ວັນກົດໝາຍຫວຽດນາມ ສຶກສາອົບຮົມສະຕິເຄົາລົບກົດໝາຍ

(vovworld)- ຫວຽດນາມ ຈະ​ຈັດ​ຕັ້ງ​ວັນ​ກົດໝາຍ​ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 9/11. ຫລັງ​ຈາກ​ນັ້ນ ວັນ​ກົດໝາຍ​ຈະ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ, ບໍ່​ພຽງ​ແຕ່​ສຶກສາອົບຮົມ​ສະຕິ​ເຄົາລົບ​ກົດໝາຍ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ເທົ່າ​ນັ້ນ ຫາກ​ຍັງ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ມະນຸດ, ​ເພື່ອ​ໃຫ້ການ​ປະຕິບັດ​ກົດໝາຍ​ກາຍ​ເປັນຄວາມ​ຕ້ອງການ​​ຂອງ​ແຕ່ລະຄົນ​ເອງ. ​

ວັນກົດໝາຍຫວຽດນາມ ສຶກສາອົບຮົມສະຕິເຄົາລົບກົດໝາຍ - ảnh 1
ຊົມເຊີຍວັນກົດໝາຍຫວຽດນາມ 9/11/2013
ພາບປະກອບ:internet

        ​ເຊີດ​ຊູ​ຄຸນ​ຄ່າ​ຂອງ​ລັດຖະທຳ​ມະນູນ, ກົດໝາຍ

        ຫວຽດນາມ ຕ້ອນຮັບ​ວັນ​ກົດໝາຍ​ເປັນ​ຄັ້ງ​ທຳ​ອິດ​ແມ່ນ​ກົງ​ກັບ​ໂອກາດ​ ​ກອງ​ປະ​ຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ພວມ​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.​ ທ່ານ ຮ່າ​ຮຸ່ງ​ເກືອ​ງ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ການ​ເລືອກ​ເຟັ້ນວັນ​ທີ 9/11 ​ແມ່ນ​ວັນ​ກົດໝາຍ, ​​ເພາະວ່າ ນັ້ນ​ແມ່ນ​ມື້​ທຳ​ອິດ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ- ຊື່​ງ​ແມ່ນລັດຖະທຳ​ມະນູນ​ປີ 1946. ຈຸດປະສົງ​ຂອງ​ວັນ​ນີ້ ​ແມ່ນ​ເຊີດ​ຊູ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ​ເພື່ອ​ສຶກສາ​ອົບຮົມ​ສະ​ຕິ​ເຄົາລົບ​ກົດໝາຍ​ຂອງ​ພະນັກງານ, ລັດຖະກອນ ​ແລະ ປະຊາຊົນ. ​ໃນ​ລັດຫນຶ່ງ​ທີ່​ພວມ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ມື້​ໃດ​ກໍ​ແມ່ນ​ວັນ​ກົດໝາຍ ​ແຕ່​ວັນ​ທີ 9/11/2013 ​ແມ່ນ​ວັນ​ປະຫວັດສາດ, ​ແມ່ນ​ວັນ​ກົດໝາຍ​ຫວຽດນາມ​ ທຳ​ອິດ.”

        ກ່ອນ​ທີ່​ວັນ​ກົດໝາຍ ຂອງ ສສ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​​ເປັນ​ຄັ້ງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ, ຊີ​ວິດ​ທາງ​ດ້ານ​ການ​ເມືອງ, ນິຕິ​ກຳຂອງ​ຫວຽດນາມ ​ໃນ​ປີ 2013 ​ໄດ້​ຮັບ​ຮູ້​ເຫດການ​ສຳຄັນ. ນັ້ນ​ແມ່ນ​ເລື່ອງ​ທົ່ວ​ປວງ​ຊົນ​ຕັ້ງຫນ້າ​ປະກອບ​ຄຳ​ເຫັນ​​ໃສ່ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ຊື່​ງ​ແມ່ນ​ລັດຖະທຳ​ມະນູນ​ຂອງ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ສະ​ນັ້ນ  ວັນ​ກົດໝາຍ​ຫວຽດນາມ​ ​ເປັນ​ຄັ້ງ​ທຳ​ອິດ ທີ່​ມີ​ຫົວ​ຂໍ້​ວ່າ: ທົ່ວ​ປວງ​ຊົນ​ກໍ່ສ້າງ, ປະຕິບັດ ​ແລະ ຮັກສາ​ລັດຖະທຳ​ມະນູນ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸ​ຕິ​ທຳ ​ແລະ ສີວິ​ໄລ” ຍິ່ງ​ມີ​ຄວາມ​ໝາຍ​ພິ​ເສດ, ​ແມ່ນ​ການ​ສືບ​ທອດ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ- ນິຕິ​ກຳ​ ປະກອບ​ຄຳ​ເຫັນ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວປວງ​ຊົນຢ່າງ​ເລິກ​ເຊິ່ງ. ສະ​ນັ້ນ ຄວາມ​ໝາຍ​ຂອງ​ວັນ​ກົດໝາຍ​ຫວຽດນາມ ​ແມ່ນ​ເຊີດ​ຊູ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ​ເຊີດ​ຊູ​ຄຸນຄ່າ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ໃນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ສຶກສາ​ອົມ​ຮົມ​ສະຕິ​ເຄົາລົບ​ກົດໝາຍ​​ໃຫ້​ແກ່​ທຸກ​ຄົນ​ໃນ​ສັງຄົມ.

        ປະກອບ​ສວ່ນສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ

ຫວຽດນາມ ພວມ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​​ເຄົາລົບ​ກົດໝາຍ ດ້ວຍ​ລະບົບ​ກົດໝາຍ​ສົມບູນ​ແບບ, ​ເປັນ​ເອກະ​ພາບ, ສະຖຽນ​ລະ​ພາບ, ​ກະຈ່າງ​ແຈ້ງ, ປະຊາທິປະ​ໄຕ ​ແລະ ຍຸຕິ​ທຳ. ​ເພາະສະ​ນັ້ນ ການຈັດ​ຕັ້ງ​ວັນ​ກົດໝາຍ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ ຊຸກຍູ້​ວິວັດ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

        ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ກໍ​ຮຽກຮ້ອງ​ຕ້ອງ​ຍົກ​ສູງ​ສະຕິ​ຮັບ​ຮູ້​ດ້ານ​ກົດໝາຍ​ຂອງ​ພະນັກງານ, ປະຊາຊົນ.  ການ​ເຜີຍ​ແຜ່, ສຶກສາ​ອົມ​ຮົມ​ກົດໝາຍ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຂອດ​ທຳ​ອິດ​ຂອງ​ການ​ປະຕິບັດ​ກົດໝາຍ, ​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ນຳ​ກົດໝາຍ​ເຂົ້າ​ສູ່​ຊີວິດຕົວ​ຈິງ. ວັນ​ກົດໝາຍ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອ​ລະດົມ​ກຳລັງ​ໃຈ​ໃຫ້​ທົ່ວ​ປວງ​ຊົນ​ສາມັກຄີ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້, ສະຕິ​​ເຄົາລົບກົດໝາຍ, ປະຕິບັດຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ,​ ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ປົກ​ປ້ອງ​ກົດໝາຍ.

​ເຊີດ​ຊູ​ບັນດາ​ຄຸນ​ຄ່າ​ວັດທະນະທຳ​ມະນຸດ

 ສຳລັບ​ພົນລະ​ເມືອງ​ແຕ່ລະຄົນ, ວັນ​ກົດໝາຍ​​​ແມ່ນ​ເຊີດ​ຊູ​ຄຸນຄ່າ​ຂອງ​ມະນຸດ, ສ້າງ​ບຸກຄະ​ລີກ​ກະພາບ, ​ເຊີດ​ຊູ​ສະຕິ​ເປັນ​ເຈົ້າ, ​ເຄົາລົບ​ກົດ​ລະບຽບ, ຄວາມ​ເສລີ​ໃນ​ຂອບ​ເຂດກົດໝາຍ.

        ຜ່ານ​ນັ້ນ ການ​ສຶກສາ​ອົບຮົມ​ສະຕິ​ຄວາ​ມຮັບຜິດຊອບ, ຫນ້າ​ທີ່​ຂອງ​ພົນລະ​ເມືອງ, ສ້າງ​ແບບ​ແຜນການ​ດຳລົງ​ຊີວິດ​ດ້ານ​ວັດທະນະທຳ​ໃຫມ່. ນີ້​ແມ່ນ​ບັນດາ​ເງື່ອນ​ໄຂ​ສຳຄັນ​ປະກອບສ່ວນ​ສ້າງ​ດ້ານ​ຈິດ​ວິນ​ຍານ, ບຸກຄະ​ລີກ​ພາບ​ເພື່ອ​ໃຫ້​ແຕ່ລະຄົນ​ມີ​ສະຕິຕໍ່​ຕົນ​ເອງ, ຕໍ່​ວົງ​ຄະນາ​ຍາດ, ຕໍ່​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ປັດ​ໄຈ​ສ້າງ​ສະຕິ​ເຄົາລົບ​ກົດໝາຍ, ກົດ​ລະບຽບ, ຂໍ້​ກຳນົດ​ຂອງ​ລັດ, ພ້ອມ​ກັນ​ຕັ້ງຫນ້າ​ເຄື່ອນ​ໄຫວ​ເພື່ອ ປະ​ເທດ​ຫວຽດນາມ ຮັ່ງມີ, ​ເຂັ້ມ​ແຂງ, ປະຊາທິປ​ະ​ໄຕ, ຍຸ​ຕິ​ທຳ ​ແລະ ສີວິ​ໄລ.

        ດ້ານ​ອື່ນ, ​ໃນ​ຂົງ​ເຂດ​ປະຕິບັດ​ກົດໝາຍ, ວັນ​ກົດໝາຍ​ ຫວຽດນາມ ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ການ​ເຜີຍ​​ແຜ່​ກົດໝາຍ, ສຶກສາ​ອົບຮົມ​ດ້ານ​ກົດໝາຍ,​ ລະດົມ​ກຳລັງ​ໃຈ​ໃຫ້​ທົ່ວ​ສັງຄົມ​ປະຕິບັດ​ກົດໝາຍຢ່າງ​ເຂັ້ມ​ງວດ, ຈາກ​ນັ້ນ ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ​ກົດໝາຍ,  ຄວາມ​ສາມາດ​ປະຕິບັດ​ກົດໝາຍ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ລັດ, ການ​ເຄື່ອນ​ໄຫວ​ເສດຖະກິດ​ສັງຄົມ ​ແລະ ການ​ດຳ​ລົງ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ. ກ່ຽວ​ກັບ​ສິ່ງ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮຸ່ງ​ເກືອ​ງ ​ໃຫ້​ຮູ້​ຕື່ມອີກ​ວ່າ:

        “​ເ​ດືອນ 6/2013, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການເຜີຍ​ແຜ່​ສຶກສາ​ອົບຮົມກົດໝາຍຊື່​ງມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2013 ​ເປັນ​ຕົ້ນ​​ໄປ. ສິ່ງ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ, ຊຸກຍູ້​ສະຕິ​ການ​ປະຕິບັດ​ກົດໝາຍ​ຂອງ​ພະນັກງານ, ລັດຖະກອນ ​ແລະ ປະຊາຊົນ​ແຕ່ລະຄົນ ​ໃນ​ສັງຄົມ. ກົດໝາຍ ກ​ຳນົດຢ່າງ​ຈະ​ແຈ້ງວ່າ ປະຊາ​ຊົນ​ມີ​ສິດ​ເຜີຍ​ແຜ່​ກົດໝາຍ, ລັດ ​ແລະ ນັບ​ທັງ​ລະບົບ​ການ​ເມືອງ​ຂອງ​ຫວຽດນາມ ຕ້ອງ​ມີ​ຄວາມ​ຮັບຜິດຊອບສ້າງ​ເງື່ອນ​ໄຂ​ຫນູນ​ຊ່ວຍ​ໃຫ້​ແກ່​ປະຊາຊົນ​ປະຕິບັດ​ສິດ​ເຜີຍ​ແຜ່​ກົດໝາຍ, ຊື່​ງ​ໃນ​ນັ້ນ ກຳລັງ​ຫລັກ​ແຫ​ລ່ງ​ແມ່ນ​ຈາກ​ລັດຖະບານ​ຕະຫລອດ​ຮອດ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ຄຽງ​ຂ້າງ​ນັ້ນ​ແມ່ນ​ບົດບາດ​ສຳຄັນ​ຂອງ​ແນວ​​ໂຮມ​ປະ​ເທດ​ຊາດ ​ແລະ ບັນ​ດາ​ອົງການ​ຈັດ​ຕັ້ງການ​ເມືອງ​ສັງຄົມ​.”

                ​ເປັນ​ອັນວ່າ ຄຽງ​ຄູ່​ກັບ​ຈຸດໝາຍ​ໃນ​ພາຍ​ພາກ​ຫນ້າ ​ແມ່ນ​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍ, ວັນ​ກົດໝາຍ​ຍັງ​ສວມ​ບົດບາດ​ຕັ້ງຫນ້າ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ​ກົດໝາຍ, ຮັບປະກັນ​ກົດໝາຍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ຍຸ​ຕິ​ທຳ, ​ເປັນ​ເອກະ​ພາບ, ປ້ອງ​ກັນ​ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ, ການສ​​ໍ້ລາດ​ບັງ​ຫລວງ. ຜ່ານ​ນັ້ນ ສ້າງ​ພື້ນຖານ​ດ້ານ​ບໍລິຫານ​ໃຫ້​ປອດ​ໄສ, ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມກວດກາ​ການ​ເຄື່ອນ​ໄຫວ​ບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ