ຫາງສຽງສາກົນກ່ຽວກັບໄຊຊະນະ 30 ເມສາຂອງຫວຽດນາມ

(VOVWORLD) -ໄຊຊະນະປະຫວັດສາດວັນທີ 30 ເມສາ 1975 ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນເຫດການພົ້ນເດັ່ນໃນໂລກປີ 1975. ຫາງສຽງສາກົນໃຫ້ຂໍ້ສັງເກດວ່າ ໄຊຊະນະທີ່ພິລະອາດຫານນັ້ນໄດ້ເປັນການສິ້ນສຸດພາລະກິດປົດປ່ອຍຊາດທີ່ແກ່ຍາວເປັນເວລາ 30 ປີແຫ່ງການຕໍ່ສູ້ຕ້ານສັດຕູເຂົ້າມາຮຸກຮານ ຂອງປະຊາຊົນຫວຽດນາມຢ່າງ ສະຫງ່າລາສີ, ສ້າງບາດລ້ຽວທີ່ຍິ່ງໃຫຍ່ໃນປະຫວັດສາດຂອງຊາດ, ອັນໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງການພົວພັນດ້ານການເມືອງຢູ່ພາກພື້ນ ແລະ ໃນໂລກ. ບົນພື້ນຖານໄຊຊະນະນັ້ນ, ປະຊາຊົນຫວຽດນາມ ໄດ້ສ້າງສາປະເທດຊາດທີ່ນັບມື້ນັບພັດທະນາ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ຫາງສຽງສາກົນກ່ຽວກັບໄຊຊະນະ 30 ເມສາຂອງຫວຽດນາມ - ảnh 1ປະເທດຫວຽດນາມ ໄດ້ໂຮມເຂົ້າກັນເປັນເອກະພາບ 

(ພາບ: VTV4)

ໃນເວລາ 11 ໂມງ 30 ນາທີຂອງວັນທີ 30 ເມສາ 1975, ທຸງຊາດຂອງທະຫານປົດປ່ອຍໄດ້ປິວສະບັດບົນຫຼັງຄາທຳນຽບເອກະລາດ, ເຊິ່ງເປັນເຮືອນຮັງສຸດທ້າຍຂອງລະບອບຫຸ່ນ ໄຊງ່ອນ (ເຊິ່ງເຄີຍໄດ້ຮັບການສ້າງຕັ້ງຢູ່ໄຊງ່ອນ ໂດຍອຳນາດການປົກຄອງອາເມລິກາ). ຄະນະລັດຖະບານຂອງປະທານາທິບໍດີຫຸ່ນໄຊງ່ອນ ເຢືອງວັນມິງ ຖືກຈັບຕົວທັງໝົດ ແລະ ບັງຄັບຕ້ອງຖະແຫຼງປະກາດຍອມຈຳນົນຕໍ່ທະຫານປົດປ່ອນໂດຍບໍ່ມີເງື່ອນໄຂ. ນັບແຕ່ຄາວນັ້ນ, ປະເທດຫວຽດນາມ ໄດ້ມີເອກະລາດ, ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ.

        ເຫດການວັນທີ 30 ເມສາ 1975, ໄດ້ສ້າງສຽງກ້າວກັງວັນໂດງດັ່ງບົນເວທີສາກົນ ກ່ຽວກັບປະເທດບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ. ເຫດການດັ່ງກ່າວມີຄວາມໝາຍສຳຄັນທີ່ສຸດ ບໍ່ພຽງແຕ່ສຳລັບຊາດຫວຽດນາມ ເທົ່ານັ້ນ, ຫາກນັບທັງປະຊາຄົມໂລກອີກດ້ວຍ.

ປະຊາຊົນຮັກຫອມສັນຕິພາບໃນໂລກສະແດງຄວາມເບີກບ່ານມ່ວນຊືນຕໍ່ໄຊຊະນະ 30 ເມສາ 1975

        ມີສຳນັກຂ່າວສານສາກົນຫຼາຍແຫ່ງໃນຄາວນັ້ນໄດ້ຕີລາຄາວ່າ ເຫດການ 30 ເມສາ ຢູ່ຫວຽດນາມ ແມ່ນເຫດການເຮັດໃຫ້ໂລກສັນສະເທື່ອນ. ສົງຄາມຢູ່ຫວຽດນາມ ໄດ້ສິ້ນສຸດລົງ ດ້ວຍໄຊຊະນະຂອງກຳລັງປົດປ່ອຍ ຢືນຢັນສະໄໝເຊິ່ງບັນດາປະເທດໃຫຍ່ນຳໃຊ້ກຳລັງແຮງເພື່ອບີບຍັງຄັບລັດທິຊົນຊາດໄດ້ຢຸດຕິລົງ. ແນ່ນອນວ່າ, ນີ້ແມ່ນໄຊຊະນະຢ່າງສົມບູນທີ່ສຸດ ເຊິ່ງຊາດໜຶ່ງອາດສາມາດຍາດໄດ້ຕໍ່ໜ້າຈັກກະພັດທີ່ເຂັ້ມແຂງແຖວໜ້າ.

        ສຳລັບໂລກແລ້ວ, ໄຊຊະນະຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕໍ່ການບຸກໂຈມຕີຂະໜາດໃຫຍ່ກວ່າໝູ່ຂອງທະຫານອາເມລິກາ ແນໃສ່ບັນດາກຳລັງປະຕິວັດ ບັນລຸຜົນສຳເລັດ ນັບແຕ່ສົງຄາມໂລກຄັ້ງທີ 2, ທຳລາຍແນວປ້ອງກັນສຳຄັນຂອງຈັກກະພັດອາເມລິກາ ຢູ່ອາຊີຕາເວັນອອກສ່ຽງໃຕ້, ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເບີກບ່ານມ່ວນຊື່ນໃຫ້ປະຊາຊົນນັບຮ້ອຍລ້ານຄົນໃນທົ່ວໂລກ ທີ່ພວມຕໍ່ສູ້ເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມ.

        ຍ້ອນເຫດນັ້ນ, ໄຊຊະນະອັນຍິ່ງໃຫຍ່ລະດູບານໃໝ່ 1975 ຂອງປະຊາຊົນຫວຽດນາມ ແມ່ນໜຶ່ງໃນບັນດາຈຸດເວລາທີ່ຫາຍາກ ແລະ ເບີກບ່ານມ່ວນຊື່ນທີ່ສຸດຂອງບັນດາຜູ້ຮັກຫອມສັນຕິພາບ. ທ່ານນາງ Merle Ratner, ຊາວອາເມລິກາ, ກຳມະການຄະນະບໍລິຫານບັ້ນຊ່ວຍກູ້ ແລະ ຮັບຜິດຊອບຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ ໃຫ້ຮູ້ວ່າ, ໃນຊຸມເດືອນປີເກີດສົງຄາມ ທ່ານນາງຍາມໃດກໍ່ເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ຈະຍາດໄດ້ໄຊຊະນະ. ພາກໃຕ້ໄດ້ປົດປ່ອຍ ແລະ ຫວຽດນາມ ຈະໂຮມ ເຂົ້າກັນເປັນເອກະພາບນຳມາເຊິ່ງຄວາມເຊື່ອໝັ້ນວ່າ ຖ້າຫາກວ່າ ມີຊາດສາມັກຄີໃນການຕໍ່ສູ້ເພື່ອຄວາມຍຸຕິທຳ ແນ່ນອນວ່າຊາດນັ້ນຈະຍາດໄດ້ໄຊຊະນະ.

        ທ່ານ Ilia Yakimenko, ນັກຊ່ຽວຊານຄົ້ນຄວ້າຝ່າຍຕາເວັນອອກວິທະຍາລັດເຊຍ, ເຄີຍມີເວລາເຮັດວຽກກັບນັກສຶກສາຫວຽດນາມ ຢູ່ນະຄອນ Irkutsk, ສະຫະພັນລັດເຊຍ ໄດ້ຫວນຄືນວ່າ “ຊາວໂຊວຽດ ໃນເມື່ອກ່ອນໄດ້ພ້ອມກັນຮ້ອງໂຮເມື່ອໄດ້ຮັບຂ່າວວ່າ ຫວຽດນາມ ຍາດໄດ້ໄຊຊະນະ. ຜ່ານບັນດາພິທີຊຸມນຸມມິດຕິງສະໜັບສະໜູນຫວຽດນາມ ທີ່ໄດ້ອອກອາກາດຜ່ານໂທລະພາບ, ຜ່ານບັນດາແຖບຜ້າຄຳຂວັນສະໜັບສະໜູນຖືກແຂວນຢູ່ທຸກແຫ່ງຫົນ, ດ້ວຍວິທີໃດໜຶ່ງຫວຽດນາມ ນອນໃນດວງໃຈຂອງເຂົາເຈົ້າ”.

        ກ່າວຄຳເຫັນເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເມື່ອປີ 2017, ທານປະທານສະພາແຫ່ງຊາດກຸບາ Esteban Lazo Hernandez, ໄດ້ສະແດງຄວາມຮູ້ສຶກວ່າ.

        “ປະຊາຊົນຫວຽດນາມ ແມ່ນຜູ້ປະດິດຄິດສ້າງໄຊຊະນະມະຫັດສະຈັນຫຼາຍຄັ້ງ, ເປັນຊາດວິລະຊົນ, ໄດ້ຕີພວກຮຸກຮານໃຫ້ປະລາໄຊບົນສະໜາມຮົບທີ່ມີຄວາມສາມາດທາງດ້ານເສດຖະກິດຢ່າງແຮງ. ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ, ບໍ່ມີໃຜ ແລະ ບໍ່ມີສິ່ງໃດອາດສາມາດເອົາໄຊຊະນະຕໍ່ບັນດາຜູ້ຕໍ່ສູ້ດ້ວຍຄວາມເຊື່ອໝັ້ນຕໍ່ພາລະກິດອັນຊອບທຳໄດ້, ບັນດາຜູ້ທີ່ຍອມເສຍສະຫຼະຊີວິດ ແລະ ມີເສັ້ນເລືອດພິລະອາດຫານໃນຕົນຕົວ”.

ເຄົາລົບຜົນງານຂອງການປະຕິວັດໃນສະໄໝສັນຕິພາບ

        ປະຊາຊົນຫວຽດນາມ ໄດ້ຮັບຄວາມນັບຮັບຖືບໍ່ພຽງແຕ່ຍ້ອນໄຊຊະນະອັນສະງ່າອົງອາດວັນທີ 30 ເມສາ 1975 ເທົ່ານັ້ນ, ຫາກຍັງຍ້ອນບັນດາເນື້ອແທ້ຂອງມະນຸດໃນພາລະກິດສ້າງສາປະເທດຊາດ. ເຖິງວ່າ ບໍ່ໄດ້ດຳລົງຊິວິດໃນຈຸດເວລານັ້ນ ເພື່ອຮູ້ສຶກໄດ້ກຳລັງແຮງຂອງບາດລ້ຽວໃນປະຫວັດສາດຂອງຫວຽດນາມ ກໍ່ຕາມ, ແຕ່ພັດຮູ້ສຶກວ່າມີຄວາມໂຊກດີທີ່ໄດ້ເຫັນປະຈັກຕາວິທີ ປົກປັກຮັກສາປະເທດຊາດຂອງຊາວຫວຽດນາມ ພາຍຫຼັງສົງຄາມ, ວິທີເຊິ່ງເຂົາເຈົ້າເຊື່ອມໂຍງກັບໂລກໃນໄລຍະສັນຕິພາບ. ກວ່າ 4 ທົດສະວັດຜ່ານພົ້ນໄປແລ້ວ, ນັບແຕ່ວັນໄຊຊະນະອັນຍິ່ງໃຫຍ່ລະດູບານໃໝ່ 1975, ຊາດຫວຽດນາມ ອົງອາດກ້າຫານ, ວິລະຊົນໃນສົງຄາມຮັກຊາດ ໄດ້ສືບຕໍ່ເສີມຂະຫຍາຍພູມປັນຍາ, ມີຄຸນນະທາດ, ຜ່ານຜ່າສິ່ງທ້າທາຍ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ບັນລຸຜົນສຳເລັດ, ເຊື່ອມໂຍງ, ສ້າງບັນດາບາດກ້າວພັດທະນາມະຫັດສະຈັນ. ທ່ານນາງ Rahayu Saraswati, ສະມາຊິກລັດຖະສະພາອິນໂດເນເຊຍ, ແບ່ງປັນວ່າ.

        “ຂ້າພະເຈົ້າຖືວ່າ, ຫວຽດນາມ ໄດ້ສ້າງບັນດາສິ່ງທີ່ດີງາມທີ່ສຸດ. ມາຫວຽດນາມ ຂ້າພະເຈົ້າໄດ້ເຫັນປະຈັກຕາການພັດທະນາຢ່າງກ້າວກະໂດດຂັ້ນຂອງພວກເພື່ອນ, ພິເສດແມ່ນໃນຂົງເຂດເສດຖະກິດ ໄດ້ດຶງດູກນັກລົງທຶນເປັນຈຳນວນຫຼາຍ. ດ້ວຍສະພາບແວດລ້ອມແຫ່ງການລົງທຶນທີ່ໂປງໃສ, ນະໂຍບາຍເປີດປະຕູ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ”.

        ທ່ານຜູ້ອຳນວຍການທະນາຄານໂລກ Ousmane Dione, ໄດ້ຕີລາຄາວ່າ.

        “ພວກຂ້າພະເຈົ້າຂໍ້ອວຍພອນໃຫ້ລັດຖະບານຫວຽດນາມ ດ້ວຍບັນດາຜົນງານສຳຄັນທີ່ບັນລຸໄດ້ໃນຊຸມປີຜ່ານມາ. ຫວຽດນາມ ໄດ້ສ້າງຂີດໝາຍດ້ວຍລະດັບເຕີບໂຕ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ຕ່ຳ, ອັດຕາແລກປ່ຽນຂອງເງິນດົ່ງເປັນປົກກະຕິ ແລະ ທີ່ຕັ້ງນັບມື້ນັບໄດ້ຮັບການຍົກສູງບົນເວທີສາກົນ. ຂ້າພະເຈົ້າກໍ່ອວຍພອນຫວຽດນາມ ບັນລຸໄດ້ຜົນງານໃນການປະຕິຮູບບໍລິຫານ, ທະນາຄານ, ການລົງທຶນສາທາລະນະ, ແກ້ໄຂໜີ້ເສຍ”.

        ປະຊາຊົນມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້ພາຍຫຼັງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ. ແລະກໍ່ຍ້ອນໄຊຊະນະໃນວັນທີ 30 ເມສາ 1975 ປະຫວັດສາດນັ້ນໄດ້, ພວມ ແລະ ຈະແມ່ນແຫຼ່ງລະດົມກຳລັງທາງດ້ານຈິດໃຈສຳຄັນ, ສ້າງກຳລັງແຮງໃຫ້ແກ່ປະເທດຊາດ, ກ້າວຂຶ້ນບົນເສັ້ນທາງພັດທະນາຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ