ໝາກຜົນແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ: ທະວີຄູນນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ

(VOVWORLD) - ຜູ້ມີສິດເລືອກຕັ້ງໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຈະໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຂ້ຽວຂາດກ່ວາອີກ

ໃນບັນດາກອງປະຊຸມຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແລະ ບັນດາການພົບປະກັບຜູ້ມີສິດເລືອກຕັ້ງນັ້ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຍາມໃດກໍ່ຢັ້ງຢືນຄວາມຕັດສິນໃຈຂອງພັກກອມມູນິດ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ໝາກຜົນຂອງພາລະກິດປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງພັກກອມມູນິດ ຫວຽດນາມ ພວມໄດ້ຮັບການຕີລາຄາສູງຈາກຫາງສຽງມະຫາຊົນ.

ໝາກຜົນແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ: ທະວີຄູນນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ - ảnh 1 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ (ພາບ: VN economy)

        ໃນໄລຍະຜ່ານມາ, ພະນັກງານສະມາຊິກພັກ ແລະ ປະຊາຊົນໄດ້ເຫັນປະຈັກຕາການເຂົ້າຮ່ວມຢ່າງຂ້ຽວຂາດຂອງພັກ, ຂອງທັງລະບົບການເມືອງ, ພິເສດ ແມ່ນບົດບາດຂອງຜູ້ນຳໜ້າ ແລະ ຄວາມຮັບຜິດຊອບຂອງຄະນະພັກໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໂດຍຜ່ານການຂຶ້ນສານດຳເນີນຄະດີ, ພິພາກສາບັນດາຄະດີເສດຖະກິດສໍ້ລາດບັງຫຼວງຢ່າງຮ້າຍແຮງ. ສິ່ງດັ່ງກ່າວ ເຮັດໃຫ້ບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.

        ເຕົ້າໂຮມໄດ້ຄວາມມຸ່ງມາດປາດຖະໜາ, ເຈດຈຳນົງຂອງທົ່ວພັກ, ທົ່ວປວງຊົນ

        ຫວ່າງແລ້ວນີ້, ເມື່ອທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ຜູ້ມີສິດເລືອກຕັ້ງນະຄອນ ຮ່າໂນ້ຍ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງພັກກອມມູນິດ ຫວຽດນາມ ໃນກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ໄພຫຍໍ້ທໍ້. ໄປຄຽງຄູ່ກັບການຢືນຢັນໝາກຜົນແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ທີ່ນັບມື້ນັບໄດ້ຮັບການປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ຕໍ່ລະບອບ, ຜູ້ມີສິດເລືອກຕັ້ງໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຈະໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຂ້ຽວຂາດກ່ວາອີກ. ທ່ານ ຫງວຽນວີອຽນ ມີຄຳເຫັນວ່າ:

        “ຜູ້ມີສິດເລືອກຕັ້ງຕີລາຄາສູງທີ່ສຸດຕໍ່ບົດບາດຂອງທ່ານເລຂາທິການໃຫຍ່, ຂອງຄະນະກຳມະການກວດກາສູນກາງພັກ ໄດ້ເຕົ້າໂຮມແນວຄິດຈິດໃຈ, ອາລົມຈິດ, ຄວາມມຸ່ງມາດປາດຖະໜາ, ເຈດຈຳນົງຂອງທົ່ວພັກ, ທົ່ວປວງຊົນໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ ເພື່ອກໍ່ສ້າງ, ປ້ອງກັນພັກ, ປ້ອງກັນລະບອບ. ຜູ້ມີສິດເລືອກຕັ້ງ ມີຄວາມປາດຖະໜາວ່າ ກິດຈະການປ້ອງກັນ, ຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ ຈະສືບຕໍ່ໄດ້ຮັບການປະຕິບັດຢ່າງຂ້ຽວຂາດ ແລະ ແຂງແຮງກ່ວາອີກ. ປາດຖະໜາວ່າ ບັນດາຄະດີສໍ້ລາດບັງຫລວງທັງໝົດນັ້ນ ລ້ວນແຕ່ໄດ້ຮັບການແກ້ໄຂຢ່າງທັນການ, ເຂັ້ມງວດດ້ວຍການປະຕິບັດວິໄນ, ດ້ວຍທາງອາຍາ, ເພື່ອສືບຕໍ່ກ່າວເຕືອນ, ສະກັດກັ້ນການສໍ້ລາດບັງຫລວງ, ເຮັດໃຫ້ກົງຈັກລັດປອດໃສ, ຖອນຄືນຊັບສິນຖືກຮົ່ວໄຫຼ ຄືດັ່ງທີ່ໄດ້ຖອນຄືນຢູ່ບັນດາຄະດີຜ່ານມາ

        ສ່ວນທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືວ່າ: ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາ ບັນລຸໄດ້ບາງໝາກຜົນໃນເບື້ອງຕົ້ນ, ສາມາດຕອບສະໜອງຄວາມມຸ່ງຫວັງ, ລໍຄອຍຂອງປະຊາຊົນໄດ້ສ່ວນໃດສ່ວນໜຶ່ງ. ທ່ານເລຂາທິການໃຫຍ່ກໍ່ຢືນຢັນວ່າ ບັນລຸໄດ້ໝາກຜົນຄືດັ່ງກ່າວ ແມ່ນຍ້ອນມີການລະດົມກຳລັງໃຈ ແລະ ການສະໜັບສະໜູນຈາກມະຫາຊົນ.

        ເສີມຂະຫຍາຍບົດບາດຂອງທັງລະບົບໃນການປ້ອງກັນ, ຕ້ານການສໍ້ລາດບັງຫລວງ

        ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ, ກິດຈະການປ້ອງກັນ,ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ, ສັບສົນຫລາຍຢ່າງ ແລະ  “ບໍ່ມີໃຜອາດຈະຫລີກລ້ຽງໄດ້, ບໍ່ມີໃຜຈະຢືນຢູ່ນອກກໍລະນີໄດ້”. ເຖິງຢ່າງໃດກໍ່ຕາມ, ໃນການຕໍ່ສູ້ກັບການສໍ້ລາດບັງຫລວງນັ້ນ ຄວນເອົາໃຈໃສ່ເຖິງ “ການປ້ອງກັນ” ຫລາຍກ່ວາການ “ຕ້ານ”. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວວ່າ:

        “ພວກເຮົາບໍ່ພຽງແຕ່ຕ້ານເທົ່ານັ້ນ, ພື້ນຖານແມ່ນສ້າງໃນໄລຍະຍາວ. ຕ້ານແມ່ນສຳຄັນທີ່ສຸດ, ຮີບດ່ວນທີ່ສຸດ, ຕ້ອງປະຕິບັດ ແລະ ປະຕິບັດຢ່າງຂ້ຽວຂາດ. ແຕ່ບໍ່ແມ່ນວ່າ ຍາມໃດກໍ່ໄປຕ້ານ, ເກີດແລ້ວຈຶ່ງຕ້ານ, ພ້ອມກັນນັ້ນ ກໍ່ຕ້ອງສ້າງເພື່ອສະກັດກັ້ນ. ບໍ່ແມ່ນວ່າປັບໄໝລົງໂທດຢ່າງໜັກແລ້ວແມ່ນດີ, ສຳຄັນແມ່ນຜູ້ລະເມີດຕ້ອງຮັບຮູ້ໄດ້ຄວາມຜິດພາດ, ຈຸດອ່ອນຂອງຕົນ. ຄືດັ່ງຂ້າພະເຈົ້າໄດ້ເວົ້າມານັ້ນ, ຖ້າຫາກວ່າ ຕົນເອງໄດ້ລະເມີດໄປແລ້ວ ເຖິງວ່າ ຈະໜ້ອຍຫຼືຫລາຍກໍ່ຕາມ ຕ້ອງປັບຕົວດ້ວຍຕົນເອງ ນັ້ນແມ່ນວິທີແກ້ໄຂດີທີ່ສຸດ. ພິເສດແມ່ນຕ້ອງຖອນຄືນໄດ້ຊັບສິນ, ບໍ່ປະໃຫ້ຖືກຮົ່ວໄຫຼ່ ແລະ ຕ້ອງເຮັດໃຫ້ປະຊາຊົນມີຄວາມເພິ່ງພໍໃຈ

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ຖືວ່າ: ຈຳເປັນ ຕ້ອງຍົກສູງບົດບາດຕິດຕາມກວດກາຢູ່ຂັ້ນຮາກຖານ ເພື່ອລະດົມກຳລັງແຮງຂອງທັງລະບົບການເມືອງໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງໃນໄລຍະຈະມາເຖິງ. ເພື່ອໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງບັນລຸປະສິດທິຜົນ, ຈຳເປັນ ຕ້ອງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ແລະ ຢຶດໝັ້ນ, ເດັດດ່ຽວໃນພາລະກິດຕໍ່ສູ້ນີ້. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:

        “ຕ້ານການສໍ້ລາດບັງຫລວງຕ້ອງສົມທົບກັບການປະຕິບັດບັນດາມະຕິຕ່າງໆຂອງສູນກາງພັກໃຫ້ຄົບຊຸດ, ຄືມະຕິສູນກາງພັກຄັ້ງທີ 6 ກ່ຽວກັບການຊັບຊ້ອນ, ເຮັດໃຫ້ກົງຈັກການຈັດຕັ້ງກະທັດລັດເບົາບາງ ຫຼື ມະຕິສູນກາງພັກຄັ້ງທີ 7 ກ່ຽວກັບການປັບປຸງເງິນເດືອນ, ການປະກັນສັງຄົມ, ກໍ່ແມ່ນສ້າງເງື່ອນໄຂ, ສົມທົບກັນສະກັດກັ້ນການສໍ້ລາດບັງຫລວງ. ພ້ອມກັນນັ້ນ ກໍ່ຕ້ອງຕ້ານການສໍ້ລາດບັງຫລວງໃນວຽກງານພະນັກງານ

        ເບິ່ງລວມແລ້ວ, ການແກ້ໄຂບັນດາຄະດີເສດຖະກິດສໍ້ລາດບັງຫລວງ ໃນໄລຍະຜ່ານມາ ໄດ້ນຳມາເຊິ່ງໝາກຜົນຢ່າງຕັ້ງໜ້າ, ເຖິງຢ່າງໃດກໍ່ຕາມ ການສໍ້ລາດບັງຫລວງລາຍນ້ອຍຍັງຄົງປະກົດຢູ່ ແລະ ການທຳລາຍເປັນໜ້າເກງຂາມ, ເຮັດໃຫ້ຂາດຄວາມເຊື່ອໝັ້ນໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນພາກສ່ວນໜຶ່ງ. ຍິ່ງກ່ວາເວລາໃດໝົດ, ບັນດາອົງການຈັດຕັ້ງພັກ ຍັງຕ້ອງຍົກສູງຄວາມຮັບຜິດຊອບ, ບໍ່ໄດ້ຖືເບົາການສໍ້ລາດບັງຫລວງລາຍນ້ອຍ ແລະ ບໍ່ຖືເບົາວຽກງານຢູ່ທ້ອງຖິ່ນ, ຫົວໜ່ວຍຂອງຕົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ໃນໄລຍະຈະມາເຖິງ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຈະໄດ້ຜັນຂະຫຍາຍຢ່າງຂ້ຽວຂາດກ່ວາຢູ່ຂັ້ນທ້ອງຖິ່ນ ແລະ ລົງຮອດຂັ້ນຕາແສງ. ຖ້າຫາກເຮັດໄດ້ສິ່ງດັ່ງກ່າວ ທັງຈະເປັນການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ທັງເປັນການສຶກສາອົບຮົມພະນັກງານ, ສະມາຊິກພັກ, ຊ່ວຍໃຫ້ພະນັກງານ, ສະມາຊິກພັກມີຄວາມສຸມຈິດສຸມໃຈດຸໝັ່ນຂະຫຍັນພຽນ, ເຮັດວຽກເພື່ອປະຊາຊົນ, ເພື່ອປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ