ປ່ຽນໃຫມ່ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດ ປີ 2012

(vovworld) - ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ຊຸ​ດທີ 13 ​ໃນ​ປີ 2012 ​ມີ​ຈຸດ​ພົ້ນ​ເດັ່ນ​ຫລາຍ​ຢ່າງ, ​ພິ​ເສດ ​ແມ່ນ​ວຽກ​ງານ​ນິຕິບັນຍັດ. ການ​ເຄື່ອນ​ໄຫວ​ນິຕິບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ດ້ວຍ​ຄວາມ​ຕັດສິນ​ໃຈ​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຈຳນວນ​ຮ່າງ​ກົດໝາຍ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ, ​ເປັນ​ຕົ້ນ​ແມ່ນ​ຮັບ​ໃຊ້​ກິດຈະການ​ພັດທະນາ​ເສດຖະກິດ ສັງຄົມ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້ ພວກ​ເຮົາ​ຂໍ​ແນະນຳ​ບົດ​ສະຫລຸບ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ປີ 2012. ​

        ​ໃນ​ວຽກ​ງານ​ນິຕິບັນຍັດ ຂອງ​ສະພາ​ແຫ່ງ​ຊາດ​ປີ 2012, ສະພາ​ຊົນ​ເຜົ່າ, ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ຫລື ຄະນະປະຈຳ​ສະພາ​ຊົນ​ເຜົ່າ, ຄະນະປະຈຳ​ບັນດາກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​​ໄດ້​ເຂົ້າ​ຮ່ວມ​ການ​ກວດກາ ​ແລະ ສົ່ງ​ຄຳ​ເຫັນ​ດ້ວຍ​ລາຍ​ລັກ​ອັກສອນ​ສຳລັບ​ບັນດາ​ຄຳ​ສະ​ເຫ​ນີກ່ຽວ​ກັບ​ກົດໝາຍ, ລັດຖະ ບັນຍັດ, ບັນດາ​ນະ​ໂຍນິຕິ​ກຳ​ຄາດ​ວ່າ​ຈະ​ນຳ​ເຂົ້າ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ໃນ​ຕະຫລອດ​ສະ​ໄຫມສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ປະຈຳ​ປີ ຕາມ​ຂົງ​ເຂດ​ທີ່ໄດ້​ຮັບ​ການ​​ຈັດ​ແບ່ງ​ຄວາມຮັບຜິດຊອບ. ​ໃນ​ນັ້ນ, ​ໄດ້​ກຳນົດ​ຄວາມ​ຮັບຜິດຊອບ​ຂອງບັນດາ​ເປົ້າ​ໝາຍ​ໃນ​ຂັ້ນ​ຕອນ ນິຕິບັນຍັດ​ຢ່າງ​ລະອຽດ ​ແລະ ກຳນົດ​ການ​ປັບ​ໄຫມ​ລົງ​ໂທດ​ເມື່ອ​ເປົ້າ​ໝາຍ​ດັ່ງກ່າວ​ລະ​ເມີດ. ກຳມາ​ທິການນິຕິບັນຍັດ ​ເປັນ​ເຈົ້າ​ການ​ໃນ​ການ​ກວດກາ ​ແລະ ຊ່ວຍ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສ້າງ​ແຜນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ. ສະພາຊົນ​ເຜົ່າ​, ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ຕິດຕາມ​ກວດກາການ​ປະຕິບັດ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດຂຶ້ນ​ກັບ​ຂົງ​ເຂດ​ທີ່​ໄດ້​ຮັບ​ການຈັດ​ແບ່ງ​ຮັບຜິດຊອບ, ​ແຕ່ລະ​ເດືອນ ຕ້ອງ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ຄືບ​ຫນ້າ, ຄຸນ​ນະພາ​ບການ​ກະກຽມບັນດາ​ຮ່າງ​ກົດໝາຍ, ລັດຖະບັນຍັດທີ່​ໄດ້​ຮັບ​ການຈັດ​​ແບ່ງ​ເປັນ​ປະທານ​ກວດກາ​ເພື່ອ​ສົ່ງ​ເຖິງ​ກຳມາ​ທິການ ນິຕິກຳ​ເພື່ອ​ລວບລວມ​ແລ້ວ ລາຍ​ງານ​ຕໍ່​ຄະນະປະຈຳ​ສະພາ​ແຫ່ງ​ຊາດ.

        ການ​ປັບປຸງ, ປ່ຽນ​ໃຫມ່ຫລາຍ​ພໍ​ສົມຄວນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວນິຕິບັນຍັດ ຂອງ​ສະພາ​ແຫ່ງ​ຊາດ​ໃນ​ປີ 2012 ​ແມ່ນ​ໄລຍະ​ລະຫວ່າງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ ສອງ​ຄັ້ງ, ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ສະ​ເພາະ​ກິດ, ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອຂ່າ​ຍອິນ​ເຕີ​ແນ​ດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ສສຊ, ບັນດາ​ນັກ​ຄຸ້ມ​ຄອງ, ຜູ້​ຊ່ຽວຊານ, ນັກວິທະຍາສາດ. ​ເພີ່ມ​ເວລາ​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ຮ່າງ​ກົດໝາຍ, ​ຮ່າງ​ມະຕິ​ທີ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພ​າ​ແຫ່ງ​ຊາດ, ບັນດາ​ຄະນະ ສສຊ.

ປ່ຽນໃຫມ່ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດ ປີ 2012 - ảnh 1
​ກອງ​ປະຊຸມ​ສະ​ໄຫມ​ສາມັນຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13
ພາບ:internet

        ​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ີອທີ 3 ​ແລະ ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ໃນ​ປີ 2012, ສ​ະພາ​ແຫ່ງ​ຊາດ​ໄດ້​ຮັບການ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 22 ສະບັບ​. ສະພາ​ແຫ່ງ​ຊາດ​ກໍ​ໄດ້​ປຶກສາ​ຫາ​ລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ກົດໝາຍ​ອື່ນ 12 ສະບັບ​, ​ເພື່ອ​ສືບ​ຕໍ່​ປັບປຸງ, ສ້າງ​ສຳ​ເລັດ​ເພື່ອ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄຫມ​ຕໍ່​ໄປ. ​ເນື້ອ​ໃນ​ບັນດາ​ຮ່າ​ງກົດໝາຍ​ໄດ້​ຮັບຮ​ອງ​ເອົາ​ແມ່ນ​ອຸດົມສົມບູນ ​ແລະ ກ່ຽວ​ຂ້ອງ​ເຖິງ​ທຸກ​ຂົງ​ເຂດ. ພົ້ນ​ເດັ່ນ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ນະຄອນຫລວງ, ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຫວຽດນາມ, ປະມວນ​ກົດໝາຍ​ແຮງ​ງານ (ສະບັບ​ປັບປຸງ).

        ສະພາ​ແຫ່ງ​ຊາດ​ຍັງ​ຮັບຮອງ​ເອົາ​ມະຕິ​ສຳຄັນ​ຫລາຍ​ສະບັບ, ​ໃນ​ນັ້ນ ມີ​ມະຕິ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄວາມ​ເຫັນ​ຈາກ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992, ມະຕິ​ກ່ຽວກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ, ມະຕິ​ກ່ຽວກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫລື ​ໃຫ້​ສັດຕະຍາບັນ ​ແລະ ອື່ນໆ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຢືນຢັນ​ວ່າ:

       “ບັນດາ​ກົດໝາຍ​ດັ່ງກ່າວ​ໄດ້​ຮັບ​ການ​ພິຈາລະນາ​ຢ່າງ​ລະມັດລະວັງ, ດ້ວຍ​ຈິດ​ໃຈ​ປ່ຽນ​ໃຫມ່, ຮັບປະກັນູຄວາ​ມຕິດ​ແທດ​ກັບພຶດຕິ​ກຳ​ຂອງ​ຊີວິດ. ພິ​ເສດ ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງສຳຄັນ​ທີ່​ສຸດ​ຂອງ​ລັດ​ທຸກ​ຂັ້ນ ​ໂດຍສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫລື ​ໃຫ້​ສັດຕະຍາບັນ. ນີ້​ແມ່ນ​ບາດກ້າວ​ປ່ຽນ​ໃຫມ່​ທີ່ສຳຄັນ​ໃນ​ການ​ດຳ​ເນີນຊີວິດ​ການ​ເມືອງ​ຂອງ​ປະ​ເທດ​ຊາດ ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ບັນດາ​ຂໍ້​ກຳນົດ​ຂອງກົດໝາຍ, ປະກອບສ່ວນ​ຍົກ​ສູງ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຜ່ານ​ການ​ປະຕິບັດ​ສິດ​ຕິດຕາມ​ກວດກາຂອງ​ສະພາ​ແຫ່ງຊາດ, ສະພາ​ປະຊາຊົນ​ສຳລັບ​ບັນດາ​ພະນັກງານ​ການ​ນຳຫລັກ​ແຫ​ລ່ງຂອງ​ພັກ ​ແລະ ລັດ.”

        ພິ​ເສດ​ໃນປີ 2012, ​ໃນ​ໂຄງການ​ດຳ​ເນີນ​ງານ, ສະພາ​ແຫ່ງ​ຊາດ​ຍັງ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃຫມ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ຜ່ານ​ນັ້ນ ປະກອບສ່ວນ​ປ່ຽນ​ໃຫມ່​ວິທີ​ການ​ຈັດ​ຕັ້ງປະຕິບັດ​ວຽກ​ງານ, ຮັບປະກັນ​ການ​ປະຕິບັດ​ພາລະ​ບົດ​ບາດ, ຫນ້າ​ທີ່, ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ສສຊ. ​ໂຄງການ​ສ້າງ ນິຕິບັນຍັດ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ປີ 2013 ກ​ໍ​ໄດ້​ຮັບ​ການ​ຮັບຮອງ​ເອົາ.

        ສະພາ​ແຫ່ງ​ຊາດ​ກໍ​ໃຫ້​ຄຳ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ພາຍຫລັງ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ, ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົບ​ບູນ​ແບບ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ກອງປະຊຸ​ມສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ຈັດ​ຂຶ້ນ​ໃນ​ເດືອນ 10/2013. ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ ຫວຽດນາ ອວງຈູ​ລື​ວ ​ເນັ້ນ​ຫນັກ​ວ່າ: ລັດຖະທຳ​ມະນູນ​ສະບັບ​ໃຫມ່ ຈະ​ຊ່ວຍ​ກົງຈັກ​ລັດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ສູງ.

        “ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງ​ນີ້ ​ເພື່ອ​ໃຫ້​ມີ​ລັດຖະທຳ​ມະນູນ​ຢືນຢັນ​​ໄດ້ເຈດ​ຈຳນົງ​, ອະທິປະ​ໄຕ​ຂອງ​ປະຊາຊົນຢ່າງ​ແຂງ​ແຮງ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​​ໃຫມ່.ລັດຖະທຳ​ມະນູນ​ສະບັບ​ປັບປຸງ ຈະ​ເສີມ​ຂະຫຍາຍ​ຢ່າງ​ຄົບ​ຖ້ວນ ​ແລະ ​ເຊີດ​ຊູປັດ​ໃຈ​ມະນຸດກວ່າ​, ຢືນຢັນວ່າຍາມ​ໃດ​ລັດ ກໍ​ເຄົາລົບ ​ແລະ ຮັບປະກັນ​ສິດທິ​ມະນຸດ​.”

        ສະພາ​ແຫ່ງ​ຊາດ ວາງ​ອອກ​ຈຸດໝາຍ​ສູ້​ຊົນ​ຮອດ​ປີ 2020 ຕ້ອງ​ສ້າງ​ໄດ້​ລະ​ບົບກົດໝາຍຢ່າງ​ຄົບ​ຖ້ວນ, ຄົບ​ຊຸດ​, ​ເປັນ​ເອກະ​ພາບ, ມີ​ຄວາມ​ເປັນ​ໄປ​ໄດ້, ມີ​ຈຳນວນ​ຢ່າງ​ພຽງພໍ ​ແລະ ຮັບປະກັນ​ຄຸນ​ນະພາ​ບ, ​ມີ​ລັກສະນະເປັນ​ປົກກະຕິ ​ແລະ ກ່ຽວຂ້ອງ​ເຖິງ​ທຸກ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ການ​ເມືອງ, ​ເສດຖະກິດ​ສັງຄົມ. ປ່ຽນ​​ໃຫມ່​ການ​ເຄື່ອນ​ໄຫວນິຕິ​ບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ປີ 2012 ​ໄດ້​ປະກອບສ່ວນ​ພັດທະນາ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ດ້ວຍທິດ​ໝັ້ນ​ຄົງ, ພ້ອມ​ທັງ​ຮັບປະກັນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ຫວຽດນາມ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ​​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ