ມີປະຊາທິປະໄຕ, ມີຄວາມຮັບຜິດຊອບໃນການເຄື່ອນໄຫວຊັກຖາມ

(VOVWORLD) - ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໄດ້ອັດລົງ ພາຍຫຼັງໄດ້ເຮັດວຽກມາເປັນເວລາ 2 ມື້ເຄິ່ງ.
ມີປະຊາທິປະໄຕ, ມີຄວາມຮັບຜິດຊອບໃນການເຄື່ອນໄຫວຊັກຖາມ - ảnh 1ທ່ານລັດຖະມົນຕີ ກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນຖັງ ຕອບຄຳຊັກຖາມ
(ພາບ:Doãn Tấn/TTXVN)

 ຈາກກ່ວາ 130 ໝວດບັນຫາໃນເບື້ອງຕົ້ນ, ສະພາແຫ່ງຊາດ ໄດ້ກຳນົດການຊັກຖາມກ່ຽວກັບ 4 ໝວດບັນຫາ, ເຊິ່ງລວມມີ: ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ; ວິທະຍາສາດ ແລະ ເຕັກໂນໂລຊີ; ຄົມມະນາຄົມຂົນສົ່ງ; ຊົນເຜົ່າ. ວາລະຊັກຖາມໄດ້ດຳເນີນບົນຈິດໃຈປະຊາຄົມມີຄວາມຮັບຜິດຊອບ, ພ້ອມກັນເຮັດແຈ້ງບັນຫາ, ພ້ອມກັນຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ.

        ການຊັກຖາມ ແລະ ຄອບຄຳຊັກຖາມ ແມ່ນຮູບແບບຕິດຕາມກວດກາພິເສດ, ສະແດງລັກສະນະປະຊາທິປະໄຕ, ອຳນາດນິຕິບັນຍັດ, ເປີດເຜີຍ, ຈະແຈ້ງໃນການເຄື່ອນໄຫວຂອງສະພາແຫ່ງຊາດ; ແມ່ນໂອກາດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕີລາຄາຄວາມສາມາດ, ຄວາມຮັບຜິດຊອບ, ວຽກງານການປະຕິບັດຄວາມຮັບຜິດຊອບ, ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ແລະ ບັນດາຜູ້ຮັກສາຕຳແໜ່ງ, ໜ້າທີ່ໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ.

ການກະກຽມຢ່າງລອບຄອບຖີ່ຖ້ວນ

        ວຽກງານກະກຽມການຊັກຖາມສຳລັບກອງປະຊຸມສະໄໝສາມັນເທື່ອທີ 5 ໂດຍບັນດາອົງການຂອງສະພາແຫ່ງຊາດ ໄດ້ຜັນຂະຫຍາຍຢ່າງວ່ອງໄວ, ຕິດແທດກັບສະພາບການຕົວຈິງ, ໂດຍອີງໃສ່ການສ່ອງແສງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ. ບັນຫາທີ່ໄດ້ເລືອກເຟັ້ນເພື່ອຊັກຖາມ ແມ່ນອີງໃສ່ພື້ນຖານການສະຕິຖິບັນດາຂໍ້ມູນກ່ຽວກັບວຽກງານການຕອບຄຳຊັກຖາມຂອງບັນດາລັດຖະມົນຕີ, ຫົວໜ້າຂະແໜງ ແລະ ເນື້ອໃນບັນດາໝວດບັນຫາທີ່ເຄີຍໄດ້ຊັກຖາມໃນກອງປະຊຸມຕ່າງໆຂອງສະພາແຫ່ງຊາດຊຸດທີ XV; ອີງໃສ່ຂໍ້ສະເໜີຂອງບັນດາຄະນະສະມາຊິກສະພາແຫ່ງຊາດ ກ່ຽວກັບ 136 ໝວດບັນຫາທີ່ກ່ຽວຂ້ອງເຖິງຂົງເຂດຄຸ້ມຄອງຂອງ 23 ກະຊວງ, ອົງການທຽບເທົ່າກະຊວງ ແລະ ຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ. ຈາກບັນດາຫຼັກຖານນີ້, ສະພາແຫ່ງຊາດ ໄດ້ກຳນົດ 4 ໝວດບັນຫາທີ່ໄດ້ຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5. ນີ້ລ້ວນແຕ່ແມ່ນບັນດາບັນຫາໃຫຍ່, ສຳຄັນ, ບໍ່ພຽງແຕ່ຈຳເປັນ, ຮີບດ່ວນໃນຕໍ່ໜ້າເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸດທະສາດ, ຍາວນານອີກດ້ວຍ.

  ເລື່ອງຂໍຄຳເຫັນເພື່ອເລືອກເອົາບັນດາໝວດບັນຫາຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ໄດ້ດຳເນີນໄວກ່ວາເມື່ອທຽບໃສ່ກອງປະຊຸມຄັ້ງກ່ອນ ຊຶ່ງໄດ້ຊ່ວຍໃຫ້ບັນດາສະມາຊິກສະພາແຫ່ງຊາດ ມີເວລາຫຼາຍກ່ວາເພື່ອຄົ້ນຄ້ວາບົດລາຍງານຂອງບັນດາລັດຖະມົນຕີ, ຫົວໜ້າຂະແໜງການໃຫ້ລະອຽດລະອໍກ່ວາ, ບົນພື້ນຖານນັ້ນ, ກໍ່ກະກຽມໃຫ້ບັນດາເນື້ອໃນຊັກຖາມຮັບປະກັນໄດ້ຕາມຄຳຮຽກຮ້ອງ. ທ່ານ ຫງວຽນແອັງຈີ້, ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ, ໃຫ້ຂໍ້ສັງເກດວ່າ:

        “ຕົວເລກຂໍ້ມູນຕ່າງໆເຊິ່ງບັນດາສະມາຊິກສະພາແຫ່ງຊາດ ໄດ້ຍົກອອກມາເພື່ອຊັກຖາມທີ່ຫໍປະຊຸມແມ່ນລະອຽດທີ່ສຸດ ແລະ ມີບ່ອນອີງ, ເພື່ອແນໃສ່ຮັບປະກັນລັກສະນະ ຊື່ຕົງຂອງບັນຫາທີ່ໄດ້ຊັກຖາມ. ຂ້າພະເຈົ້າເຫັນວ່າດີຫຼາຍ”.

ມີປະຊາທິປະໄຕ, ມີຄວາມຮັບຜິດຊອບໃນການເຄື່ອນໄຫວຊັກຖາມ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນອັດວາລະຊັກຖາມ
(ພາບ:Doãn Tấn/TTXVN)

ສ້າງບັນດາຂີດໝາຍທີ່ເປັນໜ້າສົນໃຈ

 ຈຸດເປັນໜ້າສົນໃຈຂອງວາລະຊັກຖາມໃນກອງປະຊຸມສະໄໝສາມັນເທື່ອທີ 5 ແມ່ນໃນຈຳນວນບັນດາສະມາຊິກສະພາແຫ່ງຊາດ ຈົດທະບຽນຕັ້ງຄຳຖາມ ແລະ ຈຳນວນການໂຕ້ວາທີບັນດາວາລະຊັກຖາມເພີ່ມຂຶ້ນ. ຈຳນວນສະມາຊິກສະພາແຫ່ງຊາດຕັ້ງຄຳຖາມແມ່ນ 454 ທ່ານ, ເພີ່ມຂຶ້ນ 31% ເມື່ອທຽບໃສ່ກອງປະຊຸມສະໄໝສາມັນເທື່ອທີ 4. ເປັນໜ້າສົນໃຈແມ່ນ, ຈຳນວນສະມາຊິກສະພາແຫ່ງຊາດໂຕ້ວາທີແມ່ນ 49 ຄັ້ງ, ເພີ່ມຂຶ້ນ 122%, ໝາຍຄວາມວ່າເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ກອງປະຊຸມຄັ້ງກ່ອນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຕິດຕາມບັນຫາ, ເຂົ້າເຖິງບັນຫາທີ່ໄດ້ຊັກຖາມຈົນເຖິງທີ່ສຸດຂອງບັນດາສະມາຊິກສະພາແຫ່ງຊາດ ເພື່ອແນໃສ່ບັນລຸໄດ້ບັນດາຄຳຕອບທີ່ສົມເຫດສົມຜົນ, ບັນດາຄຳໝັ້ນສັນຍາທີ່ມີຄວາມຮັບຜິດຊອບຂອງບັນດາຜູ້ນຳຂະແໜງການ ແລະ ການນຳລັດຖະບານ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ທ່ານ ຈິ້ງຊວນອານ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ດົ່ງນາຍ, ຖືວ່າ:

 “ສຳລັບບາງເນື້ອໃນທີ່ຜູ້ມີສິດເລືອກຕັ້ງສົນໃຈ, ບັນດາສະມາຊິກສະພາແຫ່ງຊາດ ກໍ່ສະແດງຄວາມສຸດຈິດສຸດໃຈຜ່ານການໂຕ້ວາທີ. ຈຳນວນຜູ້ມີສິດເລືືອກຕັ້ງໂຕ້ວາທີແມ່ນຫຼາຍພໍສົມຄວນ. ນີ້ແມ່ນວຽກງານພິເສດທີ່ສຸດ, ສະແດງໃຫ້ເຫັນໄດ້ເຖິງຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດ, ສະແດງໃຫ້ເຫັນວ່າບັນດາສະມາຊິກສະພາແຫ່ງຊາດມີຄວາມຄອງຄອຍ ແລະ ພິເສດຕິດຕາມບັນດາເນື້ອໃນນັ້ນຢ່າງໃກ້ຊິດ ເພື່ອເຮັດແຈ້ງບັນຫາ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຮັບຜິດຊອບທີ່ແທດຈິງຂອງສະພາແຫ່ງຊາດ ເມື່ອຕັດສິນໃຈຕິດຕາມບັນດາເນື້ອໃນທີ່ຍັງບໍ່ທັນໄດ້ເຮັດແຈ້ງ, ຍັງບໍ່ທັນສົມເຫດສົມຜົນ”.

        ກ່ຽວກັບຜູ້ຕອບຄຳຊັກຖາມ, ຕາມການຕີລາຄາຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລ້ວ, ເຖິງວ່າ, ແມ່ນບັນດາຜູ້ມີຄວາມຊຳນານ, ມີບົດຮຽນໃນການຕອບຄຳຊັກຖາມ ຫຼື ຫາກໍ່ເຂົ້າຮ່ວມການຕອບຄຳຊັກຖາມກໍ່ລ້ວນແຕ່ມີຄວາມເຄັ່ງຕຶງ, ບໍ່ຫຼີກລ້ຽງບັນດາບັນຫາຍາກ, ສັບສົນ. ເມື່ອຕີລາຄາກ່ຽວກັບການຕອບຄຳຊັກຖາມຂອງ ທ່ານ ເຮົ່າອາເລັ່ງ, ລັດຖະມົນຕີ, ຫົວໜ້າກຳມາທິການຊົນເຜົ່າ ນັ້ນ, ທ່ານນາງ ເຈົາກວິ່ງຢາວ, ສະມາຊິກສະພາແຫ່ງຊາດແຂວງ ກຽນຢາງ, ຖືວ່າ:

        “ທ່ານລັດຖະມົນຕີຕອບຄຳຊັກຖາມຄືແນວນີ້ແມ່ນດີຫຼາຍ. ຍ້ອນທ່ານລັດຖະມົນຕີເອງ ກໍ່ແມ່ນຊາວຊົນເຜົ່າສ່ວນໜ້ອຍ. ດັ່ງນັ້ນ, ວິທີການສະແດງອອກກໍ່ຄືບັນດາບັນຫາຄອງຄອຍ, ຄວາມມຸ່ງມາດປາດຖະໜາ ແລະ ຄຳຕັດສິນຊອກຫາລັດຖະນະໂຍບາຍ ເຮັດແນວໃສເພື່ອພັດທະນາເຂດຊົນເຜົ່າສ່ວນໜ້ອຍຢູ່ເຂດພູພຽງ, ນຳເສດຖະກິດພັດທະນາແບບຍືນຍົງ. ຂ້າພະເຈົ້າຫວັງວ່າ ບັນດາບັນຫາເຊິ່ງທ່ານລັດຖະມົນຕີ ໃຫ້ຄຳໝັ້ນສັນຍາຈະມີການດັດປັບໃນໄລຍະຈະມາເຖິງ”.

        ໝາກຜົນຈາກວາລະຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ 5, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 (ຈະຈັດຂຶ້ນໃນເດືອນ ຕຸລາ ຈະມາເຖິງ), ສະພາແຫ່ງຊາດຈະພິຈາລະນາ, ປຶກສາຫາລື ກ່ຽວກັບການແກ້ໄຂບັນດາບັນຫາ ເຊິ່ງບັນດາສະມາຊິກລັດຖະບານ ໄດ້ໝັ້ນໝາຍທີ່ວາລະຊັກຖາມ. ນີ້ທັງແມ່ນວິທີການ “ຕິດຕາມກວດກາຄືນໃໝ່”, ສະແດງໃຫ້ເຫັນການເດີນຕາມບັນຫາທີ່ໄດ້ຕິດຕາມກວດກາໄປຈົນເຖິງທີ່ສຸດ ເພື່ອສ້າງການຫັນປ່ຽນແທດຈິງ, ພ້ອມທັງກໍ່ແມ່ນຊ່ອງຂໍ້ມູນຂ່າວສານທີ່ສຳຄັນທີ່ສຸດເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຮັບໃຊ້ການຮັບເອົາບັດໄວ້ວາງໃຈຕໍ່ບັນດາຕຳແໜ່ງໂດຍສະພາແຫ່ງຊາດ ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ.

ຕອບກັບ

ຂ່າວ/ບົດ​ອື່ນ