ສືບຕໍ່ຍູ້ແຮງການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ

  ​( vovworld ) – ​​​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫາ​ກໍ່​ປະກາດ​ໃຊ້​ບົດສະຫລຸບ​​ກອງ​ປະຊຸມຄັ້ງທີ 5 ກ່ຽວ​ກັບ “ການ​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ຄັ້ງທີ 3 ຂອງ​ສູນ​ກາງພັກ​ກອມມູນິດ​ຫວຽດນາມ ຊຸດ​ທີ 10 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ“ ດ້ວຍ 6 ມາດ​ຕະການ​ໃຫ່ຍ. ມະຕິ​ນີ້ ​ໄດ້​ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ໃນການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ.

ສືບຕໍ່ຍູ້ແຮງການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ - ảnh 1

(ພາບ:motgocnhin.blogspot.com)

​ເຖິງ​ວ່າ ​ໄດ້ຮັບ​ຮູ້​ໝາກຜົນ​ໃນ​ເບື້ອງ​ຕົ້ນ ພາຍຫຼັງ 5 ປີ​ທີ່​ປະຕິບັດ​ມະຕິ​ກອງ​ປະຊຸມສູນ​ກາງ​ພັກ​ຄັ້ງທີ 3 ຊຸດ​ທີ 10 ກໍ່ຕາມ ​ແຕ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ຄັ້ງທີ 5 ຊຸດ​ທີ 11 ​ກໍໄດ້​​ໃຫ້​ຂໍ້​ສັງ​ເກດ​ຢ່າງ​ກົງ​ໄປ​ກົງມາ​ວ່າ: ວຽກ​ງານປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍຍັງ​ບໍ່​ທັນ​ບັນລຸ​ໄດ້​ຕາມຄວາມ​ຮຽກຮ້ອງ​​ເທື່ອ. “ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍຍັງ​ເປັນ​ໄພ​ອັນຕະລາຍ​ຮ້າຍ​ແຮງ, ດ້ວຍ​ບັນດາປະກົດ​ການທີ່​​ເລິກ​ແລບແຍ​ບຍົນ, ສັບສົນ, ​ເກີດ​ຂຶ້ນ​ໃນ​ຫຼາຍ​ຂົງ​ເຂດ, ຫຼາຍ​ຂັ້ນ, ຫຼາຍຂະ​ແໜງ​ການ…. ຊື່​ງ​ໄດ້​ກໍ່​ຄວາມ​ເຄັ່ງຮ້ອນ​ໃນ​ສັງຄົມ ​ແລະ ​ເປັນການ​ທ້າ​ທາຍ​ຕໍ່​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ“. ຍ້ອນ​ເຫດ​ນັ້ນ, ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງທີ 5 ​ໄດ້​ວາງ​ອອກ 6 ມາດ​ຕະການ​ເພື່ອປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍ, ນັ້ນ​ແມ່ນ “ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຄະ​ນະ​ພັກ, ອົງການ​ຈັດຕັ້ງພັກ, ອຳນາດ​ການ​ປົກຄອງ, ຜູ້ນຳ​ອົງການ​ສຳ​ນັກງານ, ອົງການຈັດຕັ້ງ, ຫົວໜ່ວຍ; ສ້າງ​ລະບຽບກົດ​ໝາຍຄຸ້ມ​ຄອງ​ເສດຖະກິດ​ສຳ​ເລັດ; ປະຕິບັດ​ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ງານ​ການຈັດຕັ້ງພະນັກງານ​ຢ່າງ​ເຂັ້ມງວດ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ກວດ​ສອບ​ບັນຊີ, ສືບສວນດຳ​ເນີນ​ຄະ​ດີ, ພິພາກສາ; ​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາຂອງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ; ປ່ຽນ​ໃໝ່, ຍົກ​ສູງ​ຄວາມ​ສາມາດ​ຂອງ​ອົງການ​ຊີ້​ນຳນຳພາ, ​ແລະ ອົງການ​ປະຈຳ, ​​​ເປັນ​ເສນາ​ທິການກ່ຽວ​ກັບ​ວຽກ​ງານປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ“. ​ໃນ​ບົດ​ກ່າວ​ຄຳ​ປາ​ໄສ​ອັດ​ກອງ​ປະຊຸມຄັ້ງທີ 5 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11, ທ່ານ Nguyen Phu Trong ​ເລຂາທິການ​ໃຫ່ຍສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊີ້​ແຈງ​ວ່າ:

    “​​ຕ້ອງ​ຢຶດໝັ້ນ ​ແລະ ຍູ້​ແຮງ​ໜ້າ​ທີ່​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ ​ແລະ ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11. ສືບ​ຕໍ່​ຊາບຊືມ, ປະຕິບັດບັນດາ​ທັດສະນະ, ​ແນວ​ຄິດ​ຊີ້​ນຳ ​ແລະ ບັນດາ​ໜ້າ​ທີ່, ມາດ​ຕະການ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 3 ຊຸດ​ທີ 10 ຢ່າງ​ເຂັ້ມງວດ, ຕິດ​ພັນ​ກັບ​ການ​ປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11. ຖື​ເປັນ​ສຳຄັນ​ທັງການປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ຟູມ​ເຟືອຍ. ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຄະ​ນະ​ພັກ​ຂັ້ນຕ່າງໆ, ອຳນາດ​ການ​ປົກຄອງ ​ແລະ ຜູ້ນຳ; ​ເພີ່ມ​ເຕີມ, ສ້າງ​ກົນ​ໄກ​, ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ, ສັງຄົມສຳ​ເລັດ; ​ເປີດ​ກ້ວາງ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ກະຈ່າງ​ແຈ້ງ; ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ, ປະຊາຊົນ ​ແລະ ຫາງ​ສຽງ“.

ສືບຕໍ່ຍູ້ແຮງການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ - ảnh 2

ກອງ​ປະຊຸມ​ຍ້ອງຍໍ​ສັນ​ລະ​ສີນ​ຜູ້​ມີ​ຜົນງານ​ໃນການຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ

(ພາບ: vtc.vn)

​ແລະ ກໍ່​​ໃນ​ກອງ​ປະຊຸມ​ຄັ້ງທີ 5, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ ​ໄດ້​ຕົກລົງ​ແຜນ​ນະ​ໂຍບາຍ​ສ້າງຕັ້ງຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ ຂຶ້ນ​ກັບ​ກົມ​ການ​ເມືອງ; ສ້າງຕັ້ງຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງຄືນ​ໃໝ່, ທັງ​ປະຕິບັດ​ພາລະ​ໜ້າ​ທີ່​ຄື​ອົງການ​ພັກ​ໜື່ງ, ທັງ​ແມ່ນ​ອົງການ​ປະຈຳ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ. ນີ້​​ໄດ້​ຖືກ​ຖື​ວ່າ ​ແມ່ນ​ການ​ຕົກລົງ​ທີ່​ມີ​ລັກສະນະ​ບຸກທະລຸ, ສ້າງ​ການ​ຫັນປ່ຽນ​ກົງຈັກ​ການຈັດຕັ້ງ​ກໍ​ຄືກົນ​ໄກ​ໝູນ​​ໃຊ້ໂດຍ​ພື້ນຖານ ​ເພື່ອ​ໃຫ້​ອົງການ​ນີ້ ​ແມ່ນ​ເຄື່ອງມື​ຕໍ່ສູ້​ທີ່​ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ.

  ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງຕ້ອງ​ມີ​ກົງຈັກ​ທີ່​ເຂັ້ມງວດ ​ແລະ ຊຳນານ​ງານ. ໜ້າ​ທີ່​ນີ້​ພວມ​ຮຽກຮ້ອງ​ໃຫ້ຄວາມ​ຮັບຜິດຊອບ​ເປັນ​ແບບຢ່າງ​ຂອງ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ການ​ນຳ ຕ້ອງ​ມີ​ຄຳເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ, ບໍ່​ລັ່ງ​ເລ​ໃຈ, ຫລົບ​ຫຼີກ​ໃນການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ. ຫາງ​ສຽງ​ໄດ້​ຕີລາ​ຄາ​ສູງ​ມາດ​ຕະການ​ນີ້​ໃນ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ. ທ່ານ Le Hoang Quan ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “​ພວກຂ້າພະ​​​​​ເຈົ້າໄດ້​ສະ​ເໜີ​ວ່າ ​ໃນ​ວຽກ​ງານ​ພິຈາລະ​ນາ, ຕີ​ລາຄາ, ຈັດ​ແບ່ງ​ປະ​ເພດ​ອົງການ​ຮາກ​ຖານ​ພັກ​ໃນ​ແຕ່ລະ​ປີ​ຂອງ​ພະນັກງານ​ສະມາຊິກ​ພັກ, ວຽກ​ງານ​ພິຈາລະ​ນາການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງຂອງ​ແຕ່​ລະ​ອົງການ​ຈັດຕັ້ງ ​ແມ່ນ 1 ​ໃນ​ບັນດາ​ຄາດໝາຍ​ເພື່ອ​ພິຈາລະ​ນາ, ຕີ​ລາຄາ, ຈັດ​ແບ່ງ​ປະ​ເພດ. ​ໃນ​ບໍລິ​ເວນ​ນັ້ນ, ຄະ​ນະ​ພັກ​ຕ້ອງ​ເດັດ​ດ່ຽວ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ຈຶ່ງ​ຈະ​ສາມາດ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ຂະ​ແໜງການ, ຂັ້ນຕ່າງໆ ​ແລະ ຂອງ​ປະຊາຊົນ

ສືບຕໍ່ຍູ້ແຮງການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ - ảnh 3

(ພາບ:thanhtra.hochiminhcity.gov.vn)

  ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ໜ້າ​ທີ່​ທັງ​ຮີບດ່ວນ, ທັງ​ຍາວ​ນານ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ. ​ໃນ​​ໄລຍະ​ປະຈຸ​ບັນ​ນີ້, ພະນັກງານ, ສະມາຊິກ​ພັກ​ໃນ​ທຸກໆ​ອົງການ​ຈັດຕັ້ງພັກ​ແຕ່​ຂັ້ນສູງ​ກາງ ລົງ​ຮອດ​ຂັ້ນຮາກ​ຖານ ລ້ວນ​ແຕ່​ຕ້ອງ​ຍົກ​ສູງ​ບົດ​ບາດ​ເປັນ​ແບບຢ່າງ ​ແລະ ​ເຂົ້າຮ່ວມ​ໂດຍ​ກົງ​ນຳພາ​ການ​ຕໍ່ສູ້ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ. ​ແຕ່ລະ​ຂັ້ນ, ຂະ​ແໜງ​ການ ​ແລະ ບັນດາ​ອົງການ​ຈັດຕັ້ງ, ຫົວໜ່ວຍ​ໄດ້​ກຳນົດ​ໜ້າ​ທີ່​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງທີ 3 ຊຸດ​ທີ 10 ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ສຶກສາ​ອົບຮົມ, ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງຕິດ​ພັນ​ກັບ​ບັ້ນຂົນຂວາຍ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ຈະ​ປະສົບຜົນສຳ​ເລັດ​ໄດ້ ​ກໍ່​ຕໍ່ເມື່ອ​ພັກ​ອີງ​ໃສ່​ປະຊາຊົນ, ​ເມື່ອ​ພວກ​​ເຮົາ​ເສີມ​ຂະຫຍາຍບົດບາດ​ຂອງ​ທັງ​ລະບົບ​ການ​ເມືອງ, ພ້ອມ​ກັບ​ເລື່ອງ​ສົມທົບ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ​ຢ່າງ​ກົມ​ກຽວ.

 

 

 



ຕອບກັບ

ຂ່າວ/ບົດ​ອື່ນ