ບັນດາບັນຫາໄລກອນໃນການສົນທະນາຍຸດທະສາດ ອາເມລິກາ - ຈີນຄັ້ງທີ 5

ບັນດາບັນຫາໄລກອນໃນການສົນທະນາຍຸດທະສາດ ອາເມລິກາ - ຈີນຄັ້ງທີ 5 - ảnh 1
ການ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາເມລິກາ ​- ຈີນຄັ້ງ​ທີ 5 ໄດ້ເລີ່ມດຳເນີນຢູ່​ວໍ​ຊິງ​ຕັນແຫ່ງສະຫະລັດອາເມລິກາ
(ພາບ:AP)

   ໃນວັນທີ 10 ແລະ 11/7, ບັນດາເຈົ້າໜ້າທີ່ຂັ້ນສູງສຸດໃນອຳນາດການປົກຄອງ ອາເມລິກາ ​ແລະ ຈີນ ​ເຂົ້າ​ຮ່ວມ​ການ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາເມລິກາ ​- ຈີນຄັ້ງ​ທີ 5 ຢູ່​ວໍ​ຊິງ​ຕັນ. ​ໂດຍ​ໄດ້​ດຳ​ເນີນ​ໃນ​ຈຸດ​ເວລາ​ທີ່​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ພື້ນຖານ​ເສດຖະກິດ​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ​ນີ້​ພວມ​ປະສົບ​ກັບ​ພາຍຸ​ລົມ​ແດງ, ​ແຕ່​ການ​ສົນທະ​ນາຄັ້ງ​ນີ້, ຖັດຈາກ​ການ​ຢ້ຽມຢາມອາ​ເມ​ລິ​ກາ​ຂອງ​ປະທານ​ປະ​ເທດ​ຈີນສີ​ຈິ້ນຜີ​ງ​ເມື່ອ​ເດືອນ​ແລ້ວ​ນີ້ ​ໄດ້​ຮັບ​ການ​ລໍຄອຍ​ຈາກ​ຫາງ​ສຽງ​ແມ່ນ​ກາລະ​ໂອກາດ​ເພື່ອ​ຊ່ວຍໃຫ້ 2​ ຝ່າຍມີ​ບາດກ້າວ​ຂະຫຍາຍຕົວ​ທີ່​ສຳຄັນ​ໃນ​ການ​ສ້າງສາ​ຍພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ແບບ​​ໃໝ່. 

                      ຕາມ​ແຫຼ່ງຂ່າວ​ຢ່າງ​ເປັນ​ທາງ​ການ​ຈາກ​​ເອກ​ອັກຄະ​ລັດຖະທູດຈີນ ປະຈຳ ອາເມລິກາ, ທີ່ການ​ສົນທະ​ນາຄັ້ງ​ນີ້, ການ​ນຳ 20 ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ເມືອງ, ​ເສດຖະກິດ-ການ​ເງິນ​ດ້ວຍ​ລະດັບ 2 ຝ່າຍ, ພາກ​ພື້ນ ​ແລະທົ່ວ​​ໂລກ. ກ່ອນ​ດຳ​ເນີນ ການ​ສົນທະ​ນາ, ມີ​ນັກ​ໄຈ້​ແຍກ, ນັກ​ວິຈານ, ນັກ​ສັງ​ເກດ​ການ​ສາກົນ​ຈຳນວນ​ບໍ່​ໜ້ອຍ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ດ້ວຍ ການ​ສົນທະ​ນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດອາເມລິກາ ​- ຈີນຄັ້ງ​ນີ້, ລັດຖະບານ 2 ປະ​ເທດ​ໄດ້ສ້າງ​ພື້ນຖານ​ທຳ​ອິດ​ໃຫ້​ແກ່​ການ ​ສ້າງສາ​ຍພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ແບບ​​ໃໝ່. ​ແຕ່​ເພື່ອ​ກ້າວ​ໄປ​ເຖິງ​ເປົ້າ​ໝາຍ​ປາຍທາງ​ນັ້ນ, ກໍ​ແມ່ນ​ວິວັດ​ການ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ, ​ເພາະວ່າ​ລະຫວ່າງ 2 ປະ​ເທດ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ​ໃນ​ບັນດາ​ບັນຫາ ນັບ​ທັງ​ອະດີດ​ຕະການ ​ແລະ ຫາ​ກໍ​ເກີດ​ໃໝ່, ຖ​້າຫາກ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່່າງ​ເຖິງ​ຖອງ​ນັ້ນ, ຄວາມ​ສຳນຶກ “ການ​​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ແບບ​​ໃໝ່ ” ຈະ​ຍາກ​ທີ່​ຈະ​ກຳນົດ​ໄດ້.

   ກ່ອນ​ອື່ນ​ໝົດ, ຮົ້ວ​ກີດຂວາງ​ໃນ​ການ​ພົວພັນ 2 ຝ່າຍອາເມລິກາ ​- ຈີນ ​ແມ່ນ​ນອນ​ໃນ​ບັນຫາ​ດ້ານ​ເສດຖະກິດ-ການ​ຄ້າ. ບໍ່​ອາດ​ປະຕິ​ເສດ​ໄດ້​ໃນ​ຕະຫຼອດ 34 ປີ ນັບ​ແຕ່ 2 ປະ​ເທດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ມາ​ຮອດ​ປະຈຸ​ບັນ, ການ​ຄ້າ 2 ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ທົບ 198 ​ເທົ່າ. ພິ​ເສດ, ​ໃນ 5 ປີ​ມາ​ນີ້, ວົງ​ເງິນ​ການ​ຄ້າອາເມລິກາ ​- ຈີນ​ໄດ້​ເພີ່ມ​ຂຶ້ນ​ຈາກ 270 ຕື້ USD ​ຂຶ້ນ​ເປັນ​ເກືອບ 500 ຕື້ USD . ​ແຕ່​ການພັດທະນາ​ເສດຖະກິດ-ການ​ຄ້າ​ທີ່​ຮ້ອນ​ເຮັ່ງ​ນີ້​ກໍ​ຍັງ​ໄປ​ພ້ອມ​ກັບ​ການ​ຍາດ​ຊິງ​ກັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ ລະ​ແວງ​ສົງ​ໄສ​ຕໍ່​ກັນ. ພ້ອມ​ກັນ​ນັ້ນ, ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ 2 ປະ​ເທດ​ແມ່ນ​ໃຫຍ່​ທີ່ສຸດ. ຄາດ​ຄະ​ເນ​ວ່າ ​ໃນ​ປະຈຸ​ບັນ, ບັນດາ​ນັກ​ລັງ​ທຶນອາເມລິກາພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຮົ້ວ​ກີດຂວາງ​ຫຼື​ສິ່ງ​ຈຳກັດ​ກ່ຽວ​ກັບ​ກຳມະສິດ​ໃນ​ປະມານ​ 90 ຂົງ​ເຂດ​ຢູ່​ຈີ​ນ, ​ໃນ​ຂະນະ​ນັ້ນ, ບັນດາ​ບໍລິສັດ​ຈີນ​ທີ່ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່ອາເມລິກາ ຍາມ​ໃດ​ກໍ​ເປັນ​ຫ່ວງ​ກັງວົນ​ຕໍ່​ໄພ​ອັນຕະລາຍ​ຖືກ​ຜົນ​ສະທ້ອນ​ຍ້ອນ​ບັນດາ​ຂໍ້​ຕົກລົງ​ໄຮ້​ຜົນ​ປະ​ໂຫຍ​ດ ຈາກສະພາ​ແຫ່ງ​ຊາດອາເມລິກາ ຫຼື​ຖືກ​ປະຕິເສດຍ້ອນ​ເຫດຜົນ​ຮັບປະກັນ​ຄວາມ​ສະ​ຫງົບ​ປອດ​ໄພ. ອີກ​ດ້ານ​ໜຶ່ງ, ບັນຫາ​ກຳນົດ​ກຳນົດ​ລາຄາ​ສະ​ກູນ​ເງິນ​ຢວນ ກໍ​ແມ່ນ​ຫົວ​ເລື່ອ​ງກໍ່​ຄວາມ​ໂຕ້​ຖຽງ​ກັນ​ທີ່​ແກ່ຍາວ​ເປັນ​ເວລາ​ດົນນານ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ, ກໍ່​ສິ່ງ​ກີດຂວາງ​ໃນ​ການ​ແລກປ່ຽນ​ການ​ຄ້າ. ​ແຕ່​ດົນ​ນານ​ມາ​ແລ້ວ, ອາເມລິກາ ຍັງ​ຄົງ​ຖື​ວ່າ ອຳນາດ​ການ​ປົກຄອງ​ຈີນ​ໄດ້​ກຳນົດ​ລາຄາ​ຕ່ຳ​ເກີນ​ໄປ​ສຳລັບ ສະ​ກູນ​ເງິນ​ຢວນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ນີ້​ມີ​ທ່າ​ໄດ້​ປຽບ​ຫຼາຍ​ກ່ວາ​ກ່ຽວ​ກັບ​ລາຄາ​​ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນໆ​ໃນ​ການ​ຄ້າ​ສາກົນ.

    ພ້ອມ​ກັບບັນດາ​ການ ຍາດ​ຊິງ​ກັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ​ໃນ​ດ້ານ​ການ​ຄ້າ, ບັນຫາ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ ກໍ​ແມ່ນ​ບັນຫາ​ທີ່​ສັບສົນ​ໃນ​ການ​ພົວພັນ​ລະ​ຫວ່າງ​ປັກ​ກິ​ງ-ວໍ​ຊິງ​ຕັນ. ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂີ້ລັກລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນຍາອາເມລິກາ ທີ່​ໄດ້​ຍົກ​ອອກ​ມາ​ເມື່ອ​ມໍ່ໆ​ມາ​ນີ້ໄດ້​ຄາດ​ຄະ​ເນ​ວ່າ ​ແຕ່ລະ​ປີ​ພື້ນຖານ​ເສດຖະກິດ​ນີ້ ຖືກ​ເສຍ​ຫາຍ​ປະມານ 300 ຕື້ USD ຍ້ອນ​ບັນດາ​ການ​ບຸກ​ໂຈມ​ຕີ​ຢ່າງ​ຂອບ​ຂະໜາດ​ໃຫຍ່​ຂອງ​ຫັກ​ເກີ​ສາກົນ, ​ໃນ​ນັ້ນ​ຫັກ​ເກີ​ຈາກ​ຈີນ ​ແມ່ນ​ຕົວ​ການ​ເບີ​ໜຶ່ງ. ​ໃນ​ຂະນະ​ທີ່​ການ​ໂຕ້​ຖຽງ​ນີ້​ຍັງ​ບໍ່​ທັນ​ຮອດ​ຍາມ​ສິ້ນ​ສຸດ​ນັ້ນ, ບັນຫາ​ຍິ່ງນັບມື້​ນັບ ​ສັບສົນຂຶ້ນ​ອີກ ຂະນະ​ທີ່​​ໃນ​ຈຳນວນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ໂຄງການ​ຕິດຕາມ​ລາຊະການ​ລັບ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດອາເມລິກາ (NSA) ຖືກ​ອະດີດ​ພາລະ​ກອນ​ສືບ​ລາຊະກາ​ນລັບອາເມລິກາ ​ທ່ານ Edward Snowden ​​ເຜີ​ຍລັບ​ນັ້ນ ​ໄດ້​ເຕື້ອງ​ເຖິງ​ບັນດາ​ເປົ້າ​ໝາຍ​ບຸກ​ໂຈ​ມຕີ​ແມ່ນ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ​ຂອງ​ມະຫາວິທະຍາ​ໄລ​ແທງ​ຮວາຢູ່​ປັກ​ກິ​ງ ​ແລະ ມະຫາວິທະຍາ​ໄລ​ຮອງ​ກົງ. ​ເພາະສະ​ນັ້ນ, ທີ່​ການ​ສົນທະນາ​ຄັ້ງ​ນີ້, ຈີນ​ປາດ​ຖະໜາ​ວ່າ ຈະ​ໄດ້​ຮັບ​ຄຳ​ອະທິບາຍ​ຢ່າງ​ລະອຽດ​ຈາກ​ຝ່າຍ​ ອາເມລິກາ . ​ໃນ​ຂະນະ​ນັ້ນ,ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ ອາເມລິກາ , ອາເມລິກາ ມີ​ພຽງຄວາມ​ຫວັງ​ວ່າ 2 ຝ່າຍ​ຈະເລັ່ງ​ໃສ່ບັນດາ​ກໍລະນີ​ຂີ້ລັກ​ຂໍ້​ມູນ​ດ້ານ​ການ​ຄ້າ ​ແລະ ຊັບ​ສິນ​ທາງ​ປັນຍາ​ອື່ນໆ. ນອກຈາກ​ນັ້ນ, ​ເລື່ອງ ອາເມລິກາ ຂາຍ​ອາວຸດ​ໃຫ້​ແກ່​​ໄຕ້​ຫວັນ ກໍ​ແມ່ນ​ສາຍ​ເຫດ​ກໍ່​ຄວາມ​ແຕກ​ແຫງ​ສຳລັບ​ການ​ພົວພັນ ອາເມລິກາ ​- ຈີນ. ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ອື່ນໆ ກໍ​ສົ່ງ​ຜົນ​ກະທົບ​ບໍ່​ໜ້ອຍ​ເຖິງ​ການ​ພົວພັນ ອາເມລິກາ ​- ຈີນ ຄື ບັນຫາ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ, ກ່ຽວ​ກັບ​ການ​ພິພາດ​ເຂດ​ນານ​ທະ​ເລ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເລື່ອງ 2 ປະ​ເທດ ອາເມລິກາ ​- ຈີນ ສ້າງສາ​ຍພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ແບບ​​ໃໝ່ ຍັງ​ພວມ​ຢູ່​ໃນ​ວິວັດ​ການ​ຊອກ​ຮູ້. ​ເພາະ​ຈຸດ​ພິ​ເສດ​ທີ່​ພົ້ນ​ເດັ່ນ ​ແລະ ກໍ​ແມ່ນ​ຈຸດ​ອ່ອນ​ຕົ້ນຕໍ​ໃນການພົວພັນ​ລະຫວ່າງ​  2 ປະ​ເທດ​ມະຫາ​ອຳນາດ​ ​ແມ່ນ​ການ​ຂາດ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ​ຊຶ່ງ​ກັນ ​ແລະ ກັນ. ບັນດາ​ການ​ພົບ​ປະສຸ​ດຍອດ​ຫຼື​ຂັ້ນ​ສູງ​ລະຫວ່າງ ອາເມລິກາ ​- ຈີນ ຍາກ​ທີ່​ຈະ​ສາມາດ​ແກ້​ໄຂ​ຄວວາ​ມຂາດ​ຕົກ​ບົກ​ຜ່ອງ​ໂດຍ​ພື້ນຖານ​ນີ້​ໄດ້ ​ແລະ ການ​ສົນທະນາ​ປະຈຳ​ປີ​ຄັ້ງ​ນີ້​ກໍ​ບໍ່ນອນນອກເໜືອຈາກບັນຫາດັ່ງກ່າວ, ແຕ່ມັນຈະ ຫຼຸດຜ່ອນສະພາບເຂົ້າໃຈຜິດທີ່ອາດຈະພາໄປເຖິງເລື່ອງການພົວພັນຖືກ ພັງທະລາຍ. ການພົວພັນລະຫວ່າງ 2 ປະເທດໄດ້ຮັບການຕີລາຄາວ່າ ພວມກ້າວເດີນໄປຕາມທິດກ້ຳເກິ່ງກ່ວາ ນັບ​ແຕ່​ພາຍຫຼັງ​ການ​ພົບ​ປະ​ຂັ້ນສຸດ​ຍອດ​ຫວ່າງ​ແລ້ວ​ນີ້ລະຫວ່າງທ່ານປະທານາທິບໍດີ ອາເມລິກາ ​Barak Obama ​ແລະ ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜີ​ງ ດ້ວຍ​ບັນດາ​ຄຳ​ຖະ​ແຫຼ​ງທີ່​ແຂງ​​ແຮງ​ຈາກ​ທັງ 2 ຝ່າຍ. ​ເຄົາລົບ​ຊຶ່ງ​ກັນ ​ແລະ ກັນ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແມ່ນ​ຄວາມ​ຮັບ​ຮູ້​ລວມຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ 2 ປະ​ເທດ​ບົນ​ເສັ້ນທາງສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບ​ໃໝ່ ອາເມລິກາ ​- ຈີນ ​ແລະ ນີ້​ແມ່ນ​ສິ່ງ​ທີ່​ຫາງ​ສຽງ​ພວມ​ລໍຄອຍ​ຈາກ​ການ​ສົນທະ​ນາຍຸດ​ທະ​ສາດ​ຄັ້ງ​ນີ້

ຕອບກັບ

ຂ່າວ/ບົດ​ອື່ນ