ຫວຽດນາມບັນລຸຜົນງານສູງໃນການພັດທະນາມະນຸດ

 (vovworld)- ບົດລາຍ​ງານພັດທະນາ​ມະນຸດ​ປີ 2013 ​ໂດຍ​ໂຄງການ​ພັດທະນາ ສປຊ (UNDP) ປະກາດ​ຫວ່າງ​ແລ້ວ​ນີ້ ​ໄດ້​ຈັດ​ຫວຽດນາມ ​ໃນ​ຈຳນວນ​ກ່ວາ 40 ປະ​ເທດ​ພວມ​ພັດທະນາ ບັນລຸ​​ໄດ້ຄວາມ​ກ້າວໜ້າ​ລື່ນ​ກາຍ​ຄວາມ​ລໍຄອຍ​ກ່ຽວ​ກັບ​ການ​ພັດທະນາ​ມະນຸດ​ໃນ​ບັນດາ​ທົດ​ສະ​ວັດ​ມໍ່​ໆມາ​ນີ້. ການ​ຕີ​ລາຄາ​ນີ້ ອີກ​ເທື່ອ​ໜຶ່ງ​ຢືນຢັນ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ພັດທະນາມະນຸດຂອງຫວຽດນາມ ຊື່​ງປະຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້​ໃນ​ຫຼາຍ​ປີຜ່ານມາ.

ຫວຽດນາມບັນລຸຜົນງານສູງໃນການພັດທະນາມະນຸດ - ảnh 1

(ພາບ:hanoimoi.com.vn)

  ​ໃນ​ຈຳນວນ​ກ່ວາ 40 ປະ​ເທດ​ພວມ​ພັດທະນາ ​ໂດຍ UNDP  ​ເຕື້ອງ​ເຖິງ​ນັ້ນ, ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ປະ​ເທດ​ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​ກ່ວາ​ໝູ່​ກ່ຽວ​ກັບ​ການ​ພັດທະນາ​ມະນຸດ. ຕາມ UNDP ​ແລ້ວ, ດັດຊະນີການ​ພັດທະນາ​ມະນຸດຂອງ​ຫວຽດນາມ ​ໄດ້ເພີ່ມ​ຂຶ້ນ 41% ​ໃນ​ສອງ​ທົດ​ສະ​ວັດ​ຜ່ານ​ມາ. UNDP ຖື​ວ່າ ບັນລຸ​ໄດ້ບັນດາ​ໝາກຜົນ​ນີ້ ​ແມ່ນ​ຍ້ອນມີ​ບັນດາ​ຄຳໝັ້ນສັນຍາ​ຢ່າງ​ແຮງ​ຂອງ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ ​ແລະ ສາທາລະນະ​ສຸກ ​ສາທາ ລະນະ, ບັນດາ​ໂຄງການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ມີ​ລັກສະນະ​ບຸກທະລຸ ​ແລະ ການ​ເຂົ້າຮ່ວມພື້ນຖານ​ເສດຖະກິດ​ໂລກ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​.

  ບັນດາ​ຂໍ້​ໃຫ້​ສັງ​ເກດ​ຂອງ UNDP ​ແມ່ນ​ຖືກຕ້ອງກັບ​ຕົວ​ຈິງ​ທີ່​ສຸດ. ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ຫວຽດນາມ ກໍ່​ຖືມະນຸດ​​ເປັນ​ສຳຄັນ ​​ມະນຸດ​ທັງ​ແມ່ນ​ຈຸດໝາຍ ທັງ​​ແມ່ນ​ກຳລັງ​ໜູນຂອງ​ວິວັດ​ການ​ພັດທະນາ. ​ໃນ​ເກືອບ 3 ທົດ​ສະ​ວັດ​ແຫ່ງ​ການ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃໝ່, ​ແຜນ​ນະ​ໂຍບາຍ​ນີ້​ໄດ້​ຫັນ​ເປັນ​​ບັນດາ​ໂຄງການ, ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ແຫ່ງ​ຊາດ ດ້ວຍບັນດາ​ໝາກຜົນ​ທີ່​ສຳຄັນ. ພິ​ເສດ, ບັນຫາ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ-​ຊາຍ​​ແມ່ນບັນລຸ​ໄດ້​ບັນດາ​ຜົນງານ​​ໂດຍພື້ນຖານ. ທ່ານ​ນາງ​ຫງວຽນ​ທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕີ​ລາຄາ​ວ່າ:

   “​ໝາກຜົ​ນ​ແຫ່ງການປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ຂອງ​ຫວຽດນາມ ​ຖືກຈັດ​ອັບ​ດັບ​ສູງ​ກ່ວາເມື່ອ​ທຽບ​ກັບ​ຫຼາຍ​ປະ​ເທດ​ທີ່​ມີ​ລະດັບ​ການ​ພັດທະນາ ​ແລະ ລາຍ​ຮັບ​ເທົ່າ​ກັນ. ຫວຽດນາມ ກໍ່​ໄດ້​ຮັບ​ການ​ຮັບ​ຮູ້​ວ່າແມ່ນ​ປະ​ເທດ​ປະຕິບັດ​ການລົບ​ລ້າງ​ຄວາມ​ຜິດ​ໂຕນລະຫວ່າງ​ຍິງ-​ຊາຍ​ໃນ​ຮອບ​ເວລາ 20 ປີຜ່ານມາ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”

ຫວຽດນາມບັນລຸຜົນງານສູງໃນການພັດທະນາມະນຸດ - ảnh 2

(ພາບປະກອບ)

​ ​ຫວຽດນາມ ​ແມ່ນ​ປະ​ເທດ​ປະຕິບັດຫຼາຍ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ສຳ​ເລັດ​ກ່ອນ​ກຳນົດ​ເວລາ, ພິ​ເສດ​ແມ່ນ​ບັນດາ​ຈຸດໝາຍ​ກ່ຽວ​ກັບໂຄງການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​, ການ​ສຶກສາຂັ້ນປະຖົມ​ພາກ​ບັງຄັບ, ​ເພີ່ມ​ທະວີ​ສຸຂະພາບຂອງ​ຜູ້​ເປັນ​ແມ່ ​ແລະ ຫລຸດຜ່ອນ​ອັດຕາການ​ຕາຍ​ຂອງ​ເດັກທີ່​ມີ​ອາຍຸ​ຕ່ຳ​ກ່ວາ5 ປີ​. ຄຽງ​ຄູ່​ກັນນັ້ນ, ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ເຂົ້າຮ່ວມ​ບັນດາ​ສັນຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິມະນຸດ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ຄຳໝັ້ນສັນຍາ ກໍ່​ຄື​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ ​ແລະ ການພັດທະ​ນາ​ມະນຸດ. ມາ​ຮອດ​ປະຈຸ​ບັນ, ຫວຽ​ດນາມ ​ແມ່ນ​ສະມາຊິກ​ຂອງ​ສົນທິສັນຍາ 5 ສະບັບ​ຂອງ ສປຊ ກ່ຽວ​ກັບ​ສິດ​ທິມະນຸດ, ບັນດາ​ສົນທິສັນຍາ​ຂອງ​ອົງການ​ແຮງ​ງານ​ສາກົນ, ຂໍ້​ຕົກລົງ​ຫຼາຍ​ສະບັບ ກໍ່​ຄື​ບັນດາ​ສັນຍາ​ສອງ​ຝ່າຍ​ເພື່ອ​ແນ​ໃສ່​ຊຸກຍູ້, ປົກ​ປ້ອງສິດທິ​ມະນຸດ ​ແລະ ການພັດທະ​ນາ​ມະນຸດ. ຫວຽດນາມ ກໍ່​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ກ່ຽວ​ກັບສິດ​ຂອງ​ຄົນ​ພິການ ​ແລະ ພວມ​ຄົ້ນຄ້ວາ​ເພື່ອ​ເຂົ້າຮ່ວມ​ບັນດາ​ສົນທິສັນຍາ​ອື່ນໆ​ໃນ​ອະນາຄົດ. ທ່ານ​ບຸ່ຍ​ແທງ​ເຊີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ເວົ້າ​ແຈ້ງ​ກ່ວາ​ກ່ຽວ​ກັບ​ຂັ້ນຕອນ​ນີ້​ວ່າ:

  “ປີ 2009 ​ແລະ 2010 ​ແມ່ນ​ໄລຍະ​ເວລາ​ໜ້າ​ຈົດ​ຈຳ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ຮ່ວມ​ມືກັບ​ສາກົນ​ດ້ານ​ສິດທິ​ມະນຸດ, ພິ​ເສດ​ແມ່ນ​ບັນດາ​ກົນ​ໄກ​ສາກົນ ​ແລະ ອົງການ​ອື່ນ​​ໃນ​ພາກ​ພື້ນ​ກ່ຽວ​ກັບ​ສິດ​ທິມະນຸດ. ​ໃນ​ປີ 2009, ຫວຽດນາມ ​ໄດ້​ປ້ອງ​ກັນສຳ​ເລັດບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສິດທິ​ມະນຸດ​ຕາມ​ກົນ​ໄກ​ສຳ​ຫຼວດກວດກາ​ປະ​ຈຳ​ຂອງ​ສະພາ​ສິດທິ​ມະນຸດ ສປຊ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ບັນດາ​ຜົນງານ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ ປຊຊ ຫວຽ​ດນາມ ​ແລະ ຄຳໝັ້ນສັນຍາ​ຢ່າງ​ຈະ​ແຈ້ງ​ຂອງ​ລັດ​ຫວຽດນາມ​ ​ໃນການ​ປະຕິບັດ ​ແລະ ຊຸກຍູ້​ສິດທິ​ມະນຸດ ​ແລະ ການ​ພັດທະນາ​ຂອງ​ມະນຸດ“.

 ​ໄລຍະ​ແຕ່​ນີ້​ຮອດ​ປີ 2020 ​ແມ່ນ​ໄລຍະ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ປະຕິບັດສຳ​ເລັດ ​ບັນດາ​ຈຸດໝາຍ​ພັດທະນາ​ຂອງ​ຫວຽດນາມ ​ເພື່ອ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ພື້ນຖານ. ການ​ພັດທະນາ​ມະນຸດ​ມີ​ຄວາມ​ສຳຄັນ​ພິ​ເສດ​ຕໍ່​ການ​ປະຕິບັດສຳ​ເລັດບັນດາ​ຈຸດໝາຍ​ພັດທະນາ​ປະ​ເທດ​ຊາດ​​ແລະ ​ຫວຽດນາມ ຖື​ວ່າ ນັ້ນ​ແມ່ນ 1 ​ໃນ 3 ຂອດ​ບຸກທະລຸ​ຂອງ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-​ສັງຄົມ​ຫວຽດນາມ ​ໄລຍະ 2011-2020. ດ້ວຍ​ແຜນ​ນະ​ໂຍບາຍ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າການ​​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ນັ້ນ, ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ ​ເພື່ອຜັນ​ຂະຫຍາຍ​ບັນດາ​ໂຄງການ, ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ ການ​ພັດທະນາ​ມະນຸດ​​ແມ່ນໜຶ່ງ​ໃນ​ບັນດາ​ການ​ໃຫ້​ບຸລິມະສິດ. ລັດຖະບານ​ຫວຽດນາມ ກໍ່ຢັ້ງຢືນຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ກັບ UNDP ກໍ່​ຄື​ບັນດາ​ອົງການ​ຈັດຕັ້ງຂຶ້ນ​ກັບ​ລະບົບ ສປຊ ​ເພື່ອ​ພັດທະນາ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ./.

ຕອບກັບ

ຂ່າວ/ບົດ​ອື່ນ