ລັດຖະທຳມະນູນສະບັບປັບປຸງເປີດໄລຍະໃຫມ່ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ

(vovworld)- ​ໃນ​ບົດ​ຂຽນທີ່​ລົງ​ພິມ​ໃນ​ຫນັງສືພິມ​ສະບັບ​ອອກວັນ​ທີ 9/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ, ປະທານ​ຄະນະ​ຮຽບຮຽງ​ລັດຖະທຳ​ມະນູນ ​ໄດ້​ຢືນຢັນ​​ເຖິງ: ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ພິ​ເສດ​ຂອງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເຕື້ອງ​ເຖິງ​ບັນດາ​ຈຸດ​ເດ່ັນ​ຂອງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ແມ່ນ​ເຊີດ​ຊູ​ອະທິປະ​​ໄຕ​ປະຊາຊົນ, ສິດ​ທິມະນຸດ, ສ້າງ​ກົນ​ໄກ​ກວດກາ​ສິດ​ອຳນາດ​ແຫ່ງ​ລັດ. ​

ລັດຖະທຳມະນູນສະບັບປັບປຸງເປີດໄລຍະໃຫມ່ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ລົງນາມ
ໃສ່ລັດຖະທຳມະນູນສະບັບປັບປຸງ
ພາບ:internet


        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄດ້​ຢືນຢັນ​ວ່າ: ລັດ​ຖະທຳ​ມະນູນ​ສະບັບ​ປັບປຸງ​ແມ່ນ​ໝາກຜົນ​ຂອງ​ວິວັດ​ການ​ເຮັດ​ວຽກ​ຢ່າງ​ລອບ​ຄອບ​ຖິ່ຖ​້ວນ, ​ເຂັ້ມ​ງວດ, ວິ​ທະຍາ​ສາດ ​ແລະ ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ. ​ໃນ​ປະຫວັດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ​ຂອງຫວຽດນາມ,  ຍາກ​ທີ່​ຈະມີ​ການ​ດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ- ນິຕິ​ກຳ​ໃດທີ່​​ໄດ້​ຮັບຄ​ຳ​ເຫັນ​ປະກອບຢ່າງປະຊາທິປະ​ໄຕ, ​ເລິກ​ເຊິ່ງ ກວ້າງຂວາງ ​ແລະ ​ແທດ​ຈິງ​ຈາກ​ປະຊາຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳ​ນວນ​ຫລວງຫລາຍຄື​ໃນ​ຄັ້ງ​ນີ້. ​​ແນວ​ຄິດ​ຂອງ​ພັກ, ຈິດ​ໃຈ​ຂອງ​ປະຊາຊົນ​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງ​ໃນ​ລັດຖະທຳ​ມະນູນ.

        ອະທິ​ປະ​ໄຕ​ປະຊາຊົນ​ແມ່ນ​ທັດສະນະ​ພື້ນຖານ​ສະ​ແດງ​​​ໃຫ້​ເຫັນ​ຜ່ານ​ເນື້ອໃນ​ທັງ​ໝົດ​ຂອງ​ລັດຖະທຳ​ມະນູນ

        ກ່ອນ​ອື່ນ​ໝົດ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​​ຫັນທັດສະນະ​ຂອງ​ພັກ ​ແລະ ລັດກ່ຽວ​ກັບ​ການ​ເຊີດ​ຊູ​ອະທິປະ​ໄຕ​ປະຊາຊົນ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ ​ແລະ ຮັບປະກັນ​ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດແມ່ນ​ຂຶ້ນ​ກັບ​ປະຊາຊົນ​​ເປັນ​ລະບຽບ​ກົດໝາຍ ຢ່າງຄົບ​ຖ​້ວນ, ​ເລິກ​ເຊິ່ງກວ່າ. ນີ້​ແມ່ນ​ທັດສະນະ​ພື້ນຖານສະ​ແດງ​ອອກຜ່ານ​ເນື້ອ​ໃນ​ທັງ​ໝົດ​ຂອງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຊີ້​ແຈ້ງ​ຕົ້ນ​ກຳ​ເນີ​ດ, ​ເນື້ອ​ແທ້, ຈຸດປະສົງ, ກຳລັງ​ແຮງ​ຂອງ​ສິດ​ອຳນາດ​ແຫ່ງ​ລັດ​ແມ່ນ​​ໃນ​ໝູ່ປະຊາຊົນ, ຂຶ້ນ​ກັບ​ປະຊາຊົນ, ປະຊາຊົນ​​ແມ່ນ​ຜູ້​ສິດ​ອຳນາດ​ແຫ່ງ​ລັດສູງ​ສຸດ. ຕາມນັ້ນ​ແລ້ວ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ຢືນຢັນ​ວ່າ: “ປະ​ເທດ ສສ ຫວຽດນາມ ​ໂດຍ​ປະຊາຊົນ​ເປັນ​ເຈົ້າ, ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ”. ​ຄຳ​ນຳ​​ໃນ​ລັດຖະທຳ​ມະນູນ​ໄດ້​ຖະ​ແຫລ​ງວ່າ: ປະຊາຊົນ​ຫວຽດນາມ​ແມ່ນ​​ເຈົ້າ​ໃນ​ການ​ “ສ້າງ, ປະ​ຕິ​ບັດ ​ແລະ ປົກ​ປ້ອງ​ລັດຖະທຳ​ມະນູນ​ສະບັບ​ນີ້”, ກໍ່​ຄືເພີ່ມ​ເຕີມ​ບັນດາ​ຮູບ​ການທີ່​ປະຊາຊົນນຳ​ໃຊ້​ສິດ​ອຳ​ນາດ​ແຫ່ງ​ລັດ​, ບໍ່​ພຽງ​ແຕ່​ດ​​້ວຍປະຊາທິປະ​ໄຕ​​ເປັນ​ຕົວ​ແທນ​ຜ່ານ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ຄື​ກ່ອນ​ນີ້​ເທົ່າ​ນັ້ນ ຫາກ​ດ້ວຍ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ, ດ້ວຍ​ສິດລົງ​ຄະ​ແນນ​ສຽງ​ເມື່ອ​ລັດ​ຈັດ​ຕັ້ງ​ການ​ລົງ​ປະຊາ​ມະຕິ, ​ໃນ​ນັ້ນ ມີ​ການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ລັດຖະທຳ​ມະນູນ. ລັດຖະທຳ​ມະນູນ ສືບ​ຕໍ່​ຢືນຢັນ​ບົດບາດຊີ້​ນຳ​ນຳພາ​ຂອງ​ລັດ ​ແລະ ສັງຄົມ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.  ບົດບາດ​ນັ້ນ​ໂດຍ​ປະຫວັດສາດ​ມອບ​ໝາຍ​ໃຫ້, ປະຊາຊົນ​ຮັບ​ຮູ້ ​ແລະ ​ໄດ້​ຮັບ​ການ​ຮັບຮອງໃນ​ລັດຖະທຳ​ມະນູນ. ພ້ອມ​ກັນ​ນັ້ນ ລັດຖະທຳ​ມະນູນ​ຍັງເຮັດ​​​ແຈ້ງ ​ແລະ​ເລິກ​ເຊີ່ງທາດ​ແທ້​ນຳ​ຫນ້າ, ​ທາດ​​ແທ້ປະຊາຊົນ​ຂອງ​ພັກ ​ແລະ ​ເພີ່ມ​ເຕີມ​ຄຳ​ຮຽກຮ້ອງ​ຕ້ອງການ​ທີ່​ສຳຄັນ​ຂອງ​ປະຊາຊົນ​ນັ້ນ​ແມ່ນ “ພັກ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ, ​ພາຍ​ໃຕ້ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ມີ​ຄວາມຮັບຜິດຊອບຕໍ່​ປະຊາຊົນ​ກ່ຽວ​ກັບ​ບັນດາ​ຄຳ​ຕັດສິນ​ຂອງ​ຕົນ.”

        ​ເຊີດ​ຊູ​ສິດ​ທິມະນຸດ

        ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ​ໄດ້​ຮັບ​ການ​ເຊີດ​ຊູ, ​ແລະ ມີ​ທີ່​ຕັ້ງ​ສຳຄັນ​ລັດຖະທຳ​ມະນູນ(ພາກ 2). ຕາມທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ​ແລ້ວ, ນັ້ນ​ທັງແມ່ນ​ການ​ສືບ​ທອດ​ລັດຖະທຳ​ມະນູນ​ປີ 1946 ​ໂດຍ​ປະທານ​ໂຮ່ຈິ​ມີນ- ​ເປັນຫົວຫນ້າ​ຄະນະ​ຮຽບຮຽງ; ທັງ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງກວ່າ​ໃນ​ການ​​ຫັນທັດສະ​ນະ​ຂອງ​ພັກ ​ແລະ ລັດ ໃນ​ການ​ເຊີດ​ຊູ​ປັດ​ໄຈ​ມະນຸດ, ຖື​ມະນຸດ​​ແມ່ນ​ເປັນ​ເຈົ້າ, ​ເປັນ​ແຫ່​ລງກຳລັງ​ຕົ້ນຕໍ​ແມ່ນຈຸດໝາຍ​ຂອງ​ການ​ພັດທະນາ​ໃຫ້​ເປັນ​ລະບຽບ​ກົດໝາຍ. ລັດຖະທຳ​ມະນູນ ຢືນຢັນ​ຫລັກການ​ຂອງ​ລັດ​ແມ່ນ“ຮັບ​ຮອງ, ​ເຄົາລົບ, ຮັກສາ ​ແລະ ຮັບປະກັນ​ບັນດາສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ພົນລະ​ເຮືອນ, ​ເສດຖະກິດ, ວັດທະນະທຳ, ສັງຄົມ”, ສິດທິ​ມະນຸດ, ສິດ​ພົນລະ​ເມືອງ ພຽງ​ແຕ່​ຖືກ​ຈຳ​ກັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ໃນ​ກໍລະນີ​ທີ່​ຈຳ​ເປັນ ຍ້ອນ​ສາຍ​ເຫ​ດປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຄຸນສົມບັດ​ສັງຄົມ, ສຸຂະພາບ​ຂອງວົງ​ຄະນາ​ຍາດ”. ນີ້​ແມ່ນ​ບັນດາ​ຫລັກການ​ພື້ນຖານ​ເພື່ອ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ລັດ​ໃນ​ການ​ພົວພັນ​ກັບ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ. ຄຽງ​ຄູ່​ກັນ​ນັ້ນ ລັດຖະທຳ​ມະນູນ​ກໍ​ແມ່ນ​ພື້ນຖານ​ດ້ານ​ກົດ​ໝາຍສູງ​ສຸດ​ເພື່ອ​ໃຫ້​ທຸກ​ຄົນ ​ແລະ ພົນລະ​ເມ​ືອງຮັກສາ ​ແລະ ປະຕິບັດ​ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ​ຂອງ​ຕົນ.

ສ້າງ​ກົນ​ໄກ​ກວດກາ​ສິດ​ອຳນາດ​ແຫ່ງ​ລັດ

        ​​ເພື່ອ​ສືບ​ຕໍ່​ສ້າງ ​ແລະ ສຳ​ເລັດ​ລັດ​ແຫ່​ງອຳນາດ​ນິຕິບັນຍັດ ສສ ຢູ່ ຫວຽດນາມ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ໄດ້​ຢືນຢັນ: ລັດ​ຫວຽດນາມ ​ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ສສ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ພ້ອມ​ກັນ​ນັ້ນ ​ເພີ່ມ​ເຕີມ​ບາງ​ຫລັກການ​ໃຫມ່ ກ່ຽວ​ກັບ​ການຈັດ​ຕັ້ງ​ສິດ​ອຳນາດ​ແຫ່ງ​ລັດ. ນັ້ນ​ແມ່ນ​ສິດ​ອຳ​ນາດ​ແຫ່ງ​ລັດ ​ເປັນ​ເອກະ​ພາບ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການຈັ​ດ​ແບ່ງ, ສົມທົບ​ກັນ​ເທົ່າ​ນັ້ນ ຫາກ​ມີ​ການ​ກວດກາ​ໃນ​ການ​ປະຕິບັດ​ບັນດາອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸລາການ. ນີ້​ແມ່ນ​ຫລັກການ​ໃຫມ່ ​ໄດ້​ຮັບ​ການ​ເພີ່​ມ​ເຕີມ ​ໃນ​ໂຄງການ​ການ​ເມືອງ​ຂອງ​ພັກ ​ແລະ ລັດຖະທຳ​ມະນູນ ສະບັບ​ປັບປຸງ​ຄັ້ງ​ນີ້​​.

        ກ່ຽວ​ກັບ​ເລື່ອງ​ສະພາ​ເລືອກຕັ້ງ​ແຫ່ງ​ຊາດ ​ແລະ ກວດ​ສອບ​ແຫ່ງ​ລັດ​ເປັນ​ຄັ້ງ​ທຳ​ອິດ​ໄດ້ຖືກ​ກຳນົດ​ໃນ​ລັດຖະທຳ​ມະນູນ​ ​ແລະ​ກຳນົດ​​ໃນ​ພາກ​ສະ​ເພາະ ​ແລະ ​ແມ່ນ​ທ່າ​ອ່ຽງສ້າງ​ລັດຖະທຳ​ມະນູນ, ອຳນາດ​ນິຕິບັນຍັດ​ຢ່າງ​ທັນ​ສະ​ໄຫມ. ຕາມ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ແລ້ວ, ການ​ສ້າງ 2 ອົງການ​ນີ້ໃນ​ລັດຖະທຳ​ມະນູນ ​ແມ່ນ​ສືບ​ຕໍ່​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປະຕິບັດ​ຫລັກການ​​ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດແມ່ນ​ຂຶ້ນ​ກັບ​ປະຊາຊົນ, ສ້າງ​ເງື່ອນ​ໄຂ ​ແລະ ກົນ​ໄກ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​​ໃນ​ການ​ເລືອກ​ຕັ້ງ ​ແລະ ​​ໃນ​ການ​ກວດກາສິດ​ອຳນາດ​ແຫ່ງ​ລັດ​ຢ່າງ​ຄົບ​ຖ້ວນ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊີງ​ຮຸ່ງ ກໍ​ເຕື້ອງ​ເຖິງ​ຫນ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍຂອງ​ລັດ​, ການປ່ຽນ​ໃຫມ່​ຮູບ​ແບບ​ການຈັດ​ຕັ້ງ​ອຳນາດ​ກາ​ນປົກຄອງ​ທ້ອງ​ຖິ່ນ ຕອບ​ສະຫນອງ​ຄຳ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່.

        ມ້ວນທ້າຍ​ບົດ​ຂຽນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ເຊ່ືອ​ໝັ້ນ​ວ່າ ລັດຖະທຳມະນູນ​ສະບັບ​ປັບປຸງ ​ແມ່ນ​ຮັບປະກັນ​ດ້ານ​ການ​ເມືອງ - ນິຕິ​ກຳ ອັນ​ໝັ້ນ​ແກ່​ນ​ເພື່ອ​ໃຫ້​ທົ່ວ​ພັກ, ທ່ົວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຫັນ​ດີ​ເຫັນ​ພ້ອມ​ກ້າວ​ຂຶ້ນ​​ໃນ​ໄລຍະ​ໃຫມ່- ​ໄລຍະ​ຍູ້​ແຮງ​ຢ່າງຮອບດ້ານ​ໃນ​ກິດຈະການ​ປ່ຽນ​ແປງ​ໃຫມ່​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ