(VOVWORLD) - ກອງທັບ ອາເມລິກາ ແລະ ອິດສະຣາແອັນ, ວັນທີ 28 ກຸມພາ, ເປີດບັ້ນການທະຫານບຸກໂຈມຕີໂໝ້ງບາດຄ້ອນໃສ່ ອີຣານ, ພາໄປເຖິງການເກີດບັນດາການກະທຳໂຕ້ຕອບຢ່າງຂ້ຽວຂາດຂອງ ອີຣານ ໃນທົ່ວພາກພື້ນ ຕາເວັນອອກກາງ. ບັນດາການຜັນແປເປັນອັນຕະລາຍນີ້ສືບຕໍ່ເຮັດໃຫ້ສັນຕິພາບຢູ່ພາກພື້ນ ແລະ ໂລກຕົກເຂົ້າສູ່ບັນດາສິ່ງທ້າທາຍທີ່ຫຍຸ້ງຍາກກວ່າ.
ການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ກັບ ອີຣານ ໄດ້ລະເບີດຄືນໃໝ່ພາຍຫຼັງການເຈລະຈາລະຫວ່າງ ອາເມລິກາ ແລະ ອີຣານ ກ່ຽວກັບບັນຫານິວເຄຼຍ ວັນທີ 26 ກຸມພາ ຢູ່ ເຊີແນວ (ສະວິດ) ໄດ້ສິ້ນສຸດລົງດ້ວຍຄວາມຈົນຕາແຈພຽງ 01 ວັນ. ນີ້ກໍແມ່ນການສູ້ຢັນກັນດ້ານການທະຫານແບບເຊິ່ງໜ້າລະຫວ່າງສອງຝ່າຍໃນເວລາບໍ່ຮອດ 1 ປີ, ພາຍຫຼັງການປະທະກັນເມື່ອເດືອນມິຖຸນາ ປີ 2026.
ຄວາມສ່ຽງໄພສຳລັບທຸກຝ່າຍ
ໃນບັນດາບັ້ນບຸກໂຈມຕີຄັ້ງທຳອິດ, ກອງທັບ ອາເມລິກາ ແລະ ອິດສະຣາແອັນ ໄດ້ບຸກໂຈມຕີໃສ່ບັນດາເປົ້າໝາຍການນຳແຖວໜ້າໃນອຳນາດການປົກຄອງ ອີຣານ ແລະ ຜູ້ນຳສູງສຸດ ອີຣານ Ali Khamenei ໄດ້ເສຍຊີວິດນັບແຕ່ຊຸມວັນທຳອິດເກີດການປະທະກັນ, ພ້ອມກັບນາຍພົນຂັ້ນສູງຫຼາຍທ່ານອື່ນຂອງ ອີຣານ. ເພື່ອເປັນການໂຕ້ຕອບ, ກອງທັບ ອີຣານ ໄດ້ຍິງລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບ (UAV) ນັບຮ້ອຍລຳເລັ່ງໃສ່ບັນດາເປົ້າໝາຍໃນດິນແດນ ອິດສະຣາແອັນ ພ້ອມກັບບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ຢູ່ຫຼາຍປະເທດໃນພາກພື້ນ, ລວມມີ: ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ, ບາເຣັນ, ອາຣັບບີ ຊະອຸດິ, ກູເວດ… ບັນດາການຜັນແປດັ່ງກ່າວໄດ້ເຮັດໃຫ້ການປະທະກັນຄັ້ງທີ 2 ລະຫວ່າງ ອາເມລິກາ - ອິດສະຣາແອັນ ກັບ ອີຣານ ເພີ່ມລະດັບຄວາມຮ້າຍແຮງຂຶ້ນນັບຫຼາຍເທົ່າເມື່ອທຽບໃສ່ການປະທະກັນປີກາຍ.
ທ່ານ Jonathan Panikoff ຜູ້ອຳນວຍການໂຄງການຂໍ້ລິເລີ່ມຄວາມໝັ້ນຄົງຕາເວັນອອກກາງ ຢູ່ສະພາອັດລັງຕິກ, ໃຫ້ຂໍ້ສັງເກດວ່າ ຄວາມແຕກຕ່າງກັນໃຫຍ່ທີ່ສຸດລະຫວ່າງການປະທະກັນທີ່ແກ່ຍາວ 12 ວັນເມື່ອປີກາຍ ກັບການປະທະກັນປັດຈຸບັນແມ່ນການປ່ຽນແປງຍຸດທະສາດຈາກຝ່າຍອຳນາດການປົກຄອງ ອາເມລິກາ ແລະ ທ່ານປະທານາທິບໍດີ Donald Trump. ສຳລັບການປະທະກັນໃນປັດຈຸບັນ, ທ່ານ Donald Trump ໄດ້ອອກຖະແຫຼງການຢ່າງຈະແຈ້ງກ່ຽວກັບເຈດຈຳນົງປ່ຽນແປງລະບອບກັບ ອີຣານ. ຕາມທ່ານ Jonathan Panikoff ແລ້ວ, ນີ້ແມ່ນການຄິດໄລ່ທີ່ເຕັມໄປດ້ວຍຄວາມສ່ຽງ ເພາະວ່າ ປັດຈຸບັນ ຍັງບໍ່ຮູ້ແຈ້ງວ່າ ຝ່າຍ ອາເມລິກາ ສາມາດບັນລຸໄດ້ເປົ້າໝາຍດັ່ງກ່າວດ້ວຍວິທີໃດ, ພ້ອມດຽວກັນນັ້ນ, ການປະທະກັນທີ່ແກ່ຍາວບັນດາປັດໄຈໄຮ້ຜົນປະໂຫຍດຈະປະກົດຂຶ້ນນັບມື້ນັບຫຼາຍກວ່າ. ທ່ານກ່າວວ່າ:
“ຄວາມຈິງແມ່ນໃນຊຸມວັນທຳອິດ ທຸກຄົນຈະມີຄວາມຫ້າວຫັນ ແຕ່ການປະທະກັນຍິ່ງແກ່ຍາວນັ້ນ ຜົນເສຍຫາຍກໍ່ຍິ່ງນັບມື້ນັບມີຫຼາຍກວ່າ, ທ່ານ Donald Trump ຈະຍິ່ງມີຄວາມຫຍຸ້ງຍາກເພື່ອຮັກສາການສະໜັບສະໜູນ, ນັບທັງຈາກຝ່າຍສະມາຊິກລັດຖະສະພາພັກສາທາລະນະໃນສະພາແຫ່ງຊາດ, ຢູ່ທົ່ວປະເທດ ອາເມລິກາ, ກໍຄືບຸກຄົນເອກະລາດຈຳນວນໜຶ່ງ”.
ເມື່ອແບ່ງປັນທັດສະນະນີ້, ທ່ານນາງ Burcu Ozcelik, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງຕາເວັນອອກກາງ ແລະ ອາຟະລິກາເໜືອ ຢູ່ສະຖາບັນຄົ້ນຄວ້າລາຊະອານາຈັກ ອັງກິດ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ - ການປ້ອງກັນຊາດ (RUSI), ຖືວ່າ ການປະທະກັນໃນປັດຈຸບັນແມ່ນການຫຼີ້ນການພະນັນສຳລັບທຸກຝ່າຍ, ເພາະວ່າ ບັນດາບັ້ນບຸກໂຈມຕີທາງອາກາດເຊິ່ງກັນແລະກັນໃນປັດຈຸບັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ ຍາກທີ່ນຳມາເຊິ່ງໝາກຜົນຄືດັ່ງບັນດາຝ່າຍປາດຖະໜາໄດ້.
“ນີ້ແມ່ນການຫຼີ້ນການພະນັນຂະໜາດໃຫຍ່ສຳລັບທຸກຝ່າຍ. ມີຫຼາຍບັນຫາທີ່ຍັງບໍ່ທັນມີຄຳຕອບໃນແຜນການດັ່ງກ່າວ. ນີ້ແມ່ນການພະນັນສຳລັບທ່ານປະທານາທິບໍດີ Donald Trump ເພາະວ່າ ໃນກໍລະນີເກີດມີການເສຍຊີວິດ ແລະ ບາດເຈັບ, ນັ້ນຈະແມ່ນການເສຍໄຊຊະນະດ້ານການເມືອງຢ່າງໜັກໜ່ວງພໍສົມຄວນ ແລະ ອາດຈະເກີດມີປະຕິກິລິຍາທີ່ກົງກັນຂ້າມຈາກມະຫາຊົນ ອາເມລິກາ. ນີ້ກໍແມ່ນການພະນັນສຳລັບ ອິດສະຣາແອັນ ເພາະວ່າເຮົາບໍ່ສາມາດພັນລະນາໄດ້ຜົນເສຍຫາຍທັງໝົດເຊິ່ງ ອີຣານ ກໍ່ຂຶ້ນສຳລັບ ອິດສະຣາແອັນ. ແລະ ແນ່ນອນວ່າ, ນັ້ນກໍແມ່ນການພະນັນສຳລັບ ອີຣານ”.
ຜົນຕາມມາແຜ່ອອກສູ່ວົງກວ້າງ
ການປະທະກັນຢ່າງຮ້າຍແຮງລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ ໄດ້ຍູ້ສັນຕິພາບຢູ່ພາກພື້ນຕາເວັນອອກກາງຕົກເຂົ້າສູ່ກໍລະນີຫຍຸ້ງຍາກໃໝ່, ໃນສະພາບການບັນດາການປະທະກັນໃນເກືອບ 3 ປີຜ່ານມາລະຫວ່າງ ອິດສະຣາແອັນ ກັບ ຂະບວນການ ຮາມາດສ ຢູ່ເຂດ ກາຊາ, ກັບກຳລັງ ເຮັກໂບລາ ຢູ່ ລີບັງ ແລະ ການສູ້ຢັນກັນດ້ານການທະຫານແບບເຊິ່ງໜ້າຄັ້ງທຳອິດໃນຫຼາຍທົດສະວັດຜ່ານມາລະຫວ່າງ ອິດສະຣາແອັນ ແລະ ອີຣານ ເມື່ອເດືອນ ກໍລະກົດ ປີ 2025, ໄດ້ເຮັດໃຫ້ສະພາບການຄວາມໝັ້ນຄົງຢູ່ພາກພື້ນມີການປ່ຽນແປງຢ່າງເລິກເຊິ່ງ. ຕາມວົງການນັກສັງເກດການແລ້ວ, ປັດໄຈທີ່ໜ້າວິຕົກກັງວົນທີ່ສຸດໃນປັດຈຸບັນແມ່ນການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ ໄດ້ສົ່ງຜົນກະທົບໂດຍກົງເຖິງຫຼາຍປະເທດອື່ນໃນພາກພື້ນຢ່າງທັນທີ, ເມື່ອ ອີຣານ ດຳເນີນບັນດາບັ້ນບຸກໂຈມຕີໂຕ້ຕອບບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ທີ່ຕັ້ງຢູ່ບັນດາປະເທດນີ້.
ຕາມທ່ານ Ali Vaez, ຜູ້ອຳນວຍການໂຄງການຄົ້ນຄວ້າ ອີຣານ ຢູ່ກຸ່ມບໍລິສັດກໍ່ການຮ້າຍສາກົນ (ICG), ມີການນຳບັນດາປະເທດຫຼາຍທ່ານ ແລະ ປະຊາຊົນຢູ່ພາກພື້ນ ຖືກຕົກໃຈກັບການໂຕ້ຕອບຢ່າງດຸເດືອດນັບແຕ່ຫົວທີຈາກຝ່າຍ ອີຣານ ທີ່ເລັ່ງໃສ່ບັນດາຊັບສິນ ແລະ ຜົນປະໂຫຍດຂອງ ອາເມລິກາ ໃນພາກພື້ນ. ການໂຕ້ຕອບນີ້ອາດຈະແຜ່ລາມໄປສູ່ບັນດາເປົ້າໝາຍພະລັງງານຍຸດທະສາດ, ສ້າງຜົນກະທົບຕໍ່ພະລັງງານທົ່ວໂລກ. ເຖິງຢ່າງໃດກໍຕາມ, ຕາມທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ແລ້ວ, ແຜນການທີ່ຊົ່ວຮ້າຍກວ່າ ແມ່ນການປະທະກັນແຜ່ລາມ ແລະ ທຸກຄວາມມານະພະຍາຍາມດ້ານການທູດຖືກປະລະ.
“ບັນດາການກະທຳດ້ານການທະຫານພວມເປີດກວ້າງຢ່າງວ່ອງໄວໃນທົ່ວພາກພື້ນ, ສ້າງກໍລະນີທີ່ບອກບາງທີ່ສຸດ ແລະ ບໍ່ສາມາດຄາດຄະເນໄດ້, ເຮັດໃຫ້ເພີ່ມຄວາມສ່ຽງຕໍ່ການຄິດໄລ່ທີ່ຜິດພາດ. ຖັດຈາກນັ້ນບັນດາຮອບເຈລະຈາດ້ານການເມືອງ, ເລື່ອງກະກຽມໃຫ້ບັນດາການປຶກສາຫາລືດ້ານເຕັກນິກວິຊາການຢູ່ ວຽນ ໄດ້ສຳເລັດ, ດັ່ງນັ້ນ, ຂ້າພະເຈົ້າຮູ້ສຶກເສຍດາຍທີ່ສຸດເມື່ອໂອກາດທາງການທູດນີ້ຖືກປະປ່ອຍ”.
ກ່ອນອື່ນໝົດ, ການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ກັບ ອີຣານ ໄດ້ສ້າງບັນດາຜົນກະທົບບໍ່ດີຕໍ່ທາງດ້ານເສດຖະກິດໃນທັນທີ. ເລື່ອງວັນທີ 01 ມີນາ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງບັນດາການເຄື່ອນໄຫວການທະຫານຢູ່ ອີຣານ ຈະສືບຕໍ່, ເຮັດໃຫ້ເພີ່ມຄວາມວິຕົກກັງວົນຕໍ່ການປະທະກັນແກ່ຍາວ, ໝາຍຄວາມວ່າເຄາະຮ້າຍຍັງບໍ່ທັນສິ້ນສຸດໃນໄວໆນີ້. ຕາມວົງການນັກສັງເກດການແລ້ວ, ບັນດາຄວາມສ່ຽງເປັນຫ່ວງຕໍ່ຊ່ອງແຄບທະເລ Hormuz, ເສັ້ນທາງເດີນເຮືອຍຸດທະສາດສຳລັບກະແສການຄ້າ ແລະ ພະລັງງານທົ່ວໂລກ ຖືກປິດລ້ອມ ພວມຄ່ອຍໆປະກົດຂຶ້ນ. ບັນດາປັດໄຈດັ່ງກ່າວ ເຮັດໃຫ້ບໍ່ພຽງແຕ່ສັນຕິພາບຢູ່ຕາເວັນອອກກາງ ຖືກຊຸດໂຊມເທົ່ານັ້ນ ຫາກນັບທັງສະຖຽນລະພາບດ້ານເສດຖະກິດ, ພູມີສາດການເມືອງໃນໂລກກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ./.