ສິດທິມະນຸດ ແມ່ນບັນຫາສຳຄັນພິເສດໃນລັດຖະທຳມະນູນ ສະບັບປັບປຸງ

(vovworld) - ສິດທິ​ມະນຸດ ​ແລະ ສິດ​ຂອງ​ພົນລະ​ເມືອງ ​ແມ​່ນບັນຫາ​ສຳຄັນ​ພິ​ເສດ​ໃນ​ລັດຖະທຳ​ມະນູນ​ສະບັບ​ຕ່າງໆ​ຂອງ​ໂລກ ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ. ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ທີ່​ພວມ​ຮັບ​ເອົາ​ການ​ປະກອບຄວາ​ມ​ເຫັນ​ຂອງ​ປະຊາຊົນ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ​ໄດ້​ສ້າງ​ເປັນ​ໝວດ​ຫນຶ່ງ ດ້ວຍ 38 ຂໍ້​ມາດຕາ. ນີ້​ແມ່ນ​ບາດກ້າວ​ສຳຄັນ, ຢືນຢັນ​ນະ​ໂຍບາຍ​​ເຄົາລົບ ​ແລະ ຊຸກຍູ້​ສິດທິ​ມະນຸດ​ຂອງ ຫວຽດນາມ.

        ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ສະ​ຫງວນໝວດ​ຫນຶ່ງ​ທີ່​ສຳຄັນ ລວມມີ​ຫລາຍ​ຂໍ້​ມາດຕາ​ກ່ຽວ​ກັບ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ. ນີ້​ແມ່ນ​ຈຸດ​ໃຫມ່​, ​​ເມື່ອ​ກ່ອນ​ນີ້ ລັດຖະທຳ​ມະນູນ​ປີ 1959, 1980 ​ແລະ 1992 ກໍ​​ມີ​ບັນດາຂໍ້​ກຳ​ລົດກ່ຽວ​ກັບ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ ​ແຕ່​ບໍ່​ລະບຸ​ໄວ້​ໃນ​ໝວດ​ຫນຶ່ງ ຫາກ​ລະບຸ​ໄວ້​ໃນ​ຫລາຍ​ໝວດອື່ນ. ​ເລື່ອງ​ນຳ​ເອົາ​ບັນຫາ​ສິດ​ທິມະນຸດ​​ເຂົ້າ​ໃນ ໝວດ 2 ຂອງ ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ​ແມ່ນ​ສອດຄ່ອງ, ​ເໝາະສົມ​ກັບ​ລັດຖະທຳ​ມະນູນສະບັບ​ຕ່າງໆ ຂອງບັນດາ​​ລັດປະຊາທິປະ​ໄຕ, ທັນ​ສະ​ໄຫມ​ຢູ່​ໃນ​ໂລກ, ສອ່ງ​ແສງ​ຄວາມ​ສຳຄັນ​ຂອງ​ສິດ​ທິມະນຸດ​ໃນ​ໂລກ​ປະຈຸ​ບັນ, ​ເປັນ​ຕົ້ນ​ສຳລັບ​ລະບອບ​ການ​ເມືອງ​ຂອງ ປະ​ເທດ ສສ ຫວຽດນາມ, ​ໃນ​ນັ້ນ ສິດ​ອຳນາດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບປະຊາຊົນ. ທ່ານ​ນາງ ຟານ​ບີ​ກທ້ຽນ, ຊາວ ຫວຽດນາມ ອາ​ໄສ ຢູ່ ປະ​ເທດ ຮຸງ​ກາຣີ, ປະທານ ກອງ​ທຶນ “​ເພື່ອ​ການ​ພົວພັນ​ລະຫວ່າງ ຮຸງ​ກາຣີ ​ແລະ ຫວຽດນາມ” ຖື​ວ່າ: ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບປັບປຸງ ມີ​ຈຸດໝາຍ​​ໃຫມ່​ຢ່າງ​ກ່ຽວ​ກັບ​ສິດທິ​ມະນຸດ. ທ່າ​ນາງ​ກ່າວ​ວ່າ:

        “​ສິດ​ພົນລະ​ເມືອງ​ທີ່​ລະ​ບຸ​ໄວ້ໃນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ນີ້ ກໍ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ລະອຽດ​ກວ່າ. ລັດຖະທຳ​ມະນູນ ສະບັບ​ນີ້​ກໍ​ໄດ້​ກຳນົດ​ວ່າ: ລັດ ​ແລະ ລັດຖະທຳ​ມະນູນ ຫວຽດນາມ ປົກ​ປ້ອງ​ພົນລະ​ເມືອງ​ຫວຽດນາມ ທັງ​ຢູ່​ພາຍ​ໃນ ​ແລະ ອາ​ໄສ​ຢູ່​ຕ່າງປະ​ເທດ. ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ກໍ​ແມ່ນ​ຈຸດ​ດີ​ທີ່​ສຸດ.”

ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຍັງມີຂໍ້ກຳນົດຫຼາຍຂໍ້ທີ່ ຈະແຈ້ງ, ສົມ​ເຫດ​ສົມ​ຜົນ, ໜັກ​ແໜ້ນ​ກ່ວາ​ກ່ຽວ​ກັບ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ. ຊຶ່ງ​ພົ້ນເດັນ​ຂຶ້ນ​ແມ່ນ​ຂໍ້​ມາດຕາ 44, 45, 46 ຂອງ ຮ່າງລັດຖະ ທຳມະນູນມີ​ຫຼາຍ​ຈຸດ​ເພີ່ມ​ເຕີມ​ກ່ຽວ​ກັບ​ສິດ ​ແລະ ພັນທະ​ອັນ​ເປັນ​ພື້ນຖານ​ຂອງ​ພົນລະ​ເມືອງ​ຊຶ່ງ​ສອດຄ່ອງ​ກັບ​ການ​ພັດທະນາ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ສັງຄົມ​ໃນ​ປະຈຸ​ບັນ​ຄື : ສິດ​ໄດ້​ມີ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ປອດ​ໂປ່​ງ; ສິດ​ໄດ້​ຊົມ​ໃຊ້​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ; ພັນທະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຮ່າງລັດຖະທຳມະນູນຍັງ​ກຳນົດ​ວ່າ ພົນລະ​ເມືອງ​ມີ​ສິດ​​ເຂົ້າ​ຮ່ວມ​ການຄຸ້ມ​ຄອງລັດ, ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື ​ແລະ ນຳ​ສະ​ເໜີ​ຕໍ່​ລັດ​ກ່ຽວກັບບັນດາ​ບັນຫາ​ຂອງ​ທ້ອງ​ຖິ່ນ ​ແລະ ຂອງ​ລັດ. ລັດ​ສ້າງ​ເງື່ອ​ນໄຂສະດວກ​ເພື່ອ​ໃຫ້ ພົນລະ​ເມືອງ​​​ເຂົ້າ​ຮ່ວມ​ການຄຸ້ມ​ຄອງລັດ ​ແລະ ສັງຄົມ, ມີ​ຄວາມ​ເປີດ​ເຜີຍ, ກະຈ່າງ​ແຈ້ງ​ໃນ​ການ​ຮັບ​ເອົາ, ​ແລະ ​ໃຫ້​ຄຳ​ຕອບ​ຕໍ່​ກັບ​ບັນດາ​ຄຳ​ຄິດ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ພົນ​ລະ​ເມືອງ. ທ່ານ ຝ້າ​ມກວກ​ແອ​ງ ປະທານ​ສະມາ​ຄົມນັກ​ທະນາຍຄວາມ​ຫວຽດນາມ ຖື​ວ່າ :

   “ ໃນ​ສິດ​ພົນລະ​ເມືອງ​ນັ້ນ, ເຮົາ​ເນັ້ນ​ໜັກ​ເຖິງ​ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ, ໝາຍ​ຄວາມ​ວ່າ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ຈົນ​ໝົດ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຄຳ​ຄິດ​ຄຳ​ເຫັນ​ຂອງ​ເຂົາ​ເຈົ້າ. ືຕ້ອງ​ເຄົາລົບ​ຢ່າງ​ແທ້​ຈິງ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ຮາກ​ຖານ. ນີ້​ແມ່ນ​ວຽກ​ງານ​ຈຳ​ເປັນ​ຢ່າງ​ແທ້​ຈິງ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ຕ້ອງ​ເຮັດ​ແນວ​ໃດ ເພື່ອ​ຮັບ​ຟັງ, ປຸກລຸກ, ເຈາະ​ຈິ້ມການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ທຸກ​ໆ​ບັນຫາ, ພີິເສດ​ແມ່ນ​ບັນຫາ​ລະບອບ​ລະບຽບ​ການ, ບົນ​ພື້ນຖານ​ນັ້ນ ຈຶ່ງ​ດັບ​ປັບ​ນະ​ໂຍບາຍ, ນັບ​ທັງ​ກົດ​ໝາຍອີກ​ດ້ວຍ  ”

    ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຄັ້ງ​ນີ້ ກໍ​ຍັງ​ເສີມ​ຂະຫຍາຍ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ເປັນ​ພິ​ເສດ. ຍົກ​ຕົວຢ່າງ​ຄື: ​ໃນ​ຂໍ້​ມາດຕາ 17 ​ໄດ້​ຢືນຢັນ​ວ່າ “ ທຸກໆ​ຄົນ​ຕ່າງ​ກໍ​ສະ​ເໝີ​ພາບ​ຕໍ​ກົດໝາຍ. ບໍ່​ມີ​ໃຜ​ຖືກ​ຈຳ​ແນ​ກການ​ປະພຶດ​ໃນຊີວິດ​ການ​ເມືອງ, ​ເສດຖະກິດ​ ວັດທະ​ນະ​ທຳ, ສັງຄົມ ”. ນີ້​ແມ່ນ​ການ​ກຳນົດຫຼັກການ​ອັນ​ເປັນ​ພື້ນຖານ​ຂອງ​ສິດທິ​ມະນຸດ, ​ເຮັດ​ໃຫ້​ຈະ​ແຈ້ງ​ເນື້ອ​ໃນ​ຂອງ​ສິດສະ​ເໝີ​ພາບ​ໃນ​ບັນດາ​ຂົງ​ເຂດ​​ຂອງ​ຊີວິດ​ສັງຄົມ, ກຳນົດ​ຢ່າງ​ຈະ​ແຈ້ງ​ບັນດາ​ກໍລະນີ​ຈຳກັດ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງດ້ວຍ​ເອກະສານ​ດ້ານ​ນິຕິ​ກຳ. ​ໃນ​ຂະນະ​ນັ້ນ, ຂໍ້​ມາດຕາ 25 ພັດ​ກຳນົດ​ແຈ້ງວ່າ “ ທຸກໆຄົນ​ມີ​ສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໄສ, ສາ​ສະ​ໜາ. ສະຖານ​ທີ່​ບູຊາ​ຂອງ​ການ​ເຫຼື້ອມ​ໄສ, ​ເຄື່ອນ​ໄຫວ​ສາສະໜາ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ. ບໍ່​ມີ​​ໃຜ​ມີ​ສິດ​​ແຕະຕ້ອງ​ສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໄສ, ສາ​ສະ​ໜາ ຫຼື​ສວຍ​ໃຊ້​ການ​ເຫຼື້ອມ​ໄສ, ສາ​ສະ​ໜາ​ເພື່ອ​ລະ​ເມີດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ”
 

ສິດທິມະນຸດ ແມ່ນບັນຫາສຳຄັນພິເສດໃນລັດຖະທຳມະນູນ ສະບັບປັບປຸງ - ảnh 1
ພາບປະກອບ:internet

    ຢູ່​ຫວຽດນາມ​ຫຼັກການ​ເຄົາລົບ ​ແລະ ຮັບປະກັນສິດທິ​ມະນຸດ, ສິດ​​ເສລີພາບ, ປະຊາທິປະ​ໄຕ​ຂອງ​ພົນລະ​ເມືອງ, ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຢັ້ງຢືນ​ໃນ​ລັດຖະທຳ​ມະນູນ​ສະບັບ​ຕ່າງໆ​ນັບ​ແຕ່​ວັນ​ສະຖາປະນາ​ປະ​ເທດ​ຊາດ​ມາ​ຮອດ​ປະຈຸ​ບັນ. ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຫາ​ກໍ​ໄດ້​ຮັບ​ການ​ປະກາດ​ນັ້ນ ​ແມ່ນ​ສືບ​ຕໍ່​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍສິດທິ​ມະນຸດ ​ແລະ ​ເພີ່ມ​ເຕີມ​ບາງ​ສິດ​ທີ່​ຕິດ​ແທດ ​ແລະ ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ໃນ​ການ​ພັດທະນາ​ຂອງ​ສັງຄົມ, ​ແມ່ນ​ໝາກຜົນ​ຂອງ​ວິວັດ​ການ​ປ່ຽນ​ແປງ​ໃໝ່​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ຢູ່​ຫວຽດນາມ, ສອດຄ່ອງ​ກັບ​ບັນດາຂໍ້ກົດນົດໃນ​ສົນ​ທິ ສັນຍາ​ສາກົນກ່ຽວກັບ​ສິດທິ​ມະນຸດ ຊຶ່ງ ສ.ສ ຫວຽດນາມແມ່ນສະມາຊິກ ./.

ຕອບກັບ

ຂ່າວ/ບົດ​ອື່ນ