ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ບັນ​ຫາ​ປະ​ຊາ​ກອນ​ໂລກ​ໃນ​ປັດ​ຈຸ​ບັນ

(VOVWORLD) - ວັນປະຊາກອນໂລກ ຄືວັນທີ 11 ກໍລະກົດ ປີ 2023 ນີ້, ຫຼາຍປະເທດພວມມານະພະຍາຍາມຊອກຫາວິທີການຮັບມືກັບທ່າອ່ຽງປະຊາກອນສາດ, ເພື່ອແກ້ໄຂບັນດາສິ່ງທ້າທາຍ, ກໍຄືກຳແໜ້ນກາລະໂອກາດຈາກບັນຫາປະຊາກອນ ເພື່ອສ້າງກຳລັງໜູນແກ່ການພັດທະນາແບບຍືນຍົງ. ສ່ວນ ສປຊ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພື່ອປະຕິບັດໄດ້ຄວາມຝັນພັດທະນາແບບຍືນຍົງຂອງປະຊາກອນ 8 ຕື້ຄົນ ທີ່ພວມດຳລົງຊີວິດໃນໂລກໜ່ວຍນີ້.

ຕາມຕົວເລກຈາກ ສປຊ ແລ້ວ, ຈຳນວນປະຊາກອນໂລກ ບັນລຸຕົວເລກ 8 ຕື້ຄົນ ໃນວັນທີ 15 ພະຈິກ 2022. ໄລ່ຮອດວັນທີ 29 ມິຖຸນາ 2023, ຈຳນວນປະຊາກອນໂລກທັງໝົດແມ່ນ 8.031.418.653  ຄົນ. ຄາດວ່າ ປະຊາກອນໂລກ ຈະບັນລຸ 9 ຕື້ຄົນ ໃນປີ 2037 ແລະ ບັນລຸ 10 ຕື້ຄົນ ໃນປີ 2057 ຄົນ.

ສະພາບການຕົວຈິງຂອງປະຊາກອນໂລກ

ໃນຂະນະທີ່ປະຊາກອນໂລກພວມຢູ່ໃນທ່າອ່ຽງເພີ່ມຂຶ້ນ, ຫຼາຍປະເທດຢູ່ ອາຊີ ແລະ ເອີຣົບ ກໍພະຍາຍາມຊອກຫາວິທີປັບປຸງສະພາບອັດຕາການເກີດໃຫ້ຕ່ຳລົງ ແລະ ເຮັດໃຫ້ຫຼຸດຜ່ອນຈຳນວນປະຊາກອນລົງ. ຢູ່ ຍີ່ປຸ່ນ, ອັດຕາປະຊາກອນໃນໄວເດັກຫຼຸດລົງລະດັບສະຖິຕິເປັນປີທີ 42 ຢ່າງລຽນຕິດ. ໄລ່ຮອດວັນທີ 1 ເມສາ ປີນີ້, ຈຳນວນເດັກມີອາຍຸແຕ່ 14 ປີລົງມາ ແມ່ນ 14,35 ລ້ານຄົນ, ຫຼຸດລົງປະມານ 300.000 ຄົນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຄາດວ່າ ຮອດປີ 2070, ຈຳນວນປະຊາກອນຂອງ ຍີ່ປຸ່ນ ຈະຍັງເຫຼືອພຽງ 87 ລ້ານຄົນ, ຫຼຸດລົງ 30% ເມື່ອທຽບໃສ່ປີ 2020. ຢູ່ ເອີຣົບ, ປະເທດ ອີຕາລີ ກໍມີຄວາມວິຕົກກັງວົນກ່ຽວກັບສະພາບການປະຊາກອນສູງອາຍຸກວມເອົາສ່ວນຫຼາຍ ແລະ ອັດຕາການເກີດກໍຫຼຸດລົງ ຄືກັນກັບບາງປະເທດ ຢູ່ ອາຊີ. ອັດຕາການເກີດຂອງ ອີຕາລີ ໃນ 11 ເດືອນຂອງປີ 2022 ໄດ້ຫຼຸດລົງ 3% ເມື່ອທຽບໃສ່ລະດັບເດັກເກີດໃໝ່ 400.000 ຄົນ ຂອງໄລຍະດຽວກັນຂອງປີ 2021. ສະຖາບັນສະຖິຕິແຫ່ງຊາດ ອີຕາລີ (ISTAT) ໃຫ້ຮູ້ວ່າ: ຈຳນວນປະຊາກອນຂອງປະເທດນີ້ ອາດຈະຫຼຸດລົງເກືອບ 20% ໃນໄລຍະເວລາ 5 ທົດສະວັດຈະມາເຖິງ, ຍ້ອນຜົນຕາມມາຂອງອັດຕາການເກີດຫຼຸດລົງ. ອັດຕາການເກີດຕ່ຳ ແລະ ປະຊາກອນສູງອາຍຸກວມເອົາສ່ວນຫຼາຍ ຈະເຮັດໃຫ້ບ້ວງເງິນບຳນານ ແລະ ຄ່າໃຊ້ຈ່າຍເບິ່ງແຍງສຸຂະພາບເພີ່ມຂຶ້ນ; ກຳລັງແຮງງານຂາດແຄນ ແລະ ກີດຂວາງທ່າເຕີບໂຕດ້ານເສດຖະກິດ...

ພ້ອມດຽວກັນນັ້ນ, ບາງປະເທດອື່ນ ພັດເຫັນປະຈັກຕາກ່ຽວກັບຈຳນວນປະຊາກອນເພີ່ມຂຶ້ນຢ່າງແຮງ. ກາງເດືອນ ເມສາ 2023, ອິນເດຍ ໄດ້ມີຈຳນວນປະຊາກອນລື່ນກາຍ ຈີນ ເຊິ່ງເປັນປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກ. ອີຢິບ ກໍພວມປະເຊີນໜ້າກັບຄວາມສ່ຽງປະຊາກອນເພີ່ມຂຶ້ນຢ່າງແຮງ. ທ່ານ Tarek Tawfik ຫົວໜ້າສະພາປະຊາກອນແຫ່ງຊາດ ອີຢິບ ເນັ້ນໜັກວ່າ ປະຊາກອນຂອງປະເທດ ອາຟະລິກາເໜືອນີ້ ຄາດວ່າຈະບັນລຸປະມານ 142 ລ້ານຄົນ ຫາ 157 ລ້ານຄົນ ໃນປີ 2050.

ກາລະໂອກາດໄປຄຽງຄູ່ກັບສິ່ງທ້າທາຍ

ການເພີ່ມຂຶ້ນກ່ຽວກັບຂອບຂະໜາດປະຊາກອນ ໄດ້ຮັບຖືວ່າ ແມ່ນ “ທ່າໄດ້ປຽບທາງດ້ານປະຊາກອນສາດ”, ດ້ວຍບັນດາກາລະໂອກາດສຳລັບການເຕີບໂຕເສດຖະກິດ. ດ້ວຍແຫຼ່ງກຳລັງແຮງງານທີ່ຫຼາກຫຼາຍ ເປັນພື້ນຖານ ແລະ ທ່າໄດ້ປຽບເພື່ອຊຸກຍູ້ເສດຖະກິດ - ສັງຄົມ. ການເພີ່ມຂຶ້ນຂອງປະຊາກອນເປັນການພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດແກ່ຜົນງານດ້ານສາທາລະນະສຸກ, ໂພສະນາການ, ວິທະຍາສາດເຕັກໂນໂລຢີ... ແຕ່ວ່າ, ໄປຄຽງຄູ່ກັບກາລະໂອກາດດ້ານປະຊາກອນສາດນັ້ນ ກໍແມ່ນສິ່ງທ້າທາຍນາໆປະການ. ປະຊາກອນເພີ່ມຂຶ້ນຈະສ້າງກຳລັງກົດດັນແກ່ລະບົບພື້ນຖານໂຄງລ່າງ, ສະຫວັດດີການສັງຄົມ ເປັນຕົ້ນແມ່ນ ສາທາລະນະສຸກ, ການສຶກສາ, ວຽກເຮັດງານທຳ, ກໍຄືບັນຫາສິ່ງແວດລ້ອມ ແລະ ລະບົບຊີວະພາບ... ກົງກັນຂ້າມ, ນັກຊ່ຽວຊານຫຼາຍຄົນໄດ້ກ່າວເຕືອນກ່ຽວກັບຄວາມສ່ຽງຂອງລະດັບການເພີ່ມຂຶ້ນຂອງປະຊາກອນສູງອາຍຸກວມເອົາສ່ວນຫຼາຍທີ່ມີຕໍ່ພື້ນຖານເສດຖະກິດ, ພ້ອມທັງໄດ້ຖືວ່າ ຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຜົນຕາມມາຂອງອັດຕາການເກີດຕ່ຳນັ້ນ ແມ່ນຍັງບໍ່ພຽງພໍ. ຕາມບັນດານັກຊ່ຽວຊານແລ້ວ, ອັດຕາການເກີດບໍ່ໄດ້ຮັບຄວາມສົນໃຈຈາກບັນດານັກເສດຖະກິດເທົ່າກັບຂໍ້ມູນກ່ຽວກັບ GDP ຫຼື ໄພເງິນເຟີ້, ແຕ່ນີ້ພັດເປັນປັດໄຈທີ່ມີຄວາມສຳຄັນ ແລະ ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດໃນໄລຍະກາງ.

ເພື່ອແກ້ໄຂໄດ້ສະພາບການຕົວຈິງນີ້, ລັດຖະບານບັນດາປະເທດ ໄດ້ມີຂໍ້ລິເລີ່ມ ແລະ ມາດຕະການຈຳນວນໜຶ່ງ. ບັນດາປະເທດທີ່ມີອັດຕາການເກີດຫຼຸດລົງ ໄດ້ຂຶ້ນແຜນການຊ່ວຍເຫຼືອ ແລະ ສົ່ງເສີມໃຫ້ບັນດາຄູ່ຜົວເມຍເກີດລູກ ເພື່ອການພັດທະນາຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ຍັງມີສິ່ງກີດຂວາງຫຼາຍຢ່າງສຳລັບການສົ່ງເສີມການເກີດ, ນັບແຕ່ຄວາມວິຕົກກັງວົນກ່ຽວກັບສິ່ງແວດລ້ອມ, ທ່າອ່ຽງບໍ່ຢາກເກີດລູກຂອງແມ່ຍິງ, ຕະຫຼອດຮອດບັນຫາການເງິນ. ກົງກັນຂ້າມ, ຢູ່ ອີຢິບ, ເຊິ່ງເປັນປະເທດທີ່ພວມຢືນຢູ່ຕໍ່ໜ້າສະພາບປະຊາກອນເພີ່ມຂຶ້ນຢ່າງວ່ອງໄວ, ມີເຖິງ 22 ອົງການຈັດຕັ້ງພວມເຂົ້າຮ່ວມການເຄື່ອນໄຫວຄວບຄຸມປະຊາກອນ, ແຕ່ຍັງບໍ່ທັນມີນະໂຍບາຍເຂັ້ມແຂງເພື່ອຄວບຄຸມທ່າເພີ່ມຂຶ້ນດັ່ງກ່າວ.

ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພື່ອແກ້ໄຂບັນດາສິ່ງທ້າທາຍຂອງບັນຫາປະຊາກອນ

ຕາມກອງທຶນປະຊາກອນ ສປຊ (UNFPA), ປັດຈຸບັນ, ແມ່ຍິງ ແລະ ເດັກຍິງ ກວມເອົາ 49,7% ປະຊາກອນໂລກ. ເຖິງຢ່າງໃດກໍຕາມ, ບັນດາຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າກ່ຽວກັບຊີວິດ, ຄອບຄົວ ແລະ ວຽກເຮັດງານທຳຍັງຖືກປ່ອຍຂ້າມໃນບັນດາບັນຫາປະຊາກອນສາດ. ພ້ອມດຽວກັນນັ້ນ, ສິດຂອງເຂົາເຈົ້າຍັງຖືກລະເມີດໃນບັນດານະໂຍບາຍກ່ຽວກັບປະຊາກອນ. ດັ່ງນັ້ນ, ໃນບົດລາຍງານກ່ຽວກັບສະພາບການປະຊາກອນປີ 2023 ຂອງ UNFPA ໄດ້ສະເໜີແນະວ່າ ຈົ່ງມອບໃຫ້ແມ່ຍິງ ແລະ ເດັກຍິງມີສິດເປັນເຈົ້າໃນຊີວິດ ແລະ ຮ່າງກາຍຂອງຕົນ, ເຂົາເຈົ້າ ແລະ ຄອບຄົວຈະປະສົບຜົນສຳເລັດ ແລະ ພ້ອມກັບພວກເຮົາແກ້ໄຂທຸກການປ່ຽນແປງ ແລະ ສິ່ງທ້າທາຍກ່ຽວກັບປະຊາກອນສາດໃນອະນາຄົດ. UNFPA ກໍເລືອກເອົາຫົວຂໍ້ໃຫ້ວັນປະຊາກອນໂລກປີ 2023 ນີ້ວ່າ: “ເສີມຂະຫຍາຍກຳລັງແຮງຂອງຄວາມສະເໝີພາບລະຫວ່າງຍິງ - ຊາຍ: ຍົກສູງສຽງເວົ້າຂອງແມ່ຍິງ ແລະ ເດັກຍິງ ເພື່ອເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນຂອງໂລກ”, ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ. ຕາມກອງທຶນ UNFPA ແລ້ວ, ວິວັດທະນາການດັ່ງກ່າວ ຕ້ອງເລີ່ມຈາກການຮັບຟັງຄຳເຫັນຂອງແມ່ຍິງ ແລະ ເດັກຍິງ ກໍຄືຜູ້ທີ່ມີຄວາມສ່ຽງ, ແລະ ສ້າງກົດໝາຍ, ນະໂຍບາຍເພື່ອຊ່ວຍເຂົາເຈົ້າປະຕິບັດສິດຂອງຕົນ ແລະ ມີການຕັດສິນທີ່ຖືກຕ້ອງ. ເວລານັ້ນ, ໂລກຈຶ່ງລະດົມໄດ້ກຳລັງແຮງຈາກເຄິ່ງໜຶ່ງປະຊາກອນໂລກ ເພື່ອແກ້ໄຂບັນດາບັນຫາຮີບດ່ວນກ່ຽວກັບປະຊາກອນໃນປັດຈຸບັນ.

ປະຊາກອນ ແລະ ການພັດທະນາສັງຄົມ ມີຄວາມຜູກພັນກັນຢ່າງແໜ້ນແຟ້ນ. ການສ້າງແຜນການ, ກະກຽມຢ່າງລອບຄອບຖີ່ຖ້ວນ ເພື່ອສ້າງສັງຄົມທີ່ມີຄວາມສາມາດຮັບມືກັບການປ່ຽນແປງປະຊາກອນສາດໄດ້ເປັນຢ່າງດີນັ້ນ ແມ່ນໜ້າທີ່ສຳຄັນຂອງແຕ່ລະປະເທດ, ເພື່ອມຸ່ງໄປເຖິງເປົ້າໝາຍສູງສຸດ ນັ້ນແມ່ນ ນຳມາເຊິ່ງຊີວິດການເປັນຢູ່ທີ່ດີງາມກວ່າໃຫ້ແກ່ທຸກໆຄົນ.  ພ້ອມດຽວກັນນັ້ນ, ມະນຸດຍາມໃດກໍແມ່ນປັດໄຈຕັດສິນທຸກບັນຫາ. ດັ່ງນັ້ນ, ບັນດາປະເທດໃນໂລກຕ້ອງພ້ອມກັນຮ່ວມແຮງຮ່ວມໃຈຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງໃຫ້ຫຼາຍກວ່າອີກ, ເພື່ອປະຕິບັດສຳເລັດເປົ້າໝາຍພັດທະນາແບບຍືນຍົງໄດ້ໂດຍໄວ ແລະ ນຳໂລກໃຫ້ພັດທະນານັບມື້ນັບດີງາມກວ່າເກົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ