ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບເລື່ອງຮັບເອົາຄວາມເຫັນຂອງປະຊາຊົນເພື່ອປັບປຸງລັດຖະທຳມະນູນ

(vovworld) - ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະ​ບັບປັບປຸງ ຂອງ ຫວຽດນາມ ພວມ​​ໃນ​ວິວັດ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ລະບອບ​ການ​ເມືອງ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກົງຈັກ​ລັດ ​ແລະ ຜົນ​ສັກສິດ​ຂອງ​ລັດຖະທຳ​ມະນູນ…ວິວັດ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ດ້ວຍ​ຫລາຍ​ຮູບ​ການ ​ແລະ ​ແກ່ຍາວ​ໃນ​ເວລາ 3 ​ເດືອນ ​ແມ່ນ​ວຽກ​ງານ​ຈຳ​ເປັນ​ທີ່​ສຸດ ​ແລະ ມີ​ຄວາມ​ໝາຍຢ່າງ​ແທ້​ຈິງ ​ເພື່ອ​ໃຫ້​ປະຊາຊົນ​ຢືນຢັນ​ສິດ​ຂອງ​ຕົນ​ໃນ​ການ​ເຂົ້າ​ຮ່ວມ​ສ້າງ ລັດຖະທຳ​ມະນູນ.

ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບເລື່ອງຮັບເອົາຄວາມເຫັນຂອງປະຊາຊົນເພື່ອປັບປຸງລັດຖະທຳມະນູນ  - ảnh 1
ກອງປະຊຸມທົ່ວປະເທດກ່ຽວກັບການຜັນຂະຫຍາຍຮັບເອົາຄວາມເຫັນຂອງ
ປຊຊ ປະກອບໃຫ້ລັດຖະທຳມະນູນປີ 1992
ພາບ: internet

        ກ່ອນທີ່​ດຳ​ເນີນ​ວິວັດ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ກ່ຽວກັບ​ຮ່າງ​ ລັດຖະທຳ​ມະນູນ ປີ 1992 ສະ​ບັບປັບປຸງ , ມະຕິ​ກ່ຽວ​ກັບ​ເລື່ອງ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992  ​ ສະ​ບັບປັບປຸງ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ່ 4  ສະພາ​ແຫ່ງ​ຊາດ ຫວຽດນາມຊຸດ​ທີ 13 ​ເມື່ອ​ເດືອນ 10/2012 ຜ່ານ​ມາ ​ໂດຍ​ຢືນ​ຢັນ​ວ່າ: ​ເລື່ອງ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ເພື່ອ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ, ລະດົມ​ພູມ​ປັນຍາ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ໃນ​ການ​ສ້າງ​ລັດຖະທຳ​ມະນູນ ​ເພື່ອ​​ໃຫ້ລັດຖະທຳ​ມະນູນ ສະ​ແດ​ງ​​ໄດ້ເຈດ​ຈຳນົງ, ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ. ພາຍຫລັງ​ມະຕິ​ສະບັບດັ່ງກ່າວ​ໄດ້​ຮັບ​ການ​ປະກາດ​ໃຊ້, ຫາງ​ສຽງ​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນຕໍ່​ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງ​ນີ້. ທ່ານ ດີງກົງສີ (Đinh Công Sỹ), ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂວງ ​ເຊີນ​ລາ ຢືນຢັນ​ວ່າ:

         ​“ເລື່ອງຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ທີ່​ປະກອບ​ໃຫ້ຮ່າງ​​ລັດຖະທຳ​ມະນູນ​ປີ 1992 ​ ສະ​ບັບປັບປຸງ ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ. ​ເພາະວ່າ ​ເລື່ອງ​ຮັບ​ເອົາ​ຄວາມ​ເຫັນ​ແມ່ນ​ການ​ປະຕິບັດ​ສິດ​ເປັນ​ເຈົ້າ​​ໂດຍ​ກົງ​ຂອງ​ປະຊາຊົນ ​ແລະ ປະຊາຊົນ​ສາມາດ​ສະ​ແດງ​ທັດສະນະ, ຄວາ​ມມຸ້ງ​ມາດ​ປ​າດຖະຫນາ ກໍ​ຄື​ຄວາມ​ຫວັງ​ຂອງ​ຕົນ​ເຂົ້າ​ໃນ​ບັນຫາ​ໃຫຍ່​ທີ່​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ.”

        ​ໃນ​ຫນັງ​ສື​ສະ​ເຫ​ນີທີ່​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ແຫ່​ງຊາດ​ຊຸດ​ທີ 13, ຄະນະ​ກຳມະການ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ​ ສະ​ບັບປັບປຸງ ໄດ້​ເນັ້ນ​ຫນັກ​ວ່າ: ການ​ປັບ​ປຸງ​ລັດຖະທຳ​ມະນູນ ​ແມ່ນ​ວຽກ​ງານ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ. ປະຊາຊົນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ສ້າງ​ລັດຖະທ​ຳມະນູນ ​ແລະ ປັບປຸງ​ລັດຖະທຳ​ມະນູນ. ​ເລື່ອງຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ​ ສະ​ບັບປັບປຸງ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະສ່ວນ​ບຸກຄົນ, ອົງການຈັດ​ຕັ້ງ​ທີ່​ມີ​ຕໍ່ລັດຖະທຳ​ມະນູນ ​ແລະ ການ​ປະຕິບັດ​ລັດຖະທຳ​ມະນູນ. ສິ່ງ​ດັ່ງກ່າວ​ສະ​ແດງ​​ໃຫ້​ເຫັນ​ວ່າ: ​ໃນ​ຊຸມ​ວັນ​ນີ້, ​​ໃນຂະນະ​ທີ່​ປະຊາຊົນ​ທົ່ວ​ປະ​ເທດ​ພວມ​ຕັ້ງຫນ້າ​ປະຕິບັດ​ສິດ ​ແລະ ພັນທະ​ຂອງ​ຕົນ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ວຍ​ຫລາຍ​ຮູບ​ການ, ຜ່ານ​ພາຫະນະ​ສື່​ມວນ​ຊົນຕ່າງໆ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ. ທ່ານ ຫງວຽນ​ທ້ວນ, ຮອງ​ປະທານ​ສະມາຄົມ​ທະນາຍຄວາມ​ນະຄອນ ດາ​ຫນັງ ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ ​ແມ່ນ​ການ​ເຄື່ອນ​ໄຫວ​ຊຶ່ງ​ພະນັກງານ​ຂອງ​ລັດ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ. ​ເພາະວ່າ ​ເຂົາ​ເຈົ້າ​ປາດ​ຖະຫນາ​ຢາກ​ປ່ຽນ​ໃຫມ່​ປະ​ເທດ​ຊາດ​ຢ່າງ​ລະອຽດ ​ກ່ອນ​ອື່ນ​ໝົດ​ຕ້ອງ​ຜ່ານ​ລັດຖະທຳ​ມະນູນ. ​ເລື່ອງ​ຍົກລັດຖະທຳ​ມະນູນ​​ອອກ​ມາໃຫ້ທົ່ວ​ປວງ​ຊົນ​ປະກອບ​ຄຳ​ເຫັນ ​ແມ່ນ​ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ຂອງໂລກ.

        ມະຕິ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ​​ເມື່ອ​ເດືອນ 7/2011 ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ: “ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ ​ແມ່ນ​ວຽກ​ງານ​ສຳຄັນ​ຍິ່ງ​ທີ່ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແຫນ້ນ​ແຟ້ນ, ວິ​ທະ​ຍາ​ສາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ; ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ ​ແລະ ຮັບ​ເອົາ​ຄວາມ​ເຫັນ​ຢ່າງ​ກ້ວາງ​ຂວາງຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ​ເປັນ​ອັນວ່າ ທັງ​ລະບົບ​ການ​ເມືອງ​ຂອງ ຫວຽດນາມ ລ້ວນ​ແຕ່​ຕີ​ລາຄາ​ສູງ​ບົດບາດ​ສຳຄັນ​ພິ​ເສດ​ຂອງ​ປະຊາຊົນ​ໃນ​ການ​ປັບ​ປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ. ຄວາມ​ຈິງ​ໃນ​ປະຫວັດ​ຊາດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ ຫວຽດນາມ, ລັດຖະທຳ​ມະນູນ​ປີ 1959, 1980, 1992 ​ແລະ ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະທຳ​ມະນູນ​ປີ 1992 (​ເມື່ອ​ປີ 2011) ລ້ວນ​ແຕ່​​ໄດ້​ຮັບ​ຄວາມ​ເຫັນ​ປະກອບ​ຂອງ​ປະຊາຊົນ​ໃນ​ວິວັດ​ການ​ປັບປຸງ. ສະ​ນັ້ນ ​ເລື່ອງ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ເພື່ອ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ ຢູ່ ຫວຽດນາມ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ແມ່ນ​ວຽກ​ງານ​ປົກກະຕິ, ຖືກຕ້ອງ​ກັບ​ກົດໝາຍ. ພຶດຕິ​ກຳ​ຕົວ​ຈິງ​ໃຫ້​ເຫັນ​ວ່າ, ຫວຽດນາມ ​ໄດ້​ຜ່ານ​ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ເປັນ 4 ຄັ້ງ​ແລ້ວ ​ແລະ ທັງ 4 ຄັ້ງ​ນັ້ນ ລ້ວນ​ແຕ່​​ບັນລຸໄດ້​ໝາກຜົນ​ອັນ​ດີງາມ. ລັດຖະທຳ​ມະນູນ​​ສະບັບ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເປັນ​ເຂັມ​ຊີ້​ທິດ, ​ແມ່ນ​ກອບ​ກົດໝາຍ​ພື້ນຖານ​ເພື່ອ​ໃຫ້​ລັດ ຫວຽດນາມ ພັດທະນາ​ຕາມ​ຄາດໝາຍ​ທີ່​ວາງ​ອອກ ​ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ ຂອງ​ປະຊາຊົນ, ​​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

        ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ກ່ຽວກັບ​ຮ່າງ​​ລັດຖະທຳ​ມະນູນ​ສະ​ບັບປັບປຸງ ຄັ້ງ​ນີ້, ມະຕິ​ກອງ​ປະຊຸມ​​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຊຸດ​ທີ 13 ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງ ​ແລະ ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ຈັດ​ຕັ້ງ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ດ້ວຍ​ຫລາຍ​ຮູບ​ການ​ເໝາະ​ສົມ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ​ຢູ່​ພາຍ​ໃນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ສ້າງ​ລັດຖະທ​ຳມະນູນ. ຄຳ​ຄິດ​ຄຳ​ເຫັນ​ທີ່​ປະຊາຊົນ​ປະກອບ​ນັ້ນ ຕ້ອງ​ໄດ້​ຮຽບຮຽງ, ສະຫລຸບ​ຢ່າງ​ຄົບ​ຖ້ວນ, ຊັດ​ເຈນ, ຕ້ອງ​ຄົ້ນ​ຄ້ວາ​ເກັບ​ກຳ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ສ້າງຮ່າງ​ລັດຖະທຳ​ມະນູນປີ 1992 ​ ສະ​ບັບປັບປຸງ ໃຫ້​ສົມ​ບູນ​ແບບ. ​ເປັນ​ອັນວ່າ ການ​ຮັບ​ເອົາ​ຄວາມ​​ເຫັນ​ຂອງ​ປະຊາຊົນ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ ​ໄດ້ ​ແລະ ພວມ​​ປະຕິບັດ​ໃນ​ພຶດຕິກຳ​ຕົວ​ຈິງ ​ແລະ ກາຍ​ເປັນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງຂອງ​ປະຊາຊົນ ​ຢ່າງ​ແທດ​ຈ້ງ, ມີ​ປະສິດທິ​ຜົນ ​ແລະ ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ