10 ປີແຫ່ງການເຂົ້າຮ່ວມພາລະກຳ ຮັກສາສັນຕິພາບສາກົນ ຂອງ ຫວຽດນາມ

(VOVWORLD) - ວັນທີ 27 ພຶດສະພາ ຜ່ານມາ ແມ່ນຄົບຮອບ 10 ປີແຫ່ງວັນ ຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະຕິບັດການຫັນແນວທາງເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດ້ານປ້ອງກັນຊາດຂອງພັກ, ລັດ ຫວຽດນາມ ໃຫ້ປະກົດຜົນເປັນຈິງ. ໃນ 10 ປີ ຜ່ານມາ, ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເປັນເຈົ້າການ, ມີປະສິດທິຜົນ ຂອງບັນດານາຍ ແລະ ພົນທະຫານ ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກສູງຖານະບົດບາດ ຂອງ ຫວຽດນາມ ໃນເວທີສາກົນ.
10 ປີແຫ່ງການເຂົ້າຮ່ວມພາລະກຳ ຮັກສາສັນຕິພາບສາກົນ ຂອງ ຫວຽດນາມ - ảnh 1ຫວຽດນາມ ຈັດສົ່ງກຳລັງໄປປະຕິບັດການປົກປັກຮັກສາສັນຕິພາບ ຢູ່ ສປຊ (ພາບ: TTXVN)

10 ປີຜ່ານມາ, ຫວຽດນາມ ໄດ້ຈັດສົ່ງນາຍ ແລະ ພົນທະຫານ, ຕຳຫຼວດກ່ວາ 800 ເທື່ອຄົນ ໃນນັ້ນ ມີນາຍຕຳຫຼວດ ປະຊາຊົນ ຫວຽດນາມ 7 ຄົນ ທີ່ພວມປະຕິບັດໜ້າທີ່ຢູ່ 4 ຄະນະປະຕິບັດງານ: ສ.ອາບຟຼິກກາ, ຊູດັງໃຕ້, Abyei ແລະ ສຳນັກງານສປຊ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພາລະກຳ ປົກປັກຮັກສາສັນຕິພາບ ສປຊ.

ໄລຍະທາງ 10 ປີແຫ່ງການເຂົ້າຮ່ວມພາລະກຳສາກົນ

ໃນ 10 ປີເຂົ້າຮ່ວມພາລະກຳແຫ່ງການຮັກສາສັນຕິພາບ ສປຊ, ກຳລັງຮັກສາສັນຕິພາບ ສປຊ ຫວຽດນາມ ບັນລຸໄດ້ບັນດາຂີດໝາຍສຳຄັນ. ວັນທີ 27 ພຶດສະພາ 2014, ຫວຽດນາມ ໄດ້ເປີດຕົວ ສູນຮັກສາສັນຕິພາບ ຫວຽດນາມ (ປັດຈຸບັນແມ່ນ ກົມຮັກສາສັນຕິພາບ ຫວຽດນາມ). ຮອດປີ 2018, ເປັນຄັ້ງທຳອິດ ຫວຽດນາມ ໄດ້ຜັນຂະຫຍາຍກົມກອງເຂົ້າຮ່ວມການຮັກສາສັນຕິພາບ ດ້ວຍໂຮງໝໍກາງສະໜາມລະດັບສອງ ເລກ 1. ແລະກໍ່ໃນປີ 2018, ສປຊ ໄດ້ຮັບຮູ້ ກົມຮັກສາສັນຕິພາບ ຫວຽດນາມ ແມ່ນ 1 ໃນ 4 ສູນຝືກແອບສາກົນ ຢູ່ພາກພື້ນ ອາຊີ - ປາຊີຟິກ ເພື່ອຜັນຂະຫຍາຍການຝືກແອບຕາມໂຄງການຄູ່ຮ່ວມມື ສາມຝ່າຍ ( ຫວຽດນາມ, ສປຊ ແລະ ປະເທດຄູ່ຮ່ວມມື). ປີ 2020, ເລື່ອງ ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານສະມາຄົມບັນດາສູນຮັກສາສັນຕິພາບ ພາກພື້ນ ອາຊີ - ປາຊີຟິກ ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ກໍ່ຄືອິດທິພົນຊື່ສຽງຂອງກຳລັງຮັກສາສັນຕິພາບ ຫວຽດນາມ. ປີ 2022, ຕຳຫຼວດ ຫວຽດນາມ ໄດ້ເຂົ້າຮ່ວມການຮັກສາສັນຕິພາບ, ກໍ່ໃນປີນີ້ ເປັນຄັ້ງທຳອິດ ຫວຽດນາມ ຈັດສົ່ງທະຫານຊ່າງແສງໄປປະຕິບັດໜ້າທີ່ສາກົນ. ນີ້ແມ່ນກົມກອງໃຫຍ່ທີ່ສຸດ ເຊິ່ງ ຫວຽດນາມ ຜັນຂະຫຍາຍນັບແຕ່ເວລາເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ທ່ານ ພັນເອກ ຟ້າມແມັ້ງທັ້ງ, ຫົວໜ້າກົມຮັກສາສັນຕິພາບ ສປຊ ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ:

ກຳລັງຮັກສາສັນຕິພາບ ຂອງ ຫວຽດນາມ ໄດ້ຜັນຂະຫຍາຍ ດ້ວຍ 2 ຮູບແບບ: ກົມກອງ ແລະ  ສ່ວນບຸກຄົນ. ສຳລັບຮູບແບບສ່ວນບຸກຄົນ, ພວກເຮົາໄດ້ຜັນຂະຫຍາຍຫຼາຍຕຳແໜ່ງ. ສຳລັບຮູບແບບກົມກອງ, ປີ 2018 ເປັນຄັ້ງທຳອິດ ພວກເຮົາໄດ້ຜັນຂະຫຍາຍໂຮງໝໍກາງສະໜາມລະດັບ 2 ເລກ 1 ໄປຍັງຊູດັງໃຕ້. ນອກຈາກເບິ່ງແຍງດູແລສຸຂະພາບໃຫ້ແກ່ພະນັກງານຄະນະປະຕິບັດງານ, ພວກເຮົາຍັງກວດປິ່ນປົວພະຍາດໂດຍບໍເສຍຄ່າໃຫ້ແກ່ປະຊາຊົນ. ປີ 2022, ເປັນຄັ້ງທຳອິດ ພວກເຮົາໄດ້ຜັນຂະຫຍາຍກົມກອງທະຫານຊ່າງແສງ ເລກ 1 ໄປຍັງຄະນະປະຕິບັດງານ UNISFA (Abyei)  ດ້ວຍທະຫານ 63 ຄົນ.

ສຳລັບການເຄື່ອນໄຫວໃນສະພາບແວດລ້ອມນາໆຊາດ, ເຮັດວຽກງານທີ່ກ່ຽວຂ້ອງເຖິງກົດໝາຍສາກົນ, ດ້ວຍບັນດາບັນຫາແກ້ໄຂການປະທະກັນ, ປົກປ້ອງແມ່ຍິງ, ເດັກນ້ອຍ… ກໍ່ຄືບັນດາອະນຸສັນຍາ, ສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ໄດ້ລົງລາຍເຊັ່ນ ແລະ ເປັນສະມາຊິກ, ໄດ້ປະກອບສ່ວນຍົກສູງລະດັບໃຫ້ແກ່ບັນດານາຍ ແລະ ພົນທະຫານ ຫວຽດນາມ. ທ່ານ ພັນເອກ ຟ້າມແມັ້ງທັ້ງ ເນັ້ນໜັກວ່າ:

ພວກເຮົາໄດ້ຮຽນຮູ້ໄດ້ຫຼາຍຢ່າງ. ທີໜຶ່ງ, ກຳລັງຄວາມສາມາດດ້ານວິຊາການຂອງ ພະນັກງານໄດ້ຍົກສູງຂຶ້ນ ດ້ວຍການໜູນຊ່ວຍບຳລຸງສ້າງຈາກບັນດານັກຊ່ຽວຊານສາກົນ. ທີສອງ, ພວກເຮົາໄດ້ຝືກຝົນຫຼໍ່ຫຼອມ ຜ່ານສະພາບແວດລ້ອມທີ່ຮ້າຍແຮງຢູ່ ທະວີບອາບຟຼິກກາ. ເສີມຂະຫຍາຍຈິດໃຈປະດິດຄິດສ້າງ, ເຖິງວ່າວັດຖຸອຸປະກອນຍັງຂາດເຂີນ ແຕ່ວ່າ ການປະຕິບັດງານບັນລຸໝາກຜົນສູງທີ່ສຸດ. ນອກຈາກນັ້ນ, ພວກເຮົາກໍ່ຮຽນຮູ້ໄດ້ບັນດາບົດຮຽນປະສົບການຂອງທະຫານຫຼາຍປະເທດໃນໂລກ,ປະກອບສ່ວນເຂົ້າໃນການສ້າງກອງທັບຫວຽດນາມໃຫ້ໝັ້ນຄົງເຂັ້ມແຂງ.

10 ປີແຫ່ງການເຂົ້າຮ່ວມພາລະກຳ ຮັກສາສັນຕິພາບສາກົນ ຂອງ ຫວຽດນາມ - ảnh 2ທ່ານ ພັນເອກ ຟ້າມແມັ້ງທັ້ງ, ຫົວໜ້າກົມຮັກສາສັນຕິພາບ ສປຊ ກະຊວງປ້ອງກັນປະເທດ (ພາບ: qdnd.vn)

ສາກົນ ຢັ້ງຢືນບັນດາການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ໃຫ້ແກ່ສັນຕິພາບ ໂລກ

ບັນດາກົມກອງ ແລະ ນາຍ ແລະພົນທະຫານ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ຮັກສາສັນຕິພາບ ສາກົນເປັນຢ່າງດີ ເຊິ່ງພັກ, ລັດ ແລະ ສປຊ ມອບໝາຍໃຫ້. ພົ້ນເດັ່ນຂຶ້ນໃນນັ້ນ ກອງທະຫານຊ່າງແສງ ຢູ່ເຂດ Abyei ແລະ ໂຮງໝໍກາງສະໜາມລະດັບ ສອງ ຢູ່ ສ.ຊູດັງໃຕ້ ໄດ້ຕັ້ງໜ້າຊ່ວຍເຫຼືອອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ສ້າງຖະໜົນຫົນທາງ, ບູລະນະ ສ້ອມແປງ ໂຮງຮຽນ, ເປີດຊູດຮຽນ ອາສາສະໝັກ… ດ້ວຍບັນດາໝາກຜົນດີເດັ່ນໃນວຽກງານກຸສົນໂດຍສະໝັກໃຈ, ກອງທະຫານຊ່າງແສງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກຜູ້ບັນຊາການຄະນະປະຕິບັດງານ UNISFA, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດ Abyei ຍ້ອນວ່າມີການປະກອບສ່ວນເຮັດໃຫ້ໂສມໜ້າຂອງທ້ອງຖິ່ນ ແລະ ຄະນະປະຕິບັດງານປ່ຽນແປງໄປ. ທ່ານ ວາທີນາຍພົນ Abu Syed Mohammod Bakir ຮັກສາຜູ້ບັນຊາການ ຄະນະປະຕິບັດງານ UNISFA ອາຍຸການ 2021 – 2022 ຢັ້ງຢືນວ່າ:

ບັນດາຜົນງານຂອງ ຫວຽດນາມ ໃນສປຊ ແມ່ນພົ້ນເດັ່ນທີ່ສຸດ ແລະ ກາຍເປັນຕົວແບບເພື່ອໃຫ້ບັນດາປະເທດອື່ນໆປະຕິບັດຕາມ. ສ່ວນຢູ່ຄະນະປະຕິບັດງານ UNISFA, ກອງທະຫານຊ່າງແສງ ຂອງພວກເພື່ອນກໍ່ໄດ້ສ້າງບັນດາໝາກຜົນທີ່ພົ້ນເດັ່ນ. ໃນການພົວພັນກັບປະຊາຊົນ, ພວກເພື່ອນເຮັດໄດ້ບັນດາສິ່ງພິເສດ ແລະ ສ້າງຜົນສຳງານ ທີ່ສະຫງ່າລາສີ ໃຫ້ແກ່ ຫວຽດນາມ.

ມີນາຍແລະ ພົນທະຫານ ຫວຽດນາມ ຫຼາຍຄົນ ພາຍຫຼັງສິ້ນສຸດອາຍຸການ, ສປຊ ໄດ້ຕີລາຄາສູງການປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະ ມອບໃບຍອງຍໍ. ພິເສດ 100% ພະນັກງານຂອງ ກອງທັບປະຊາຊົນ ຫວຽດນາມໄດ້ຮັບຫຼຽນກາເພື່ອພາລະກຳແຫ່ງການປົກປັກຮັກສາສັນຕິພາບ ສປຊ ຈາກຜູ້ບັນຊາການບັນດາຄະນະປະຕິບັດງານ ຕາງໜ້າ ສະພາຄວາມໝັ້ນຄົງ ສປຊ.

ເລື່ອງ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສ້າງຂີດໝາຍສຳຄັນໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ຮ່ວມມືກັບ ສປຊ. ບັນດາໝາກຜົນພົ້ນເດັ່ນທີ່ບັນລຸໄດ້ໃນ 10 ປີຜ່ານມາ ໄດ້ສະແດງໃຫ້ເຫັນໄລຍະທາງທີ່ຍາວໄກ, ເຕັມໄປດ້ວຍຄວາມມານະພະຍາຍາມຂອງ ຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍວັດທະນະທຳມະນຸດ ແລະ ອັງສູງສົ່ງນັ້ນແມ່ນການ ຮັກສາສັນຕິພາບ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ