(VOVWORLD) - ການຫັນເປັນດີຈີຕອນພວມເຮັດໃຫ້ວິທີການຜະລິດ, ການຄຸ້ມຄອງ ແລະ ການບໍລິໂພກຜະລິດຕະພັນກະເສດຢູ່ແຂວງ ຢາລາຍ ມີການປ່ຽນແປງໂດຍພື້ນຖານ. ຈາກບັນດາລາຍການ livestream ຂາຍເຄື່ອງຂອງວິສາຫະກິດຂະໜາດໜ້ອຍ, ຕະຫຼອດຮອດບັນດາຮູບແບບກະສິກຳອັດສະລິຍະ, ການບໍລິຫານເຂດວັດຖຸດິບດ້ວຍ big data ແລະ ເຕັກໂນໂລຢີດີຈີຕອນ, ຂະແໜງກະສິກຳ ຢາລາຍ ໄດ້ຫຼຸດຄ່າໃຊ້ຈ່າຍເທື່ອລະກ້າວ, ຫຼຸດຜ່ອນລະບົບນາຍໜ້າເປັນກາງລົງ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ບືນຕົວອອກໄປໄກໃນຕະຫຼາດ.
ເອື້ອຍ ກ່ຽວ livestream ຂາຍຜະລິດຕະພັນຊີ້ນງົວແຫ້ງ ຮຸຍຫວູດັກດວາ |
ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດ ປີມະເມຍ, ກຳມະກອນຢູ່ຮາກຖານເຮັດຊີ້ນງົວແຫ້ງ ຮຸຍຫວູ ດັກດວາ (ແຂວງ ຢາລາຍ) ກໍຫົວຂິດຫົວໄຖຫຸ້ມຫໍ່ສິນຄ້າຕາມໃບສັ່ງຊື້. ຢູ່ສະຖານທີ່ແຫ່ງນີ້, ເອື້ອຍ ຫງວຽນທິຢຽມກ່ຽວ, ເຈົ້າຂອງຮາກຖານຜະລິດ ໄດ້ຈັດໂຕະນ້ອຍໜຶ່ງໜ່ວຍພ້ອມດ້ວຍຈານຊີ້ນງົວແຫ້ງ ແລະ ຜະລິດຕະພັນ 3 – 4 ຖົງພວມ livestream ຂາຍເຄື່ອງໃນບັນດາ platform ສື່ສັງຄົມອອນລາຍ. ເອື້ອຍກ່ຽວໃຫ້ຮູ້ວ່າ 3 ປີກ່ອນ, ເຖິງວ່າຜະລິດຕະພັນຊີ້ນງົວແຫ້ງ ຮຸຍຫວູດັກດວາ ໄດ້ຮັບການຢັ້ງຢືນເປັນຜະລິດຕະພັນ OCOP 4 ດາວຂອງແຂວງກໍຕາມ, ແຕ່ຍັງຍາກທີ່ຈະແກ້ງແຍ້ງກັບບັນດາຜະລິດຕະພັນປະເພດດຽວກັນໃນຕະຫຼາດ. ຫຼັງຈາກນັ້ນ, ເອື້ອຍໄດ້ຊອກຫາຫຼາຍແບບວິທີນຳຜະລິດຕະພັນຂອງຕົນວາງຂາຍໃນບັນດາ ແອັບ ການຄ້າເອເລັກໂຕນິກ, ໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃຈການໂຄສະນາ, ແນະນຳຜະລິດຕະພັນໄດ້ຊ່ວຍໃຫ້ເຄື່ອງໝາຍການຄ້າ ຊີ້ນງົວແຫ້ງ ຮຸຍຫວູດັກດວາ ໄດ້ເປັນທີ່ຮູ້ຈັກກັບຜູ້ບໍລິໂພກຈຳນວນຫຼາຍ, ມີຈຸດເວລາບັນລຸລາຍຮັບໄດ້ 1 ຕື້ດົ່ງຕໍ່ເດືອນ ແລະ ໄດ້ມີບັນດາງວດສິນຄ້າສົ່ງອອກໄປຍັງຕະຫຼາດສິງກະໂປ ອີກດ້ວຍ.
“ໃນຕົວຈິງ, ບ້ວງຂາຍຍ່ອຍເພີ່ມຂຶ້ນພຽງແຕ່ 10% ຫາ 15% ແຕ່ໝາກຜົນທີ່ບັນລຸໄດ້ແມ່ນມີໃບສັ່ງຊື້ສິນຄ້າເປັນຈຳນວນຫຼາຍໃບ. ອັດຕາຄູ່ຮ່ວມມືທີ່ຮູ້ຈັກເຖິງພວກຂ້າພະເຈົ້າຜ່ານບັນດາຊ່ອງທາງອອນລາຍແມ່ນສູງພໍສົມຄວນ. ເລື່ອງຫັນເປັນດີຈີຕອນໄດ້ຊ່ວຍໃຫ້ບໍລິສັດຫຼາຍທີ່ສຸດ. ເມື່ອເລື່ອງລາວກ່ຽວກັບກຳມະວິທີຜະລິດຕະພັນໄດ້ຮັບການແຜ່ກະຈາຍ, ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບສາຍເຫດທີ່ເປັນຫຍັງລາຄາສິນຄ້າຈິ່ງສູງ. ບັນດາບໍລິສັດທີ່ໃຫ້ຄວາມເອົາໃຈໃສ່ເຖິງຄຸນນະພາບໄດ້ເຊັນສັນຍາກັບພວກຂ້າພະເຈົ້າເປັນຈຳນວນຫຼາຍ”.
ຍ້ອນມີການຫັນເປັນດີຈີຕອນ, ຜະລິດຕະພັນຊີ້ນງົວແຫ້ງ ຮຸຍຫວູດັກດວາ ນັບມື້ນັບໄດ້ຮັບຄວາມນິຍົມໃນຕະຫຼາດ ຫວຽດນາມ ແລະ ສົ່ງອອກຕ່າງປະເທດ |
ສ່ວນຢູ່ບໍລິສັດຫຸ້ນສ່ວນກະສິກຳ AgriS ຢາລາຍ (ເທດສະບານ Ayun Pa, ຢາລາຍ), ການຫັນເປັນດີຈີຕອນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໃນການຄຸ້ມຄອງເຂດວັດຖຸດິບຕົ້ນອ້ອຍ. ຕາມທ່ານນາງ ເຈິ່ນທິເລະ, ຮອງຜູ້ອຳນວຍການຜູ້ປະຈຳການບໍລິສັດດັ່ງກ່າວແລ້ວ, ເລື່ອງໝູນໃຊ້ເຕັກໂນໂລຢີດີຈີຕອນ ໄດ້ຊ່ວຍໃຫ້ວິສາຫະກິດແກ້ໄຂບັນດາບັນຫາກ່ຽວກັບການຄຸ້ມຄອງລາຍຈ່າຍ, ການລົງທຶນຖືກຈຸດສຸມ, ພ້ອມທັງຫັນວິວັດການເຄື່ອນໄຫວທັງໝົດເປັນອັນຈະແຈ້ງ. ຈາກບັນດາໝາກຜົນໃນເບື້ອງຕົ້ນ, AgriS ຢາລາຍ ສືບຕໍ່ເປີດກວ້າງການຫັນເປັນດີຈີຕອນຜ່ານບັນດາໂຄງການ Demo Farm. ວິສາຫະກິດໄດ້ໂຮມບັນດາbig dataຈາກແຜນທີ່ດິນ, ຂໍ້ມູນກ່ຽວກັບດິນຟ້າອາກາດເພື່ອຍົກອອກຄຳແຈ້ງເຕືອນໃຫ້ແກ່ປະຊາຊົນກ່ຽວກັບລະດູການ, ເຕັກນິກການປູກຝັງ ແລະ ມາດຕະການປ້ອງກັນຕ້ານສັດຕູພືດໄດ້ຢ່າງທັນການ. ທ່ານນາງ ເຈິ່ນທິເລະ ໃຫ້ຮູ້ວ່າ:
“ກ່ຽວກັບການໝູນໃຊ້ເຕັກໂນໂລຢີດີຈີຕອນ, ປັດຈຸບັນ, ທາງບໍລິສັດໄດ້ປະຕິບັດການຄຸ້ມຄອງຕາມແຕ່ລະເຂດແຕ່ລະຕອນດິນ. ພວກຂ້າພະເຈົ້າລ້ວນແຕ່ວັກແທກ, ແຕ້ມ ແລະ ອັບເດດຂໍ້ມູນໃນແຜນທີ່ MapInfo. ເລື່ອງຄຸ້ມຄອງນາແຕ່ລະຕອນຢ່າງລະອຽດສົມທົບພ້ອມກັບຊອັບແວ ຄຸ້ມຄອງລົດຂົນສົ່ງ TMS ໄດ້ຊ່ວຍຮັບປະກັນການເກັບກ່ຽວຖືກຕາມແຕ່ລະຕອນ ແລະ ຖືກຕາມເນື້ອທີ່”.
ການຂົນສົ່ງຕົ້ນອ້ອຍ ທີ່ໄດ້ຮັບການຄຸ້ມຄອງດ້ວຍແອັບພຼີເຄຊັນ |
ການຫັນເປັນດີຈີຕອນພວມສ້າງການຫັນປ່ຽນຢ່າງເຫັນໄດ້ຊັດໃນຂົງເຂດກະສິກຳ ຢາລາຍ. ປັດຈຸບັນ, ທົ່ວແຂວງໄດ້ສະໜອງ 308 ລະຫັດເຂດປູກ ດ້ວຍເນື້ອທີ່ກວ່າ 10.700 ເຮັກຕາ, ໃນນັ້ນ ມີ 255 ລະຫັດເຂດປູກຮັບໃຊ້ການຜະລິດເພື່ອສົ່ງອອກ (ກວ່າ 10.240 ເຮັກຕາ) ແລະ 53 ລະຫັດເຂດປູກຢູ່ພາຍໃນ, ຕອບສະໜອງຄວາມຮຽກຮ້ອງທາງດ້ານເຕັກນິກຂອງຕະຫຼາດ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແລະ ເອີຣົບ.
ທ່ານນາງ ຫງວຽນທິບິກທູ, ຜູ້ອຳນວຍການສູນສົ່ງເສີມອຸດສາຫະກຳ ແລະ ການຄ້າ (ພະແນກອຸດສາຫະກຳ ແລະ ການຄ້າ ຢາລາຍ) ໃຫ້ຮູ້ວ່າ ບັນດາຜະລິດຕະພັນຫັນເປັນດີຈີຕອນແມ່ນກຸ່ມຜະລິດຕະພັນທີ່ເຂົ້າເຖິງກັບຜູ້ບໍລິໂພກໄດ້ງ່າຍທີ່ສຸດໃນຄວາມຊີນເຄີຍຊື້ເຄື່ອງຂອງໃນ ແອັບ ການຄ້າເອເລັກໂຕນິກ.
“ຖ້າເວົ້າກ່ຽວກັບບັນດາຜະລິດຕະພັນຫັນເປັນດີຈີຕອນຢ່າງຈະແຈ້ງ, ນັ້ນແມ່ນປະເພດສິນຄ້າກະເສດສະອາດ ໂດຍໄດ້ຮັບການຜະລິດຕາມລະບົບມູນຄ່າ. ຈາກຂອດປູກຝັງຕະຫຼອດຮອດການເກັບກ່ຽວ ແລະ ຜະລິດຄົບວົງຈອນ, ມີແຫຼ່ງທີ່ມາຢ່າງຈະແຈ້ງ, ມີການແນະນຳກ່ຽວກັບພູມີສາດ ແລະ ໃບຢັ້ງຢືນຈຳເປັນອື່ນໆ. ບັນດາຜະລິດຕະພັນໃນປັດຈຸບັນ ພວມໄດ້ຮັບການເຂົ້າເຖິງກັບຜູ້ບໍລິໂພກຫຼາຍທີ່ສຸດ. ກ່ຽວກັບສູນພວກຂ້າພະເຈົ້າ, ຈະມີບັນດາລາຍການໜູນຊ່ວຍ, ການຮ່ວມເດີນທາງກັບບັນດາໂຄງການໂຄສະນາເພື່ອຊ່ວຍໃຫ້ວິສາຫະກິດພັດທະນາໄດ້ດີກວ່າເກົ່າ”.
ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຢາລາຍ ຄັ້ງທີໜຶ່ງ, ໄລຍະ 2025 – 2030 ກຳນົດວ່າ ການຫັນເປັນດີຈີຕອນແມ່ນມາດຕະການບຸກທະລຸໃນການພັດທະນາວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ເສດຖະກິດດີຈີຕອນ, ຕິດພັນກັບການປັບປຸງໂຄງປະກອບຂະແໜງກະສິກຳ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງ. ການກຳນົດທິດນີ້ ຈະສືບຕໍ່ແມ່ນເຂັມຊີ້ທິດເພື່ອໃຫ້ວິສາຫະກິດໃນບໍລິເວນແຂວງ ໝູນໃຊ້ການຫັນເປັນດີຈີຕອນຢ່າງມີປະສິດທິຜົນ, ເປີດທາງໃຫ້ແກ່ຜະລິດຕະພັນກະເສດແຂວງ ຢາລາຍ ບືນຕົວອອກສູ່ຕະຫຼາດທີ່ທັນສະໄໝດ້ວຍຄຸນນະພາບ, ຂໍ້ມູນ ແລະ ຄຸນຄ່າແບບຍືນຍົງ./.