ຄວາມສະຫງົບຢູ່ອີຮັກຍັງຄົງແມ່ນຄຳຖາມຕໍ່ຫາງສຽງ

(vovworld) -  ກວ່າ​ເຄິ່ງປີ​ທີ່​ຜ່ານ​ມາ, ນັບ​ແຕ່​ວໍ​ຊິງ​ຕັນ ຈັດ​ພິທີຊັກ​ທຸງ​ລົງ, ຄື​ວັນ​ທີ 15/12, ຢຸດຕິ​ພາລະ​ກຳ​ເກືອບ 9 ປີ ຂອງ​ຕົນ​ຢູ່​ອີ​ຮັກ, ມາ​ຮອດ​ປະຈຸ​ບັນ, ຄວາມ​ສະຫງົບ​ຢູ່​ປະ​ເທດ​ນີ້ຍັງ​ຄົງ​ແມ່ນ​ຄຳ​ຖາມ​ຕໍ່​ຫາງ​ສຽງ. ຄວາ​ມ​ວິຕົກ​ກັງວົນ​ຂອງ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ການ​ຍາດ​ຊິງ​ສິດ​ອຳນາດ​ຢູ່​ອີ​ຮັກ ​ເມື່ອ​ທະຫານ​ອາ​ເມ​ລິ​ກາ ​ຖອນ​ອອກ, ຫຼື​ຄຳ​ຖາມ​ກ່ຽວ​ກັບ​ການ​ລຸກ​ຮຶ້ຂຶ້ນ​ຂອງ​ພວກ​ກໍ່​ການ​ຮ້າຍ…

ຄວາມສະຫງົບຢູ່ອີຮັກຍັງຄົງແມ່ນຄຳຖາມຕໍ່ຫາງສຽງ - ảnh 1
(ພາບປະກອບ)

ວັນ​ທີ 23/7, ບັນດາ​ເຫດ​ວາງ​ລະ​ເບີດ​ຢ່າງ​ຕໍ່​ເນື່ອງ​ຢູ່​ອີ​ຮັກ ​ໄດ້​ເຮັດ​ໃຫ້ 91 ຄົນ​ເສຍ​ຊີວິດ ​ແລະ 161 ຄົນ​ຖືກ​ບາດ​ເຈ​ບ, ອັນ​ໄດ້​ກາຍ​ເປັນ​ວັນ​ນອງ​ເລືອດ​ທີ່​ສຸດ​ຢູ່​ອີ​ຮັກ ​ໃນ 2 ປີກວ່າ​ທີ່​ຜ່ານ​ມາ, ນັບ​ແຕ່​ເດືອນ 5/2010. ​ເຫດ​ນອງ​ເລືອດ​ທີ່​ສຸດ​ເກີດ​ຂຶ້ນ​ຢູ່​ເທດສະບານ Taji, ຫ່າງ​ຈາກ​ນະຄອນຫຼວງ​ແບກ​ແດດ​ໄປ​ທາງ​ທິດ​ເໜືອ​ພຽງ 25 ກ.ມ, ລວມມີ​ເຫດ​ບຸກ​ໂຈມ​ຕີ​ສະຫຼະ​ຊີບ ​ແລະ ​ເຫດ​ວາງ​ລະ​ເບີດ​ຢູ່​ແຄມ​ທາງ, ອັນ​ໄດ້​​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ ​ແລະ 29 ຄົນ​ຖືກ​ບາດ​ເຈ​ັບ. ສ່ວນ​ຢູ່​ເທດສະບານ Dhuluiyah ທີ່​ຂຶ້ນ​ກັບ​ແຂວງ Salahudin, ຫ່າງ​ຈາກ​ນະຄອນຫຼວງ​ແບບ​ແດດ ​ໄປ​ທາງ​ທິດ​ເໜືອ 80 ກ.ມ, ບັນດາ​ມື​ປືນ​ທີ່​ໄດ້​ຮັບ​ການ​ປະກອບ​ອາວຸດ​ໜັກ ​ໄດ້​ບຸກ​ໂຈມ​ຕີ​ຖານ​ທີ່​ໝັ້ນ​ແຫ່ງ​ໜຶ່ງ​ຢູ່​ທີ່​ນີ້, ​ເຮັດ​ໃຫ້ທະຫານ 15 ຄົນ​, ​ແລະ ສະມາຊິກ 2 ຄົນ ​ໃນ​ກຸ່ມ​ນິຍົມ​ລັດຖະບານ Sahwa ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ, ການວາງ​ລະ​ເບີດ ​ແລະ ຍິງ​ປືນ​ຫຼາຍ​ຄັ້ງ​ຢູ່​ນະຄອນຫຼວງ​ແບກ​ແບກ ​ແລະ ຫຼາຍ​ທ້ອງ​ຖີ່​ນຢູ່​ພາກ​​ເໜືອ​ອີ​ຮັກ​ຄື Saadiyah, Khan Beni Saad, Kirkuk, Tuz Khurmatu ​ແລະ Dibis, ​ໄດ້​ເຮັດ​ໃຫ້ 45 ຄົນ​ເສຍ​ຊີວິດ ​ແລະ 74 ຄົນ​ຖືກ​ບາດ​ເຈ​ບ… ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ອົງການ​ຈັດ​ຕັ້ງ​ໃດ​ຮັບຜິດຊອບ​ກ່ຽວ​ກັບ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເທື່ອ.


ຄວາມສະຫງົບຢູ່ອີຮັກຍັງຄົງແມ່ນຄຳຖາມຕໍ່ຫາງສຽງ - ảnh 2

ຄວາມ​ຈິງ​ແລ້ວ, ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເຫດ​ວາງ​ລະ​ເບີດ ​ແລະ ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້. ​ໃນ​ໄລຍະ​ທີ່​ທະຫານອາ​ເມ​ລິ​ກາຍັງ​​ຢູ່​ປະ​ເທດ​ນີ້, ກໍ່​ເຄີຍ​ເກີດ​ເຫດ​ບຸກ​ໂຈມ​ຕີ​ຢູ່, ​ແຕ່​ພາຍຫຼັງ​ທີ່ທະຫານ ອາ​ເມ​ລິ​ກາຜູ້​ສຸດ​ທ້າຍຖອນ​ອອກ​ຈາກ​ປະ​ເທດ​ນີ້, ການ​ບຸກ​ໂຈມ​ຕີ​ໄດ້​ເກີດ​ຂື້ນ​ຫຼາຍ​ກວ່າ ​ແລະ ​ແຮງ​ກວ່າ. ​​ໂດຍ​ລະອຽດ​ຄື, ວັນ​ທີ 22/7, ຢູ່​ເທດສະບານ Mahmudiya ຫ່າງ​ຈາກ​ນະຄອນ​ແບກ​ແດດ​ໄປ​ທາງ​ທິດ​ໃຕ້ 30 ກ.ມ ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ 3 ຄັ້ງ​ຢ່າງ​ຕໍ່​ເນື່ອງ, ​ເຮັດ​ໃຫ້ 11 ຄົນ​ເສຍ​ຊີວິດ ​ແລະ 38 ຄົນ​ຖືກ​ບາດ​ເຈັບ. ຫຼື​ໃນ​ເດືອນ 6/2012, ຕາມ​ຕົວ​ເລກ​ສະຖິຕິ, ການ​ບຸກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຄັ້ງ​ຕ່າງໆ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 237 ຄົນ​ເສຍ​ຊີວິດ ​ແລະ 603 ຄົນ​ຖືກ​ບາດ​ເຈັ​ບ, ອັນ​ໄດ້​ເຮັດ​ໃຫ້​ເດືອນ 6 ກາຍ​ເປັນ​ເດືອນ​ນອງ​ເລືອດ​ທີ່​ສຸດ​ຢູ່​ອີ​ຮັກ ນັບ​ແຕ່ ທະຫານອາ​ເມ​ລິ​ກາຖອນ​ອອກ​ຈາກ​ປະ​ເທດ​ນີ້.

ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ອີ​ຮັກ ​ເພື່ອ​ແນ​ໃສ່​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ປະ​ເທດ​ນີ້, ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ຢ່າງ​ລຽນຕິດ, ອັນ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ກຳລັງຄວາມ​ສາມາດຂອງ​ອຳນາດ​ການ​ປົກຄອງ ​ແບກ​​ແດດ​ໃນ​ການ​ບໍລິຫານ​ປະ​ເທດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ນັກ​ສັງ​ເກດ​ການ​ທີ່​ຕິດຕາມ​ການ​ຜັນ​ແປ​ຂອງ​ປະ​ເທດ​ນີ້​ພັດ​ມີ​ການ​ວິຈານ​ທ່ີ​ແຕກ​ຕ່າງ​ກັນ. ນັ້ນ​ແມ່ນ​ຄວາມ​ຂັດ​ແຍ່ງ​ ​ແລະ ການ​ແບ່ງ​​ແຍກ​ກັນ​ຢູ່​ພາຍ​ໃນ​ປະ​ເທດ ​ໄດ້​ພາ​ໃຫ້​ສະພາບ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ຍາກ​ທີ່​ຈະ​ຊອກ​​ໄດ້​ຄວາມ​ເຫັນ​ດີ​​ເຫັນ​ພ້ອມ​ໃນ​ການ​ບໍລິຫານ​ປະ​ເທດ. ພາຍຫຼັງ​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ປະ​ເທດ​ນີ້, ພັກ​ຝ່າຍ​ຕ່າງໆ​ຢູ່​ອີ​ຮັກຢາກ​ແບ່ງ​ປະ​ເທດ​ນີ້​ເປັນ 3 ພາກ, ​ໃຫ້​ຊາວ Kurd ຢູ່​ບັນດາ​ແຂວງ​ພາກ​ເໜືອ​ ທີ່​ມີນ້ຳມັນ​ຫຼາຍ, ຊາວ ຄິດ​ ​ແລະ ຊາວ​ມຸດ​ສະ​ລິນ ​ນິກາຍ Sunni ຢູ່ບັນດາ​ແຂວງ​ພາກ​ກາງ ​ແລະ ສ່ວນ​ຍັງ​ເຫຼືອ​ກໍ່​ມີ​ນ້ຳມັນ​ຫຼາຍ​ຢູ່​ພາກ​ໃຕ້​ແມ່ນ​ສະຫງວນ​ໃຫ້​ຊາວ​ມຸດ​ສະ​ລິນ​ນິກາຍ Shiite. ກ່ອນ​ນີ້​ບໍ່​ດົນ, 4 ​ແຂວງ​ທາງ​ພາກ​ກາງ ກໍ່​ໄດ້​ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງ​ປະ​ເທດ​ເອກະລາດ​ຂອງ​ຊາວ​ມຸດ​ສະ​ລິນ ນິກາຍ Sunni ຍ້ອນ ”ລັດຖະບານ​ສູນ​ກາງ ​ໂດຍ​ຊາວ​ມຸດ​ສະ​ລິມ ນິກາຍ Shiite ປົກຄອງ ບໍ່​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດ; ​ແລະ ມີ​ການ​ປະພຶດ​ທີ່ບໍ່​ດີຕໍ່​ກັບ​ເຂົາ​ເຈົ້າ”.

ຄວາມສະຫງົບຢູ່ອີຮັກຍັງຄົງແມ່ນຄຳຖາມຕໍ່ຫາງສຽງ - ảnh 3

ຫວ່າງ​ແລ້ວ​ນີ້​, ວັນ​ທີ 19/6, ສານ​ອາຍາ​ສູນ​ກາງ​ອີ​ຮັກ ​ສືບ​ຕໍ່ດຳ​ເນີນ​ການພິພາກສາ​ຮອງ​ປະທານາທິບໍດີ​ທີ່​ພວມ​ຫຼົບ​ໜີ Trip al – Hashimi, ​ເຊິ່ງ​ແມ່ນ​ນັກ​ການ​ເມືອງ​ອັນ​ດັບ​ໜຶ່ງ​ຂອງ​ກຸ່ມ Iraqiya ນິກາຍ Sunni ຢູ່​ສະພາ​ແຫ່ງ​ຊາດ ອີ​ຮັກ ດ້ວຍ​​ໂທດ​ເຂັ່ນຂ້າ​ມະນຸດ. ​ເລື່ອງ​ດຳ​ເນີນ​ການ​ພິພາກສາ​ຄືນ​ໃໝ່ ​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ​ຄວາມ​ຂັດແຍ່ງ​ພາຍ​ໃນ​ຂອງ​ອຳນາດ​ການ​ປົກຄອງ​ແບກ​ແດດ. ​ເມື່ອ​ທ້າຍ​ປີ​ກາຍ​ນີ້, ສະພາ​ພິພາກສາ​ສູງ​ສຸດ​ຂອງ​ອີ​ຮັກ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ Trip al – Hashimi, ສິ່ງ​ດັ່ງກ່າວ​ໄດ້​ກໍ່​ໃຫ້​ເກີດ​ການ​ກະທົບ​ທີ່​​ແຕກ​ຕ່າງ​ກັນ​ພາຍ​ໃນ​ປະ​ເທດ​ຢູ່​ເຂດ​ອ່າວ​ນີ້.

ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ສິດ​ອຳນາດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ນັ້ນ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ກໍ່​ການ​ຮ້າຍ​ສວຍ​ໃຊ້. ​ເຫດການ​ທີ່​ຫາ​ກໍ່​ເກີດ​ຂຶ້ນ​ແມ່ນ​ພະຍານ​ຫຼັກ​ຖານ​ອັນ​ລະອຽດ. ​ແນ່ນອນ​ວ່າ, ​ໃນ​ອະນາຄົດ, ຊາວ​ອີ​ຮັກ​ບໍ່​ທັນ​ມີ​ຄວາມສະຫງົບ​ຢ່າງ​ສົມ​ບຸນ, ​ເມື່ອ​ການ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ສິດ​ອຳນາດພວມ​ຢູ່​ໃນ​ໄລຍະ​ຂ້ຽວຂາດ​ທີ່​ສຸດ ​​ແລະ ຍັງ​ບໍ່​ທັນ​ມີ​ສັນຍານ​ຈະ​ຫຼຸດ​ລົງ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້​ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ