ໄຊຊະນະດ້ຽນບຽນຝູ - ການຕີລາຄາ, ຍ້ອງຍໍຊົມເຊີຍ

ໄຊຊະນະດ້ຽນບຽນຝູ - ການຕີລາຄາ, ຍ້ອງຍໍຊົມເຊີຍ - ảnh 1
ໄຊຊະນະ​ດ້ຽນບຽນ​ຝູ ເມື່ອວັນທີ 7/5/1954
(ພາບເອກະສານ)

​  ໄຊຊະນະ​ດ້ຽນບຽນ​ຝູກ່ອນນີ້ 60 ປີ​ໄດ້​ສິ້ນ​ສຸດ​ໄລຍະ 9 ປີ​ແຫ່ງ​ການ​ຕໍ່ຕ້ານ​ຍາວ​ນານຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​ຂອງ​ກອງທັບ ​ແລະ ປະ​ຊາ​ຊົນ ຫວຽດນາມ. ໄຊຊະນະ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ຫຼັກ​ໝາຍ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາດ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິລະ​ກຳ​ປະຫວັດສາດ​ຂອງ​ມວນ​ມະນຸດ​ໃນ​ສະຕະວັດ​ທີ 20, ພ້ອມ​ທັງ​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ​ສືບ​ຕໍ່​ທຳ​ການ​ຕໍ່ສູ້​ເພື່ອ​ລົບ​ລ້າງ​ລະບອບ​ລ່າ​ເມືອງ​ຂຶ້ນ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ.

    ​ເມື່ອ​ເຕື້ອງ​ເຖິງ ໄຊຊະນະ​ດ້ຽນບຽນ​ຝູ​ໃນ​ແຕ່ລະ​ເທື່ອ, ບັນດາ​ນັກ​ຄົ້ນ​ຄ້ວາ,ນັກ​ປະຫວັດສາດ​ກໍ​ຄື​ນາຍທະ​ຫາຍ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ກໍ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ແນວ​ທາງ​ປະຕິວັດ​ອັນ​ຖືກຕ້ອງ, ຄວາມ​ເປັນ​ຈິດ​ໜ່ຶງ​ໃຈ​ດຽວ​ທຳ​ການ​ຕໍ່ສູ້​ຂອງ​ທັງ​ຊາດ ​ແລະ ສິລະ​ປະຍຸດ​ການ​ທະຫານ​ທີ່​ປິ​ຊາ​ສາ​ມາດຂອງ​ນາຍທະຫານ​ຫວຽດນາມ.

ໄຊຊະນະດ້ຽນບຽນຝູ - ການຕີລາຄາ, ຍ້ອງຍໍຊົມເຊີຍ - ảnh 2
ປະທານ​ໂຮ່ຈິ​ມິນ ​ແລະ ຜູ້​ບັນຊາ​ການ​ໃຫຍ່ການ​ກະ​ຫານ 
ພົນ​ເອກ​ ຫວໍ​ງວຽນ​ຢາ​ບ ພວມປຶກສາ, ຕັດສິນວິທີການຮົບໃນ ບັ້ນຮົບລະດູໜາວ-ລະດູບານໃໝ່ 1953

  
  ການ​ນຳພາ​ຂອງ​ພັກ​ກອມູນິດ​ຫວຽດນາມ - ປັດ​ໄຈ​ຕັດສິນ​ຕໍ່ໄຊຊະນະ​ດ້ຽນບຽນ​ຝູ.

   ນັບ​ຕັ້ງ​ແຕ່​ຊຸມ​ວັນ​ທຳ​ອິດ​​​ແຫ່ງ​ການ​ປຸກລະດົມການ​ຕໍ່ຕ້ານຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​ເຂົ້າ​ມາ​ຮຸກ​ຮານ, ພັກ​ກອມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈິ​ມິນ ​ໄດ້​ວາງ​​ແນວ​ທາງ​ຕໍ່ຕ້ານ, ​ແນວທາງ​ການ​ທະຫານ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ມີ​ຫົວຄິດ​ປະດິດ​ສ້າງ. ​ແນວທາງ​ດັ່ງກ່າວ​ແມ່ນ​ການ​ສືບ​ຕໍ່​ການ​ປະຕິວັດ​ຊາດ, ປະຊາທິປະ​ໄຕ​ປະຊາຊົນ​ດ້ວຍ​ສົງຄາມ​ປະຕິວັດ, ດ້ວຍ​ຈຸດໝາຍ “ ​ເອກະລາດ​ແຫ່ງ​ຊາດ, ຊາວນາ​ມີ​ດິນປູກ​ເຂົ້າ, ກ້າ​ວຂຶ້ນ​ສັງຄົມ​ນິຍົມ” ພັກ​ກອມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈິ​ມິນກໍ​ຍັງ​ເລືອກ​ເຟັ້ນ​ແນວທາງ​ຕໍ່ຕ້ານ : ທ່ົວ​ປວງ​ຊົນ​, ຮອບ​ດ້ານ, ຍາວ​ນານ, ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ຕົນ​ເປັນ​ຕົ້ນຕໍ. ດັ່ງ​ນັ້ນ​ສາມາດ​ລະດົມ​ກຳລັງ​ໃຈ, ຈັດ​ຕັ້ງ​ໃຫ້​ທົ່ວ​ປວງ​ຊົນ​ຕີ​ສັດຕູ​ດ້ວຍ​ກຳລັງ​ແຮງ​ຂອງ​ທັງ​ຊາດ, ພ້ອມ​ທັງ​ຍາດ​ແຍງ​ການ​ສະໜັບສະໜູນດ້ວຍ​ລະດັບ​ສູງ​ສຸດ​ຈາກ​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​​ໃນ​ໂລກ. ດ້ວຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ພັກ​ກອມູນິດ​ຫວຽດນາມ ​ໄດ້​ກຳນົດວ່າ ຕ້ອງ​ຕີ​ຖືກ​ໃສ່​ກະດູກ​ສັນຫຼັງ​ຂອງ​ຍຸດ​ທະ​ສາດ ນາວາ ​ໂດຍ​ຜ່ານ​ການ​ເປັນ​ເຈົ້າ​ການ​ເປີດ​ບັນດາ​ບັ້ນ​ຮົບ​ໃນ​ທົ່ວ​ສະໜາມຮົບ​ອິນ​ໂດຈີນ, ​ເຮັດ​ໃຫ້​ກຳລັງສັດຕູຖືກ​ກະ​ແຈກ​ກະຈາຍ, ຈັດ​ວາງ​ກອງ​ກຳລັງ​ເຄື່ອນ​ທີ່​ຍຸດ​ທະ​ສາດ​ໄປ​ທົ່ວ​ສະໜາມຮົບ, ບັງຄັບ​ໃຫ້​ຝະລັ່ງ​ຕ້ອງ​ຍອມ​ສູ້​ຮົບ​ຕັດສິນ​ຄວາມ​ເປັນຕາ​ຍຢູ່ດ້ຽນບຽນ​ຝູ. ທ່ານ​ຮອງ​ສາດສະດາຈານ, ດອກ​ເຕີ ຫງວຽນ​ຈ້ອງ​ຟຸກ ສັງກັດ​ສະ​ຖາ​ບັນ​ການ​ເມືອງ-ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຖື​ວ່າ :  

   “ບົດບາດນຳ​ພາ​ຂອງ ພັກ​ກອມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈິ​ມິນ ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຢູ່​ບ່ອນ​ເຮັດ​ໃຫ້​ກຳລັງສັດຕູຖືກ​ກະ​ແຈກ​ກະຈາຍ. ​ເມື່ອພວກລ່າ​ເມືອງ​ຂຶ້ນຝະລັ່ງ​ເຕົ້າ​ໂຮມ​ກຳລັງ​ເຄື່ອນ​ທີ່ຢູ່​ເຂດ​ທົງ​ພຽງ​ພາກ​ເໜືອ​ນັ້ນ, ກຳລັງ​ຕໍ່ຕ້ານ​ໄດ້​ເຮັດ​ໃຫ້​ກຳລັງສັດຕູຖືກ​ກະ​ແຈກ​ກະຈາຍ​ໄປ​ຫຼາຍ​ທິດ​ອື່ນ​ຄື: ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ​ເຂກ​ພາດ​ເໜືອ​ ​ແລະ ພາກ​ໃຕ້​ຂອງລາວ...ນີ້​ແມ່ນ​ລັດຖະນະ​ໂຍບາຍ​ທີ່​ສຳຄັນ​ຂອງ​ພັກ​ກອມມູນິດ​ຫວຽດ ນາມ ​ແລະ ປະທານ​ໂຮ່ຈິ​ມິນ ”

    ​ໄຊຊະນະ​ຂອງ​ກຳລັງ​ແຮງ​ມະຫາ​ສາມັກຄີ​ແຫ່ງ​ຊາດ​ຫວຽດນາມ

   ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ທີ່​ມີ​ຄວາມ​ໝາຍຕັດສິນໄຊຊະນະ​ຂອງ​ບັ້ນ​ຮົບດ້ຽນບຽນ​ຝູນັ້ນ, ກໍ​ແມ່ນ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທັງຊາດ. ​​ໃນ​ໄລຍະ​ດຳ​ເນີນ​ບັ້ນ​ຮົບ, ມີ​ປະຊາ​ຊົນ​ເຖິງ 62.000 ຄົນ, ​ໃນ​ນັ້ນ​ມີ​ຊາວ​ໜຸ່ມ​ຕະລຸມບອນ​ໄດ້​ເຂົ້າ​ຮ່ວມ​ການ​ບູລະນະ​ສ້ອມ​ແປງ​ທ່າ​ເຮືອ, ຂົວ, ທາງ​ຄົມ​ມະ​ນາ​ຄົມ​ນັບ​ຮ້ອຍ​ກິ​ໂລ​ແມດ; ​ແລະ ​ໄດ້​ຂົນ​ສົ່ງ​ສະ​ບຽງອາຫານ​ກວ່າ 25.000 ​ໂຕນ ພ້ອມ​ກັບ​ອາວຸດ​ຍຸດທະ​ພັນ, ລູກປືນ​ນັບ​ພັນ​ໂຕນ​ໄປ​ຍັງ​ສະໜາມຮົບ. ທ່ານ Pierre Bonny ທະຫານ​ຜ່ານ​ເສິກ​ຂອງ​ຝະລັ່ງ, ຜູ້​ໄດ້​ເຂົ້າ​ຮ່ວມບັ້ນ​ຮົບ​ດ້ຽນບຽນ​ຝູ ​ເລົ່າ​ຄືນ​ສູ່​ຟັງ​ວ່າ :

  “ ​ເມື່ອ​ຂ້າພະ​ເຈົ້າ​ຖືກ​ຈັບ​ຕົວ​ເປັນ​ສະ​ເລີຍ​ເສິກ, ຂ້າພະ​ເຈົ້າ​ໄດ້​​ເຫັນ​ປະຈັກ​ຕາ​ບັນດາ​ຂະ​ບວນລົດຖີບ​ແລ່ນ​ຕິດ​ຕໍ່​ກັນຢ່າງ​ບໍ່​ຂາດ​ສາຍ ​​ເພື່ອ​ຂົນ​ເຄື່ອງ​ຂອງ​ໄປ​ຍັງດ້ຽນບຽນ​ຝູ, ຈາກ​ເຂົ້າສານ, ສາລີ ຕະຫຼອດ​ຮອດ​ອາວຸດ​ປະ​ເພດ​ເບົາ. ບັນດາ​ຜູ້​ຂັບ​ລົດຖີບ​​ເຫຼົ່າ​ນັ້ນ ບໍ່​ນັ່ງ​ຖີບ​ລົດ, ຫາກ​ວາງເຄື່ອງ​ຂອງ​ເທິງ​ລົດ ​​ແລະ ຍູ້ລົດ​ຂຶ້ນ​ຄ້ອຍ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເລົ່າ​ເຖິງ​ບັນດາ​ຜູ້​ຫາບ​ເຄື່ອງລຳລຽງອີກ​ດ້ວຍ. ຍ້ອນ​ແນວ​ນັ້ນ, ພົນ​ເອກ​ຫວໍ​ງວຽນ​ຢາ​ບຈຶ່ງ​ສາມາດ​ລ້ຽງ​ດູ​ກຳລັງ​ທະຫານ​ກວ່າ 30.000 ຄົນ​ຢູ່​ດ້ຽນບຽນ​ຝູ ​ແລະ​ຍາດ​ເອົາໄຊຊະນະ​ໄດ້. ​ດ້ຽນບຽນ​ຝູ​ແມ່ນ ໄຊຊະນະຂອງ​ທົ່ວ​ທັງ​ຊາດ​ຫວຽດນາມ, ປະຊາຊົນ​ທຸກໆ​ຄົນ​ກໍ​ລ້ວນ​ແຕ່​ປະກອບສ່ວນ, ຫາກ​ບໍ່​ສະ​ເພາະ​ແຕ່​ກອງທັບ​ເທົ່າ​ນັ້ນ”

    ສາດສະດາຈານ ​ເຫືອ​ເຫຼີຍຜີ​ງ ນັກ​ຊ່ຽວຊານ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຫວຽດນາມ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສັງກັດ​ສະຖາບັນວິທະຍາສາດ​ສັງຄົມຈີ​ນຖື​ວ່າ:

   “ ປະຊາຊົນ​ຫວຽດນາມ, ຊາດ​ຫວຽດນາມ​ແມ່ນ​ຊາດ​ໜຶ່ງ​ທີ່​ດຸ​ໝັ້ນ​ຂະຫຍັນ​ພຽນ, ມີ​ຄວາ​ມາ​ນະ​ອົດທົນ ​ແລະ ອົງອາດ​ກ້າ​ແກ່ນ, ​ເຂົາ​ເຈົ້າ​ບໍ່​ຍອມ​ປະລາ​ໄຊ​ຕໍ່ໜ້າ​ບໍ່​ວ່າ​ສະພາບ​ການ​ຫຍຸ້ງຍາກ​ຄື​ແນວ​ໃດ. ຂ້າພະ​ເຈົ້າຄິດວ່າ ນ້ຳ​ໃຈ​ອົງອາດ​ກ້າ​ແກ່ນ, ບໍ່​ຍອມ​ຈຳນົນ​ຂອງ​ຊາດ​ຫວຽດນາມ ​ແລະ ​ເຫດຜົນ​ພື້ນຖານ​ພາ​ໄປ​ເຖິງໄຊຊະນະ​ດ້ຽນບຽນ​ຝູ ”

    ​ເຕົ້າ​ໂຮມ​ສິລະ​ປະຍຸດ​ສົງຄາມ​ປະຊາຊົນ​ຫວຽດນາມ.

  ຈຸດ​ຍອດ​ສູງ​ທາງ​ດ້ານສິລະ​ປະຍຸດ​ການ​ທະຫານ​ຫວຽດນາມ​ໃນໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ຖືກ​ສະ​ແດງ​ອອກ​ຜ່ານ 3 ຂົງ​ເຂດ​ການ​ຊີ້​ນຳ, ຍຸດ​ທະ​ສາດ​ການ​ທະຫານ, ສິລະ​ປະຍຸດ​ການ​ຮົບ ​ແລະ ຍຸດທະວິທີ. ຈາກ​ທິດ​ນຳ​ການ​ຮົບ “ຕີ​ໄວ, ​ເອົາ​​ໄຊຊະນະ​ໄວ” ​ໃນ​ເບື້ອຕົ້ນ, ຄະນະ​ພັກ ​ແລະ ກອງ​ບັນຊາ​ບັ້ນຮົບ​ໄດ້​ຕັດສິນ​ປ່ຽນ​ມາ​ເປັນ “ຕີ​ໜັກ​ແໜ້ນ, ກ້າວ​ໜັກ​ແໜ້ນ ” , ​​​ເລື່ອນເວລາດຳ​ເນີນ​ການ​ບຸກ​ໂຈມ​ຕີ​ເພື່ອ​ສືບ​ຕໍ່​ຈັດ​ວາງ​ກຳລັງ​ຄືນ​ໃໝ່. ການ​ປ່ຽນ​ແປງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕັດສິນ​ຢ່າງ​ຖືກຕ້ອງ, ມີ​ຫົວຄິດ​ປະດິ​ດສ້າງຂອງພັກ​ກອມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈິ​ມິນ ຊຶ່ງ​ຊີ້​ນຳໂດຍກົງ​ແມ່ນ​ຄະນະ​ພັກ ​ແລະ ກອງ​ບັນຊາ​ບັ້ນຮົບ. ທ່ານ Pierre Bonny ທະຫານ​ຜ່ານ​ເສິກ​ຂອງ​ຝະລັ່ງ, ຜູ້​ໄດ້​ເຂົ້າ​ຮ່ວມບັ້ນ​ຮົບ​ດ້ຽນບຽນ​ຝູ ​​ໃຫ້​ຮູ້​ອີກ​ວ່າ :

   “ ບັນດາ​ຜູ້​ບັນຊາ​ການ​ທະຫານ​ຝະລັ່ງ ​ໄດ້​ມີ​ຄວາມ​ຜິດພາດ​ຢ່າງ​ໜັກ, ນັ້ນ​ແມ່ນ​ຕີ​ລາຄາ​ຢ່າງ​ບໍ່​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ສາມາດ​ລຳລຽງ​ຂອງ​ເຮືອບິນ. ບັນດາ​ເຮືອບິນ​ຂອງ​ຝະລັ່ງ​ຈຳ​ຕ້ອງ​ລົງ​ຈອດ​ໂດຍ​ໄວ ຍ້ອນ​ຖືກ​ລະບົບ​ປືນ​ໃຫຍ່​ປ້ອງ​ກັນ​ອາກາດ​ຂອງ​ຫວຽດມິ​ນປິດ​ລ້ອມ, ດັ່ງ​ນັ້ນ​ການ​ລຳລຽງ​ຂົນ​ສົ່ງ​ບໍ່​ອາດ​ແກ່​ຍາວ​​ໄດ້, ກອງທັບ​ຝະລັ່ງ​​ໃນ​ບັນດາທີ່​ໝັ້ນປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເບື້ອງ​ໜຶ່ງ​ແມ່ນ​ຄວາມ​ອົງອາດ​ກ້າຫານຂອງ​ທະຫານ​ຫວຽດນາມ, ​ສ່ວນ​ເບື້ອງ​ໜຶ່ງ​ແມ່ນ​ຄວາມ​ຜິດພາດ​ໃນ​ການ​ບັນຊາ​ຂອງ​ບັນດາ​ນາຍ​ທະຫານ​ຝະລັ່ງ, ດັ່ງ​ນັ້ນ ໄຊຊະນະ​ຢູ່ດ້ຽນບຽນ​ຝູ​ແມ່ນ​ເລື່ອງ​ຕ້ອງ​ເປັນ​ໄປ ”

ໄຊຊະນະດ້ຽນບຽນຝູ - ການຕີລາຄາ, ຍ້ອງຍໍຊົມເຊີຍ - ảnh 3
ນາຍ​ພົນ Christian de Castries ​ແລະ ກອງ​ບັນຊາ​ກຸ່ມ​ທີ່​ໝັ້ນ​ຂອງ​ຝະລັ່ງ
ຖືກຈັບຕົວ

  
ວັນ​ທີ 7/5/1954, ກຳລັງ​ທະຫານ​ຫວຽດນາມ​ໄດ້​ບຸກ​ເຂົ້າ​ກອງ​ບັນຊາ​ການ​ທະຫານ​ຂອງ​ຝະລັ່ງ, ຈັບ​ຕົວ​ນາຍ​ພົນ Christian de Castries ​ແລະ ກອງ​ບັນຊາ​ກຸ່ມ​ທີ່​ໝັ້ນ​ຂອງ​ຝະລັ່ງ, ອັນ​ໄດ້​ຢຸດຕິ​ໄລຍະ 9 ປີ​ແຫ່ງ​ການ​ຕໍ່ຕ້ານ​ຍາວ​ນານຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ. ພົນໂທ Anatoli Khiupenen, ຫົວໜ້າ​ຄະນະ​ຜູ້​ຊ່ຽວຊານ​ທະຫານ​ໂຊ​ຫວຽດຢູ່​ຫວຽດນາມ​ໃນ​ຊຸມ​ປີ​ຕໍ່ຕ້ານໆ​ຈັກກະພັດ​ອາ​​ເມລິ​ກາ ຕີ​ລາຄາ​ວ່າ :

   “ ​ເມື່ອ​ເວົ້າ​ເຖິງ​ຫວຽດນາມ, ​ແນ່ນອນ​ວ່າ​ແມ່ນ​ຕ້ອງ​ເວົ້າ​ເຖິງໄຊຊະນະ​ດ້ຽນບຽນ​ຝູ ​ເມື່​ອວັນ​ທີ 7/5/1954, ຂະນະ​ທີ່​ກອງທັບ​ຝະລັ່ງ​ໄດ້​ອອກ​ຍອມ​ຈຳນົນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ. ອາດ​ຈະ​ເວົ້າ​ໄດ້​ວ່າ: ນີ້​ແມ່ນໄຊຊະນະ​ທີ່​ສະຫງ່າ​ງາມ​ຂອງ​ການ​ດຳ​ເນີນ​ສົງຄາມ​ກອງ​ຫຼອນ​ດ້ວຍ​ຍຸດ​ໂທ​ບາຍ, ຍຸດທະວິທີ, ຍຸດ​ທະ​ສາດ​ທີ່​ປິ​ຊາ​ສາມາດ​ຂອງ​ກອງທັບ​ຫວຽດນາມ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ ປະທານ​ໂຮ່ຈິ​ມິນ ​ແລະ ຜູ້​ບັນຊາ​ການ​ໃຫຍ່ການ​ກະ​ຫານ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ”

    60 ປີ​ໄດ້​ຜ່ານ​ພົ້ນ​ໄປ, ​ແຕ່ ໄຊຊະນະ​ດ້ຽນບຽນ​ຝູຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ຍັງ​ຄົງ​ແມ່ນ​ໄຊຊະນະ​ພຽງ​ແຕ່​ໜຶ່ງ​ບໍ່​ມີ​ສອງ​ໃນ​ປະຫວັດ ສາດ​ການ​ທະຫານຂອງ​ໂລກ. ໄຊຊະນະ​ດ້ຽນບຽນ​ຝູ​ແມ່ນ​ປະກົດ​ການ​ຂອງ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເຕົ້າ​ໂຮມ​ເຈດ​ຈຳນົງ, ຄຸນ​ທາດ ​ແລະ ສະຕິ​ປັນຍາ​ຂອງ​ທັງ​ຊາດ​ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ