ລົບລ້າງຄຳຮຽກສິດ“ເສັ້ນລິ້ນງົວ” ເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

(vovworld)- “ເສ​ັ້ນລິ້ນ​ງົວ” ຍັງ​ເອີ້ນ​ວ່າ ​ເສັ້ນ 9 ຕອນ ​​​​ເຄີຍໄດ້ຮັບ​ການຮູ້ຈັກ​ເຖິງ​ແມ່ນ​ຄຳ​ຮຽກ​ສິດ ບໍ່​ມີ​ພື້ນ​ຖານ​ປະ​ຫວັດ​ສາດ, ກົດໝາຍ ​ແລະ ພຶດຕິ​ກຳ​ຕົວ​ຈິງ ຂອງ​ຈີນ ສຳລັບ​ທະ​ເລ​ຕາ​ເວັນ​ອອກ. ຫວ່າງ​ແລ້ວ​ນີ້ ນັກຮຽນ​ຮູ້​ຈີນ ສືບ​ຕໍ່​ຄັດຄ​້ານ “​ເສັ້ນ​ລິ້ນ​ງົວ” ​ແລະ ຖື​ວ່າ: ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ “​ເສັ້ນ​ລິ້ນ​ງົວ”ຈະ​ຕ້ອງ​ແກ້​ໄຂ​ກ່ອນ​ໝູ່ ​ແລະ ສຳຄັນ​ທີ່​ສຸດ​ໃນ​ວິວັດ​ການ​ຊອກ​ຫາ​ສັນຕິພາ ບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ລົບລ້າງຄຳຮຽກສິດ“ເສັ້ນລິ້ນງົວ” ເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1
photo: internet

        ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ເຂດ​ທະ​ເລຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ ປາຊີ​ຟີ​ກ, ດ້ວຍ​ເນື້ອ​ທີ່​ປະມານ 3,5 ລ້ານ​ກິ​ໂລ​ຕາລາງ​ແມັດ. ​“ເສັ້ນ​ລິ້ນ​ງົວ” ຊື່​ງຈີນ ຮຽກ​ສິດ​ລວມມີ 9 ຕອນ, ​ໂດຍ​ເລີ່​ມມາຈາກ​ອ່າວ ພາກ​ເຫນືອ, ​ລຽບ​ຕາມຝັ່ງ​ທະ​ເລ​ພາກ​ກາງ ຂອງ​ຫວຽດນາມ ປະມານ 50 - 100 ກິ​ໂລ​ແມັດ, ລ​ົງພາກ​​ໃຕ້​ຫາດ​ຊາຍ James Shoal ຂອງ​ມາ​ເລ​ເຊຍ, ​ເກາະ Natuna ຂອງ​ອິນ​ໂດ​ເນ​ເຊຍ ​ແລະ ​ກັບ​ມາ​ພາກ​ເຫນືອ, ​ລຽບ​ຕາມ​ເກາະ Palawan ຂອງ​ຟີ​ລີບ​ປີນ, ກວ​ມ​ເອົາ​ເຂດ​ນຳ້​ສ່ວນ​ຫນຶ່ງ ຊື່​ງຟີ​ລີບ​ປີນ ຖະ​ແຫລ​ງອະທິປະ​ໄຕ ​ແລະ ສິ້ນ​ສຸດ​ຢູ່​ຊອ່ງ​ທະ​ເລ Luzong ລະຫວ່າງ ຟີ​ລີບ​ປີນ ​ແລະ ​ໄຕ້​ຫວັນ.

 ​ໃນ​ແຜນ​ທີ່​ຂອງ​ຈີນ ປະກາດ​ເມື່ອ​ເດືອນ 6/2014, ​ເສັ້ນ​ລິ້ນ​ງົວ ມີ 10 ຕອນ, ກວມ​ເອົາລັດ Arunachal Pradesh ຂອງ​ອິນ​ເດຍ. ​ເສັ້ນ​ລິ້ນ​ງົວ ​ໂດຍ​ຈີນ ຍົກ​ອອກ​ແມ່ນ ​ເພື່ອ​ຈຸດ​ປະສົງ​ການ​ເມືອງ, ​ແຕ່​ຄວາມ​ຈິງ​ແມ່ນ​ກົນອຸບາຍ​ຢືດຄອງ​ທັງ​ເຂດທະ​ເລ​ຕາ​ເວັນ​ອອກ.

          ຈີນ ບໍ່​ມີ​ພື້ນຖານ​ດ້ານ​ກົດໝາຍ​ຕໍ່​ຄຳ​ຮຽກ​ສິດ​ຂອງ​ຕົນ

        ມາ​ຮອດ​ປະຈຸ​ບັນ, ຝ່າຍ​ຈີນ ບໍ່​ມີ​ຫລື​ບໍ່​ອາດ​ມີ​ເອກະສານ ສະບັບ​ໃດ​ກຳນົດ ​ແລະ ​ເປີດ​ເຜີຍ​ຢ່າງ​ລະອຽດ​ບັນດາ​ຈຸດ​ພິກັດ​ກໍ​ຄື​ທີ່​ຕັ້ງ​ຊັດ​ເຈນ​ຂອງ​ບັນດາ​ຕອນ​ໃນ​ເສັ້ນ​ລິ້ນງົວ, ນັບ​ທັງ​ໃນ​ຈົດໝາຍ​ການ​ທູດ​ຂອງ​ຈີນ ທີ່ສົ່ງ​ເຖິງ ສປຊ ​ເມື່ອ​ເດືອນ 5/2009. ຈີນ ບໍ່​ສາມາດ​ອະທິບາຍ​ໄດ້​ວ່າ: ​ເປັນ​ຫຍັງ “​ເສັ້ນ​ລິ້ນ​ງົວ” ​ແມ່ນ​ເສັ້ນ​ຖື​ກ​ແບ່ງ​ເປັນ​ຫລາຍ​ຕອນ ຫາກ​ບໍ່​ລຽນຕິດ ​ເພາະວ່າ ຈີນ​ຢາກ​ໂລກ​ເຂົ້າ​ໃຈ​ວ່າ ​ເສັ້ນ​ລິ້ນ​ງົວ ​ແມ່ນ​ຂີດ​ຂັ້ນ​​ເຂດ​ນຳ້“​ໃນນາມປະຫວັດສາດ”, “​ເຂດ​ນ້ຳ​ປະຫວັດສາດ” ຫລື“ ຊາຍ​ແດນ​ບົນ​ທະ​ເລ” ຂອງ​ຈີນ. ຫາງ​ສຽງ​ສາກົນ ​ໄດ້​ຕັ້ງ​ຄຳ​ຖາມ​ວ່າ: ​ເປັນ​ຫຍັງ​ໃນ​ຖະ​ແຫລ​ງການ​ຂອງ​ລັດຖະບານ ຈີນ ກ່ຽວ​ກັບ​ບັນດາ​ເຂດ​ທະ​ເລ​ເມື່ອ​ວັນ​ທີ 4/9/1958 ພັດ​ບໍ່​ເຕື້ອງ​ເຖິງ​ສັບ​ຫລື​ປະ​ໂຫຍ​ກ​ໃດ ກ່ຽວ​ກັບ“​ເຂດ​ນຳ້​ປະຫວັດສາດ”​ເສັ້ນ​ລິ້ນ​ງົວ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ. ​ໃນ​ບັນດາ​ເອກະສານ​ນິຕິ​ກຳ​ອື່ນ​ຫລັງ​ຈາກ​ນັ້ນ​ຂອງ​ຈີນ ຄື: ລັດຖະບັນຍັດ​ກ່ຽວ​ກັບ​ເຂດ​ນ່ານນ້ຳ ​ແລະ ​ເຂດ​ຕິດ​ຈອດ (1992); ຖະ​ແຫລ​ງການ​ກ່ຽວ​ກັບ​ເສັ້ນ​ພື້ນຖານ​ເຂດ​ນ່ານນ້ຳ(1996); ກົດ​ໝາຍວ່າ​ດ້ວຍ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ(1998) ກໍ​ບໍ່​ຖະ​ແຫລ​ງສິ່ງ​ໃດ​ກ່ຽວ​ກັບ“​ເຂດນ້ຳ​ປະຫວັດສາດ”ດັ່ງກ່າວ.  ກ່ຽວ​ກັບ​ດ້ານ​ກົດໝາຍ, ຖ້າ​ ຖື ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ເພື່ອ​ເປັນ​ການ​ປຽບທຽບ ອາດ​ຈະ​ເວົ້າ​ໄດ້​ວ່າ ຄຳ​ຮຽກ​ສິດ“​ເສັ້ນ​ລິ້ນ​ງົວ” ຂອງ ຈີນ ​ແມ່ນ​ໄຮ່​ເຫດຜົນ​ຢ່າງ​ສິ້ນ​ເຊິ​ງ ນັບ​ທັງ​​ເອກະສານ​ດ້ານ​ກົດໝາຍ ​ແລະ ພຶດຕິກຳ​ຕົວ​ຈິງ. ສິ່ງ​ທີ່​ເປັນ​ຫນ້າ​ຕ້ອງ​ເວົ້າ ນັ້ນ​ແມ່ນ ສົນທິສັນຍາ​ນີ້ ບໍ່​ມີ​ມາດຕາ​ໃດ ຮັບ​ຮູ້​ຄຳ​ນິຍາມ​ກ່ຽວ​ກັບ “​ເຂດ​ນ້ຳ​ປະຫວັດສາດ”.

        ນັກຮຽນ​ຮູ້​ຈີນ ຄັດຄ້ານ​ຢ່າງ​ແຮງ​ຄຳ​ຮຽກ​ສິດ“​ເສັ້ນ​ລິ້ນ​ງົວ”

        ພາຍຫລັງ ຈີນ ​ເປັນ​ຄັ້ງ​ທຳ​ອິດ ພິມ​ຈຳຫນ່າຍ​ແຜນ​ທີ່​ມີ​ເສັ້ນ​ລິ້ນ​ງົວ 10 ຕອນ ກວມ​ເອົາ​ ​ທະ​ເລ​ຕາ​ເວັນ​ອອກ​ ເກືອບ​ທັງ​ໝົດ ເມື່ອ​ເດ​ືອນ 6/2014, ຫນ້າ​ເວັບ Bbs.tianya.cn ທີ່​ມີ​ຊື່​ສຽງ​ຂອງ​ຈີນ ​ໄດ້​ມີບົດ​ຂຽນຖື​ວ່າ: ປະຈຸ​ບັນ “​ເສັ້ນ 9 ຕອນ” ຖືກ​ປະ​ຊາ​ຄົມ​ໂລກ​ປະຕິ​ເສດ​ຢ່າງ​ແຮງ, ສະ​ນັ້ນ ​ເສັ້ນ 10 ຕອນ ຈະ​ສາມາດ​ຄົງ​ຕົວ​ໄດ້​ຫລື​ບໍ່. ນັກຮຽນ​ຮູ້ ຫລີ​ລີງ​ຮົວ, ອະດີດ​ນັກວິຊາການ​ສູນ​ການ​ຂ່າວ​ມະຫາ​ສະມຸດ ຈີນ ກໍ​ໄດ້​ມີ​ບົດ​ຂຽນ​ໃນ​ຫນ້າ​ເວັບ​ຂອງ​ຕົນ​ດ້ວຍ​ຫົວ​ຂໍ້​ວ່າ: “ເສັ້ນ 9 ຕອນ ຈະ​ຄົງ​ຕົວ​ໄດ້​ຈັກ​ ມື້”. ນັກຮຽນ​ຮູ້​ທ່ານ​ນີ້ ​​ເຄີຍ​ຢືນຢັນ​ວ່າ: ຈີນ​ບໍ່​ມີ​ພະຍານ​ຫລັກ​ຖານ​ໃດ​ເພື່ອ​ກຳນົດ​ເສັ້ນ 9 ຕອນ ​ແມ່ນ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ​ຂອງ​ຕົນ, ພ້ອມທັງ ຮຽກຮ້ອງ​ຈີນ ຕ້ອງ​ເຄົາລົບ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982​(UNCLOS). ກ່ອນ​ຫນ້າ​ນັ້ນ, ວັນ​ທີ 30/4/2013, ນັກຮຽນ​ຮູ້  ຫລີ​ກວາ​ຢາງ ​ໄດ້​ວິຈານ​ໃນຫນ້າ​ເວັບຂອງ​ຕົນ​ວ່າ: “​ເລື່ອງ​ປະ​ເທດ​ເຮົາ(ຈີນ) ສ້າງ​ເສັ້ນ 9 ຕອນ ຕາ​ມລຳພັງ​ຝ່າຍ​ດຽວ​ຢູ່​ບັນດາ​ເຂດ​ເສດຖະກິດ​ຈຳ​ເພາະ  ກວ້າງ 200 ​ໄມ​ທະ​ເລ​ຂອງ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮື​ອນຄຽງ​ຢູ່ ທະ​ເລ​ຕາ​ເວັນ​ອອກ ​ໄດ້​ກໍ່​ຄວາມ​ຂັດ​ແຍ້​ງ ​ແລະ ຄວາມ​ແຕກຕ່າງ​ກັນ​ຫລາຍ​ຢ່າງ, ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຕາມ​ນັກຮຽນຮູ້ ຫລີກ​ວາ​ຢາງ​ແລ້ວ, ບັນຫາ​ຂັດ​ແຍ້​ງຢູ່ ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ເລີ່​ມມາ​ຈາກ​ເສັ້ນ 9 ຕອນ ​ແລະ ສິ່ງ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ແກ້​​ໄຂ​ກ່ອນໝູ່ ​ແລະ ສຳຄັນ​ກວ່າ​ແມ່ນ​ວິວັດ​ການ​ຊອກ​ຫາ​ສັນຕິພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ທ່ານ ຢືນຢັນ​ວ່າ: ລັດ​ຈີນ ຄວນ​ພິຈາລະນາ​ຢ່າງ​ເຂັ້ມ​ງວດ​ເລື່ອງ​ຍົກ​ເລີກ“ບັນດາ​ເສັ້ນ​ສະ​ແດງ​ປະຫວັດສາດ​ທີ່​ເປັນ​ມູນ​ເຊື້ອ” ​ເພື່ອ​ສາມາດ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ຂັດ​​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ.

        ຈີນ ຄວນ​ປະລະ​ຄຳ​ຮຽກ​ສິດ“​ເສັ້ນ​ລິ້ນ​ງົວ”

        ພາຍຫລັງ​ຄຳ​ຮຽກ​ສິດ​“​ເສັ້ນ​ລິ້ນ​ງົວ” ປະກົດ​ອອກ​ຕໍ່​ປະຊາ​ຄົມ​ໂລກ​ເມື່ອ​ເດືອນ 5/2009, ຫວຽດນາມ ​ແລະ ຟິລີບ​ປີນ ​ໄດ້​ສົ່ງ​ຈົດໝາຍ​ການ​ທູດ​ຄັດຄ້ານ​ເຖິງ ສປຊ. ​ເດືອນ 7/2010, ອິນ​ໂດ​ເນ​ເຊຍ ກໍໄດ້ສົ່ງຈົດໝາຍການທູດເຖິງ ສປຊ ຄັດຄ້ານຄຳຮຽກສິດຂອງຈີນ. ​ໃນ​ຖະ​ແຫລ​ງການ​ເມື່ອ​ວັນ​ທີ 23 /7/2010 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ H.Clinton ​ໄດ້​ອອກສຽງ​ຄັດຄ້ານ​ບັນດາ​ຄຳ​ຮຽກ​ສິດ​ທະ​ເລ​ບໍ່​ເຄົາລົບ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ​ຈີນ ຊື່​ງ​ເສັ້ນ​ລິ້ນ​ງົວ ​ແມ່ນ​ບັນຫາ​ໄດ້​ຮັບ​ການ​ເຕື້ອງ​ເຖິງ. ຄຳ​ຮຽກ​ສິດ“​ເສັ້ນ​ລິ້ນ​ງົວ” ຂອງ​ຈີນ ນັບ​ມື້​ນັບຖື​ກຄັດຄ້ານ​ຢ່າງ​ແຮງ​ຈາກ​ບໍ່​ພຽງ​ແຕ່​ນັກຮຽນ​ຮູ້​ຈີນ, ​ບັນດາ​ນັກ​ຄົ້ນ​ຄ້ວາ, ທະນາຍຄວາມ​ກົດໝາຍ​ທະ​ເລ​ສາກົນ ບັນດາ​ປະ​ເທດ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ​ຄື​: ຫວຽດນາມ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລີບ​ປີນ ​ເທົ່ານັ້ນ ຫາກນັບ​ທັງ​ບັນດາ​ປະ​ເທດ​ບໍ່​ກ່ຽວຂ້ອງ​ເຖິງ​ການຂັດ​ແຍ້​ງອະທິປະ​ໄຕ ​ແຕ່​ມີ​ຜົນ​ປະ​ໂຫຍ​ດດ້ານ​ການ​ຄ້າ, ການ​ເດີນ​ທະ​ເລ ສຳລັບ​ທະ​ເລ​ຕາ​ເວັນ​ອອກ​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ອິນ​ເດຍ…

        ທ​ະ​ເລ​ຕາ​ເວັນ​ອອກ, ​ເຖິງ​ວ່າ ສົນ​ໃຈ​ຫລືບໍ່ສົນ​ໃຈ, ​ແຕ່​ຈີນ ຕ້ອງ​ຮັບ​ຮູ້​ຄວາມ​ຈິງ, ​ແມ່ນ​ເຂດ​ທະ​ເລ​ມີ​ທີ່​ຕັ້ງ​ສຳຄັນ, ກ່ຽວຂ້ອງ​ເຖິງ 9 ປະ​ເທດ ​ແລະ ​ສ່ວນ​ຫນຶ່ງ​ຂອງ​ນຳ້​ແດນ​ດິນ, ​ແມ່ນ​ສ່ວນ​ຫນຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ນະ​ໂນ​ບາຍ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ອ້ອມ​ແອ້ມ​ທະ​ເລ​ຕາ​ເວັນ​ອອກ​ກໍ​ຄື​ບັນດາ​ປະ​ເທດ​ນອກ​ພາກ​ພື້ນ​ນີ້. ​ເມ​ື່ອທ່າ​ອ່ຽງ​ໂລກະ​ພິບັດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຜົນ​ສະທ້ອນ​ລວມ​ເຖິງ​ທົ່ວ​ໂລກ, ຄຳ​ຮຽກ​ສິດ​ຂອງ​ຈີນ ກ່ຽວ​ກັບ“​ເສັ້ນ​ລິ້ນ​ງົວ” ຈະ​ນັບ​ມື້​ນັບ​ຖືກ​ຄັດຄ້ານຢ່າງ​ແຮງ, ຂ້ຽວ​ຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ