(VOVWORLD) - ມີໝາກໄມ້ຫຼາຍຊະນິດທີ່ເປັນສິນພິເສດຂອງເຂດພູດອຍ ແຂວງແຄ້ງຮວ່າ ທີ່ພວມເຂົ້າເຖິງຕະຫຼາດໂດຍໄວ ແລະ ກວ້າງກວ່າຍ້ອນການຫັນເປັນດີຈີຕອນ. ບັນດາເຮືອນສວນໄດ້ນຳໃຊ້ລະຫັດ QR ຄົ້ນຫາຕົ້ນກຳເນີດ, ໄລ໌ສົດ ຂາຍເຄື່ອງຢູ່ກັບສວນ, ປ່ຽນແປງວິທີການໂຄສະນາ ແລະ ຈຳໜ່າຍຜະລິດຕະພັນກະເສດ.
ແຂກທ່ອງທ່ຽວໄປຢ້ຽມຊົມສວນໝາກພ້າວຢູ່ ແຄ້ງຮ່ວາ (ພາບ: VOV) |
ຢູ່ຫ້ອງໂຖງໃຫຍ່ຂອງໂຮງແຮມຫຼູຫຼາແຫ່ງໜຶ່ງຢູ່ ຍາຈາງ, ໝາກພ້າວຊຽມສີຂຽວ, ງາມຕາໄດ້ວາງຂາຍຢ່າງໂດດເດັ່ນຢູ່ຮ້ານຂາຍໝາກໄມ້ຮັບໃຊ້ແຂກທ່ອງທ່ຽວ. ໝາກພ້າວແຕ່ລະໜ່ວຍລ້ວນແຕ່ມີລະຫັດ QR ນ້ອຍໆ. ເມື່ອ Scan QR ດ້ວຍໂທລະສັບ, ຜູ້ບໍລິໂພກຈະສາມາດຊອກຫາຂໍ້ມູນກ່ຽວກັບຟາມ, ວິວັດການບົວລະບັດ, ວັນເວລາເກັບກູ້, ວິທີການຂົນສົ່ງ…ໄດ້ຢ່າງຄົບຖ້ວນ. ບັນດາໝາກພ້າວນີ້ ມາຈາກຟາມທີ່ມີເນື້ອທີ່ 5 ເຮັກຕາຂອງ ລຸງ ຫງວຽນຟີເຈື່ອງ, ຢູ່ຕາແສງ ໄຕນິງຮວ່າ, ເຂດດິນແດນທີ່ມີອາກາດແຫ້ງ, ດິນປົນກັບຊາຍ, ເໝາະສົມເພື່ອປູກໝາກພ້າວຕາມທິດອົງຄະທາດ. ໝາກພ້າວຊຽມແມ່ນຜະລິດຕະພັນຫຼັກແຫຼ່ງຂອງຟາມ, ໄດ້ສະໜອງໃຫ້ບັນດາໂຮງແຮມ ແລະ ສະຖານທີ່ທ່ອງທ່ຽວ. ບໍ່ພຽງແຕ່ປູກໝາກພ້າວເທົານັ້ນ, ລຸງ ເຈື່ອງ ຍັງໄດ້ສົມທົບກັບການເປີດບໍລິການໃຫ້ເຂົ້າທ່ຽວຊົມຟາມເພື່ອຍົກສູງຄຸນນະພາບຜະລິດຕະພັນ. ລຸງ ຫງວຽນຟີເຈື່ອງ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າມານະພະຍາຍາມເພື່ອໃຫ້ລູກຄ້າເຂົ້າໃຈວ່າ ໝາກພ້າວຢູ່ທີ່ນີ້ຕ່າງກັບເຂດທາງທິດຕາເວັນຕົກຄືແນວໃດ. ພວກຂ້າພະເຈົ້າເລືອກແນວພັນອື່ນ, ປູກຝັງຕາມແບບອົງຄະທາດ, ດັ່ງນັ້ນ ຄຸນນະພາບ ແລະ ລົດຊາດກໍ່ແຕກຕ່າງກັນ. ການໝູນໃຊ້ເຕັກໂນໂລຢີບໍ່ພຽງແຕ່ເພື່ອຂາຍເຄື່ອງເທົ່ານັ້ນ ຫາກຍັງເພື່ອເລົ່າເລື່ອງລາວທີ່ວ່າ ກິນໝາກພ້າວໜ່ວຍໜຶ່ງແມ່ນເຂົ້າໃຈໄດ້ທັງວັດທະນະທຳໃນການປູກໝາກພ້າວ, ເຂົ້າໃຈເຂດດິນແດນ ນິງຮວ່າ ແລະ ບັນດາຂໍ້ມູນຕິດພັນກັບໝາກພ້າວແຕ່ລະໜ່ວຍຢ່າງລະອຽດ.
ບໍ່ພຽງແຕ່ໝາກພ້າວຊຽມ, ໝາກກ້ຽງໃຫຍ່ເປືອກຂຽວປູກຢູ່ເຂດພູສູງແຂວງແຄ້ງຮວ່າ ກໍ່ໄດ້ບໍລິໂພກເປັນຈຳນວນຫຼາຍຍ້ອນມີວິທີການເຮັດທີ່ມີຫົວຄິດປະດິດສ້າງ. ເອື້ອຍ ຫງວຽນທິເງິນ, ຢູ່ຕາແສງແຄ້ງຮວ່າ ກ້າຫານປ່ຽນແປງຮູບແບບການຂາຍເຄື່ອງຜ່ານການ ໄລ໌ສົດ ຢູ່ກັບສວນເພື່ອແນະນຳຜະລິດຕະພັນ. ຜູ້ຊື້ອາດສາມາດເບິ່ງໝາກກ້ຽງໃຫຍ່ແຕ່ລະໜ່ວຍ, ຮັບຟັງການແນະນຳຢ່າງລະອຽດ ແລ້ວຈຶ່ງຕັດສິນຊື້. ການໄລ໌ສົດ ບາງຄັ້ງມີຜູ້ຊົມກວ່າ 10.000 ເທື່ອຄົນ.
ໝາກພ້າວຕິດລະຫັດ QR (ພາບ: VOV) |
ໃນເບື້ອງຕົ້ນລູກຄ້າຍັງລັງເລໃຈ ຍ້ອນວ່າໝາກກ້ຽງໃຫຍ່ ແຄ້ງວິງ ບໍ່ງາມຕາ, ແຕ່ເມື່ອຊິມ ພັດຖືກຊັກຊວນໃຈຍ້ອນລົດຫວານທີ່ເຂັ້ມຂຸ້ນ, ກອບ ແລະ ຫອມ. ນັບແຕ່ການໄລ໌ສົດຂາຍທຳອິດ, ເອື້ອຍ ເງິນ ໄດ້ສ້າງຕັ້ງ ບໍລິສັດສົ່ງອອກນຳເຂົ້າໝາກໄມ້ ແລະ ຜະລິດຕະພັນ ເງິນຫງວຽນ ຈຳກັດ, ແຕ່ລະປີໄດ້ເກັບຊື້ໝາກກ້ຽງໃຫຍ່ກວ່າ 800 ໂຕນ ຈາກເນື້ອທີ່ປະມານ 300 ເຮັກຕາຂອງປະຊາຊົນທ້ອງຖິ່ນ. ປັດຈຸບັນ ຜະລິດຕະພັນໄດ້ມີລະຫັດ QR ຄົ້ນຫາຕົ້ນກຳເນີດ, ສະແຕມເຄື່ອງໝາຍການຄ້າ, ບັນລຸມາດຖານ OCOP (ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ) ແລະ ໄດ້ບໍລິໂພກຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ເອື້ອຍ ຫງວຽນທິເງິນ ໃຫ້ຮູ້ວ່າ:
ພາຍຫຼັງພວກຂ້າພະເຈົ້າສຳຜັດກັບການຫັນເປັນດີຈີຕອນ, ເລີ່ມໄລ໌ສົດຫຼາຍຂຶ້ນ ແລະ ເຊື່ອມຕໍ່ກັບຜູ້ບໍລິໂພກໂດຍກົງ, ພັດເກີດມີຄວາມຫຍຸ້ງຍາກຕື່ມຈຳນວນໜຶ່ງ. ບັນຫາຫຍຸ້ງຍາກທີ່ສຸດແມ່ນກ່ຽວກັບການຫຸ້ມຫໍ່, ຮູບແບບ ແລະ ພິເສດແມ່ນການຂົນສົ່ງ, ເຮັດແນວໃດເພື່ອໃຫ້ສິນຄ້າຍັງສົດ ແລະ ແຊບເມື່ອໄປເຖິງມືຜູ້ບໍລິໂພກ. ນັ້ນແມ່ນທັງວິວັດການໜຶ່ງ, ຂ້າພະເຈົ້າຕ້ອງແກ້ໄຂແຕ່ລະຂັ້ນຕອນ ແລະ ພິເສດແມ່ນຕ້ອງເຊື່ອມຕໍ່ທຸກຂອດ, ນັບແຕ່ການເກັບກ່ຽວ, ການຂົນສົ່ງ ແລະ ມອບສິນຄ້າ.
ໝາກໄມ້ພິເສດຊະນິດຕ່າງໆຄື: ຖົ່ວລຽນ, ໝາກກ້ຽງໃຫຍ່, ໝາກພ້າວ… ໃນເມື່ອກ່ອນສ່ວນຫຼາຍແມ່ນບໍລິໂພກຜ່ານພໍ່ຄ້າ ປັດຈຸບັນອາດສາມາດຂາຍເຄື່ອງໂດຍກົງໃຫ້ແກ່ຜູ້ບໍລິໂພກຜ່ານທາງເຄືອຂາຍອິນເຕີເນັດ, ຕະຫຼາດການຄ້າເອເລັກໂຕນິກ, ໂຄສະນາຜ່ານແຟລດຟອມດີຈີຕອນ. ອຳນາດການປົກຄອງຮ່ວມເດີນທາງ, ໜູນຊ່ວຍປະຊາຊົນ, ວິສຫະກິດ ສົ່ງເສີມການໂຄສະນາ, ບໍລິໂພກຜະລິດຕະພັນ. ທ່ານ ຫງວຽນງອກເຊີນ, ຮອງຫົວໜ້າພະແນກຊົນເຜົ່າ ແລະ ສາສະໜາແຂວງ ແຄ້ງຮວ່າ ໃຫ້ຮູ້ວ່າ:
ປັດຈຸບັນມີເພື່ອນໜຸ່ມຫຼາຍຄົນກໍ່ຮູ້ຈັກເຖິງເຕັກໂນໂລຢີດີຈີຕອນເພື່ອຂາຍເຄື່ອງ, ແຕ່ຂອບຂະໜາດຍັງຍ່ອຍໆ, ກະແຈກກະຈາຍ. ພວກເຮົາຕ້ອງສ້າງ ແລະ ຄ່ອຍໆສ້າງເຄື່ອງໝາຍການຄ້າໃຫ້ເຕີບໃຫຍ່ເຂັ້ມແຂງ. ເມື່ອນັ້ນ, ຈິ່ງອາດສາມາດເວົ້າເຖິງການຂາຍຜະລິດຕະພັນຂອງພວກເຮົາໄປເຖິງມືຜູ້ບໍລິໂພກ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກເຂົາເຈົ້າ. ການຂາຍເຄື່ອງແບບທາງໄກທີ່ມີປະສິດທິຜົນນັ້ນ ບັນຫາຫຼັກແຫຼ່ງຍັງແມ່ນຄຸນນະພາບຂອງສິນຄ້າ, ນັ້ນແມ່ນສິ່ງສຳຄັນທີ່ສຸດ.
ການເປັນດີຈີຕອນເຂດພູສູງແຂວງ ແຄ້ງຮວ່າ ໄດ້ປະຕິບັດໃນທຸກຂອດຂອງລະບົບມູນຄ່າກະສິກຳ, ຊ່ວຍຫັນການຜະລິດໃຫ້ດີທີ່ສຸດ, ຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເປີດກວ້າງຕະຫຼາດ. ຜ່ານນັ້ນ, ກໍ່ຄ່ອຍໆປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເປັນເທື່ອລະກ້າວ, ຊຸກກຍູ້ເສດຖະກິດທ້ອງຖິ່ນພັດທະນາແບບຍືນຍົງ.