ຢູແກຼນສືບຕໍ່ຕົກຢູ່ໃນສະພາບວິກິດການ

ວິ​ກິດ​ການການ​ເມືອງ​ຢູ່ ຢູ​ແກຼນ ສືບ​ຕໍ່​ມີ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ດ້ວຍ​ບັນ​ດາ​ຄຳ​ກ່າວ​ຫາ​ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຂອງ​ຝ່າຍ​ຕ່າງໆ. ພ້ອມ​ກັນ​ນັ້ນ ແມ່ນບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ກັນ​ລະ​ຫວ່າງ​ລັດ​ເຊຍ ແລະ ສະ​ຫະ​ພາບ​ເອີ​ລົບ EU.  ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ ລັດ​ເຊຍ ແລະ ສະ​ຫະ​ພາບ​ເອີ​ລົບ EU ບໍ່​ພຽງ​ແຕ່​ພວ​ມຍູ້ການ​ພົວ​ພັນ 2 ຝ່າຍ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີ​ທາງ​ອອກ​ເທົ່າ​ນັ້ນ, ຫາ​ກຍັງ​ເຮັດ​ໃຫ້​ສະ​ພາບ​ການ​ຢູ່ ຢູ​ແກຼນ ຍິ່ງ​ຮ້າຍ​ແຮງກວ່າ​ອີກ.

 

ຢູແກຼນສືບຕໍ່ຕົກຢູ່ໃນສະພາບວິກິດການ - ảnh 1
ເຂດ​ຕະຫຼາດ​ແຫ່ງ​ໜຶ່ງຢູ່ Donetsk ຖືກ​ຍິງ​ທຳ​ລາຍ​ເມື່ອວັນ​ທີ 3/6
(ພາບ: Reuters)

     ຕາມ​ການ​ຜັນ​ແປ​ຄັ້ງຫຼ້າ​ສຸດ, ການ​ພົບ​ປະ​ຂອງ​ຈຸ​ປະ​ຕ​ິ​ບັດ​ງານໃນ​ໜ່ວຍ​ງານ​ແກ້​ໄຂ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ ຊຶ່ງ​ຫາ​ກໍ​ສິ້ນ​ສຸດ​ລົງ​ຢູ່​ນະ​ຄອນຫຼວງ Minsk ຂອງ​ປະ​ເທດ​ເບ​ລາ​ຣຸດ, ແຕ່ບໍ່​ບັນ​ລຸ​ໄດ້​ໝາກ​ຜົນ​ລະ​ອຽດ​ໃດໆ. ເຖິງວ່າ ການ​ພົບ​ປະ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ຝ່າຍ​ວ່າ ແມ່ນ​ມີ​ລັກ​ສະ​ນະ​ສ້າງ​ສາ ແຕ່​ມີຫຼາຍ​ບັນ​ຫາ​ໃນ​ໂຄງ​ການ​ດຳ​ເນີນ​ງາ​ນ​ຄື : ຄຳ​ສັ່ງ​ຢຸດ​ຍິງ ຫຼຶ​ຖອນ​ອາ​ວຸດ​ປະ​ເພດ​ໜັ​ກ ກໍ​ລ້ວນ​ແຕ່ບໍ່​ບັນ​ລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ເປັນ​ອັນ​ວ່າ ວິ​ວັດ​ການ​ສົນ​ທະ​ນາ​ເພື່ອ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ແນ່ນອນ​ວ່າ​ຍັງ​ຈະ​ແກ່​ຍາວຫຼາຍ​ໄລ​ຍະ​ອີກ.

     ບັນ​ດາ​ຝ່າຍ​ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ

   ພາຍຫຼັງ​ທີ່​ການ​ພົບ​ປະ​ສິ້ນສຸດ​ລົງພຽງ 2-3 ຊົ່ວ​ໂມງ, ມີ​ມື​ປືນ​ຂອງ​ກຳ​ລັງ​ແຍກ​ຕົວ ແລະ ສາ​ມັນ​ຊົນ​ຈຳ​ນວນ 15 ຄົນ​ໄດ້​ຖືກ​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ຂອງອຳ​ນາດ​ການ​ປົກ​ຄອງ ຢູ​ແກຼນ ແລະ ຝ່າຍ​ລຸກ​ຮື້​ຂຶ້ນ​ຢູ່​ບໍ​ລິ​ເວນ​ໃກ້ກັບ Donetsk. ອຳ​ນາດ​ການ​ປົກ​ຄອງ ຢູ​ແກຼນ ກ່າວ​ຫາ​ວ່າ ກຳ​ລັງ​ລຸກ​ຮື້​ຂຶ້ນ​ໄດ້​ເລີ່ມ​ດຳ​ເນີນບັ້ນ​ຮົບ​ບຸກ​ໂຈມ​ຕີ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ແນ​ໃສ່​ສະ​ຖານ​ທີ່​ຕ່າງ​ໆຂອງຢູ​ແກຼນ ໃກ້​ກັບ Donetsk ແລະ ບຸກ​ໂຈມ​ຕີ​ນະ​ຄອນ Marinka ຫ່າງ​ຈາກ Donetsk ປະ​ມານ 30 ກິ​ໂລ​ແມັດ. ໃນ​ຂະ​ນະ​ນັ້ນ, ການ​ນຳ​ກຳ​ລັງ​ທະ​ຫານ​ຂອງ ສ. ປະ​ຊາ​ຊົນ Donetsk ໂດຍ​ຂະ​ໜາມ​ນາມ​ເອງ ພັດ​ຢືນ​ຢັນ​ວ່າ : ບໍ່​ໄດ້ດຳ​ເນີນການ​ບຸກ​ໂຈມ​ຕີ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຄັ້ງ​ໃດ​ທີ່ແນ​ໃສ່​ສະ​ຖານ​ທີ່​ຕ່າງ​ໆຂອງກອງ​ທັບຢູ​ແກຼນ ຊຶ່ງກອງ​ທັບ​ກີ​ແອບ​ໄດ້​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ໃນ​ການ​ສູ້​ຮົບ​. ຕາມ​ການ​ກ່າວ​ຫາ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ແຫ່ງ ສ. ປະ​ຊາ​ຊົນ Donetsk ໂດຍ​ຂະ​ໜາມ​ນາມ​ເອງ, ກອງ​ທັບ​ກີ​ແອບ​ໃນ​ຊຸມມື້ມໍ່ໆ​ມານີ້​ໄດ້​ມີ​ການ​ກະ​ທຳ​ຢ່າງ​ລຽນ​ຕິດ​ທີ່​ເປັນ​ໜ້າ​ລະ​ແວ​ງ​ສົງ​ໄສ. ນອກ​ຈາກ​ນັ້ນ, ຍັງ​ມີ​ບາງ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ​ໄດ້ຍື່ນ​ມື​ເຂົ​້າແຜນການ​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຂອງ​ລັດ​ຖະ​ບານ ຢູ​ແກຼນ.

     ຕາມ​ບົດ​ລາຍ​ງານ​ສະ​ບັບຫຼ້າ​ສຸດ​ຂອງ​ຫ້ອງ​ການ​ຂ້າ​ຫຼວ​ງ​ໃຫຍ່ ສ.ປ.ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ທີ່​ປະ​ກາດ​ເມ​ື່ອ​ວັນ​ທີ 2/6, ນັບ​ແຕ່​ເວ​ລາ​ເກີດ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ມາ​ຮອດ​ປະ​ຈຸ​ບັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ຂຶ້ນ​ເຖິງ 6.400 ຄົນ, ເກືອບ 16.000 ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ປະ​ມານ 2,2 ລ້ານ​ຄົນ​ຕ້ອງ​ໄປຫຼົບ​ໄພ.

      ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ​ບໍ່​ຢຸດ​ຢູ່​ໃນ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ດ້ານ​ການ​ເມືອງ

    ໃນ​ຈຸດ​ເວ​ລານີ້, ການ​ສູ້​ຮົບ​ເພື່ອ​ລົງ​ໂທດ​ລະ​ຫວ່າງລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກພັດ​ມີ​ສັນ​ຍານ​ປີນ​ຂັ້ນ​ໄດ. ໃນ​ມ​າດ​ຕະ​ການ​ໂຕ້​ຕອບ​ທຳ​ອິດ ພາຍຫຼັງ​ທີ່​ລ​ັດ​ເຊຍ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ດຳ ກ່ຽວ​ກັບ 89 ບຸກ​ຄົນ​ການ​ເມືອງ ແລະ ການ​ທູດ​ເອີ​ລົບ ບໍ່​ໄດ້​ເຂົ້າ​ເມ​ືອງ​ລັດ​ເຊຍ.  ວັນ​ທີ 2/6, ສະ​ຫະ​ພາບ​ເອີ​ລົບ EU ໄດ້​ປະ​ກາດ​ວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລັດ​ເຊຍ​ປະ​ຈຳ EU Vladimir Tchijov ​ພ້ອມ​ກັບ​ ນັກ​ການ​ເມືອງ​ອີກຄົນໜຶ່ງຂອງ​ລັດ​ເຊຍໂດຍບໍ່​ເຜີຍ​ຊື່ນັ້ນ, ໄດ້​ຖືກ​ຫ້າມ​ເຂົ້າ​ເມ​ືອງ​ບັນ​ດາ​ປະ​ເທດ  EU . ​ພ້ອມ​ກັນ​ນັ້ນ, ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ ສະ​ຫະ​ພາບ​ເອີ​ລົບ EU ກໍ​ໄດ້​ຕັດ​ສິນ​ໂຈະ​ການ​ຮ່ວມ​ມື​ກັບ​ຄະ​ນະ​ກຳ​ມາ​ທິ​ການຮ່ວມ​ມື​ລັດ​ຖະ​ສະ​ພາລັດ​ເຊຍ -EU ແລະ ຕີ​ລາ​ຄາ​ສິດ​ສຳ​ພັດ​ຂອງ​ບັນ​ດາ ສ.ສ.ຊ ລັດ​ເຊຍ. ໃນ​ທັນ​ທີ່, ລັດ​ເຊຍ​ໄດ້​ປະ​ຕິ​ເສດ​ບັນ​ດາ​ຄຳ​ຕຳ​ໜິ​ຕິ​ຕຽນ​ຂ​ອງ EU ພ້ອມ​ທັງ​ຢືນ​ຢັນ​ຄຳ​ຕັດ​ສິນ​ຂອງ​ປະ​ເທດນີ້ ແມ່ນ​ສອດ​ຄ່ອງ​ ແລະ ພຽງ​ແຕ່​ຖືກ​ຍົກ​ອອກ​ມາ​ພາ​ຍຫຼັງ​ທີ່ຝ່າຍ​ຕາ​ເວັນ​ຕົກ ມີ​ມາດ​ຕະ​ການ​ລົງ​ໂທດລັດ​ເຊຍ ເທົ່າ​ນັ້ນ.

    ໃນ​ຂະ​ນະ​ນັ້ນ, ຢູ​ແກຼນ ກໍ​ປະ​ກາດ​ວ່າ ພວມ​ມີ​ແຜນ​ການ​ກັກ​ຊັບ​ສົມ​ບັດ​ຂອງ​ຕ່າງ​ປະ​ເທດ​ໂດຍ​ຊົ່ວ​ຄາວ​ເພື່ອ​ຖົມ​ຂຸມ​ແກ່​ເລື່ອງ​ຖືກ​ສູນ​ເສຍ Crimea ໃຫ້​ລັດ​ເຊຍ.

    ຍາກ​ທີ່​ຈະ​ຊອກ​ຫາ​ໄດ້​ວິ​ທີ​ການ​ແກ້​ໄຂ​ຢ່າງ​ຮອບ​ດ້ານ ແລະ ກົມ​ກ່ຽວ​ລະ​ຫວ່າງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ຝ່າຍ

    ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບກ່ຽວ​ກັບຢູ​ແກຼນ ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ແຕ່ວັນທີ 6/5 ຢູ່ ນະ​ຄອນຫຼວງ Minsk ຂອງ​ປະ​ເທດ​ເບ​ລາ​ຣຸດ​ໃນ​ສະ​ພາ​ວະ​ທີ່​​ຄວາມເຄັ່ງ​ຕຶງ​ພັດ​ລະ​ເບີດ​ຄືນ​ຢູ່​ພາກ​ພື້ນ​ພາຍຫຼັງ​ຖືກ​ຜ່ອນ​ຄາຍ​ລົງເປັນໄລ​ຍະ​ໜຶ່ງຍ້ອນ​ຄຳ​ສັ່ງຢຸດ​ຍິງ​ທີ່​ບັນ​ລຸ​ໄດ້​ເມື່ອ​ເດືອນ 2.  ໜ່ວຍ​ງານ​ກ່ຽວ​ກັບ ຢູ​ແກຼນ​ໄດ້​ພົບ​ປະ​ກັນຫຼາຍ​ຄັ້ງ​ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ຢ່າງ​ຮອບ​ດ້ານ​ຄັ້ງ​ສຸດ​ທ້າຍ​ໃຫ້​ແກ່​ວິ​ກິດ​ການ ກໍ​ຄື​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່​ບັນ​ລຸ​ໄດ້​ຢ່າງ​ເຕັມ​ສ່ວນ. ແຕ່​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ : ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທຸກໆ​ຄວ​າມ​ມາ​ນະ​ພະ​ຍາ​ຍາມນີ້ ພຽງ​ແຕ່ມ​ີ​ລັກ​ສະ​ນະ​ເປັນຮູບ​ການ.

        ຄາດ​ຄະ​ເນ​ວ່າ ໃນ​ເດືອນ 6 ນີ້, ສະ​ຫະ​ພາບ​ເອີ​ລົບ EU ສືບ​ຕໍ່​ໂຮມ​ປະ​ຊຸມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ລົງ​ໂທດ​ລັດ​ເຊຍ​ເພາະ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຈະ​ໝົດ​ກຳ​ນົດ​ໃນ​ເດືອນ 7 ທີ່​ຈະ​ມາ​ເຖິງ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ກໍ​ລະ​ນີ​ທີ່ສະ​ຫະ​ພາບ​ເອີ​ລົບ EU ເພີ່ມ​ການ​ລົງ​ໂທດ​ໃໝ່​ຕ້ານ​ລັດ​ເຊຍ ແມ່ນ​ເບິ່ງ​ຄື​ວ່າ ບໍ່​ອາດ​ປະ​ຕິ​ບັດ​ໄດ້ ຍ້ອນ​ປະ​ສົບ​ກັບ​ການ​ຄັດ​ຄ້ານ​ຈາກຫຼາຍ​ປະ​ເທດ​ພາ​ຄີ, ພວມ​ຮັບ​ຜົນ​ກະ​ທົບກົງ​ກັນ​ຂ້າມ​ຈາກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ. ແຕ່​ກໍ​ລະ​ນີ​ແກ່​ຍາວ​ເວ​ລາ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃນ​ປະ​ຈຸ​ບັນ ແມ່ນ​ອາດ​ຈະ​ເກີດ​ຂຶ້ນ ຂະ​ນະ​ທີ່​ວິ​ກິດ​ການ​ຢູ່ ຢູ​ແກຼນ ມາ​ຮອດ​ປະ​ຈຸ​ບັນ ຍັງ​ບໍ່​ທັນ​ມີ​ທາງ​ອອກ. ເລື່ອງ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ຮອບ​ດ້ານ​ສຸດ​ທ້າຍ​ໃຫ້​ແກ່​ວິ​ກິດ​ການ​ການ​ເມືອງ​ຢູ່ ຢູ​ແກຼນ ແມ່ນນັບ​ມື້​ນັບຖືກ​ຈົນ​ຕາ​ແຈ.

ຕອບກັບ

ຂ່າວ/ບົດ​ອື່ນ