ຄວາມງາມທາງດ້ານປະເພນີຂອງພິທີບູຊາເທວະດາຜູ້ດູແລເຕົາໄຟ

(vovworld) – ​ວັນ​ທີ 23 ​ເດືອນ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຂອງ​ຫວຽດນາມ ​ແມ່ນ​ພິທີ​ບູຊາ ອົງ​ກົງ​ອົງ​ຕ໋າວ (ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ), ​ເຊິ່ງ​ແມ່ນ​ວັນທີ່ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟຂື້ນ​ສະຫວັນ​ເພື່ອ​ລາຍ​ງານ​ຕໍ່​ເຈົ້າຟ້າ​ກ່ຽວ​ກັບ​ວຽກ​ງານ​ໃນ​ປີ​ຂອງ​ໂລກ​ມະນຸດ. ​ໃນ​ວັນ​ນີ້, ຄອບຄົວ​ໃດ​ກໍ່​ຈັດ​ພິທີ​ບູຊາ ​ເພື່ອ​ຕັກ​ເຕືອນ​ໃຫ້​ລູກ​ຫຼານ​ຕ້ອງ​ມີ​ຄວາມ​ກະຕັນຍູ, ​ເຮັດ​ວຽກ​ງານ​ກຸສົນ. ດັ່ງ​ນັ້ນພິທີ​ບູຊາ​ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ ​ໄດ້​ກາຍ​ເປັນຮີດຄອງ​ປະ​ເພນີ​ທີ່​ດີງາມ​ຂອງ​ຊາວ​ຫວຽດນາມ.

ຄວາມງາມທາງດ້ານປະເພນີຂອງພິທີບູຊາເທວະດາຜູ້ດູແລເຕົາໄຟ  - ảnh 1

ພິທີບູຊາເທວະດາຜູ້ດູແລເຕົາໄຟ

(ພາບ: Internet)

ຕາມ​ຮີດຄອງປະ​ເພນີ​ຂອງ​ຊາວ​ຫວຽດນາມ​ແລ້ວ, ຮອດ​ວັນ​ທີ 23/12 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຫວຽດນາມ, ຄອບຄົວ​ໃດ​ກໍ່​ກະກຽມ​ເຄື່ອງ​ຂອງ​ບູຊາ ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ. ​ເຖິງ​ວ່າ​ເຄື່ອງ​ຂອງ​ບູຊາ​ຂອງ​ແຕ່​ລະ​ຄອບຄົວ​ຈະມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ເຄື່ອງ​ຂອງ​ທີ່​ຂາດ​ບໍ່​ໄດ້​ນັ້ນ​ແມ່ນ ​ເກີບ, ໝວກ, ປາ​​ໄນ ​ເພື່ອ​ສົ່ງເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟຂື້ນ​ຟ້າ, ດ້ວຍ​ຄວາມ​ຫວັງ​ປີ​ໃໝ່​ຈະ​ປະສົບ​ຄວາມ​ສະດວກ​ສະບາຍ, ​ແລະ ຄວາມ​ສະສະ​ຫງົບ​ສຸກ. ປ້າ ​ເຈິ່ນທິກີ່, ​ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

”ອີງ​ຕາມ​ຄວາມ​ສາມາດ​ຂອງ​ແຕ່​ລະ​ຄອບຄົວ​ເພື່ອ​ຈັດ​ພິທີ. ​ເຮົາ​ຈັດ​ພາ​ເຂົ້າ​ລວມມີ​ເຂົ້າໜຽວ, ​ໄກ່​ລວກ, ​ແກງ, ໝາກ​ໄມ້, ໂສ້ງ​ເສື້ອ 3 ຊຸດ​ໃຫ້ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ. ກ່ຽວ​ກັບ​ເງິນ​ຄຳ​​ເຄື່ອງ​ຂອງ​ດ້ວຍ​ເຈ້ຍ​ເງິນ​ເຈ້ຍ​ທ​ອງສຳລັບຈູດ​ບູຊາ, ພວກ​ເຮົາ​ບໍ່​ຈູດ​ຫຼາຍ ​ເພື່ອ​​ເປັນ​ການປະຢັດ, ທັງ​ຮັກສາ​ສິ່ງ​ແວດ​ລ້ອມ​.”

ຄວາມງາມທາງດ້ານປະເພນີຂອງພິທີບູຊາເທວະດາຜູ້ດູແລເຕົາໄຟ  - ảnh 2

ເຈ້ຍເງິນ, ເຈ້ຍຄຳໃນພິທີບູຊາເທວະດາຜູ້ດູແລເຕົາໄຟ

(ພາບ: Internet)

​ໃນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ, ​ເຕົາ​ໄຟ​ມີ​ຄວາມ​ສຳຄັນ​ພິ​ເສດ. ແມ່ນ​ແຫ່ງ​ສະ​ແດງ​​ຄວາມ​ອົບ​ອຸ່ນ, ສົມບູນ​ພູນ​ສຸກຂອງ​ຄອບຄົວ. ​ເລື່ອງ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ເທວະ​ດາຜູ້​ທີ່​ໄດ້​ເບິ່ງ​ແຍງ, ຄຸ້ມ​ຄອງ, ຮັກສາ​ການ​ດຳ​ເນີນ​ຊີວິດ​ຂອງ​ຄອບຄົວ, ພ້ອມ​ທັງ​ຕັກ​ເຕືອນ​ໃຫ້​​ແຕ່ລະຄົນ​ຈົ່ງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຄອບຄົວ​ຂອງ​ຕົນ​ກວ່າ. ຍ້ອນ​ເຫດ​ນັ້ນ, ສຳລັບ​ຄອບຄົວ​ປ້າ ຫງວຽນ​ທິທັ້ງ, ​ເມືອງ​ຮ່ວານ​ກ໋ຽນ, ຮ່າ​ໂນ້ຍ. ພິທີ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ໃນ​ຄອບຄົວ​ມີ​ຄວາມ​ຕິດ​ພັນ​ກັບ​ຄອບຄົວ​ຂອງ​ຕົນ​ກວ່າ​ອີກ.

”ຜູ້​ເຖົ້າ​ຜູ້​ແກ່​ເຄີຍ​ເວົ້າ​ວ່າ, ​ໃນ​ມື້​ນັ້ນເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຈະລາ​ຍງານ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ຕະຫຼອດ​ປີ​ຂອງ​ຄອບຄົວ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄອບຄົວ​ເຕົ້າ​ໂຮມ​ກັນ​ໃນ​ວັນ​ທ້າຍ​ປີ. ຜ່ານ​ພິທີ​ບູຊາ​ຈະ​ສຶກສາ​ໃຫ້​ລູກ​ຫຼານ​ຂອງ​ຕົນ​ເຮັດ​ວຽກ​ງານ​ທີ່​ດີ ​ເພື່ອ​ກ້າວ​​ເຂົ້າ​ສູ່​ປີ​ໃໝ່​ຈະ​​ມີ​ໂຊກ​ລາບດີກ​ວ່າ​ປີ​ເກົ່າ”.

ຄວາມງາມທາງດ້ານປະເພນີຂອງພິທີບູຊາເທວະດາຜູ້ດູແລເຕົາໄຟ  - ảnh 3

ໝວກເທວະດາຜູ້ດູແລເຕົາໄຟ

(ພາບ: Internet)

ຢູ່​ລຽບ​ຕາມ​ສອງ​ຟາກ​ຖະໜົນ​ຮ່າງ​ມ້າ, ​ເມືອງ​ຮ່ວານ​ກ໋ຽມ ​ເຂົາ​ເຈົ້າຂາ​ຍ​ເຄື່ອງ​ບູຊາ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ດ້ວຍ​ສີສັນ​ຫຼາກ​ຫຼາຍ. ​ເພື່ອ​ກະກຽມ​ໃຫ້​ພິທີ​ສົ່ງເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຂື້ນ​ຟ້າ​ໃຫ້​ລອບ​ຄອບ​ຖີ່​ຖ້ວນ, ​ເອື້ອຍ ບຸ່ຍ​ບິ​ກຖູ​ຍ, ​ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ ​ໄດ້​ຊື້​ເຄື່ອງ​ບູຊາ​ອັນ​ຈຳ​ເປັນ​ຫຼາຍ​ຢ່າງ:

“ຂ້າພະ​ເຈົ້າ​ເຫັນ​ວ່າ​ຕະຫຼາດ​ຂາຍ​ເຄື່ອງ​ຂອງ​ບູຊາ​ດ້ວຍ​ເຈ້ຍ​ອຸດົມສົມ​ບຸນ​ທີ່​ສຸດ, ມີ​ຫຼາຍ​ປະ​ເພດ​ເພື່ອ​​ໃຫ້​ພວກ​ເຮົາ​ເລືອກ​ຊື້​ຕາມ​ຄວາມ​ຕ້ອງການ​ຂອງ​ຕົນ. ຂ້າພະ​ເຈົ້າ​ຈະຊື້​ໝວກ​ເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ, ຈັດ​ພາ​ເຂົ້າ ​ແລ້ວ​ຈູດ​ເຄື່ອງ​ຂອງ​ດ້ວຍ​ເຈ້ຍ​ເພື່ອ​ສົ່ງເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຂຶ້ນ​ຟ້າ“.

ຄວາມງາມທາງດ້ານປະເພນີຂອງພິທີບູຊາເທວະດາຜູ້ດູແລເຕົາໄຟ  - ảnh 4

ປາໄນໃນພິທີບູຊາເທວະດາຜູ້ດູແລເຕົາໄຟ

(ພາບ: Internet)

ຕາມ​ປ້າ ​ໂດ​ລານ​ເຟືອງ, ຢູ່​ສູນ​ຄົ້ນ​ຄ້ວາ​ວັດທະນະທຳ ​ແລະ ພັດທະນາ​ແລ້ວ, ປະຈຸ​ບັນ​ຍ້ອນ​ເງື່ອນ​ໄຂ​ເສດຖະກິດ​ຂອງ​ຫຼາຍ​ຄົນ​ແມ່ນ​ດີ​ພໍ​ສົມຄວນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ກໍ່​ກະກຽມ​ຈັດ​ພິທີ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ຢ່າງ​ລະອຽດ ​ແລະ ​ເຖິງ​ຖອງ​ກວ່າ. ​ແຕ່​ການ​ຊື້​ເຄື່ອງ​ຂອງ​ບູຊາ​ຄວນ​ປະຢັດ, ບໍ່​ໃຫ້​ຟູມ​ເຟືອຍ, ປ້າ ​ໂດ​ລານ​ເຟືອງ​ແບ່ງປັນ​ວ່າ:

​”​ເລື່ອງ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ​ບໍ່​ອີງ​ໃສ່​ເຄື່ອງ​ຂອງ​ບູຊາ, ຫາກ​ແມ່ນ​ຈິດ​ໃຈ​ຂອງ​ຜູ້​ຈັດ​ພິທີ, ​ເພາະວ່າ​ພິທີ​ນີ້​ມີ​ລັກສະນະ​ເປັນ​ສັນຍາ​ລັກ​ເທົ່າ​ນັ້ນ, ດັ່ງ​ນັ້ນ​ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ມີ​ແນວ​ຄິດ, ຈິດ​ໃຈ​ຄື​ແນວ​ໃດ​ເມື່ອ​ຈັດ​ພິທີ​ດັ່ງກ່າວ”.

ປະ​ເພນີ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ, ກໍ່​ຄື​ບັນດາ​ປະ​ເພນີ​ທີ່​ດີງາມ​ອື່ນໆ​ຂອງ​ຊາດ ຍາມ​ໃດ​ກໍ່​ເຮັດ​ໃຫ້​ທຸກ​ຄົນ​ມຸ່ງ​ໄປ​ສູ່​ສິ່ງ​ທີ່​ດີກ​ວ່າ. ​ໃນ​ຕະຫຼອດ​ປີ, ທຸກ​ຄົນ​ຕ່າງ​ກໍ່​ພະຍາຍາມ​ເຮັດ​ວຽກ​ງານ​ທີ່​ດີ, ດຳລົງ​ຊີວິດ​ດ້ວຍ​ຄວາມຖືກຕ້ອງ​ປອງ​ດອງ, ອົບ​ອູ່​ນ ​ແລະ ມານະ​ພະຍາຍາມ​ພັດທະນາ​ເສດຖະກິດ​ຄອບຄົວ, ລ້ຽງ​ດູ​ລູກ​ຫຼານ​ໃຫ້​ເປັນ​ລູກ​ຄຳຮູ້.  ພິທີ​ບູຊາເທວະ​ດາ​ຜູ້​ດູ​ແລ​ເຕົາ​ໄຟ ຍັງ​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ອັນ​ດີງາມ​ຂອງ​ຄອບຄົວ, ປະຊາ​ຄົມ ​ແລະ ປະ​ເທດ​ຊາດ​ໃນ​ລະດູບານ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ