ເພີ່ມຍອດຄວາມຕ້ອງການໃຫ້ແກ່ພື້ນຖານເສດຖະກິດ.

(vovworld) ​- ​ເພີ່ມ​ຍອດ​ຄວາມ​ຕ້ອງການ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ​ເພື່ອ​ຫນູນ​ຊ່ວຍ​ຕະຫລາດ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄວາມ​ຮຽກຮ້ອງຕ້ອງການຊຶ່ງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຍົກອອກ​ມາໃນ​ກອງປະຊຸມ​ປະຈຳ​ເດືອນ 5/2012 ຂອງ​ລັດຖະບານ ຊຶ່ງ​ດຳ​ເນີນ​ໃນ​ວັນ​ທີ 27/5 ຢູ່ ຮ່າ​ໂນ້ຍ. ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ​ເລື່ອງ​ເພີ່ມ ຍອດ​ຄວາມ​ຕ້ອງການ ບໍ່​ກໍ່ໃຫ້​ເກີດໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​​ໃນປີ​ຕໍ່​ໄປ ​ແລະ ຮັບປະກັນ ​ການ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ.

ເພີ່ມຍອດຄວາມຕ້ອງການໃຫ້ແກ່ພື້ນຖານເສດຖະກິດ. - ảnh 1
 ກອງປະຊຸມປະຈຳເດືອນ 5/2012ຂອງລັດຖະບານ ຫວຽດນາມ
Baodientu.chinhphu.vn

 

        ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ: ​ເລື່ອງ​ເພີ່ມ​ຍອດ​ຄວາມ​ຕ້ອງການ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ບໍ່​ແມ່ນ​ບ້ວງ​​ເງິນ​ກະ​ຕຸ້ນ​ຄວາມ​ຕ້ອງການ​ໃຫມ່​ຂອງ​ລັດຖະບານ​ ຫາກ​​ແມ່ນ​ການປະຕິບັດ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ​ໃນ​ໄລຍະ​ຕົ້ນ​ປີ ​ແລະ ບໍ່​ປະ​ໃຫ້​ໄຟ​ເງິນ​ເຟີ້​ກັບ​ຕ່າວ​ຄືນ​ມາ. ຕາມ​ນັ້ນ​ແລ້ວ, ກ່ອນ​ອື່ນ​ໝົດ ບັນດາ​ຂະ​ແຫນງການ​ກ່ຽວຂ້ອງ​ຄວນນຳ​ສິນ​ເຊື່ອ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ທີ່​ພວມມີ​ຄວາມ​ຕ້ອງການ​ດ້ານ​ທຶນຮອນ​ຄື: ກະສິກຳ, ຊົນນະບົດ, ວິ​ສາ​ຫະກິດ​ສົ່ງ​ອອກ, ວິ​ສາ​ຫະກິດ​ນຳ​ໃຊ້​ຄົນ​ງານ​ຫລາຍ. ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ກ່າວ​ວ່າ:

        “​ໃນ​ໄລຍະ 5 ​ເດືອນ​ຜ່ານ​ມາ, ​ເຫລືອ​ຫນີ້​ສິນ​ເຊື່ອ​ແມ່ນ​ຕິດລົບ. ​ໃນ​ຂະນະ​ນັ້ນ ທະນາຄານ​ແມ່ນ​ເຫລືອ​ເງິນສົດ, ​ແຜນການ​ຂອງ​ລັດ​ແມ່ນ​ເພີ່ມ​ບ້ວງ​ໜີ້​ສິນຈາກ 15 -17%, ປະຈຸ​ບັນ ຕ້ອງ​ປ່ອຍເງິນ​ຜ່ານ​ບັນດາ​ຊ່ອງ​ສິນ​ເຊື່ອ. ນັ້ນ​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ. ທີ​ຫນຶ່ງ ບໍ່​​ເຮັດ​ໃຫ້​ ລະດັບ​ໄພ​ເງິນ​ເຟີ້​ຕຳ່​ສຸດ​ເກີນ​ໄປ. ທີ​ສອງ​ແມ່ນ ຫນູນ​ຊ່ວຍ​ໂດຍ​ກົງ​​ໃຫ້​ແກ່ການ​ເຕີບ​ໂຕ​ຢູ່​​ໃນ​ລະດັບ​ເໝາະ​ສົມ.

        ​ໄປ​ຄຽງ​ຄູ່​ກັບ​ເລື່ອງ​ປ່ອຍເງິນສົດ​ອອກ​ຕະຫລາດ​ຜ່ານ​ບັນດາ​ຊ່ອງ​ສິນ​ເຊື່ອ, ທີ່​ວາລະ​ປະ​ຊຸມ ​ເພື່ອ​ປະຕິບັດ​ການ​ເພີ່ມຍອດ​ຄວາມ​ຕ້ອງການ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຕາມ​ຄຳ​ສະ​ເຫ​ນີຂອງ​ທ່ານ​ນາຍົກລັດຖະມົນຕີ, ຫລາຍ​ກະຊວງ​ ​ຕ້ອງ​ເອົາ​ໃຈ​ໃສ່​​ເປັນພິ​ເສດ​​ເຖິງ​ການ​ນຳ​ໃຊ້​ສິນ​ເຊື່ອ​​ໃນວິ​ສາ​ຫະກິດ. ຄວນ​ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ໄດ້​ວາງ​ອອກ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຢ່າງ​ຂ້ຽວຂາດ​ກວ່າ. ທ່ານ Trinh Dinh Dung ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ​ໄດ້​ມີ​ຄຳ​ເຫັນ​ວ່າ:

        “ ຂົງ​ເຂດ​ອະສັງຫາລິມະ​ຊັບ ​ແມ່ນ​​ແກນ​ກາງຂອງ​ຂະ​ແຫນງ​ຜະລິດ​ວັດ​ສະ​ດຸ​ກໍ່ສ້າງ ​ແລະ ຂະ​ແຫນງ​ອຸດສາຫະກຳ​ອື່ນ, ສະ​ນັ້ນ ຄວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ດ້ານອະສັງຫາລິມະ​ຊັບ. ຖ້າ​ພວກ​ເຮົາ​ບໍ່​ແກ້​ໄຂ, ສະພາບ​ການ​ຫນິ້​ເສຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ບັນຫາ​ຫນຶ່ງ​ອີກ ​ແມ່ນ​ອະນຸຍາດ​ຕໍ່​ກຳນົດ​ເວລາ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ ​ໂດຍບໍ່​ຈຳກັດ​ຂອບ​ຂະຫນາດ​ຜັນ​ຂະຫຍາຍ​ບັນດາ​ໂຄງການ.”

        ​ເພື່ອ​​ເພີ່ມຍອດ​ຄວາມ​ຕ້ອງການ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ທະນາຄານ​ແຫ່ງ​ລັດ ຫວຽດນາມ ຈະ​ສືບ​ຕໍ່​ປະຕິບັດ​ວິວັດທະນາ​ການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ລົງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເຫ​ນີວ່າ ທະນາຄານ​ແຫ່ງ​ລັດ​ສືບ​ຕໍ່​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ ນັບ​ທັງ​ການລະດົມທຶນ ​ແລະ ​ໃຫ້​ກູ້​ຢືມ​ຕາມ​ລະດັບ​ຫລຸດ​ລົງ​ຂອງ​ໄພ​ເງິນ​ເຟີ້​ ​ຕິດ​ພັນ​ກັບ​ກົນ​ໄກ ​ເພື່ອ​ໃຫ້​ບັນດາ​ທະນາຄານ​ການ​ຄ້າ​ຫລຸດອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ລົງ. ສຳລັບ​ການ​ດັດ​ປັບ​ອັດຕາ​ດອກ​ເບ້ຍ, ທີ່​ການ​ປະຊຸມ​ຂ່າວ​ພາຍຫລັງ​ສິ້ນ​ສຸດ​ກອງ​ປະຊຸມ​ປະຈຳ​ເດືອນ​ 5/2012 ຂອງ​ລັດຖະບານ, ທ່ານ Nguyen Dong Tien ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ​ໃຫ້​ຮູ້​ວ່າ: ທະນາຄານ​ຈະ​ປະຕິບັດ​ຕາມ​ທິດ​ອັດຕາ​ດອກ​ເບ້ຍ​ຫລຸດ​ລົງ, ​ເໝາະສົມ​ກັບ​ລະດັບ​ຫລຸດຜ່ອນ​ຂອງ​ໄພ​ເງິນ​ເຟີ້, ບໍລິຫານ​ລະດັບ​ຕອບ​ສະຫນອງ​ຂອງ​ເງິນຕາ ​ແລະ ລະດັບ​ສິນ​ເຊື່ອ​ໃຫ້​ເໝາະ​ສົມ​ໃນ​ຊຸມ​ເດືອນ​ແຕ່​ນີ້​ຮອດ​ທ້າຍ​ປີ. ທ່ານ Tien ກ່າວ​ວ່າ:

        “ ອັດຕາ​ດອກ​ເບ້ຍ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພິຈາລະນາ ດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແຕ່​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ເພື່ອ​ໃຫ້​ບັນດາ​ມາດ​ຕະການດັ່ງກ່າວ​ບໍ່​ເຮັດ​ໃຫ້​ໄພ​ເງິນ​ເຟີ້​ກັບ​ຕ່າວ​ຄືນ​ມາ ພ້ອມ​ທັງ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ. ​ເລື່ອງ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຕ້ອງ​ມີ​ບັນດາ​ມາດ​ຕະການ ​ແລະ ​ໃນ​ຄວາ​ມຈິງ​ແລ້ວ ທະນາຄານ​ແຫ່ງ​ລັດ ກໍ​ພວມ​ຊີ້​ນຳ​ບັນດາ​ອົງການ​ສິນ​ເຊື່ອ​ແກ້​ໄຂ​ສະພາບ​ການ​ຫນິ້​ເສຍ, ສ້າງ​ໂຄງ​ປະກອບ​ຫນິ້​ສິນ​ຄືນ​ໃຫມ່ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ສຸມ​ທຶນຮອນ​ໃຫ້​ແກ່​ບັນດາ​ຂົງ​ເຂດ​ຄວນ​ໃຫ້​ບຸລິມະສິດ.”

        ບັນດາ​ສະມາຊິກ​ໃນ​ລັດຖະບານ​ກໍ​ເຫັນ​ດີ ຄວນ​ສຸມ​ໃສ່​ຍູ້​ແຮງ​ການ​ປ່ອຍ​ທຶນ​ງົບປະມານ​ ​ແລະ ພັນທະ​ບັດ​ຂອງ​ລັດຖະບານ​​ໂດຍ​ໄວ ​ເພື່ອ​ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນໃຫ້​ແກ່​ພື້ນຖານ​ເສດຖະກິດ.

    ບັນດາ​ມາດ​ຕະການ​ເພີ່ມ ຍອດ​ຈຳນວນຄວາມ​ຕ້ອງການ ​ໃຫ້​ແກ່​ພື້ນຖານ​​ເສດຖະກິດ​ຊຶ່ງ​ລັດຖະບານ ຫວຽດນາມ ພວມດຳ​ເນີນ​ ​ແມ່ນ​ເພື່ອ​ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນໃຫ້​ແກ່​ຕະຫລາດ, ປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ຊຶ່ງ ຫວຽດນາມ ​ໄດ້​ວາງ​ອອກ​ໃນ​ປີ 2012.

ນັກຂ່າວ Hong Van
ຂ່າວ/ບົດ​ອື່ນ