ປະຊາທິປະໄຕ, ສຸມພູມປັນຍາເພື່ອສ້າງລັດຖະທຳມະນູນ

(vovworld)- ພາຍຫລັງ 5 ​ເດືອນ​ນັບ​ແຕ່​​ຄັ້ງ​ທຳ​ອິດ​ທີ່ປະກາດ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຢ່າງ​ກວ້າງຂວາງ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ວັນ​ທີ 3/6, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ​ທີ່​ຫໍ​ປະຊຸມຂອງ​ສະພາ​ແຫ່ງ​ຊາດ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄຫມສາມັນ​ເທ​ື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ບັນດາ​ເນື້ອ​ໃນຕົ້ນຕໍ​ຄື: ​ຊື່​ປະ​ເທດ​ຊາດ, ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ລັກສະນະ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ບັນດາ​ພາກສ່ວນ​ເສດຖະ​ເກິ​ດ, ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ແມ່ນ​ບັນດາ​ບັນຫາ​ຊື່​ງສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ໄດ້​ເຕື້ອງ​ເຖິງ.

        ຕາມ ສສຊ ຫລາຍ​ທ່ານ​ແລ້ວ, ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງ​ນີ້ ​​ຕອບ​ສະຫນອງ​ໄດ້​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ການ​ເມືອງ​, ​ເສດ​ຖະກິດ, ສັງຄົມ​ທີ່​ພວມ​ວາງ​ອອກ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​, ການ​ເຊື່ອມ​ໂຍງ ​ແລະ ​ໂລກາ​ພິວັດ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຫາ​ສຳຄັນທີ່​ຄວນ​ວາງ​ອອກ ນັ້ນ​ແມ່ນ​ປະສິດທິ​ຜົນຂອງ​ບັນດາ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ.

        ພ້ອມ​ກັບຄວາມ​ເຫັນ​ດີ​ຮັກສາ​ຊື່​ຂອງ​ປະ​ເທດ ສສຫວຽດນາມ​ໄວ້​ຄື​ເກົ່າ ​ເພື່ອ​ສືບ​ຕໍ່​ຢັ້ງຢືນ​ຈຸດ​ໝາຍ​ເສັ້ນທາງ ​ແລະ ພັດທະນາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ, ຮັບປະກັນ​ລັກສະນະ​ສະຖຽນລະ​ພາບ​ແລ້ວ, ສສຊ ຈຳນວນ​ຫນຶ່ງ​ຖື​ວ່າ: ຮ່າງ ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ທີ່​ວ່າ: ສິດ​ອຳນາດ​ແຫ່ງ​ລັດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ ​ແລະ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກົນ​ໄກສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດແມ່ນ​ເອກະ​ພາບ, ມີ​ການ​ຈັດ​ແບ່ງ,​ ສົມ​ທົບ ​ແລະ ກວດກາ​ລະ​ຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການ​ປະຕິບັດ​ອຳ​ນາດ​ນິຕິບັນຍັດ, ອຳນາດ​ຕຸລາການ, ອຳນາດ​ບໍລິຫານ. ​ໃນ​ນັ້ນ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ພາລະ​ບົດບາດ​ຂອງ​ແຕ່​ລະ​ອົງການ​ແມ່ນ​ບັນດາ​ຂໍ້​ກຳນົດ​ປ່ຽນ​ໃຫມ່​ສຳຄັນ​ທີ່​ສຸດ​ໃນ​ວິທີ​ຈັດ​ຕັ້ງ​ກົງຈັກ​ລັດ​ຢູ່​ຫວຽດນາມ ປະຈຸ​ບັນ.

ປະຊາທິປະໄຕ, ສຸມພູມປັນຍາເພື່ອສ້າງລັດຖະທຳມະນູນ - ảnh 1
ກອງ​ປະຊຸມ​ສະ​ໄຫມສາມັນ​ເທື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13
ພາບ:xalo.vn

        ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ມາດ​ຕາ 4 ຂອງ​ຮ່າງ ລັດຖະທຳ​ມະນູນ, ຕາມ​ບັນດາ ສສຊ ​ແລ້ວ, ຖ້າ​ສັງ​ເກດ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ປະ​ເທດ​ຫວຽດນາມ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ບຸກທະລຸ​ທີ່​ບໍ່​ເຄີຍ ​ ມີ​ມາ​​ໃນ​ປະຫວັດສາດ ​ແລະ ​ໃນປະ​ຈຸ​ບັນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ເອກະລາດ, ​ເສລີພາບ, ພັດທະນາ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ມີ​ບົດບາດ​ທີ່​ຕັ້ງ​ນັບ​ມື້​ນັບ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ເປັນ​ອັນວ່າ ທັງ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ, ​ມີ​ພື້ນຖານ​ຢ່າງ​ພຽງພໍ​ເພື່ອ​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ພັກ​ນຳພາ​ຫນຶ່ງ​ດຽວ, ຕອບ​ສະຫນອງ​ໄດ້​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ປະຊາຊົນ​ໃນ​ບັນດາໄລຍະ​ນັບແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ​ແລະ ​ໄລຍະ​ຕໍ່​ໄປ ສະ​ນັ້ນ ການ​ກຳນົດ​ບົດບາດນຳ​ພາ​ຂອງ​ພັກ​ໃນ​ ລັດຖະທຳ​ມະນູນ ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ທ່ານ ຫງວຽນ​ທາຍ​ຫອກ, ສສຊ ​ແຂວງ ຟູ​ອຽນ ຍົກ​ຄຳ​ເຫັນ​ວ່າ:        

        “​ເລື່ອງ​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​, ​ລັດ ​ແລະ ສັງຄົມ ​ໃນ ລັດຖະທຳ​ມະນູນ ​ແມ່ນ​ພາວະ​ວິ​ໄສ, ສອດ​ຄອ່ງກັບ​ທິດ​ສະ​ດີ​ກ່ຽວກັບ​ພັກ​ກຳ​ອຳນາດ. ທິດ​ສະ​ດີ​ດັ່ງກ່າວ​ບໍ່​ພຽງ​ແຕ່​ໄດ້ໝູນ​ໃຊ້​ຢູ່​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຢູ່ຫລາຍ​ປະ​ເທດ​ໃນ​ໂລກອີກ​ດ້ວຍ ​ແລະ ບໍ່​ພຽ​ງ​ແຕ່​ພັກ​ກອມ​ມູນິດ ຫາກນັບ​ທັງ​ຢູ່​ພັກ​ອື່ນ​ກໍ່​ມີ. ພື້ນຖານ​ພຶດຕິ​ກຳ​ທີ່ຢືນຢັນ​ບົດບາດນຳ​ພາ​ຂອງ​ພັກ​ໄດ້​ຮັບ​ການ​ພິສູດ​ໃນ​ພຶດຕິ​ກຳ, ​ໄຊຊະນະ​ຂອງ​ການປະຕິວັດ​ຫວຽດນາມ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ບົດບາດນຳ​ພາ​ຂອງ​ພັກ. ​ການ​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​ໃນ ລັດຖະທຳ​ມະນູນ ​ແມ່ນ​ການຢືນຢັນ​ຄວາມ​ຈິງ​ທີ່​ມີ​ລັກສະນະ​ພາວະ​ວິ​ໄສ ​ແລະ ຍຸຕິ​ທຳ.”

        ກ່ຽວ​ກັບ​ພາກສ່ວນ​ເສດຖະກິດ, ທ່ານ ເຈີ່ນ​ຮົ່ງຮ່າ, ສສຊ ​ຂອງແຂວງ ຫວີງ​ຟຸກ ​ໄດ້​ສະຫນັບສະຫນູນ​ຕໍ່​ຂໍ້​ນຳ​ນົດວ່າ: ພື​້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ບໍ່​ຈຳ​ເປັນ​ຕ້ອງ​ກຳນົດ​ບົດບາດ​ຂອງ​​ເສດ​ຖະກິດ​​ແຫ່ງ​ລັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາງ ​ເຈືອງ​ທິທູ​ຈາງ,​ສສຊ ​ແຂວງ ຕຽນ​ຢາງ ຖື​ວ່າ:

        “ຕ້ອງ​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ລັກສະນະ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ​ເພາະວ່າ ກຳນົດ​ທິດ​ສັງຄົມ​ນິຍົມ​ຈະ​ສ້າງ​ປະ​ຖົມ​ປັດ​ໃຈ​ໃຫ້​ແກ່​ການ​ແກ້​ໄຂ​ບັນດາ​ຜົນ​ຮ້າຍ, ຄວາມ​ອ່ອນ​ດອ້ຍຂອງ​ພື້ນຖານ​ເສດຖະກິດ​ກໍ​ຄື​ບັນດາ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​ໃນ​ວິວັດທະນາ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ​ການ​ຕະຫລາດ ​ແລະ ​ເຊ່ືອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ. ສະ​ນັ້ນ ການ​ກຳນົດ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ດ້ວຍ​ຫລາຍ​ຮູບ​ການ​ກຳມະສິດ, ຫລາຍ​ພາກສ່ວນ​ເສດຖະກິດ​ໃນ​ນັ້ນ ​ເສດຖ​ະກິດ​ແຫ່ງ​ລັດ​ຮັກສາ​ບົດບາດ​ຫລັກ​ແຫ​ລ່ງ ​ແມ່ນ​ສອດຄ່ອງ ​ເພາະວ່າ ທັງ​ຢືນຢັນ​ໄດ້​ຄຸນ​ນະ​ທາດ, ທັງ​ສະ​ແດງ​ໃຫ້​ເຫັນ​ກຳລັງ​ຫນູນ ​ແລະ ຈຸດໝາຍ​ພັດທະນາ​ພື້ນຖານ​ເສດ​ຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ດ້ານ​ອື່ນ​ຮັບ​ປະກັນ​ຄວາມ​ກົມ​ກຽວ ​ແລະ​ສ້າງ​ຄວາມດຸນ​ດຽງ​​ໃນ​ສາຍ​ພົວພັນລະຫວ່າງ​ການ​ພັດທະນາ​ເສດຖະກິດ ​ແລະ ​ການແກ້​ໄຂ​ບັນຫາ​ສັງຄົມ.”

        ກ່ຽວ​ກັບ​ສິດທິ​ມະນຸດ,​ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ຄຳ​ເຫັນ​ຂອງ ສສຊ ບາງ​ທ່ານ​ຢືນຢັນ​ວ່າ: ຮ່າງລັດຖະທຳ​ມະນູນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມ​ສຳຄັນ​ຂອງ​ສິດທິ​ມະນຸດ, ສິດ ​ແລະ​ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ ກໍ​ຄື​ຄວາມ​ສຳຄັນ​ຂອງ​​ເລື່ອງ​ກຳນົດ​ບັນດາ​ພັນທະ​ຂອງ​ພົນລະ​ເມືອງ. ​ການ​ຢັ້ງຢືນ​ຄື​ແນວ​ນັ້ນ​ແມ່ນ​ສະ​ແດງ​ຄວາມ​ເຄົາລົບ​ສິດທິ​ມະນຸດ​ຂອງ ປະ​ເທດ ສສ ຫວຽດນາມ. ດ້ວຍ​ການ​ກຳນົດ​ດັ່ງກ່າວ​ຂອງ​ຮ່າງ ລັດຖະທຳ​ມະນູນ, ປະຊາຊົນ​ໄດ້​ຊົມ​ໃຊ້​ບັນດາ​ສິດ​ ​ແລະ ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ລັດ​ແມ່ນ​ຮັບ​ຮູ້, ​ເຄົາລົບ,​ປົກ​ປ້ອງ ​ແລະ ຮັບ​ປະກັນ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ. ກ່ຽວ​ຂ້ອງ​ເຖິງ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ທ່ານ​ນາງ ​ເຈືອງ​ທິ​ເຫ້ວ, ສສຊ ​ແຂວງ ທາຍ​ງວຽນ ​ເນັ້ນ​ຫນັກ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ: ລັດຖະທຳ​ມະນູນ ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງກົນ​ໄກ ​ແລະ ຄວາ​ມຮັບຜິດຊອບ​ຂອງ​ຜູ້ນຳ​ຫນ້າ​ໃນ​ການ​ປັບ​ໄຫມ​ຢ່າງ​ເຂັ້ມ​ງວດ​ສຳລັບ​ບັນດາ​ການ​ກະທຳ​ລະ​ເມີດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີ​ວ່າ: ຕ້ອງ​ເພີ່ມ​ເຕີມ​ເຂົ້າ​ມາດຕາ 2 ຂອງ ລັດຖະທຳ​ມະນູນ ວ່າ: ​ທຸກ​ການ​ກະທຳ​ລະ​ເມີດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຕ້ອງ​ປັບ​ໄຫມ​ຢ່າງ​ເຂັ້ມ​ງວດ.”

        ​ໃນ​ບັນຍາກາດ​ປຶກສາ​ຫາ​ລື​ຢ່າງ​ປະຊາທິປະ​ໄຕ, ຟົດ​ຟື້ນ ກ່ຽວຂ້ອງ​ເຖິງ​ຫລາຍ​ເນື້ອ​ໃນ​ສຳຄັນ​ຂອງ​ຮ່າງ ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ, ບັນດາ ສສຊ  ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ຕາງຫນ້າ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ, ປະ​ກອບ​ກຳລັງ​ເຫ່ືອ​ແຮງ​ເພື່ອປັບປຸງ​ລັດຖະທຳ​ມະນູນ​​ໃຫ້​ມີ​ຄຸນ​ນະພາ​ບ, ກຳນົດ​ທິດ​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ