ສົນທິສັນຍາຄວບຄຸມການຄ້າຂາຍອາວຸດ ອາດສາມາດປະຕິບັດໄດ້ຫຼືບໍ່

ສົນທິສັນຍາຄວບຄຸມການຄ້າຂາຍອາວຸດ ອາດສາມາດປະຕິບັດໄດ້ຫຼືບໍ່ - ảnh 1
ກອງປະຊຸມສະຫະ​ປະຊາ​ດ​ໄດ້​ຮັບຮອງ​ເອົາ​ສົນ​ທິສັນຍາ​ປະຫວັດສາດ ​
ແນ​ໃສ່​ຄວບ​ຄຸມ​ການ​ຄ້າຂາຍ​ອາວຸດ (ATT) ​ເມື່ອ​ວັນ​ທີ 2/4
(ພາບ: anninhthudo.vn)

  
      ພາຍຫຼັງ​ກ່ວາ 7 ປີ​ແຫ່ງ​ການ​ດຳ​ເນີນ​ການ​ເຈລະຈາ, ສຸດ​ທ້າຍ, ສະຫະ​ປະຊາ​ດ​ໄດ້​ຮັບຮອງ​ເອົາ​ສົນ​ທິສັນຍາ​ປະຫວັດສາດ ​ແນ​ໃສ່​ຄວບ​ຄຸມ​ການ​ຄ້າຂາຍ​ອາວຸດ (ATT) ​ເມື່ອ​ວັນ​ທີ 2/4 ທີ່​ຜ່ານ​ມາ, ​ເລື່ອງສົນ​ທິສັນຍາ​ດັ່ງກ່າວ​ໄດ້​ຮັບ​ການ​ຮັບຮອງ​​ເອົານັ້ນ ​ໄດ້​ເປັນການ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ໃນ​ການ​ດັດສົມ​ ການ​ຄ້າຂາຍ​ອາວຸດທົ່ວ​ໄປ​ໃນ​ທົ່ວ​ໂລກ. ​ເຖິງ​ວ່າ ATT ມີທັງຫຼາຍ​ສິ່ງ​ໃໝ່​ກໍ​ຕາມ, ​ແຕ່​ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ມັນ​ຍັງ​ມີ​ການ​ຂາດ​ຕົກ​ບົກ​ຜ່ອງ​ຫຼາຍ​ຢ່່າງ, ສຳຄັນ​ກ່ວາ​ໝູ່ ​ແມ່ນ​ບໍ່​ສາມາດ​ເກືອດ​ຫ້າມ​ ການ​ຂາຍ​ອາວຸດ​ໃຫ້​ແກ່​ພວກ​ກໍ່​ການ​ຮ້າຍ​ ​ແລ​ະ ກຳລັງ​ລຸກ​ຮື້​ຂຶ້ນໄດ້.

   ສົນ​ທິສັນຍາຄວບ​ຄຸມການ​ຄ້າຂາຍ​ອາວຸດສາກົນ ​ໄດ້​ຮັບ​ຖື​ວ່າ​ເປັນ​ເຄື່ອງມື​ເພື່ອ​ຕິດຕາມ​ກວດກາ​ຕະຫຼາດ​ຄ້າຂາຍ​ອາວຸດສາກົນ ຊຶ່ງ​ລວ​ມມີ​ປະ​ເພດ​ອາວຸດ​ຕ່າງໆ​ຄື : ລົດ​ຖັງ, ລົດ​ຫຸ້ນ​ເກາະ, ປືນ​ໃຫຍ່, ​ເຮືອບິນ​ສູ້​ຮົບ, ກຳ​ປັ່ນ​ຮົບ, ລູກສອນ​ໄຟ​ ກໍ​ຄືອາວຸດ​ບັນດາປະ​ເພດນ້ອຍ ​ແລະ ​ເບົາທີ່​ມິີມູນ​ຄ່າ 80 ຕຶ້ USD/ປີ. ຈຸດ​ສຸມ​ຂອງ ສົນ​ທິສັນຍາດັ່ງ​ກ່າວ ​ແມ່ນ​ການ​ກຳນົດ​ມາດຖານ​ໃຫ້​ແກ່​ການ​ມອບ​ໂອນ​ອາວຸດ​ໂດຍ​ທົ່ວ​ໄປ​ຜ່ານ​ຊາຍ​ແດນ. ຕາມ​ນັ້ນ​ແລ້ວ, ບັນດາ​ປະ​ເທດ​ພາ​ຄີ ຕ້ອງ​ຄວບ​ຄຸມ​ການ​ສົ່ງ​ອອກອາ​ວຸດ ​ເພື່ອ​ຮັບປະກັນ​ວ່າ ອາວຸດບໍ່​ໄດ້​ຮັບ​ໃຊ້​ໃຫ້​ແກ່​ການ​ກະທຳ​ລະ​ເມີດ​ສິດທິ​ມະນຸດ, ການ​ກໍ່​ການ​ຮ້າຍ, ອາດຊະຍາ​ກກອນທີ່ມີ​ການຈັດ​ຕັ້ງ, ອາດຊະຍາ​ກຳ​ສົງຄາມ. ລັດຖະບານ​ປະ​ເທດ​ຕ່າງໆ​ກໍຕ້ອງ​ສະກັດ​ກັ້ນສະພາບ​ອາວຸດ​ຖືກ​ລັກ​ລອກ​ຂາຍ​ຢູ່​ຕະຫຼາດ​ມືດ. ດ້ວຍ​ບັນດາ​ໜ້າທີ່ດັ່ງກ່າວ, ບັນດາ​ນັກ​ເຄື່ອນ​ໄຫວຄວບ​ຄຸມອາວຸດ ​ແລະ ບັນດາ​ກຸ່ມ​ສິດທິ​ມະນຸດ​ປາດ​ຖະໜາວ່າ ສາມາດ​ສະກັດ​ກັ້ນ ກະ​ແສ​ດ້ານ​ອາວຸດ​ຍຸດທະ​ພັນ​ໂດຍ​ບໍ່​ສາມາດ​ຄວບ​ຄຸມ​ໄດ້ນັ້ນ, ພວມ​​ເພີ່​ມ​ໄຟ​ສົງຄາມ​ຕື່ມ​ອີກ, ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ ​ແລະ ສວຍ​ໃຊ້​ສິດ​ອຳນາດ.

    ພາຍຫຼັງ​ທີ່ ສົນ​ທິສັນຍາຄວບ​ຄຸມການ​ຄ້າຂາຍ​ອາວຸດ ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ​ໃນ​ທັນ​ທີ, ບັນດາ​ການ​ກະທົບ​ຕອບທີ່​ກົງກັນຂ້າມ​ກັນ​ກ່ຽວ​ກັບ​ເອກະສານ​ທີ່​ສຳຄັນ​ສະບັບ​ນີ້ ​ໄດ້​ຖືກ​ບັນດາ​ປະ​ເທດ​ໃນ​ໂລກ​ພ້ອມ​ກັນຍົກ​ອອກມາ. ທ່ານ​ເລຂາ​ທິການ​ໃຫຍ່ ສະຫະ​ປະຊາ​ດ Ban ki moon ​ເຊື່ອ​ໝັ້ນ​ວ່າ ສົນ​ທິສັນຍາສະບັບ​ນີ້ຈະ​ເປັນ​ເຄື່ອງມື​​ໃໝ່​ທີ່​ມີ​ປະສິດທິ​ຜົນ ​​ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ລະ​ເມີດ​ສິດທິ​ມະນຸດ ​ແລະ ກົດໝາຍ​ມະນຸດສະທຳ​ສາກົນ. ວໍ​ຊິງ​ຕັນ ຊົມ​ເຊີຍ​ເຫດການ​ນີ້ ດ້ວຍ​ເລື່ອງ​ທ່ານ​ລັດຖະມົນຕີ​ການ​ຕ່າງ​​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ພັນ​ລະນາ ສົນ​ທິສັນຍາສະບັບ​ນີ້ ​ແມ່ນ​ກຳລັງ​ແຮງ, ມີ​ປະສິດທິ​ຜົນ ​ແລະ ສາມາດ​ປະຕິບັດ​ໄດ້. ສ່ວນທ່ານ​ລັດຖະມົນຕີ​ການ​ຕ່າງ​​ເທດ​ອັງກິດ William Hague ກໍ​ໄດ້​ວິຈານ​ວ່າ ນີ້​ແມ່ນ​ຜົນງານ​ໃຫຍ່​ຂອງ ສະຫະ​ປະຊາ​ດ. 

   ​ໃນ​ຂະນະ​ນັ້ນ, ບັນດາ​ປະ​ເທດ​ຄັດຄ້ານ ຫຼື​ປ່ອນ​ບັດ​ຂາວ ​ເມື່ອ​ຮັບຮອງ​ເອົາສົນ​ທິສັນຍາສະບັບ​ນີ້ ​ໄດ້​ຖື​ວ່າ ຍັງ​ມີ​ການ​ຂາດ​ຕົກ​ບົກ​ຜ່ອງ​ຫຼາຍ​ຢ່່າງ. ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່ ອີຣານ, ຊີຣີ ​ແລະ ສ.ປ.ປ.​​ເກົາຫຼີ ​ໄດ້​ປ່ອນ​ບັດ​ຄັດ​ຄ້ານ. ຄຳອະທິບາຍ​ໂດຍ​ຜູ້ຕາງໜ້າ​ຂອງ​ອີຣານປະຈຳ ສະຫະ​ປະຊາ​ດຍົກ​ອອກ​ມາ​ນັ້ນ ​ແມ່ນສົນ​ທິສັນຍາ ຄວບ​ຄຸມການ​ຄ້າຂາຍ​ອາວຸດສາກົນ ບໍ່​ສາມາດ​ມາດ​ຢຸດຕິ​ການ​ມອບ​ໂອນ​ອາວຸດ​ໃຫ້​ແກ່​ພວມ​ມີ​ການ​ກະທຳ​ຮຸກ​ຮານ​ຍ້ອນ​ຂາດ​ຂໍ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການເກືອດຫ້າມ​ສະໜອງ​ອາວຸດ​ໃຫ້​ແກ່​ພວກ​ກໍ່​ການ​ຮ້າຍ ​ແລະ ກຳລັງ​ລຸກ​ຮື້​ຂຶ້ນ. ອີຣານບໍ່ຍອມ​ຮັບ​ຮູ້​ຕໍ່​ເນື້ອ​ໃນ​ຂອງ​ຮ່າງສົນ​ທິສັນຍາສະບັບ​ນີ້​ ເພາະ​ບັນຫາ​​ບັນດາ​ປະ​ເທດມີ​ສິດ​​ປ້ອງ​ກັນ​ຕົວ, ການຕ້ານ​ການ​ຮຸກ​ຮານ ​ແລະ ຮັກສາຜືນ​ແຜ​່ນດິນ​ອັນ​ຄົບ​ຖ້ວນ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ​ໂດຍ​ມີ​ທັດສະນະ​ເຊັ່ນ​ດຽວ​ກັນ​, ຜູ້ຕາງໜ້າ ຊີຣີປະຈຳ ສະຫະ​ປະຊາ​ດ ຖື​ວ່າ ສົນ​ທິສັນຍານີ້ ບໍ່​ເຕື້ອງ​ເຖິງ​ການເກືອດຫ້າມ​ການ​ມອບ​ໂອນ​ອາວຸດ​ໃຫ້​ແກ່​ບັນດາ​ກຸ່ມກໍ່​ການ​ຮ້າຍປະກອບ​ອາວຸດ. ສວ່ນ ສ.ປ.ປ. ​ເກົາຫຼີ​ພັດ​ຢືນຢັນ​ວ່າ : ສົນ​ທິສັນຍາ ອາດ​ຈະ​ຖືກ​ສວຍ​ໃຊ້​ຈາກ​ບັນດາ​ຜູ້​ສົ່ງ​ອອກ​ອາວຸດ​ລາຍ​ໃຫຍ່. ​ໂດຍ​ນອນ​ໃນ​ຈຳນວນ 23 ປະ​ເທດ​ປ່ອນ​ບັດ​ຂາວ, ສະຫະພັນ​ລັດ​ເຊຍ​ໄດ້​ສະ​ແດງ​ທັດສະນະ​ທີ່​ວ່າ ສົນ​ທິສັນຍາຄວບ​ຄຸມການ​ຄ້າຂາຍ​ອາວຸດສາກົນ ຂາດ​ຂໍ້ມາດຕາວ່າ​ດ້ວຍການເກືອດຫ້າມ​ສະໜອງ​ອາວຸດ​ໃຫ້​ແກ່​ບັນດາ​ອົງການ​ບໍ່​ສັງກັດ​ລັດ​ນັ້ນ ​ແມ່ນ​ຂໍ້​ຂາດ​ຕົກ​ບົກ​ຜ່ອງອັນ​ໃຫຍ່​ຫຼວງ.

    ນອກຈາກ​ບັນດາ​ຊ່ອງ​ວາ່ງກ່ຽວ​ກັບ​ບັນຫາ​ບໍ່​ສະກັດ​ກັ້ນ​ກໍ​ລະ​ນີອາວຸດ​ຈະ​ຖືກ​ມອບ​ໂອນ​ໃຫ້​ແກ່​ພວກ​ກໍ່​ການ​ຮ້າຍ, ລັກສະນະ​ສາມາດ​ປະຕິບັດ​ຂອງສົນ​ທິສັນຍາ ສະບັບ​ນີ້ ຍັງ​ຖືກ​ຄອບ​ງຳ​ຍ້ອນ​ຄວາມ​ສາມາດ​ປະຕິບັດ​ໃນ​ພາກ​ຕົວ​ຈິງ. ນັບ​ທັງ​ບັນດາ​ຜູ້​ສະໜັບສະໜູນ ສົນ​ທິສັນຍາຄັ້ງ​ປະ​ຫວັດ​ສາດນີ້ ກໍ​ຕ້ອງ​ຍອມຮັບ​ວ່າ ການ​ຮັບຮອງ​ເອົາ ສົນ​ທິສັນຍາສະບັບ​ນີ້ ​ແມ່ນ​ພຽ​ງຢູ່​ໃນ​ໄລຍະ​ເບື້ອງ​ຕົ້ນ ​ແລະ ​ໃນ​ຂັ້ນ​ຕໍ່​ໄປ​ນີ້ ​ແມ່ນລວມ​ທັງ​ບັ້ນ​ຂົນຂວາຍ​ການ​ປະຕິບັດ.

  ບໍ່​ອາດ​ປະຕິ​ເສດ ສົນ​ທິສັນຍາຄວບ​ຄຸມການ​ຄ້າຂາຍ​ອາວຸດສາກົນ ​ແມ່ນ​ເອກະສານ​ທີ່​ສຳຄັນ​ສະບັບ​ທຳ​ອິດ​ກ່ຽວ​ກັບ​ອາວຸດ​ຂອງ​ໂລກ ນັບ​ແຕ່​ພາຍຫຼັງ ສົນ​ທິສັນຍາ​ເກືອດ​ຫ້າມ​ການ​ທົດ​ລອງອາວຸດ​ນິວ​ເຄຼຍຮອບດ້ານ​ເມື່ອ​ປີ 1996. ​ແຕ່ ສົນ​ທິສັນຍາສະບັບ​ນີ້ຈະ​ສາມາດ​ປະຕິບັດ​ໄດ້ ​ຫຼື​ບໍ່​ນັ້ນ ກໍ​ແມ່ນ​ບັນຫາ​ອື່ນ ຂະນະ​ທີ່​ນັບ​ແຕ່​ວັນ​ທີ 3/6 ທີ່​ຈະ​ມາ​ເຖິງ, ການ​ລົງ​ນາມ​ໃນ ສົນ​ທິສັນຍາ ຈຶ່ງ​ຈະ​ເລີ່​ມດຳ​ເນີນ ​ແລະ ບັນດາ​ປະ​ເທດ​ຈະ​ມີ​ສິດ​ເລືອກ​ເຟັ້ນຕໍ່​ການ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ ສົນ​ທິສັນຍາຫຼື​ບໍ່. ຍິ່ງ​ກ່ວາ​ນັ້ນ, ສົນ​ທິສັນຍາສະບັບ​ນີ້ ພຽງ​ແຕ່​ມີ​ຜົນ​ສັກສິດ​ພາຍຫຼັງ​ທີ່​ປະ​ເທດທີ 50 ​ໃນ​ຈຳນວນ 193 ປະ​ເທດ​ສະມາຊິກສະຫະ​ປະຊາ​ດ ​ໃຫ້​ສັດຕະຍາບັນ ​ແລະ ຄາດ​ວ່າ ວິວັດ​ການ​ນີ້​ອາດ​ຈະ​ຖືກ​ແກ່​ຍາວ​ເຖິງ 2 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ