ສະພາແຫ່ງຊາດຫວຽດນາມມຸ່ງໄປເຖິງບັນດາມາດຖານລັດຖະສະພາທົ່ວໂລກ

(vovworld)- ມຸ່ງ​ໄປ​ເຖິງ​ມາດ​ຖານ​ລັດ​ຖ​ະ​ສະ​ພາ​ທົ່ວ​ໂລກ ແມ່ນ​ທ່າ​ອ່ຽງ​ຈຳ​ເປັນ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ຫລາຍ​ທ່ານ ໄດ້​ຍົກ​ອອກ​ບັນ​ດ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາ, ສ​ສ​ຊ ມີ​ປະ​ສິດ​ທິ​ຜົນ​ກວ່າ, ແທດ​ຈິງກວ່​າ, ສົມ​ກັບ​ອົງ​ການ​ຕາງ​ຫນ້າ​ໃຫ້​ເຈດ​ຈຳ​ນົງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ, ແມ່ນ​ອົງ​ການ​ລັດ​ທີ່​ມີສິດ​ອຳ​ນາດ​ສູງ​ສຸດ, ຕອບ​ສະ​ຫນອງ​ບັນ​ດາ​ມາດ​ຖານ​ທີ່​ໄດ້​ສ້າງ​ຂຶ້ນ​ມາ​ແຕ່​ດົນ​ນານ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ພັດ​ທະ​ນາ​ລັດ​ຖະ​ສະ​ພາ​ໂລກ.

ສະພາແຫ່ງຊາດຫວຽດນາມມຸ່ງໄປເຖິງບັນດາມາດຖານລັດຖະສະພາທົ່ວໂລກ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ສ​ສ​ຊ ພົບ​ປະ
ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ໂຮ່​ຈິ​ມີນ
ພາບ:dantri.com

        ຄຳ​ເຫັນ​ຂອງ ສ​ສ​ຊ ຫລາຍ​ທ່ານ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ເພີ່ມ​ທະ​ວີ​ບົດ​ບາດ​ຫນ້າ​ທີ່​ຕິດ​ຕາ​ມກວດ​ກາ​ຂອງ ສ​ສ​ຊ ແລະ ຄະ​ນະ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ເຊີດ​ຊູ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ຂັ້ນ​ຕອນ​ຂອງ​ຮ່າງ​ກົດ​ໝາຍ, ເພີ່ມ​ອັດ​ຕາ​ສ່ວນ​ສ​ສ​ຊ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ກໍ​ຄື​ເພີ່ມ​ເວ​ລາ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

        ເພີ່ມ​ຈຳ​ນວນ​ສ​ະ​ມາ​ຊິກ​ສະ​​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ

        ຕາມ​ການ​ສະ​ຖິ​ຕິ, ໃນ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ອັດ​ຕາ​ສ່ວນ ສ​ສ​ຊ​ ສະ​ເພາະ​ກິດ​ຢູ່​ຂັ້ນ​ສູນ​ກາງ​ແມ່ນ 18,2%, ສ​ສ​ຊ​ ສະ​ເພາະ​ກິດ​ຢູ່​ທ້ອງ​ຖິ່ນ​ແມ່ນ 12,6%. ໃນ​ທ່າ​ອ່ຽງ​ປ່ຽນ​ໃຫມ່​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ປະ​ຈຸ​ບັນ, ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ຕ້ອງ​ເພີ່ມ​ອັດ​ຕາ ສ​ສ​ຊ​ ສະ​ເພາະ​ກິດ​ຂຶ້ນ​​ຢ່າງ​ຫນ້ອຍ​ສຸດ 35% ຍອດ​ຈຳ​ນວນ ສ​ສ​ຊ​. ນີ້​ແມ່ນ​ການ​ກຳ​ນົດ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດ​ນາມ ແລະ ກໍ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ. ນອກນັ້ນ ຄວນ​ເພີ່ມ​ເຕີມ​ມາດ​ຕະ​ຖານ​ຂອງ ສ​ສ​ຊ​ ສະ​ເພາະ​ກິດ​ກໍ​ຄື​ເງື່ອນ​ໄຂ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ ສ​ສ​ຊ​ ສະ​ເພາະ​ກິດ. ທ່ານ ເບ​ຊວນ​ເຈື່ອງ, ສ​ສ​ຊ​ ແຂວງທາຍ​ບີງ ຍົກ​ຄຳ​ເຫັນ​ວ່າ:

        “ຂ້າ​ພະ​ເຈົ້າ​ສະ​ເຫນີ ຄວນ​ຈັດ​ວາງ​ຢ່າງ​ຫນ້ອຍ​ສຸດ 2 ຄົນ, ໃນ​ນັ້ນ ມີ​ຫົວ​ຫນ້າ ຫລື​ຮອງ​ຫົວ​ຫນ້າ​ຄະ​ນະ ສ​ສ​ຊ​ ສະ​ເພາະ​ກິດ. ການ​ກຳ​ນົດ​ຄື​ແນວນັ້ນ ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ຄະ​ນະ ສ​ສ​ຊ​ ເຄື່ອນ​ໄຫວ​ເປັນ​ປະ​ຈຳ, ລຽນ​ຕິດ​ເທົ່າ​ນັ້ນ ຫາກ​ເພີ່ມ​ຈຳ​ນວນ ສ​ສ​ຊ​ ສະ​ເພາະ​ກິດ​ຢູ່​ທ້ອງ​ຖິ່ນ ແມ່ນ​ເພີ່ມ​ຄວາມ​ສາ​ມາດ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ສະ​ພາ​ແຫ່ງ​ຊາດ ເພື່ອ​ຮັບ​ເອົາ​ຄຳ​ເຫັນ​, ຄຳ​ສະ​ເຫນີ​ຂອງ​ປະ​ຊາ​ຊົນຫຼາຍ​ສຸດ, ເພີ່ມ​ຄວາມ​ສາ​ມາດ​ຕິດ​ຕາມກວດ​ກາ​ໂດຍ​ກົງ, ເປັນ​ປະ​ຈຳ​ຂອງ​ສະ​ພາ​ແຫ່ງ​ຊາດ.”

        ສິດ​ຍື່ນ​ສະ​ເຫນີ​ຮ່າງ​ກົດ​ໝາຍ

        ສະ​ພາ​ແຫ່​ງ​ຊາ​ດ​ຫວຽດ​ນາມ​ກໍ​ຄື​ສະ​ພາ​ແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ ໄດ້​ຖື​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ. ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຜ່ານ​ບັນ​ດາ​ອາ​ຍຸ​ການ ນັບ​ມື້​ນັບ​ກ້າວ​ຫນ້າ, ມາ​ຮອດ​ປະ​ຈຸ​ບັນ ໄດ້​ສ້າງ​ເປັນ​ລະ​ບົບ​ກົດ​ໝາຍ​ສົມ​ບູນ​ແບບ​ພໍ​ສົມ​ຄວນ, ໃນ​ນັ້ນ ໄດ້​ປັບ​ປຸງ​ບັນ​ດາ​ຂົງ​ເຂດ​ໃນ​ຊີ​ວິດ​ສັງ​ຄົມ. ມີ​ລະ​ບົບ​ກົດ​ໝາຍ​ນີ້ ​ແມ່ນ​ໝາກ​ຜົນ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ,  ຕັ້ງ​ຫນ້າ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ສ່ວນ​ບຸກ​ຄົນ​ຍື່ນ​ສະ​ເຫນີ​ຮ່າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ. ລັດ​ຖະ​ທຳ​ມະ​ນູນ​ປີ 2013 ໄດ້​ກຳ​ນົດ​ສິດ​ຂອງ ສ​ສ​ຊ​ ໃນ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ​ຕາມ​ທິດ​ນັບ​ມື້​ນັບ​ເຄົາ​ລົບ ແລະ ຍົກ​ສູງ​ບົດ​ບາດ, ລັກ​ສະ​ນະ​ເອ​ກະ​ລາດ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ສ່ວນ​ບຸກ​ຄົນ ສ​ສ​ຊ​. ນີ້​ແມ່ນ​ທ່າ​ອ່ຽງ​ຖືກ​ຕ້ອງ, ສອດ​ຄ​ອ່ງ​ກັບ​ກົດ​ເກນ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ໂລກ​ເວົ້າ​ລວມ ແລະ ຂອງ​ຫວຽດ​ນາມ ເວົ້າ​ສະ​ເພາະ. ປະ​ຕິ​ບັດ​ບັນ​ດາ​ສິດນີ້ຂອງ ສ​ສ​ຊ​​ເປັນ​ຢ່າງ​ດີ ຈະ​ຮັບ​ປະ​ກັນ​ການ​ສະ​ແດງ​ລັກ​ສະ​ນະ​ປະ​ຊາ​ຊົນ​, ເຈດ​ຈຳ​ນົງ​ຂອງ​ປະ​ຊາ​ຊົນ​ໃນ​ລະ​ບົບ​ກົດໝາຍຂອງ​ຫວຽດ​ນາມ ດີທີ່​ສຸດ. ທ່ານ​ນາງ ຫງວຽນ​ທິ​ຮົ່ງ​ຮ່າ, ສ​ສ​ຊ​ ນະ​ຄອນ ຮ່າ​ໂນ້ຍ ຖື​ວ່າ:

        “ກ່ຽວ​ກັບ​ສິດ​ຍື່ນ​ສະ​ເຫນີ​ຮ່າງ​ກົດ​ໝາຍ​ລັດ​ຖະ​ບັນ​ຍັດ, ຂ້າ​ພະ​ເຈົ້າ​ສະ​ເຫນີ​ວ່າ ຄວນ​ມີ​ການ​ກຳ​ນົດ​ຈະ​ແຈ້ງວ່າ ຜູ້​ໃດ​ໃຫ້​ຄຳ​ທີ່​ປຶກ​ສາ​ໃຫ້​ແກ່ ສ​ສ​ຊ​, ອົງ​ການ​ຫົວ​ຫນ່ວຍ​ໃດ​ຫນູນ​ຊ່ວຍ​ໃຫ້​ແກ່ ສ​ສ​ຊ​ ໃນ​ການ​ສ້າງ, ປັບ​ປຸງສຳ​ເນົາ​ເພື່ອ​ຍື່ນ​ສະ​ເຫນີ​ຮ່າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ, ​ສະ​ເຫນີ​ກ່ຽວ​ກັບ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ.”

        ເພີ່ມ​ທະ​ວີ​ບົດ​ບາດ​ຫນ້າ​ທີ່​ຕິດ​ຕາມກວດ​ກາ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

        ຄະ​ນະ​ ສ​ສ​ຊ​ ແມ່ນ​ຫົວ​ຫນ່ວຍ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່​ອນ​ໄຫວ​ຂອງ ສ​ສ​ຊ​, ໃນ​ນັ້ນ ມີ​ກາ​ນ​ຕ້ອນ​ຮັບ​ພົນ​ລະ​ເມືອງ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ, ຮ່າງ​ລັດ​ຖະ​ບັນ​ຍັດ ແລະ ບັນ​ດາ​ຮ່າງ​ກົດ​ໝາຍ​ອື່ນ ແລະ  ຈັດ​ຕັ້ງເພື່ອ​ໃຫ້​ບັນ​ດາ ສ​ສ​ຊ​ ໃນ​ຄະ​ນະ​ປະ​ຕິ​ບັດ​ຫນ້າ​ທີ່​ຕິດ​ຕາມກວດ​ກາ​ຢູ່​ທ້ອງ​ຖິ່ນ. ຕາມ ສ​ສ​ຊ​ ຫລາຍ​ທ່ານ​ແລ້ວ, ສະ​ພາ​ແຫ່ງ​ຊາດ ຄວນ​ກຳ​ນົດ​ຢ່າງ​ຈ​ະ​ແຈ້ງ​ບົດ​ບາດ​ຫນ້າ​ທີ່​ຂອງ​ຄະ​ນະ ສ​ສ​ຊ​, ບໍ່​ຄວນ​ຈຳ​ກັດ​ຫນ້າ​ທີ່​ຕິດ​ຕາມກວດ​ກາ​ຂອງ​ຄະ​ນະ ສ​ສ​ຊ​. ທ່ານ ຟ້າມ​ດືກ​ເຈົ​າ, ສ​ສ​ຊ​ ແຂວງ ກວ໋າງ​ຈີ້ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ສະ​ເຫນີ ຄວນ​ກຳ​ນົດ​ຄະ​ນະ ສ​ສ​ຊ​ ປະ​ຕິ​ບັດ​ການ​ຕິດ​ຕາມກວດ​ກາ ແລະ ຈັດ​ຕັ້ງ​ໃຫ້ ສ​ສ​ຊ​ ຕິດ​ຕາມກວດ​ກາ. ​ນອກນັ້ນ ຕ້ອງ​ເພີ່ມ​ເຕີມ​ມາດ​ຕາ​ກ່ຽວ​ກັບ​ສິດ, ຄວາມ​ຮັບ​ຜິດ​ຊອບ​ຕິດ​ຕາມກວດ​ກາ​ຂອງ ສ​ສ​ຊ​, ສ​ສ​ຊ​ ສາ​ມາດ​ຕິດ​ຕາມກວດ​ກາ​ດ້ວຍ​ຕົນ​ເອງ​ຫລື​ເຂົ້າ​ຮ່ວມ​ການ​ຕິດ​ຕາມກວດ​ກາ​ພ້ອມ​ກັບ​ຄະ​ນະ ສ​ສ​ຊ​.”

        ເພີ່ມ​ເວ​ລາ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ

        ສ​ສ​ຊ​ ຕາງ​ຫນ້າ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ, ແມ່ນ​ຕາງ​ຫນ້າ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ຕ​າງ​ຫນ້າ​ໃຫ້​ປະ​ຊາ​ຊົນ​ປະ​ຕິ​ບັດ​ສິດ​ອຳ​ນາດ​ແຫ່ງ​ລ​ັດ​ໃນ​ສະ​ພາ​ແຫ່ງ​ຊາດ ສະ​ນັ້ນ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ສ​ສ​ຊ​ ເວົ້າ​​ສະ​ເພາະ ແລະ ຂອງ​ສະ​ພາ​ແຫ່ງ​ຊາດ​ເວົ້າ​ລວມ ຄວນ​ກຳ​ນົດ​ຈະ​ແຈ້ງ​ເວ​ລາ ສ​ສ​ຊ​ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ 1 ອ​າ​ຍຸ​ການ. ທ່ານ​ນາງ ຫງວຽນ​ທິກວ​ຽດ​ເຕີມ, ສ​ສ​ຊ​ ນະ​ຄອນ​ໂຮ່​ຈິ​ມີນ ​ຍົກ​ຄຳ​ເຫັນ​ວ່າ:

        “ຜ​ູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເຫນີ ສ​ສ​ຊ​ ຍາດ​ເວ​ລາ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວຂອງ​ສະ​ພາ​ແຫ່ງ​ຊາດ​ມີ​ຄວາມ​ໝາຍ ນັ້ນ​ແມ່ນ​ ​ຢາກ​ໃຫ້ ສ​ສ​ຊ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ເປັນ​ປະ​ຈຳ ເພື່ອ​ຮັບ​ຟັງ​ຄວາ​ມມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ສະ​ນັ້ນ ຄວນກຳ​ນົດ​ໃນ​ປີ​ຫນື່ງ, ສ​ສ​ຊ​ ຕ້ອງ​ຍາດ​ເວ​ລາ​​ຄື​ແນວ​ໃດເພື່ອ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄ​ື​ດັ່ງ​ສະ​ພາ​ແຫ່ງ​ຊາດ​ປະ​ເທດ​​ຕ່າງໆໄດ້​ກຳ​ນົດ​ ເວ​ລາ​ລະ​ອຽດ ຢ່າງ​ຈະ​ແຈ້ງ​.”

        ນອກນັ້ນ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ, ເປັນ​ຕົ້ນ​ເມື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຍາກ, ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ, ຄວນມ​ີ​ການ​ປຶກ​ສາ​ຫາ​ລື, ຊັບ​ຊ້ອນ​ເວ​ລາ​ເພື່ອ​ໃຫ້ ສ​ສ​ຊ​ ປຶ​ກ​ສາ​ຫາ​ລື​ບັນ​ຫາ​ຢ່າງ​ຈະ​ແຈ້ງ.

        ບົດ​ລາຍ​ງານ​ທົ່ວ​ໂລກ​ກ່ຽວ​ກັບ​ລັດ​ຖະ​ສະ​ພາ​ຂອງ IPU ປີ 2012 ໄດ້​ຢືນ​ຢັນ​ວ່າ:  ​ລັດ​ຖະ​ສະ​ພາແມ່ນ​ຂາດບໍ່​ໄດ້​ໃນພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ​. ໃນ​ທ່າ​ອ່ຽງ​ນີ້ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພວມ​ຄ່ອຍ​ໆ​ປ່ຽນ​ໃຫມ່ ເພື່ອ​ຕອບ​ສະ​ຫນອງ​ບັນ​ດາ​ມາດ​ຖານ​ທີ່​ໄດ້​​ວາງ​ອອກ​ໃນ​ການເຄື່ອນ​ໄຫວ​ລັດ​ຖະ​ສະ​ພາ​ສາ​ກົນ​, ຮັບ​ປະ​ກັນ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ