ປີ 2013 - ປີແຫ່ງຄວາມທົດສອບຂອງປະທານາທິບໍດີ Barak Obama

ປີ 2013 - ປີແຫ່ງຄວາມທົດສອບຂອງປະທານາທິບໍດີ Barak Obama - ảnh 1
ປະທານາທິບໍດີ Barak Obama ກ່າວຄຳເຫັນຢູ່ທຳນຽບຂາວ ຢືນຢັນຊາວອາເມລິກາຈະຮັບຜົນປະໂຫຍດຈາກການປະຕິຮູບ
ການປະກັນສຸຂະພາບ
(ພາບ : AFP)

   ຊາວອາ​ເມ​ລິ​ກາກ່ວາ 315 ລ້ານ​ຄົນ​ໄດ້​ເລີ່​ມພັກ​ການ​ເພື່ອ​ຕ້ອນຮັບ​ວັນ​ບຸນ​ຄິຼດສະມາດ ແລະ ຕ້ອນຮັບປີໃໝ່ 2014. ໃນທ່າມກາງຄວາມເບີກບານ ມ່ວນຊື່ນຕ້ອນຮັບປີໃໝ່ 2014, ພ້ອມກັບ ຄວາມປະເອີບໃຈ ຕໍ່ປີໃໝ່ຈະຈົບງາມ ກ່ວານັ້ນ, ຊາວ​ອາ​ເມ​ລິ​ກາ​ແຕ່ລະຄົນ​ຕ່າງ​ກໍ​ມີ​ອະນຸສອນ​ທີ່​ຍາກ​ຈະ​ຫຼົງ​ລືມ​ໄດ້​ກ່ຽວ​ກັບ​ປີ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ລວມທັງ​ຄວາມ​ເປັນ​ຫ່ວງ​ໄຍຢູ່​ພາຍ​ໃນ​ປະ​ເທດ ​ແລະ ຄວາມ​ສັບສົນ​ໃນ​ການ​ພົວພັນ​ສາກົນ. ປີ​ເກົ່າ​ໃກ້​ຈະ​ຜ່ານ​ພົ້ນ​ໄປ​ແລ້ວ, ນີ້​ກໍ​ແມ່ນ​ຈຸດ​ເວລາ​ທີ່​ຜູ້​ຄົນ​ທັງຫຼາຍສຸມ​ໃສ່​ປຶກສາ​ເຖິງ​ຄວາມ​ປິ​ຊາ​ສາມາດ​ຂອງ​ຜູ້ນຳ​ທຳນຽບຂາວ​​ໃນ​ປີ​ທຳ​ອິດ​ຂອງ​ອາຍຸ​ການ​ທີ 2.

    ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເລີ່​ມຕົ້ນ​ປີ 2013 ດ້ວຍ​ຄວາມ​ເຊື່ອ​ໝັ້ນຈາກ​ການ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ເຂົ້າ​ອາຍຸ​ການ​ທີ 2 ຂອງ​ປະທານາທິບໍດີ Barak Obama. ຊາວ​ອາ​ເມ​ລິ​ກາ​ປາດ​ຖະໜາວ​່າ ​ໃນ 4 ປີ​ທີ່​ຈະ​ເຖິງ,ປະ​ເທດ​ອາ​ເມລິິກາ ຈະ​ມີ​ຄວາມ​ສະຫວ່າງ​ສະ​ໄຫວ​ໃນ​ການ​ພັດທະນາ​ເສດຖະກິດ, ອັດຕາ​ໄພ​ວ່າງ​ງານ​ຫຼຸດ​ລົງ, ລາຍ​ຮັບ​ຂອງ​ປະຊາ​ຊົນ​ເພີ່ມ​ຂຶ້ນ​ພ້ອມ​ກັບ​ບັນດາ​ສະຫວັດດີ​ການ​ສັງຄົມ​ທີ່​ສ້າງ​ເງື່ອນ​ໄຂ​ທີ່​ດີ​ກ່ວາໃຫ້​ແກ່​ເຂົາ​ເຈົ້າ. ​ແລະ ​ໃນ​ຕົວ​ຈິງ, ​ໃນ​ປີ​ທຳ​ອິດ​ຂອງ​ອາຍຸ​ການ​ທີ 2, ​ປະທານາທິບໍດີ Barak Obama ຍາມ​ໃດ​ກໍ​ຮັກສາ​ຄຳ​ໝັ້ນ​ໝາຍ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມື່ອ​ກຳນົດ​ວ່າ ​ເສດຖະກິດ​ຍັງ​ຄົງ​ແມ່ນ​ຈຸດ​ສຸມ, ພ້ອມ​ທັງ​ມີ​ຄວາມ​ມານະ​ພະຍາ​ຍາຍ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ ສ.ສ.ຊ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຮີບ​ດ່ວນ​ທີ່​ພວມ​ວາງ​ອອກ​ໃຫ້​ແກ່ ປະ​ເທດ​ອາ​ເມລິິກາ. ​ແຕ່​ອາດ​ຈະ​ເຫັນ​ວ່າ ​ໃນ​ຕະຫຼອດ 12 ​ເດືອນ​ທີ່​ຜ່ານ​ມາ, ຄວາມ​ມານະ​ພະຍາ​ຍາຍ​ຂອງ ​ປະທານາທິບໍດີ Barak Obama ຍັງ​ບໍ່​ທັນ​ບັນລຸ​ໄດ້​ຕາມ​ຄວາ​ມຫວັງ. ບັນດາ​ການ​​ໂຕ້​ຖຽງ​ກັນ​ຢູ່​ພາຍ​ໃນ 2 ພັກ ​ໄດ້​ພາ​ໄປ​ເຖິງ​ສະພາບບໍ່​ມີ​ທາງ​ອອກ​ໃນ​ບັນດາ​ລັດຖະນະ​ໂຍບາຍ​ສຳລັບ​ພາຍ​ໃນກໍ​ຄື​ການ​ພົວພັນ​ຕ່າງ​ປະ​ເທດເກືອບ​ທັງ​ໝົດຂອງ ປະ​ເທດ​ອາ​ເມລິິກາ.

   ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງທາງ​ດ້ານ​ການ​ເມືອງ ​ແລະ ການ​ເງິນ

   ບັນດາ​ບັນຫາ​ພາຍ​ໃນ​ໃຫຍ່ຂອງ ປະ​ເທດ​ອາ​ເມລິິກາ​ປີ 2013 ຄື ຫຼຸດຜ່ອນ​ການ​ຂາດ​ດຸນ​ງົບປະມານ, ປະຕິ​ຮູບ​ລະ​ບົບສ່ວຍ​ສາ​ອາກອນ, ປະຕິ​ຮູບ​ລະບົບ​ປະກັນສຸຂະພາບ, ຄວບ​ຄຸມ​ການ​ຄ້າຂາຍ​ອາວຸດ, ປະຕິ​ຮູບ​ລະ​ບົບ​ເຂົ້າ​ເມືອງ... ກໍ​ລ້ວຍ​ແຕ່​ແມ່ນບັນຫາທີ່​ມີ​ລັກສະນະ​ຮີບ​ດ່ວນ​, ​ແຕ່ໃນ​ປີຜ່ານມາບໍ່​ຮັບ​ຮູ້​ການ​ຫັນປ່ຽນ​ທີ່​ຕັ້ງໜ້າ​ໃດໆ. ​ໃນ​ນັ້ນ, ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ໂຄງການ​ປະຕິ​ຮູບ​ລະບອບ ປະກັນ​ໄພ ​ແລະ ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ ຫຼື​ເອີ້ນ​ວ່າ Obamacare. ເບິ່ງ​ຄື​ວ່າ ນີ້​​ແມ່ນ​ບາດກ້າວ​ທີ່​ຫຍຸ້ງຍາກ​ທີ່​ສຸດ ​ແລະ ສິ້ນ​ເປືອງ​ເຫື່ອ​ແຮງ​ຫຼາຍ​ທີ່​ສຸດ​ຂອງ​ປະທານາທິບໍດີ Barak Obama ​ເມື​ອ່ກົດໝາຍ​ນີ້​ຖືກ​ນຳ​ເຂົ້າ​ປະຕິບັດ​ໃນ​ທ່າມກາງ​ຄວາມ​ໂຕ້​ຖຽງ​ກັນ​ຢ່າງ​ຮຸນ​​ແຮງ. ຜູ້​ຄົນ​ທັງຫຼາຍ​ຍັງ​ຮູ້​ດີ​ວ່າ ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ພັກ​ຝ່າຍ​ໃນ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ກາຍ​ເປັນ​ບັນຫາ​ທີ​່ມີ​ລັກສະນະ​ເປັນ​ລະບົບ​ແນວ​ຄິດ, ການ​ສູ້​ຢັນ​ກັນ​ລະຫວ່າງ 2 ພັກ​ເມື່ອ​ປີ 2013 ​ໄດ້​ພາ​ໄປ​ເຖິງ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ທີ່​ຮ້າຍ​ແຮງ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວລາ 17 ປີ, ພາກສ່ວນ​ໜຶ່ງ​ໃນ​ສະຫະລັດ​ອາ​ເມ​ລິ​ກາ ຕ້ອງ​ປິດ​ປະຕູ, ​ຢຸດການ​ເຄື່ອນ​ໄຫວ, ພະນັກງານ ພາລະ​ກອນ​ນັບ​ແສນ​ຄົນ​ຕ້ອງ​ພັກ​ການ​ໂດຍ​ບໍ່​ຮັບ​ເງິນ​ເດືອນ, ​ໃນ​ຂະນະ​ທີ່ປະ​ເທດ​ອາ​ເມລິິກາຖືກ​ຍູ້​ໄປ​ເຖິງ​ຂັ້ນ​ຂ້ອນ​ຂ້າງ​ລົ້ມ​ລະລາຍ. ພ້ອມ​ກັນ​ນັ້ນ, ບັນດາ​ປັດ​ໄຈ​ທີ່​ເຄັ່ງ​ຕຶງ​ໃນ​ສັງ​ຄົມ ກໍ​​ແມ່ນ​ບັນຫາ​ເຈັບຫົວ​ຂອງ​ອຳນາດ​ການ​ປົກຄອງອາ​ເມລິິກາ​ໃນ​ປີ 2013 ຂະນະ​ທີ່​ໄດ້​ເກີດ​ເຫດ​ຍິງຄາດ​ຕະກຳ​ກັນ​ຫຼາຍ​ຄັ້ງ​ໃນ​ໂຮງຮຽນ ຫຼື​ກໍລະນີ​ທະຫານ​ຜ່ານ​​ເສິກ​ຄົນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ ​ໄດ້​ຍິງ​ປືນ​​ແບບ​ປ່ວງບ້າ​ໃນ​ຖານ​ທີ່​ໝັ້ນ​ກອງທັບ​ເຮ​ືອຊຶ່ງ​ຫ່າງ​ຈາກ​ສຳນັກງານ​ສະພາ​ແຫ່ງ​ຊາດ​ພຽງ 2-3 ກິ​ໂລ​ແມດ.

    ວິ​ກິດ​ການ​ດ້ານ​ການ​ທູດ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ສອດ​ແນມ

   ປີ 2013, ​ເຫດການ​ທີ່​ເຮັດ​ໃຫ້​ໂລກ​ສັ່ນ​ສະ​ເທື່ອ​ນຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ກໍລະນີ​ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ CIA Edward Snowden ​ໄດ້​​ໜີ​ໄປ​ຕ່າງປະ​ເທດ ​ແລະ ​ໄດ້​​ເຜີຍ​ຄວາມ​ລັບ ໂຄງການ​ສອດ​ແນມ​ໃນ​ວົງ​ກ້ວາງ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ NSA . ບັນດາ​ຂໍ້​ມູນ​ຂ່າວສານ​ໂດຍ ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ CIA Edward Snowden ​ເປີດ​ເຜີຍ​ນັ້ນ, ​ໄດ້​ເຮັດ​ໃຫ້​ອຳນາດ​ການ​ປົກຄອງ ວໍ​ຊິງ​ຕັນ ຖືກ​ຕົກ​ເຂົ້າ​ສູ່ ວິ​ກິດ​ການ​ດ້ານ​ການ​ທູດທີ່​ຮ້າຍ​ແຮງ, ​ໃນ​ນັ້ນ​ລວມທັງ​ບັນດາ​ປະ​ເທດ​ພັດ​ທະ​ມິດ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ. ​ເຫດການ​ນີ້​ໄດ້​ເຮັ​ດ​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ເອີ​ລົບ​ຖືກ​ແຕກ​ແຫງ, ​ເຮັດ​ໃຫ້ ​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າ​ຂ້າມ​ມະຫາ​ສະໝຸດ​ອັດ​ລັງຕິກ TTIPD ​ຕ້ອງ​ຖືກໂຈະ​ໄວ້. ສຳລັບ​ລັດ​ເຊຍ, ພ້ອມ​ກັບ​ຄວາມ​ເຄັ່ງ​ຕຶ່ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ແຜນການ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ອາ​ເມ​ລິ​ກາ​ຢູ່​ເອີ​ລົບ​ຕາ​ເວັນ​ອອກ​ນັ້ນ, ບັນຫາ ຢູກ​ະແລນ, ​ເຫດການ​ເຜີຍ​ລັບໂຄງການ​ສອດ​ແນມ ​ໄດ້​ເຮັດ​ໃຫ້​ວິວັດທະນາ​ການ​ປັບປຸງ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ​ນີ້ ບໍ່​ບັນລຸ​ປະສິດທິ​ຜົນ. ​

   ບັນດາຈຸດທີ່ສະຫວ່າງສະໄຫວໃນພາບພົດປະເທດອາເມລິກາ 2013.

  ເຖິງຢ່າງນັ້ນກໍຕາມ, ບໍ່ອາດປະຕິເສດວ່າ ປີ 2013, ປະທານາທິບໍດີ Barak Obama ໄດ້ສ້າງຂີດໝາຍ ຈຳນວນໜຶ່ງຢ່າງສຳເລັດຜົນ. ກ່ອນອື່ນໝົດ ແມ່ນບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການຟື້ນຟູ ເສດຖະກິດ. ລະດັບການເຕີບໂຕ GDP ​ໃນ​ໄຕ​ມາດ​ທີ 3 ປີ 2013 ບັນລຸ 3,6%, ສູງ​ກ່ວາ​ຫຼາຍ​ເມື່ອ​ທຽບ​ໃສ່​ລະດັບ​ຄາດ​ຄະ​ເນ 3,1% ຂອງ​ບັນດາ​ຜູ້​ຊ່ຽວ​ຊານ. ນີ້​ກໍ​ແມ່ນ​ລະດັບ​ເພີ່ມ GDP ສູງ​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ​ນັບ​ແຕ່​ໄຕ​ມາດ​ທີ 1 ປີ 2012. ​ເສດຖະກິດ​ເຕີບ​ໂຕ ​ໄດ້​ປະກອບສ່ວນ​ແກ້​ໄຂ​ຕະຫຼາດ​ແຮງ​ງານ, ອັນ​ໄດ້​ເຮັດ​ໃຫ້​ອັດຕາ​ການ​ວ່າງ​ງານ​ຢູ່​ອາ​ເມລິ​ກາ​ໃນ​ເດືອນ 11 ປີ 2013 ຫຼຸດ​ລົງ​ລະດັບ 7%, ຊຶ່ງ​ແມ່ນ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ​ເວລາ​ 5 ປີ .

    ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ, ປີ 2013, ​ໄດ້​ຢັ້ງຢືນ​ບາດກ້າວ​ປົວ​ແປງ​ຢ່າງ​ຈະ​ແຈ້ງ​ໃນ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ ອີຣານ. ຊາວ​ອາ​ເມ​ລິ​ກາ​ມີ​ຄວາມ​ພໍ​ໃຈ​ຕໍ່​ເລື​່ອງທຳນຽບຂາວ ​ໄດ້​ຍາດ​ແຍ່ງ​​ໂອກາດ​ແນວທາງ​ໄກ​່ເກ່ຍຂອງ​ປະທານາ ທິບໍດີຄົນ​ໃໝ່​ຂອງ ອີຣານ ທ່ານ Hassan Rouhani ​ເພື່ອ​ຊອກ​ຫາ​ມາດ​ຕະການ ການ​ແກ້​ໄຂ​​ໂດຍ​ສັນຕິວິທີ​​ໃຫ້​ແກ່​ໂຄງການ​ນິວ​ເຄຼຍຂອງ​ອີຣານ.

   ປີ 2014 ດ້ວຍ​ພື້ນຖານ​ເສດຖະກິດ​ທີ່​ແຂງ​ແຮງ​ກ່ວາ, ອາດ​ຈະ​ແມ່ນ​ປີ​ມີ​ບາດກ້າວ​ບຸກທະລຸ​ຂອງ​ອາ​ເມ​ລິ​ກາ, ​ແຕ່​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ທີ່​ດີ​ກ່ວາ​ໃຫ້​ແກ່​ປະຊາຊົນ​ນັ້ນ, ​ແມ່ນ​ຍັງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ. ພ້ອມ​ກັບ​ການ​​ເພີ່ມ​ທະວີ​ກຳລັງ​ແຮງ​ຢູ່​ພາຍ​ໃນ​ປະ​ເທດ, ການ​ຊອກ​ຫາ​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ໃນ​ບັນດາ​ບັນຫາ​ພົວພັນ​ພາຍ​ໃນ, ພົວພັນ​ຕ່າງ​ປະ​ເທດ, ປະ​ເທດ​ອາ​ເມ​ລິ​ກາ​ຄວນ​ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ໃໝ່​ມຸ່ງ​ໄປ​ສູ່​ການ​ສ້າງ​ໂລກ​ທີ່​ປອດ​ໄພ​ກ່ວາ. ນີ້​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ​ສຳລັບ​ ປະທານາທິບໍດີ Barak Obama ​ໃນປີ 2014 .

ຕອບກັບ

ຂ່າວ/ບົດ​ອື່ນ