ກວ໋າງ​ນິງ: ເພີ່ມ​ “ກຳລັງໜູນ” ໃຫ້​ແກ່​ການ Startup ນະ​ວັດ​ຕະ​ກຳຂອງ​ທ້ອງ​ຖິ່ນ

(VOVWORLD) - ດ້ວຍບັນດາມາດຕະການຈາກນະໂຍບາຍຮອດຕົວຈິງ, ແຂວງ ກວ໋າງນິງ ພວມມີບັນດາບາດກ້າວລະອຽດໃນການຫັນຍຸດທະສາດພັດທະນາລະບົບນິເວດແຫ່ງນະວັດຕະກຳເປັນລະອຽດ, ການ Startup ນະວັດຕະກຳໃນບໍລິເວນ, ປະກອບສ່ວນປະຕິບັດສຳເລັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ.

ກວ໋າງ​ນິງ: ເພີ່ມ​ “ກຳລັງໜູນ” ໃຫ້​ແກ່​ການ Startup ນະ​ວັດ​ຕະ​ກຳຂອງ​ທ້ອງ​ຖິ່ນ - ảnh 1ເວທີປາໄສ Startup ແຫ່ງຊາດຄັ້ງທີ 7 (ພາບ: VOV)

ກ່ອນນີ້ບໍ່ດົນ, ແຂວງ ກວ໋າງນິງ ໄດ້ເຫັນດີເປັນເອກະພາບເຊັນການຮ່ວມມືຍຸດທະສາດ ກັບກຸ່ມບໍລິສັດ FPT. ແຂວງ ກວ໋າງນິງ ຕັ້ງຫວັງວ່າ ກຸ່ມບໍລິສັດເຕັກໂນໂລຢີ FPT ຈະຮ່ວມເດີນທາງໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ດຶງດູດບັນດາວິສາຫະກິດເຕັກໂນໂລຢີມາລົງທຶນໃນບໍລິເວນແຂວງ. ທ່ານ ຫງວຽນຢຸຍເຟືອກ, ຫົວໜ້າຜູ້ຕາງໜ້າກຸ່ມບໍລິສັດ FPT ປະຈຳ ກວ໋າງນິງ, ຜູ້ອຳນວຍການການຫັນເປັນດີຈີຕອນ ກວ໋າງນິງ ຂອງ FPT ຖືວ່າ ໜຶ່ງໃນບັນດາໜ້າທີ່ຮັບຜິດຊອບຂອງຫົວໜ່ວຍ ແມ່ນປະກອບສ່ວນໜູນຊ່ວຍບັນດາວິສາຫະກິດໜຸ່ມ, ວິສາຫະກິດ Startup ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາຢູ່ແຂວງ ກວ໋າງນິງ:

ພວກຂ້າພະເຈົ້າເປີດໂຮງຮຽນລະຫວ່າງຊັ້ນຢູ່ ກວ໋າງນິງ ຈຳນວນໜຶ່ງໃນໄລຍະຈະມາເຖິງ, ກໍ່ຄືຮຽກຮ້ອງບັນດານັກລົງທຶນອື່ນໃນລະບົບນິເວດຂອງ FPT. ປັດຈຸບັນ ບັນດາວຽກງານນີ້ ພວມໄດ້ຮັບການສົ່ງເສີມເພື່ອແນໃສ່ປະກອບສ່ວນຮັບໃຊ້ທ້ອງຖິ່ນ, ແບ່ງປັນບົດຮຽນປະສົບການ ແລະ ຊ່ວຍໃຫ້ບັນດາວິສາຫະກິດຢູ່ ກວ໋າງນິງ ອາດສາມາດມີບາດກ້າວທີ່ໄວ ແລະ ຖືກຕ້ອງທີ່ສຸດ.

ການເຊື່ອມຕໍ່ລະຫວ່າງລັດ - ນັກວິທະຍາສາດ - ວິສາຫະກິດ - ນັກລົງທຶນ, ອົງການຈັດຕັ້ງສາກົນແມ່ນໜຶ່ງໃນບັນດາມາດຕະການທີ່ແຂວງ ກວ໋າງນິງ ຖືເປັນຈຸດສຸມ ເພື່ອແນໃໃສ່ເຕົ້າໂຮມແຫຼ່ງກຳລັງປະຕິບັດ ມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ.

ອ້າຍ ຟ້າມກວາງຕຸງ, ປະທານສະໂມສອນ ການລົງທຶນ ແລະ Startup ແຂວງ ກວ໋າງນິງ, ຮອງປະທານສະມາຄົມນັກທະລຸກິດໜຸ່ມ ແຂວງ ກວ໋າງນິງ ຢັ້ງຢືນວ່າ: ນັບແຕ່ເວລາມະຕິໄດ້ວາງອອກ, ບັນດາຈຸດເນັ້ນໃນນະໂຍບາຍສະຫງວນສະເພາະໃຫ້ແກ່ການ Startup ນະວັດຕະກຳ ໂດຍບັນດາວິສາຫະກິດ Startup ທ້ອງຖິ່ນໄດ້ມີຄວາມສົນໃຈ ແລະ ລໍຄອຍ. ປັດຈຸບັນ ສະໂມສອນ ຍັງສືບຕໍ່ຈັດຕັ້ງບັນດາວາລະ ກາເຟ Startup ເພື່ອປະກອບສ່ວນເຊື່ອມຕໍ່, ແຜ່ກະຈາຍຈິດໃຈ ແລະ ຍົກສູງທັກສະບໍລິຫານ, ຄຸ້ມຄອງຈຳນວນໜຶ່ງໃຫ້ແກ່ບັນດາສະມາຊິກ.

ປັດຈຸບັນ ມີຫຼາຍວິສາຫະກິດ Startup ເຂົ້າຮ່ວມ, ໜູນຊ່ວຍບັນດາກຸ່ມ, ເຂດອຸດສາຫະກຳ ຫຼື ຮັບໃຊ້ບັນດາວິສາຫະກິດໃຫຍ່. ກຳນົດທິດໃນໄລຍະຈະມາເຖິງ ທາງແຂວງຈະສ້າງເງື່ອນໄຂ, ມີແຫຼ່່ງທີ່ດິນພື້ນຖານໂຄງລ່າງ, ໜ້າພຽງເພື່ອໃຫ້ວິສາຫະກິດ ອາດສາມາດເຂົ້າຮ່ວມບັນດາລະບົບສະໜອງຄື: logistic… ພວກຂ້າພະເຈົ້າຖືວ່ານີ້ແມ່ນໂອກາດໃຫຍ່ທີ່ສຸດ ແລະ ຈະຮ່ວມເດີນທາງພ້ອມກັບບັນດາການເຄື່ອນໄຫວເຊິ່ງແຂວງ ມີຄວາມສົນໃຈ.

ກວ໋າງ​ນິງ: ເພີ່ມ​ “ກຳລັງໜູນ” ໃຫ້​ແກ່​ການ Startup ນະ​ວັດ​ຕະ​ກຳຂອງ​ທ້ອງ​ຖິ່ນ - ảnh 2ສະໂມສອນ ການລົງທຶນ ແລະ Startup ແຂວງ ກວ໋າງນິງ (ພາບ: VOV)

ພ້ອມກັບການ Startup ທີ່ປະດິດຄິດສ້າງໃນບໍລິເວນແຂວງ ກວ໋າງນິງ ຈົນຮອດປີ 2030, ໂຄງການສ້າງທີ່ປຶກສາ ແລະ ສະຫະພັນປ່ຽນແປງໃໝ່ໃນບັນດາຂົງເຂດທີ່ເປັນທ່າແຮງຂອງ ກວ໋າງນິງ ຄື ການທ່ອງທ່ຽວ ແລະ ການບໍລິການອັດສະລິຍະ, ອຸດສາຫະກຳສີຂຽວ, logistics ແລະ ຕົວເມືອງອັດສະລິຍະກໍ່ໄດ້ຮັບການຍູ້ແຮງຈາກທາງແຂວງ. ຜ່ານນັ້ນ ກໍ່ປະກອບສ່ວນເຂົ້າການພັດທະນາລະບົບນິເວດແຫ່ງການ Startup ປະດິດຄິດສ້າງ, ສ້າງໂຄງລ່າງສູນກໍ່ສ້າງວິສາຫະກິດ ແລະ ເຊື່ອມຕໍ່ແຫຼ່ງກຳລັງເພື່ອໃຫ້ບັນດາແນວຄິດປະດິດຄິດສ້າງນີ້ ພັດທະນາ. ທ່ານ ຫວູວັນຢຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

ປັດຈຸບັນ ທາງແຂວງສືບຕໍ່ສະຫງວນແຫຼ່ງກຳລັງເພື່ອໃຫ້ບຸລິມະສິດບັນດາໂຄງການວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ມານະພະຍາຍາມເລີ່ມປະຕິບັດໃນປີ 2025 ແລະ ສ້າງທ່ວງທ່າໃຫ້ແກ່ໄລຍະ 2026 – 2030. ໃນນັ້ນ ກຳນົດສ້າງກົນໄກກ່ຽວກັບທຶນ, ສົ່ງເສີມກອງທຶນລົງທຶນ ເອກະຊົນ, ວິສາຫະກິດໃຫຍ່ ຮ່ວມເດີນທາງອຸປະຖຳໃຫ້ແກ່ໂຄງການ, ທົດລອງກົນໄກສັ່ງຊື້ພາກສາທາລະນະໃຫ້ແກ່ຜະລິດຕະພັນປ່ຽນແປງໃໝ່, ສອດຄ່ອງກັບກົດໝາຍໃນປັດຈຸບັນ.

ກວ໋າງນິງ ພວມມີພື້ນຖານອັນໝັ້ນແກ່ນເມື່ອການເຕີບໂຕ GRDP ໃນ 6 ເດືອນຕົ້ນປີ 2025 ຢູ່ລະດັບສອງຕົວເລກ, ມຸ່ງໄປເຖິງເປົ້າໝາຍທັງປີແມ່ນກ່ວາ 14%. ທາງແຂວງ ກໍ່ນອນໃນກຸ່ມນຳໜ້າທົ່ວປະເທດກ່ຽວກັບດັດສະຊີແກ້ງແຍ້ງຂັ້ນແຂວງ PCI ຢ່າງລຽນຕິດ, ປະຕິຮູບການບໍລິຫານ, ການຫັນເປັນດີຈີຕອນຂັ້ນຮາກຖານ ມີຫຼາຍຄວາມກ້າວໜ້າ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິສາຫະກິດ ແລະ Startup ພັດທະນາ. ດ້ວຍບັນດາ“ກຳລັງໜູນ”ໃໝ່, ການ Startup ທີ່ປະດິດຄິດສ້າງຕິດພັນກັບການຫັນເປັນດີຈີຕອນ ແລະ ຍຸດທະສາດພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວຂອງແຂວງ ກໍ່ຈະຊ່ວຍໃຫ້ທ້ອງຖິ່ນ ກ້າວໄປໃນວິວັດການບຸກທະລຸໄວກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ