ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ

(vovworld) - ​ໃນ​ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ພວມ​ໄດ້​ຮັບ​​ເອົາ​ຄວາມ​ຫັນ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ບັນດາ​ເນື້ອ​​ໃນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີດ​ສິດ​ເລືອກ​ຕັ້ງ​ເປັນ​ຈຳນວນ​ຫລວງຫລາຍ ​ໃນ​ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ​ແມ່ນ​ການ​ກຳນົດກ່ຽວ​ກັບ​ເສດຖະກິດ, ສິ່ງ​​ແວດ​ລ້ອມ, ກຳມະສິດ​ກ່ຽວ​ກັບ​ທີ່​ດິນ.

        ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຫາ​ງສຽງ ນັ້ນ​ແມ່ນ​ການ​ກຳນົດ​ກ່ຽວ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ. ​ໃນ​ຊຸມ​ປີຜ່ານມາ, ​ພື້ນຖານເສດຖະກິດ​​ແຫ່ງ​ລັດພາຍ​ໃນ​ປະ​ເທດ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເສດຖະກິດ​ພາກ​ເອກະ​ຊົນ ​ແລະ ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ພັດທະນາ​ຢ່າງ​ແຂງ​ແຮງ, ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ສະ​ນັ້ນ ​ເລື່ອງ​ ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ກຳນົດ​ບັນດາ​ພາກສ່ວນ​ເສດຖະກິດ​ສະ​ເໝີ​ກັນ​ໃນ​ກອບ​ກົດໝາຍ ຈະ​ສ້າງ​ການ​ຫັນປ່ຽນ​ດີກ​ວ່າ​ໃຫ້​ແກ່​ປະ​ເທດ​ຊາດ, ສ້າ​ງຊັບ​ສິນ, ວຽກ​​ເຮັດ​ງານ​ທຳ, ປະກອບ​​ເຂົ້າງົບປະມານ​ໄດ້​ຫລາຍ​ກວ່າ. ຮອງ​ສາ​ສະ​ດາ​ຈານ, ດຣ ດີງຢູ໋ງຊີ້, ຫົວຫນ້າກົມ​ນິຕິ​ກຳ, ຫ້ອງ​ວ່າການ​ລັດຖະບານ ຖື​ວ່າ: ການ​ກຳນົດ​ຄື​ແນວ​ນັ້ນ ກໍ​​ເໝາະ​ສົມ​ກັບ​ທັດສະນະ​ຂອງ​ພັກ ຊື່​ງ​ໄດ້​ລະບຸ​ໄວ້​ໃນ​ໂຄງການ​ການ​ເມືອງ​ປີ 2011 ​ແລະ ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ.

        “​ໃນ​ທັດສະນະ​ຂອງ​ພັກ, ນັບ​ທັງ​ໂຄງການ​ການ​ເມືອງ ​ແລະ ​ແນວທາງ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ພັກ, ​ໃນ​ບັນດາ​ມະຕິ ​ແລະ ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 11 ລ້ວນ​ແຕ່​ຮັບ​ຮູ້​ການ​ຄົງ​ຕົວ​ຍາວ​ນານ​ພ້ອມ​ກັນ​ພັດທະນາ ​ແລະ ​ສະ​ເໝີ​ພາບ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ. ຊ້ຳ​ບໍ່​ໜຳ ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ຍັງ​ຢືນຢັນ: ​ເສດຖະກິດ​ພາກ​ເອກະ​ຊົນ ​ແມ່ນ​ກຳລັງ​ຫນູນ​ຂອງ​ພື້ນຖານ​ເສດຖະກິດ. ກ່ຽວກັບ​ດ້ານ​ຫລັກການ ​ບໍ່​ມີ​ການ​ຈຳກັດ​ກ່ຽວ​ກັບ​ການຈຳ​ແນ​ກ, ບໍ່​ມີ​ສະພາບ​ຂາດ​ຄວາມ​ສະ​ເໝີ​ພາບ​ຈາກ​ທັດ​ສະ​ນະ​ຕະຫລອດ​ຮອດກົນ​ໄກ, ນະ​ໂຍບາຍ​ດ້ານ​ກົດໝາຍ. ທຸກ​ພາ​ກສ່ວນ​ເສດຖະກິດ​ລ້ວນ​ແຕ່​ສະ​ເໝີ​ພາບ ພ້ອມ​ກັນ​ພັດທະນາ​ໃນ​ໂຄງ​ປະ​ກອບ​ເສດຖະກິດ​ຂອງ ຫວຽດນາມ.”

ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ - ảnh 1

ລັດຖະທຳ​ມະນູນປີ 1992
ພາບ: internet

        ກ່ຽວ​ກັບ​ກຳມະສິດ​ທີ່​ດິນ​ໂດຍ​ໄດ້​ຮັບ​ການ​ກຳນົດ​ໃນ ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ, ມີ​ຫລາຍຄຳ​ເຫັນຖື​ວ່າ :  ການ​ກຳນົດ​ລະບອບກຳມະສິດ​ຂອງ​ທົ່ວ​ປວງ​ຊົນກ່ຽວ​ກັບ​ທີ່​ດິນ ​ແມ່ນ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ພັດທະນາ​ເສດຖະກິດ​ການ​ຕະຫລາດ​ຕາມ​ການ​ກຳນົດ​ທິດ​ສັງຄົມນິຍົມ ຢູ່ ຫວຽດນາມ. ລັດ ດ້ວຍ​ຖານະ​ແມ່ນ​ຜູ້ຕາງຫນ້າ​ກຳມະສິດ​ກ່ຽວ​ກັບ​ທີ່​ດິນ​​ໃຫ້​ແກ່​ທ່ົວ​ປວງ​ຊົນ, ຕາງຫນ້າ​ທົ່ວ​ປວງ​ຊົນ​ຄຸ້ມ​ຄອງ ​ແລະ ຈັດ​ສັນ​ທີ່​ດິນ, ຮັບປະກັນ​ການ​​ຈັດ​ແບ່ງ​ທີ່​ດິນ​ໃຫ້​​ເໝາະ​ສົມ​ກັບ​ກຳມະ​ສິດ​ຂອງ​ທົ່ວ​ປວງ​ຊົນ. ການ​ກຳນົດ​ລະບອບກຳມະ​ສິດ​ທີ່​ດິນ​ທົ່ວ​ປວງ​ຊົນ ກໍ​ເປັນ​ການ​ຮັບ​ຮູ້​ໝາກຜົນ​ການ​ປະຕິວັດ​ກ່ຽວກັບ​ທີ່​ດິນ​ຂອງປະ​ເທດ​ຫວຽດນາມ, ສອດ​ຄອ່ງກັບ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ, ປົກ​ປັກ​ຮັກສາ​​ເອກະລາດອະທິປະ​ໄຕ. ກ່ຽວ​ກັບ​ການ​ສ້າງ​ການ​ກຳນົດ​ລະບອບກຳມະສິດ​ທີ່​ດິນ​ທົ່ວ​ປວງ​ຊົນ ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ການ​ພົວພັນ​ທີ່​ດິນ​ເປັນ​ປົກກະຕິ, ຫລີກ​ລ້ຽງ​ສະພາບ​​ເກີດ​ຄວາມສັບສົນບໍ່​ຈຳ​ເປັນ ​ແລະ ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ກາ​ນ​ເມືອງ, ສັງຄົມ, ​ແມ່ນ​ປະຖົມ​ປັດ​ໃຈ​ສຳຄັນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ປະລິນຍາ​ໂທ ເລ​ຢວຽນ​ຮ່າ, ຮອງ​ຫົວຫນ້າ​ພະ​ແນ​ກລັດ ​ແລະ ນິຕິ​ກຳ, ​ໂຮງຮຽນ​ກາ​ນ​ເມືອງການ​ປົກຄອງ​ແຂວງ ດັກ​ລັກ ​ປະກອບ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ ການ​ກຳນົດ​ກຳມະສິດ​ທີ່​ດິນ ຂຶ້ນ​ກັບ​ກຳ​ມະ​ສິດ​ທົ່ວ​ປວງ​ຊົນ ​ແມ່ນ​ເໝາະ​ສົມ ​ແລະ ລັດ ​ແມ່ນ​ຜູ້ຕາງຫນ້າ​ຂອງ​ເຈົ້າ​ຂອງ​ກຳມະສິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກຳ​ມະສິດ​ຂອງ​ທົ່ວ​ປວງ​ຊົນ ​ແມ່ນ​ກຳມະສິດ​ຂອງ​ປະຊາຊົນ​ທຸກ​ຄົນ, ​ເມື່ອ​ສ້າງ​ກົນ​ໄກ​ເພື່ອ​ປະຕິບັດ​ສິດ​ດັ່ງກ່າວ​ຕ້ອງ​ປະຕິບັດ​ຄື​ແນວ​ໃດ. ”

        ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ກໍ​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ສ່ວນ​ບຸກຄົນ, ວິ​ສາ​ຫະກິດ ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຕໍ່​ຫນ້າ​ສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ພວມ​ຮ້າຍ​ແຮງ. ​ການ​ກຳນົດ​ໃນ ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ບໍ່​ພຽງ​ແຕ່​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ ຕ້ອງ​ມີ​ພັນທະ​ປະກອບສ່ວນ, ຮັກສາ​ຄວາມ​​ໂປ່​ງໃສ​ຂອງ​ສິ່ງ​ແວດ​ລ້ອມ. ທ່ານ​ນາງ ຟ້າ​ມທິຮ່າ ພະນັກງານ​ອອກ​ກິນ​ເບ້​ຍບຳນາ​ນຢູ່ນະຄອນ ອຽນບາຍ ເວົ້າວ່າ:

        “ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ຊີ້ແຈງ ມະນຸດມີສິດດຳລົງຊີວິດ​ໃນ​ສິ່ງ​ແວດ​ລ້ອມ​ທີ່​​ໂປ່​ງ​ໃສ ​ແລະ ກຳນົດ​ສິດ ​ແລະ ພັນທະ​ຂອງ​ສັງຄົມ​ຢ່າງ​ຈະ​ແຈ້ງ​ກໍ​ຄືຂອງ​ພົນລະ​ເມືອງ​ແຕ່ລະຄົນ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ຈຸດ​ໃຫມ່ ​ແລະ ​ໃກ້ຊິດຕິດ​ແທດ​ກັບ​ສະພາບ​ສິ່ງ​ແວດ​ລ້ອມ​ພວມ​ນັບ​ມື້​ນັບ​ຖືກ​ມົນ​ລະ​ພິດ.”

        ​ເລື່ອງ​ປັບປຸງ ຫລື​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ໃຫມ່​ກ່ຽວຂ້ອງ​ເຖິງ​ເນື້ອ​ໃນ​ກ່ຽວກັບ​ເສດຖະກິດ, ສິ່ງ​ແວດ​ລ້ອມ, ທີ່​ດິນ​ໃນ ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຕັ້ງຫນ້າ​ຈາກ​ປະຊາຊົນ. ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ ຄວາ​ມມຸ້ງ​ຫວັງ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະຊາຊົນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂອງ ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເອກະສານ​ສຳຄັນສະບັບ​ນີ້ ​ແມ່ນ​ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ