ສະພາບຂາດສະຖຽນລະພາບຢູ່ Bosnia-Herzegovina - ໝາກຜົນຖືກກ່າວ ເຕືອນລວງໜ້າ


​  ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 20 ປີທີ່ໄດ້​ແຍກ​ອອກ​ຈາກ ຢູ​ໂກສະ​ລາ​ວີ​ເກົ່າ​, ຢຸດຕິ​ສົງຄາມ​ເຜົ່າ​ພັນ​ໄລຍະ 1992-1995, Bosnia-Herzegovina ພັດ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ ຂະນະ​ທີ່​ປະ​ເທດ​ນີ້​ໄດ້​ຕົກ​ເຂົ້າສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮ້າຍ​ແຮງ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ. ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ​ໄດ້​ກາຍ​ເປັນ​ການ​ຈະລາຈົນ​ຊຶ່ງ​ຖືກ​ດຳ​ເນີນ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ, ອັນໄດ້ເຮັດໃຫ້ Bosnia-Herzegovina ກາຍເປັນຈຸດຮ້ອນຂອງການປະທະກັນຄັ້ງໃໝ່ຢູ່ເອີລົບ. ແຕ່ນີ້ແມ່ນຜົນທີ່ໄດ້ກ່າວ ເຕືອນລວງ​ໜ້າ ພາຍຫຼັງ​ທຸກ​ສິ່ງທຸກ​ຢ່າງ​ໄດ້​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້​ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ.

ສະພາບຂາດສະຖຽນລະພາບຢູ່ Bosnia-Herzegovina - ໝາກຜົນຖືກກ່າວ ເຕືອນລວງໜ້າ - ảnh 1
ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່ດຳ​ເນີນ​ຢູ່​ນະຄອນ Tuzla


   ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເລີ່​ມດຳ​ເນີນ​ຢູ່​ນະຄອນ Tuzla, ສູນ​ກາງ​ອຸດ​ສາ​ຫະກຳ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ເມື່ອ​ວັນ​ທີ 5/2 ​ ໄດ້​ກາຍ​ເປັນ​ການ​ຈະລາ ຈົນ​ເຮັດ​ໃຫ້​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮຸນ​ແຮງ​ຂະນະ​ທີ່​ມັນ​ໄດ້​ແຜ່​ລາມ​ອອກ​ສູ່​ນະຄອນຫຼວງ Sarajevo ​ແລະ ກ່ວາ 20 ນະຄອນ​ອື່ນໆ. ຊາວ Bosnia-Herzegovina ນັບ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ບັນດາ​ການ​ປະກັນ​ກັບ​ຕຳຫຼວດ. ຕຶກ​ອາຄານ​ສະພາ​ປະທານາທິບໍດີ ​ແລະ ອົງການ​ສຳນັກງານ​ອຳນາດ​ການ​ປົກຄອງ​ຈຳນວນ​ໜຶ່ງ​ຖື​ດຈູດ​ເຜົາ​ທຳລາຍ. ​ເຈົ້າ​ຄອງ​ນະຄອນ Tuzla, Zenica ​ແລະ Sarajevo ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

   ​ເສດຖະກິດ​ຊຸດ​ໂຊມ, ການ​ເມືອງຖືກ​ແບ່ງ​ແຍກ ຊຶ່ງ​ແມ່ນ 2 ສາຍ​ເຫດ​ພາ​ໄປ​ເຖິງການຂາດ​ສະຖຽນ​ລະ​ພາບ.

     ສາຍ​ເຫດ​ທຳ​ອິດພາ​ໄປ​ເຖິງການຂາດ​ສະຖຽນ​ລະ​ພາບ​ໃນ​ປະຈຸ​ບັນ​ຢູ່ Bosnia-Herzegovina ​ແມ່ນ​ເສດຖະກິດ​ອ່ອນ​ດ້ອຍ​ແກ່​ຍາວ​ເປັນ​ເວລາ​ຫຼາຍ​ປີຜ່ານມາ. ​ເຖິງ​ແມ່ນ​ວ່າ​ໄດ້​ກາຍ​ເປັນ​ປະ​ເທດ​ເອກະລາດ​ແຕ່ 20 ປີ​ມາ​ນີ້ກໍ​ຕາມ, ​ແຕ່ Bosnia-Herzegovina​ ຍັງຄົງ​ແມ່ນ​ປະ​ເທດ​ທຸກ​ຍາກ​ກ່ວາ​ໝູ່​ຢູ່​ເອີ​ລົບ. ບັນດາ​ຜູ້ແຫ່​ຂະ​ບວນປະ​ທ້ວງກໍ​ມີ​ຄວາມ​ໂກດ​ແຄ້ນ​ເພາະ​ການ​ຫຼົ້ມ​ເຫຼວຂອງ​ລັດຖະບານ​ໃນ​ການ​ແກ້​ໄຂ​ສະພາບ​ຊຸດ​ໂຊມ​ດ້ານ​ເສດຖະກິດ.

        ຕາມ​ການ​ສຳ​ຫຼວດຂອງທະນາຄານສູນກາງ, ອັດຕາການວ່າງງານຂອງ Bosnia-Herzegovina ແມ່ນສູງກ່ວາໝູ່ຢູ່ເອີລົບ ມັນເຄື່ອນເໜັງແຕ່ 27,5% ຫາ 44%, ໃນນັ້ນ, ອັດຕາການວ່າງງານໃນໄວໜຸ່ມແມ່ນຂຶ້ນເຖິງກ່ວາ 25% ແລະ 1/5 ໃນຍອດຈຳນວນພົນລະເມືອງ 3,8 ລ້ານຄົນ ໃນປະຈຸບັນພວມມີລະດັບ ຄອງຊີບຕ່ຳກ່ວາລະດັບທຸກຍາກ. ຜູ້້ອຳນວຍການທະຄານໂລກ ຮັບຜິດຊອບ ພາກພື້ນເອີລົບຕາເວັນອອກສ່ຽງໃຕ້ Ellen Goldstein ຕີ​ລາຄາ​ວ່າ ນີ້​ແມ່ນ​ບັນດາ​ຕົວ​ເລກ​ທີ່​ໄດ້​ກໍ່​ຄວາມ​ວິຕົກ​ກັ່ງ​ວົນ​ທີ່​ສຸດ ​ແລະ ​ແມ່ນ​ບັນຫາ​ທີ່​ຮ້າຍ​ແຮງ​ ຕ້ອງ​ໄດ້​ແກ້​ໄຂ.

       ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງຍັງ​ມີ​ຄວາມ​ໂກດ​ແຄ້ນ​ຍ້ອນ​ໄພ​ສໍ້​ລາດ​ບັງ​ຫຼວງ​ແຜ່​ລາມ​ໃນ​ວົງ​ການ​ເຈົ້າ​ໜ້າທີ່. ຕາມ​ອົງການ​ກະຈ່າງ​ແຈ້ງ​ສາກົນ, ໄພ​ສໍ້​ລາດ​ບັງ​ຫຼວງຢູ່ Bosnia ​ແມ່ນ​ຊົ່ວ​ຮ້າຍ​ກ່ວາ​ໝູ່​ເມື່ອ​ທຽບ​ໃສ່​ບໍ່​ວ່າ​ປະ​ເທດ​ໃດໆ​ໃນ​ເຂດ Balkan.

    ​ໃນ​ຂະນະ​ນັ້ນ, ລະບົບ​ການ​ເມືອງ​ຂອງ Bosnia-Herzegovina ຖືກ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ສັນຍາ​ຢຸດຕິ​ການ​ສູ້​ຮົບ​ໄລຍະ 1992-1995 ​ໄດ້​ເຮັດ​ໃຫ້​ກົງຈັກ​ການ​ເມືອງ​ຂອງ​ປະ​ເທດ​ນີ້​ຖືກ​ຈັດແບ່ງສິດ​ອຳນາດ ​ແລະ ​ເຮັດ​ໃຫ້​ລັດຖະບານ​ສູນ​ກາງ​ອ່ອນ​ແອ​ລົງ​ໃນ​ຂະນະ​ທີ່​ປະ​ເທດ​ຊາດ​ຖືກ​ແບ່ງ​ແຍກ​ເປັນ 2 ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ. ​ໃນ​ຂະນະ​ທີ່​ບັນດາ​ການ​ນຳ​ຂອງ​ຊາວ Bosnia ຢາກ​ເພີ່ມ​ທະວີ​ການ​ເຕົ້າ​ໂຮມ​ສິດ​ອຳນາດ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ສູນ​ກາງ​ນັ້ນ, ຊາວ  Croat ນິຍົມ​ແນວທາງ​ຮັກສາ​ເດີມ​ຍັງ​ຄົງ​ຢາກ​ຊຸກຍູ້​ບັນດາ​ລະບອບ​ປົກຄອງ​ດ້ວຍ​ຕົນ​ເອງ.

    EU ບໍ່​ເວັ້ນ​ເສຍ​ກໍລະນີ​ສົ່ງ​ທະຫານ​ໄປ​ຍັງ Bosnia-Herzegovina.

  ຕໍ່ໜ້າ​ໄພອັນຕະລາຍຂາດ​ສະຖຽນ​ລະ​ພາບຢູ່ Bosnia-Herzegovina ທີ່​ສາມາດ​ສົ່ງ​ຜົນ​ສະທ້ອນ​ເຖິງ​ທົ່ວ​ພາກ​ພື້ນ, ວັນ​ທີ 10/2, ຂ້າ​ຫຼວງ​ໃຫຍ່​ສະຫະພາບ​ເອີ​ລົບ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ຕ່າງປະ​ເທດ Catherine Ashton ​ໄດ້​ຮຽກຮ້ອງ​ການ​ນຳ​ບັນດາ​ປະ​ເທດ​ພາກ​ພື້ນ Balkan ນີ້​ຈົ່ງ​ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ຊອກ​ຫາ​ວິທີ​ນຳ​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ການ​ປະຈຸ​ບັນ.

   ​ໃນ​ຂະນະ​ນັ້ນ, ທ່ານ Valentin inzko ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສາກົນ​ກ່ຽວ​ກັບ Bosnia-Herzegovina ຊ້ຳ​ບໍ​ໜຳ​ຍັງ​ຄິດ​ໄລ​ເຖິງ ກໍລະນີ​ສົ່ງ​ທະຫານ​ຂອງ EU ໄປ​ຍັງ Bosnia-Herzegovina ຖ້າ​ຫາກ​ສະພາບຂາດ​ສະຖຽນ​ລະ​ພາບ​ເພີ່ມ​ທະວີ​ຂຶ້ນ. ຕາມ​ທ່ານ Inzko ຖ້າ​ຫາກ​ຄວາມ​ເຄັ່ງ​ຕຶງ​ສືບຕໍ່​ປີນ​ຂັ້ນ​ໄດ​ນັ້ນ, ກໍລະນີ​ສົ່ງ​ທະຫານ​ຂອງ EU ໄປ​ຍັງ Bosnia-Herzegovina ​ແມ່ນ​ອາດ​ເປັນ​ໄປ​ໄດ້, ​ເຖິງ​ແມ່ນ​ວ່າ​ນີ້ ຍັງ​ບໍ່​ທັນ​ແມ່ນ​ການ​ເລືອກ​ເຟັ້ນ​ໃນ​ຈຸດ​ເວລາ​ນີ້.

 ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ Sarajevo ຮຽກຮ້ອງ​ວົງ​ການ​ການ​ນຳ Bosnia-Herzegovina ຄວນ​ຮັບ​ຟັງ​ຄວາມ​ມຸ່ງ​ຫວັງ​ຂອງ ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຄວນ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໂດຍ​ໄວ.

   ວິທີ​ການ​ແກ້​ໄຂ​ທີ່​ອາດ​ສາມາດ​ປະຕິບັດ​ໄດ້, ນັ້ນ​ແມ່ນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ໂດຍ​ໄວ

   ຕໍ່ໜ້າ​ໄພ​ອັນຕະລາຍຄວາມ​ເຄັ່ງ​ຕຶງ​ສືບຕໍ່​ປີນ​ຂັ້ນ​ໄດ ​ແລະ ກຳລັງ​ດັນ​ຈາກ​ປະຊາ​ຄົມ​ໂລກ, 2 ພັກ​ໃນ​ສຳພັນ​ທະ​ມິດ​ກຳ​ອຳນາດ Bosnia-Herzegovina ​ໄດ້ຮຽກຮ້ອງ​ໃຫ້ ດຳ​ເນີນ​ການ​ເລືອກ​ຕັ້ງ​ໂດຍ​ໄວ. ພັກ​ປະຊາທິປະ​ໄຕ​ສັງຄົມ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ, ຟື້ນ​ຟູ​ຄວາມ​ສະຫງົບ​ໃຫ້​ແກ່​ປະຊາຊົນ ​ແລະ ຮີບ​ເຮັ່ງ ດຳ​ເນີນ​ການ​ເລືອກ​ຕັ້ງ​ໂດຍ​ໄວ.

   ພ້ອມ​ກັບ​​ເລື່ອງດຳ​ເນີນ​ການ​ເລືອກ​ຕັ້ງ​ໂດຍ​ໄວນັ້ນ, ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ບັນດາ​ການ​ນຳ​ຄົນ​ໃໝ່​ຕ້ອງ​ມີ​ບັນດາ​ມາດ​ຕະການ​ບຸກທະລຸ​ເພື່ອ​ພັດທະນາ​ເສດຖະກິ​ດຂອງ Bosnia-Herzegovina, ນຳ​ປະ​ເທດ​ນີ້​ຫຼຸດ​ພົ້ນ​ອອກ​ຈາກ​ບັນຊີ​ລາຍ​ຊື່ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ​ກ່ວາ​ໝູ່​ຢູ່​ເອີ​ລົບ. ​ແຕ່​ວ່າ​ນີ້​ແມ່ນ​ໜ້າ​ທີ່​ບໍ່​ງາຍ​ດາຍ​ແຕ່​ຢ່າງ​ໃດ. ຫາງ​ສຽງ​ພວມ​ລໍ​ຄ່ອຍ​ເບິ່ງ​ວ່າ​ປະ​ເທດ​ນີ້​ຈະ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ໃນ​ປະຈຸ​ບັນຄື​ແນວ​ໃດ .

ຕອບກັບ

ຂ່າວ/ບົດ​ອື່ນ