ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ສັນຕິພາບ, ການຮ່ວມມື, ຮ່ວມສຳພັນ ແລະ ການເຊື່ອມຕໍ່ພາກພື້ນ

(VOVWORLD) - ການເດີນທາງໄປປະຕິບັດງານຢູ່ ຈີນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ແມ່ນຄັ້ງທີ 3 ທີ່ການນຳຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດ BRI ໂດຍ ຈີນ ຈັດຂຶ້ຶ້ນ
ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ສັນຕິພາບ, ການຮ່ວມມື, ຮ່ວມສຳພັນ ແລະ ການເຊື່ອມຕໍ່ພາກພື້ນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສ.ຈີນ ສີຈິ້ນຜິງ, ໃນວັນທີ 17 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສການຮ່ວມມືສາກົນ ໜຶ່ງແລໜຶ່ງເສັ້ນທາງ (BRI) ຄັ້ງທີ 3, ຢູ່ ປັກກິ່ງ (ຈີນ). ການເດີນທາງໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງໃຫ້ເຫັນຄວາມຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າຂອງພັກ ແລະ ລັດ ຫວຽດນາມ ໃນການພັດທະນາການພົວພັນກັບ ຈີນ, ເປັນການສະແດງຄວາມຊົມເຊີຍ ແລະ ຖືເປັນສຳຄັນຕໍ່ກັບບັນດາຂໍ້ລິເລີ່ມເຊື່ອມຕໍ່, ໃນນັ້ນມີຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.

ນີ້ແມ່ນການໄປປະຕິບັດງານຢູ່ ຈີນ ຄັ້ງທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງ ນັບແຕ່ພາຍຫຼັງທີ່ ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (2021) ແລະ ຈີນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ (2022) ຢ່າງສຳເລັດຜົນ.

ການຮ່ວມມືຢ່າງແທດຈິງລະຫວ່າງ 2 ປະເທດໄດ້ບັນລຸລະດັບສູງສຸດໃນປະຫວັດສາດ

        ຫວຽດນາມ ແລະ ຈີນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 18 ມັງກອນ 1950. ກວ່າ 70 ປີຜ່ານມາ, ການພົວພັນ 2 ຝ່າຍບັນລຸໄດ້ຜົນງານຫຼາຍຢ່າງ. ສິ່ງທີ່ໜ້າສົນໃຈແມ່ນ, ການພົວພັນຄູ່່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ເຊິ່ງ 2 ປະເທດໄດ້ສ້າງຕັ້ງຂຶ້ນເປັນເວລາ 15 ປີຜ່ານມາ (2008) ພວມຮັກສາທ່າພັດທະນາເປັນປົກກະຕິ, ບັນລຸບັນດາບາດກ້າວທີ່ຕັ້ງໜ້າ, ພິເສດແມ່ນພາຍຫຼັງການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເມື່ອເດືອນ ພະຈິກ 2022. ປີ 2023,  2 ປະເທດໄດ້ຜັນຂະຫຍາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນຢ່າງເລິກເຊິ່ງ, ກວ້າງຂວາງ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນສືບຕໍ່ມີບາດກ້າວພັດທະນາຢ່າງແທດຈິງ. ໃນ 9 ເດືອນຕົ້ນປີ 2023, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ກັບ ຈີນ ບັນລຸ 122 ຕື້ USD. ຈຳນວນແຂກທ່ອງທ່ຽວ ຈີນ ເຂົ້າມາ ຫວຽດນາມ ໄດ້ລື່ນກາຍຕົວເລກ 1 ລ້ານເທື່ອຄົນ.      ກ່ຽວກັບສະພາບລວມຂອງການຮ່ວມມືລະຫວ່າງ ຫວຽດນາມ ແລະ ຈີນ,  ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ, ຕີລາຄາວ່າ:

        “ການຮ່ວມມືຢ່າງແທດຈິງລະຫວ່າງ 2 ປະເທດໄດ້ບັນລຸລະດັບສູງສຸດໃນປະຫວັດສາດ. ຈຸດພົ້ນເດັ່ນຂອງການພົວພັນລະຫວ່າງ 2 ປະເທດບໍ່ພຽງແຕ່ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນດ້ານການເມືອງເທົ່ານັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກໍ່ສຳຄັນທີ່ສຸດ. ສິ່ງດັ່ງກ່າວມີຄວາມໝາຍອັນໃຫຍ່ຫຼວງຕໍ່ການພັດທະນາຂອງ 2 ປະເທດ. ໃນຫຼາຍປີຜ່ານມາ, ຈີນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຈີນ ໃນ ອາຊຽນ.

        ການເດີນທາງໄປປະຕິບັດງານຢູ່ ຈີນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ແມ່ນຄັ້ງທີ 3 ທີ່ການນຳຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດ BRI ໂດຍ ຈີນ ຈັດຂຶ້ຶ້ນ, ແມ່ນການສືບຕໍ່ບັນດາການພົວພັນແລກປ່ຽນ,  ພົບປະຢ່າງເປັນປະຈຳລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມຊາວມາຍ, ຕີລາຄາວ່າ:

        “ການເດີນທາງໄປປະຕິບັດງານສະແດງໃຫ້ເຫັນການຖືເປັນສຳຄັນຢ່າງສູງ, ໃຫ້ບຸລິມະສິດແຖວໜ້າຂອງພັກ, ລັດ ຫວຽດນາມ ໃນການພັດທະນາການພົວພັນກັບ ຈີນ, ກໍ່ຄືສະແດງໃຫ້ເຫັນຄວາມຖືເປັນສຳຄັນຕໍ່ບັນດາຂໍ້ລິເລີ່ມເຊື່ອມຕໍ່, ໃນນັ້ນມີຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ. ນີ້ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງສອງປະເທດສືບຕໍ່ລົງເລິກການແລກປ່ຽນບັນດາມາດຕະການ, ເພື່ອຫັນຄວາມຮັບຮູ້ລວມຂັ້ນສູງໃຫ້ປະກົດຜົນເປັນຈິງ, ໂດຍສະເພາະແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ມີຄວາມໝາຍປະຫວັດສາດ, ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ສືບຕໍ່ພັດທະນາສະຖຽນລະພາບ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ, ການຮ່ວມມືແທດຈິງເລິກເຊິ່ງກວ່າ, ພື້ນຖານສັງຄົມນັບມື້ນັບໜັກແໜ້ນ ແລະ ຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມເປັນຢ່າງດີກວ່າເກົ່າ.

ການປະກອບສ່ວນເພື່ອສັນຕິພາບ, ການຮ່ວມມື, ຮ່ວມສຳພັນເສດຖະກິດ ແລະ ການເຊື່ອມຕໍ່ຢູ່ພາກພື້ນ.

        ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສການຮ່ວມມືສາກົນ BRI ຄັ້ງທີ 3 ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຈະມີບົດກ່າວຄຳປາໄສທີ່ກອງປະຊຸມສຸດຍອດດ້ວຍຫົວຂໍ້ວ່າ “ເສດຖະກິດດີຈີຕອນເປັນກຳລັງໜູນໃໝ່ຂອງການເຕີບໂຕ”. ເມື່ອເຕື້ອງເຖິງເຫດການນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມຊາວມາຍ, ຖືວ່າ:

        “ເລື່ອງທ່ານປະທານປະເທດໄດ້ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ສຳຄັນທີ່ເວທີປາໄສສຸດຍອດການຮ່ວມມືສາກົນ BRI ຄັ້ງທີ 3 ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງຂອງຫຼາຍປະເທດ ແລະ ບັນດາຜູ້ແທນ, ປະຊາຄົມວິສາຫະກິດທີ່ມາຈາກປະມານ 140 ປະເທດ, ອົງການຈັດຕັ້ງສາກົນນັ້ນ, ຈະປະກອບສຽງຂອງ ຫວຽດນາມ ໃນການຊຸກຍູ້ສັນຕິພາບ, ການຮ່ວມມື, ຮ່ວມສຳພັນເສດຖະກິດ ແລະ ເຊື່ອມຕໍ່ພາກພື້ນ, ເຮັດໃຫ້ການພົວພັນກັບບັນດາປະເທດໃນໂລກເລິກເຊິ່ງຂຶ້ນຕື່ມ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຢູ່ພາກພື້ນ ແລະ ໃນໂລກ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ 2030 ຂອງສະຫະປະຊາຊາດ. ພ້ອມກັນນັ້ນ, ກໍ່ໂຄສະນາບັນດາຜົນງານພັດທະນາເສດຖະກິດ - ສັງຄົມ, ແບ່ງປັນບັນດາສານໃຫຍ່ກ່ຽວກັບເປົ້າໝາຍ, ທັດສະນະ, ການກຳນົດທິດພັດທະນາຂອງ ຫວຽດນາມ.

        ໃນສະພາບການສາກົນມີການຜັນແປຢ່າງສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນໄດ້ ແລະ ເສດຖະກິດໂລກພວມມີການຫັນປ່ຽນຢ່າງເລິກເຊິ່ງ, ການເຂົ້າຮ່ວມເວທີປາໄສດັ່ງກ່າວຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແມ່ນການເຄື່ອນໄຫວແທດຈິງໃນການຜັນຂະຫຍາຍແນວທາງສະເໝີຕົ້ນສະເໝີປາຍເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ, ມີໄຫວພິບ, ບັນລຸປະສິດທິຜົນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ