Ammar)

 

 ຄວາມສະດວກ

  ບັນດານັກໄຈ້ແຍກຖືວ່າ, ຕົວຈິງການເລືອກຕັ້ງຫວ່າງແລ້ວນີ້ ໄດ້ສ່ອງແສງໃຫ້ເຫັນການກະທົບ ຂອງບັນດາໄຊຊະນະໃນເວທີການເມືອງ ໂດຍອຳນາດການປົກຄອງປະທານາທິບໍດີ Bashar Assad ຍາດໄດ້ໃນໄລຍະຜ່ານມາ. ໝາຍຄວາມວ່າ, ຕໍ່ກັບການປັບປຸງດ້ວຍກຳລັງແຮງການທະຫານ ຕໍ່ບັນດາກຸ່ມທະຫານກະບົດ ແລະ ກໍ່ການຮ້າຍ, ຫົວຮຸນແຮງ, ອຳນາດການປົກຄອງຊີຣີ ຍັງໄດ້ຮັບການປັບປຸງທີ່ສຳຄັນ ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຫັນດີເຫັນພ້ອມຂອງ ປຊຊ.

   ໃນດ້ານການທູດ, ອຳນາດການປົກຄອງປະທານາທິບໍດີ Bashar Assad  ສືບຕໍ່ໄດ້ຮັບການສະໜັບສະໜູນ ຈາກບັນດາສຳພັນທະມິດ ແລະ ຄູ່ຮ່ວມມືສຳຄັນ, ໂດຍສະເພາະແມ່ນລັດເຊຍ. ວັນທີ 28 ພຶດສະພາ, ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງສານອວຍພອນປະທານາທິບໍດີ Bashar Assad  ທີ່ໄດ້ຮັບການເລືອກຕັ້ງຄືນໃໝ່. ໃນຂະນະນັ້ນ, ກະຊວງການຕ່າງປະເທດລັດເຊຍ ກໍໄດ້ອອກຖະແຫຼງການໂດຍຊີ້ແຈ້ງວ່າ: “ການນຳຄົນປະຈຸບັນ Bashar Assad ຍາດໄດ້ໄຊຊະນະຕັດສິນຊີ້ຂາດ. ນີ້ແມ່ນບາດກ້າວເດີນສຳຄັນ ມຸ່ງໄປເຖິງການປັບປຸງສະຖຽນລະພາບຢູ່ປະເທດຊີຣີ ທີ່ຖືກສົງຄາມທຳລາຍ”.

  ສ່ວນປະເທດຈີນ ກໍ່ສືບຕໍ່ຢັ້ງຢືນການສະໜັບສະໜູນປະທານາທິບໍດີ Bashar Assad. ກ່າວຄຳເຫັນໃນການຖະແຫຼ່ງຂ່າວນັດສາມັນຢູ່ປັກກິ່ງ, ວັນທີ 28 ພຶດສະພາ, ທ່ານໂຄສົກກະຊວງການຕ່າງປະເທດຈີນ ຈ້າວລິຈຽນ ເນັ້ນໜັກວ່າ: “ຈີນ ແລະ ຊີຣີ ແມ່ນບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ຈີນ ເດັດດ່ຽວສະໜັບສະໜູນຊີຣີ ໃນວິວັດການປົກປັກຮັກສາອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕາເວັນອອກກາງນີ້.”

ສິ່ງທ້າທາຍ

  ຕາມບັນດານັກໄຈ້ແຍກແລ້ວ, ເລື່ອງໄດ້ຮັບການສະໜັບສະໜູນຂອງ ປຊຊ ພາຍໃນປະເທດ ແລະ ບັນດາປະເທດສຳພັນທະມິດ, ຄູ່ຮ່ວມມືສາກົນນັ້ນ, ແມ່ນບັນດາພື້ນຖານສຳຄັນ ເພື່ອໃຫ້ປະທານາທິບໍດີຂອງຊີຣີ ທີ່ມີອາຍຸ 55 ປີນີ້ ຊຸກຍູ້ການປະຕິບັດ ເປົ້າໝາຍການຫາສຽງເລືອກຕັ້ງ ຄື “ຕັ້ງຄວາມຫວັງຜ່ານວຽກງານ”. ນັ້ນແມ່ນຜ່ານວຽກງານ ເພື່ອສ້າງສາປະເທດຊີຣີ ເທື່ອລະກ້າວ ຊື່ງພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການ ພາຍຫຼັງຕົກເຂົ້າສູ່ສະພາບປະທະກັນເປັນເວລາຫຼາຍປີ, ທຳອິດ ແມ່ນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ 19.

   ແຕ່ເຖິງແນວນັ້ນກໍ່ຕາມ, ເສັ້ນທາງເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ ຍັງຍາວໄກ ແລະ ເຕັມໄປດ້ວຍສິ່ງທ້າທາຍຫຼາຍປະການ. ໃນນັ້ນ, ສິ່ງທ້າທາຍອັນໃຫ່ຍຫຼວງທີ່ສຸດນັ້ນ ຍັງຄົງແມ່ນການຟື້ນຟູຜືນແຜ່ນດິນອັນຄົບຖ້ວນ ແລະ ການຟື້ນຟູ, ສ້າງສາປະເທດຊາດຄືນໃໝ່ຫຼັງສົງຄາມ. ປະຈຸບັນ,  ບັນດາເຂດຕາເວັນຕົກສ່ຽງເໜືອ, ພາກເໜືອ ແລະ ຕາເວັນອອກສຽງເໜືອຊີຣີ ໂດຍກຳລັງຝ່າຍຄ້ານ ແລະ ບັນດາກຸ່ມສົງຄາມສັກສິດ    ຄວບຄຸມ ອັນໄດ້ສືບຕໍ່ເຮັດໃຫ້ເກີດສະພາບຂາດສະຖຽນລະພາບຢູ່ປະເທດນີ້. ຄຽງຂ້າງນັ້ນ, ນອກຈາກບັນດາກຳລັງຂອງລັດເຊຍ ຊ່ວຍລັດຖະບານຊີຣີ ປາບປາມບັນດາກຸ່ມກໍ່ການຮ້າຍ ແລະ ຫົວຮຸນແຮງນັ້ນ, ໃນເຂດດິນແດນຊີຣີ ຍັງມີໜ້າຂອງຫຼາຍກຳລັງຕ່າງປະເທດອື່ນໆຄື: ຕວກກີ, ອາເມລິກາ…    ຊື່ງພວມມີບັນດາເປົ້າໝາຍ ແລະ ຄວາມຄາດຫວັງທີ່ແຕກຕ່າງກັນ, ຊ້ຳບໍ່ໜຳແມ່ນກົງກັນຂ້າມ.

   ສະພາບສັບສົນດັ່ງກ່າວ ໄດ້ເຮັດໃຫ້ຄວາມມານະພະຍາຍາມທ້ອນໂຮມເຂດດິນແດນຂອງລັດຖະບານຊີຣີເປັນເອກະພາບ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນວ່າ ມັນໄດ້ຮຽກຮ້ອງ ບໍ່ພຽງແຕ່ແຫຼ່ງກຳລັງດ້ານເສດຖະກິດມະຫາສານເທົ່ານັ້ນ, ຫາກຍັງຕ້ອງມີຄວາມເຫັນດີເຫັນພ້ອມຂອງບັນດາກຳລັງການເມືອງພາຍໃນປະເທດ ກໍ່ຄືການສະໜັບສະໜູນ, ໜູນຊ່ວຍ ແລະ ການຮ່ວມມືໂດຍມີເຈດຕະນາດີ ຂອງບັນດາກຳລັງພາຍໃນ ແລະ ນອກພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ