ບໍ່ອາດປະຕິເສດຜົນງານ ດ້ານສິດທິມະນຸດຂອງຫວຽດນາມ ໄດ

(vovworld) -  ຫວຽດນາມ ພວມ​ຢູ່ໃນ​ວິວັດທະ​ນາ​ການ​ອອກ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ (ສປຊ) ອາຍຸ​ການ 2013 - 2016. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ມີ​ບຸກຄົນ​ຈຳນວນ​ຫນຶ່ງ ​ແລະ ອົງການ​ປົກ​ປ້ອງ​ສິດ​ທິມະນຸດ​ຂອງ​ຊາວ ຫວຽດນາມ ​ຢູ່​ຕ່າງປະ​ເທດ​ພັດ​ຖື​ວ່າ ຫວຽດນາມ​ບໍ່​ທັນ​ສົມ​​ທີ່​ຈະ​ເຂົ້າ​ຮ່ວມ​ອົງ​ປະກອບ​ລະຫວ່າ​ງລັດຖະບານ​ຂອງ ສປຊ ​ເພື່ອ​ພິຈາລະນາ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ໃນ​ທົ່ວ​ໂລກ ຍ້ອນ​ຍັງ​ມີ​ບັນດາ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງກ່ຽວ​ກັບບັນຫາ​ສິດທິ​ມະນຸດ​ພາຍ​ໃນ​ປະ​ເທດ​. ນີ້​ແມ່ນ​ການຕີ​ລາຄາ​ຂາດ​ລັກສະນະຕົວ​ຈິງ​ກ່ຽວ​ກັບ​ຜົນງານ​ດ້ານ​ສິດທິ​ມະນຸດ​ຂອງ ຫວຽດນາມ ​​ແນ​ໃສ່​ເຮັດ​ໃຫ້​ອິດ​ທິພົນ​ຊື່​ສຽງ​, ບົດບາດ​ຂອງ ຫວຽດນາມ​ໃນ​ເວທີ​ສາກົນ​ຖືກຫລຸດ​ລົງ.

ບໍ່ອາດປະຕິເສດຜົນງານ ດ້ານສິດທິມະນຸດຂອງຫວຽດນາມ ໄດ - ảnh 1

ຢູ່ຫວຽດນາມ, ເດັກນ້ອຍໄດ້ຮັບການລະຫຼິ້ນ, ຮ່ຳຮຽນຢ່າງເສລີ
(ພາບປະກອບ)

        ​ໃນ​ຄຳອ້າງ​ເຫດຜົນຂອງ​ບັນ​ດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ດັ່ງກ່າວ, ​ເຂົາ​ເຈົ້າ​ຖື​ວ່າ ອຳນາດ​ການ​ປົກຄອງຫວຽດນາມ ​ໄດ້​ມີ​ບັນດາ​ຮູບ​ການ​ປາບ​ປາມ ​ແລະ ນາບ​ຂູ່​ບັນດາ​ຜູ້​ຕໍ່ສູ້​ປົກ​ປ້ອງ​ສິດທິ​ມະນຸດ​ພາຍ​ໃນ​ປະ​ເທດ. ​ໂດຍລະອຽດ​ແມ່ນ​, ​ເຂົາ​ເຈົ້າ​ເຕື້ອ​ງ​ເຖິງ​ເປົ້າ​ໝາຍ​ຈຳນວນ​ຫນຶ່ງ ​ແລະ ບາງ blogger ຫາ​ກໍ​ຖືກຕັດສິນ​ລົງ​ໂທດ ຍ້ອນ​ລະ​ເມີດ​ກົດໝາຍ​ຂອງຫວຽດນາມ ​ແລະ ຖື​ວ່າ ອຳນາດ​ການ​ປົກຄອງ ຫວຽດນາມ ບໍ່​ເຄົາລົບ​ສິດທິ​ມະນຸດ. ​ເຂົາ​ເຈົ້າຖື​ວ່າ, ​​ຕ້ອງອອກສຽງ​ເພື່ອ​ໃຫ້​ທົ່ວ​ໂລກ​​ເຂົ້າ​ໃຈ​ວ່າ: ຫວຽດນາມ​ບໍ່​ປະ​ຕິ​ບັດ​ຖື​ກຕ້ອງ​ຕາມ​ຄຳ​ໝັ້ນ​ສນຍາ​​ເຄົາລົບ​ສິດທິ​ມະນຸດ ​ແລະ ຮຽກຮ້ອງ​ໃຫ້ຫວຽດນາມ ກ່ອນ​ອື່ນ​ໝົດ​ຕ້ອງ​ປັບປຸງ​ຜົນ​ງານ​ດ້ານ​ສິດ​ທິມະນຸດ, ປ່ອຍ​ນັກ​ໂທດ​ການ​ເມືອງ ​ແລະ ​ສາສະຫນາ ​ເພື່ອ​ມີ​ຖານະ​​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ ຫລື ກາຍ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ສປຊ.

        ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນຢັນ​ວ່າ ບັນດາ​ຜົນງານ​ກ່ຽວ​ກັບ ສິດທິ​ມະນຸດ​ຂອງ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ​ດ້ວຍ​ການ​ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຕາມ​ກົນ​ໄກ​ສຳ​ຫລວດ​ກວດກາ​ເປັນ​ປະຈຳ​ກ່ຽວ​ກັບ ສິດທິ​ມະນຸດ​ຂອງ ຫວຽດນາມ ທີ່​ສະພາ​ສິດທິ​ມະນຸດ ສປຊ ​ເມື່ອ​ເດືອນ 9/2009.​ ບັນດາ​ປະ​ເທດ​ຕີ​ລາຄາ​ສູງ​ຜົນງານ, ຄວາມ​ມານະ​ພະຍາຍາມຕ່າງໆ​ຂອງ ຫວຽດນາມ ​ໃນ​ການ​ເສີມ​ຂະຫຍາຍ ​ແລະ ປົກ​ປ້ອງ​ ສິດທິ​ມະນຸດ. ປະຊາ​ຄົມ​ໂລກ​ລ້ວນ​ແຕ່​ເຫັນ​ແຈ້ງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ ຫວຽດນາມ ​ແມ່ນ​ເຄົາລົບ​ບັນດາ ສິດທິ​ມະນຸດ​​ດ້ານ​ການ​ເມືອງ, ພົນ​ລະ​ເຮືອນ, ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ. ຍ້ອນ​ມີ​ການ​ຮັບປະກັນ ສິດທິ​ມະນຸດ, ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ວັດທະນະທຳ​ຢູ່ ຫວຽດນາມ ​ໄດ້ມີ​ຄວາມກ້າວໜ້າ​ອັນ​ໃຫຍ່ຫຼວງ, ​ເປັນ​ຕົ້ນ​​ແມ່ນ ​ໃນ​ຊຸມ​ປີ​​ແຫ່ງ​ການ​ປະຕິບັດ​ກິດຈະການ​ປ່ຽນ​ແປງ​ໃຫມ່. ລະດັບ​ຈະ​ເລີ​ນ​ເຕີ​ບ​ໂຕ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ ບັນລຸ​ລະດັບ​ສູງ​ຢ່າງ​ລຽນ​ຕິດ ຄື 7%/ປີ​ ໃນ​ກວ່າ​ທົດ​ສະ​ວັດ​ຜ່ານ​ມາ, ​​ການ​ເຕີບ​ໂຕ​ເສດຖະກິດ​​ຕິດ​ພັນກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ເປັນ​ຢ່າງ​ດີ ນັ້ນ​ແມ່ນ​ບັນດາ​ບາດກ້າວ​ປະຕິບັດ​ນະ​ໂຍບາຍ​ເພື່ອ​ມະນຸດ​ຂອງ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ. ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ​ໃນ​ກິດຈະການ​ປ່ຽນ​ແປງ​ໃຫມ່​ຂອງ​ຫວຽດນາມ ​ໃນ​ໄລຍະ 35 ປີຜ່ານ​ມາ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ ຫວຽດນາມ ນັບ​ມື້​ນັບ​ຮັບປະກັນ​ບັນດາ​ສິດ​ພື້ນຖານ​ຂອງ​ປະຊາຊົນ​ກວ່າ, ພິ​ເສດ​ແມ່ນ​ສິດ​ກ່ຽວ​ກັບ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ.

        ສະ​ນັ້ນ ບັນດາ​ຖ້ອຍ​ທຳນອງ​ໂຕ້​ຕອບຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທີ່ຖື​ວ່າ ອຳນາດ​ການ​ປົກຄອງ ຫວຽດນາມ ຈຳກັດ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ສື່​ມວນ​ຊົນ, ສິດ​ເສລີ​ດ້ານ​ຂ່າວສານ, ຜູ້​ລະ​ເມີດ​ດ້ານ​ກົດໝາຍຖືກ​ຕັດສິນ​ລົງ​ໂທດເຊັ່ນ​ດຽວກັນ​ກັບ​ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ​ແລະ ຖື​ວ່າ ຫວຽດນາມ ບໍ່​ປະຕິບັດ​ຖືກຕ້ອງ​ຕາມ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ເຄົາລົບ ສິດທິ​ມະນຸດ ຫລື ຂາດ​ຄວາມ​ເຄົາລົບ ສິດທິ​ມະນຸດ ​ທັງ​ໝົດ​ເຫຼົ່າ​ນັ້ນ​ແມ່ນ​ບໍ່​ມີມູນ​​ຄວາມ​ຈິງ, ບໍ່ອາດ​ຫລອກ​ລວງ​ໃຜ​ໄດ້ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສ່ວນ​ບຸກຄົນ ຫລື ກຸ່ມ​ຄົນ​ໃດ​ຫນຶ່ງ. ລັດຖະທຳ​ມະນູນ, ກົດໝາຍຂອງ​ຫວຽດນາມ ຫ້າມ​ບັນດາ​ການ​ກະທຳ​ສວຍ​ໃຊ້​ສາສະຫນາ, ສິດທິ​ມະນຸດ ​ເພື່ອ​ກໍ່​ຄວາມຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ສັງຄົມ, ​ເຮັດ​ໃຫ້​ຄວາ​ມສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ຖືກ​ຜົນ​ສະທ້ອນ, ທຳລາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ບັນດາ​ຜູ້​ລະ​ເມີດ, ບໍ່​ວ່າ​ຊົນ​ເຜົ່າຫລື​ສາສະຫນາ​ໃດ​ກໍ່ລ້ວນ​ແຕ່​ຖືກ​ສານ​ຫວຽດນາມ​ຕັດສິນ​ລົງ​ໂທດ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ. ນັ້ນ​ແມ່ນ​ສິ່ງ​ທີ່​ບໍ່​ວ່າ​ປະ​ເທດ​ໃດ​ໃນ​ໂລກ​ລ້ວນ​ແຕ່​ປະຕິບັດ​ເພື່ອ​ປົກ​ປ້ອງ​ສິດ​ຂອງ​ກົດໝາຍ. ​ແລະ ຫວຽດນາມ ກໍ​ເຊັ່ນ​ດຽວ​ກັນ. ສະ​ນັ້ນ ຢູ່ ຫວຽດ,ນາມ ບໍ່ມີ​ສິ່ງ​ທີ່​ເອີ້ນ​ວ່າ ນັກ​ໂທດຈັນ​ຍາ​ບັນ, ນັກ​ໂທດ​ການ​ເມືອງ ຫລື ນັກ​ໂທດ​ສາສະຫນາ ຫາກ​ພຽງ​ແຕ່​ມີ​ບັນດາ​ພົນລະ​ເມືອງ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ, ກົດໝາຍ ຫລື ລະ​ເມີດ​ກົດໝາຍ​ຖືກ​ຕັດສິນ​ລົງ​ໂທດ​ຕາມ​ກົດໝາຍ​ເທົ່າ​ນັ້ນ.

        ສິ່ງ​ຈຳ​ເປັນ​ເພື່ອ​ພິຈາລະນາ​ກ່ຽວກັບ ສິດທິ​ມະນຸດ​ພາຍ​ໃນ​ປະ​ເທດ​​ໃດຫນຶ່ງ, ກ່ອນ​ອື່ນ​ໝົດ​ຕ້ອງ​ພິຈາລະນາ​ລັດຖະບານ​ຂອງ​ປະ​ເທດ​ນັ້ນ​​​​ໄດ້​ເຮັດຫຍັງ​ແດ່​ເພື່ອ​ຊ່ວຍປະຊາຊົນ​ມີ​ຊີ​ວິດການ​ເປັນ​ຢູ່​ທີ່​ອີ່ມ​ຫນຳ​ສຳລານ​ກວ່າ​ນັບ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ​ເປັນ​ຕົ້ນ​ຢູ່​ປະ​ເທດ​ທຸກ​ຍາກ ຫລື ພວມ​ພັດທະນາ​ຄື​ຢູ່ ຫວຽດນາມ. ນັ້ນ​ແມ່ນ​ບັນຫາ​ຕົ້ນຕໍ​ຂອງ ສິດທິ​ມະນຸດ. ມີ​ບຸກຄົນ​ຈຳນວນ​ຫນຶ່ງ​ທີ່​ເຂົາ​ເຈົ້າຖື​ວ່າ:​​ແມ່ນ​ນັກ​ການ​ເມືອງ, ນັກ​ໂທດ​ສາ​ສະຫນາ, ... ​​ເນື້ອ​ແທ້​ແມ່ນ​ບັນດາ​ຜູ້​ລະ​ເມີດ​ກົດໝາຍ, ຖືກ​ຕັດສິນ​ລົ​ງ​ໂທດ​ຕາມ​ປະ​ມວນ​ກົດໝາຍ​ອາຍາ​ຂອງ ສສ ຫວຽດນາມ. ​ເລ່ືອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ມີ​ບັນດາ​ມາດ​ຕະການ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ຕ້ານ ຫລື ສານ​ຕັດ​ສິນ​ລົງ​ໂທດ​ເຂົາ​ເຈົ້າ​ບໍ່​ແມ່ນ​ລະ​ເມີດ ສິດທິ​ມະນຸດ ຫາກ​ນັ້ນ​ແມ່ນ​ເພື່ອ​​ໃຫ້​ປະຊາຊົນ​ໄດ້​ດຳລົງ​ຊີວິດ​ໃນ​ຄວາ​ມສັນ​ຕິ​ພາບ ສະຖຽນ​ລະ​ພາບ.

        ມະ​ຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະພາ ສິດທິ​ມະນຸດ ສປຊ ວັນ​ທີ 15/3/2006 ​ໄດ້​ຊີ້​ແຈງ​ວ່າ ບັນດາ​ສະມາຊິກ​ໃນ​ສະພາ ສິດທິ​ມະນຸດ ຕ້ອງ​ບັນລຸ​ມາດຕະຖານ​ສູງ​ສຸດ​ໃນ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ບັນດາ​ສິດ​ເປັນ​ພື້ນຖານ​ຂອງ​ມະນຸດ. ດ້ວຍ​ເລື່ອງ​ຕັ້ງ​ໝັ້ນ​ສືບຕໍ່​ສູ້​ຊົນ​​ເຮັດ​ໃຫ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຄວາມ​ຍຸຕິ​ທຳ​ສັງຄົມ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ບັນດາ​ ສິດທິ​ມະນຸດ ຢູ່ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ປະກັນ​ໃນ​ຕົວ​ຈິງ  ​ແລະ ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ຂ່າວ​ຄາວ​ຊຶ່ງ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທີ່​ກ່າວ​ຫາ ຫວຽດນາມ​ວ່າຂາດ​ສິດທິ​ມະນຸດ ​ແມ່ນ​ບໍ່​ຖືກ​ກັບ​ຄວາມ​ຈິງ. ຄຽງູ​ຄູ່​ກັນ​ນັ້ນ ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽ​ດນາມ ​ແມ່ນ​ສູ້​ຊົນ​ພ້ອມ​ກັບ​ປະຊາ​ຄົມ​ໂລກ​ຊຸກຍູ້​ການ​ຊົມ​ໃຊ້ ​ແລະ ປົກ​ປ້ອງ ສິດທິ​ມະນຸດ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕ່າງ​ໆ. ​ເພາະ​ສະ​ນັ້ນ ຫວຽດນາມ ຄວນ​ເຂົ້າ​ເປັນ​ສະມາຊິກ​ຂອງ ສະພາ ສິດທິ​ມະນຸດ ​ເພື່ອ​ພ້ອມ​ກັບ​ບັນດາ​ປະ​ເທດ​ປະຕິບັດ ສິດທິ​ມະນຸດ ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ສຳ​ເລັດ​ຜົນ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້. ດ້ວຍ​ຄຳ​ໝັ້ນ​ສັນຍາຢ່າງ​ແຮງ​ຕໍ່​ການ​ຮັບປະກັນ ສິດທິ​ມະນຸດ ​ແລະ ບັນດາ​ບົດຮຽນ​ພຶດຕິ​ກຳ​​​ຕົວຈິງ, ​ແນ່ນອນ​ວ່າ ຫວຽດນາມ ຈະ​ປະຕິ​ບັດ​ຫນ້າ​ທີ່​ນີ້​ເປັນ​ຢ່າງ​ດີ ​ແລະ ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ສະພາ ສິດທິ​ມະນຸດ, ​ເພື່ອ​​ໂລກ​ແຫ່ງ​ສັນຕິພາບ, ວັດທະນາ​ຖາວອນ ​ແລະ ຍຸຕິ​ທຳ;

ຕອບກັບ

ຂ່າວ/ບົດ​ອື່ນ