ຊາວກະສິກອນ ຂະແມ ມີລາຍຮັບ 2 – 3 ຕື້ດົ່ງ/ປີ

(VOVWORLD) - ພາຍຫຼັງເວລາກວ່າ 20 ປີໄດ້ startup, ປະຈຸບັນ, ນອກຈາກເນື້ອທີ່ປູກເຂົ້າ 13 ເຮັກຕາແລ້ວ, ອ້າຍ ແທັກທີ ຍັງມີໂຮງງານອົບເຂົ້າແຫ້ງທີ່ທັນສະໄໝ, ມີຈັກໄຖນາ, ມີເຮືອນທີ່ກວ້າງຂວາງ, ສວຍງາມ.
ຊາວກະສິກອນ ຂະແມ ມີລາຍຮັບ 2 – 3 ຕື້ດົ່ງ/ປີ - ảnh 1(ອ້າຍ ແທັກທີ ແລະ ເມຍແບ່ງປັນກ່ຽວກັບການເລີ່ມ startup)

ອ້າຍ ແທັກທີ, ອາຍຸ 45 ປີ, ຊາວເຜົ່າ ຂະແມ, ຢູ່ເທດສະບານ ຮຶງເລື້ຍ, ເມືອງ ແທ້ງຈ, ແຂວງ ຊອກຈັງ, ແມ່ນຊາວກະສິກອນດຳເນີນທຸລະກິດເກັ່ງຢູ່ທ້ອງຖິ່ນ. ຈາກຊາວກະສິກອນທຸກຍາກ, ຍ້ອນມີຄວາມດໝັນເຮັດວຽກ ແລະ ຂະຫຍັນຂັນເຄື່ອນ, ພາຍຫຼັງ startup ເປັນເວລາ 20 ປີ, ມາຮອດປະຈຸບັນ ເສດຖະກິດຂອງຄອບຄົວອ້າຍໄດ້ພັດທະນາ, ມີລາຍຮັບເປັນປົກກະຕິ, ລາຍຮັບ 2 3 ຕື້ດົ່ງ/ປີ.

ຕອນອາຍຸ 21 ປີ, ອ້າຍ ແທັກທີ ໄດ້ສ້າງຄອບຄົວ ແລະ ອອກເຮືອນໄປຢູ່ຕ່າງຫາກ. ພໍ່ແມ່ໄດ້ແບ່ງເນື້ອທີ່ປູກເຂົ້າໃຫ້ 4.000 ຕາແມັດ. ນອກຈາການປູກເຂົ້າແລ້ວ, ອ້າຍຍັງເກັບຊື້ເຂົ້າເປືອກໄປຂາຍເພື່ອເພີ່ມກຳໄລຕື່ມອີກ. ໃນເວລາ 5 ປີເລີ່ມ startup, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຍ້ອນມີຄວາມຕັດສິນໃຈ, ຄອບຄົວອ້າຍ ທີ ກໍ່ເລີ່ມມີກຳໄລ. ຫຼັງຈາກນັ້ນ, ອ້າຍໄດ້ເປີດກວ້າງອາຊີບເກັບຊື້ເຂົ້າເປືອກດ້ວຍການລົງທຶນຊື້ພາຫະນະຂົນສົ່ງທີ່ໃຫຍ່ກວ່າ ຄືເຮືອນ້ອຍທີ່ສາມາດບັນທຸກນ້ຳໜັກໄດ້ 10 ໂຕນ.

ປີ 2018, ອ້າຍ ທີ ລົງທຶນກໍ່ສ້າງໂຮງງານອົບແຫ້ງເຂົ້າ ດ້ວຍເຕັກໂນໂລຊີເຄື່ອນໄຫວອັດຕະໂນມັດ, ສະມັດຕະພາບອົບແຫ້ງເຂົ້າແມ່ນ 50 ໂຕນ/ມື້. ໂຮງງານນີ້ ໄດ້ແກ້ໄຂຂອດອົບແຫ້ງເຂົ້າເປືອກຂອງຄອບຄົວ, ເຂົ້າເປືອກທີ່ເກັບຊື້ຂອງປະຊາຊົນ, ກໍຄືຮັບໃຊ້ປະຊາຊົນຢູ່ທ້ອງຖິ່ນ.

“ຂ້າພະເຈົ້າມານະພະຍາຍາມສູ້ຊົນເພື່ອກໍ່ສ້າງໂຮງງານອົບແຫ້ງເຂົ້າເປືອກ ເພື່ອຮັບໃຊ້ຄອບຄົວ ແລະ ພໍ່ແມ່ປະຊາຊົນ. ເປົ້າໝາຍຂອງຂ້າພະເຈົ້າແມ່ນເຮັດແນວໃດເພື່ອຮັບໃຊ້ດ້ານກະສິກຳຢູ່ທ້ອງຖິ່ນໃຫ້ພັດທະນາ. 2 ຜົວເມຍກໍ່ຊື້ລົດເພື່ອໄປຊື້ - ຂາຍເຂົ້າ, ລາຍຮັບກໍ່ເປັນປົກກະຕິ, ມີກຳໄລ”.

ປີ 2009, ອ້າຍ ແທັກທີ ມີເນື້ອທີ່ປູກເຂົ້າ 3 ເຮັກຕາ, ນອກຈາກນັ້ນ, ກໍ່ເຊົ່າ 2 ເຮັກຕາ ຕື່ມອີກເພື່ອເປີດກວ້າງການຜະລິດເຂົ້າເປືອກ. ຈາກນັ້ນ, ອ້າຍຊື້ຈັກໄຖນາ, ຈັກຟາດເຂົ້າເພື່ອຮັບໃຊ້ການຜະລິດເຂົ້າຂອງຄອບຄົວໃຫ້ທັນການ ແລະ ເຮັດການບໍລິການໃຫ້ພໍ່ແມ່ປະຊາຊົນຢູ່ອ້ອມຂ້າງ. ມາຮອດປະຈຸບັນ, ເນື້ອທີ່ປູກເຂົ້າຂອງອ້າຍໄດ້ເພີ່ມຂຶ້ນເປັນ 13 ເຮັດຕາ, ນອກນັ້ນ, ອ້າຍກໍ່ຍັງແກ້ໄຂວຽກເຮັດງານທຳໃຫ້ຊາວທ້ອງຖິ່ນ 20 ຄົນ, ມີບາງຈຸດເວລາກໍ່ຂຶ້ນເຖິງ 50 ຄົນ. ອ້າຍ ແທັກເຢືອງ, ຜູ້ເຮັດວຽກໃຫ້ຄອບຄົວອ້າຍ ແທັກທີ, ແບ່ງປັນວ່າ:

“ອ້າຍນ້ອງເຮັດວຽກຢູ່ທີ່ນີ້ຖ້າຂາດເຂີນຫຍັງອ້າຍ ທີ ກໍ່ໜູນຊ່ວຍ, ພິເສດ, ອ້າຍ ທີ ໄດ້ຊ່ວຍປຸກສ້າງເຮືອນ, ຄອບຄົວມີຄົນເຈັບກໍ່ໜູນຊ່ວຍ. ພວກຂ້າພະເຈົ້າເຮັດວຽກຢູ່ທີ່ນີ້ທັງມີລາຍຮັບ, ທັງມີຄວາມອຸ່ນອ່ຽນໃຈຍ້ອນອ້າຍ ທີ ເປັນຄົນໃຈດີ”.

ພາຍຫຼັງເວລາກວ່າ 20 ປີໄດ້ startup, ປະຈຸບັນ, ນອກຈາກເນື້ອທີ່ປູກເຂົ້າ 13 ເຮັກຕາແລ້ວ, ອ້າຍ ແທັກທີ ຍັງມີໂຮງງານອົບເຂົ້າແຫ້ງທີ່ທັນສະໄໝ, ມີຈັກໄຖນາ, ມີເຮືອນທີ່ກວ້າງຂວາງ, ສວຍງາມ. ແຕ່ລະປີ, ດ້ວຍການຜະລິດເຂົ້າ 2 ລະດູການນັ້ນ, ອ້າຍມີກຳໄລແຕ່ 3 – 4 ຕື້ດົ່ງ (130.000 – 170.000 USD). ປະຈຸບັນ, ອ້າຍ ທີ່ ພວມຄ່ອຍໆຫັນໄປສູ່ຮູບແບບເກັບຊື້ເຂົ້າເປືອກ, ອົບແຫ້ງ ຫຼັງຈາກນັ້ນສີເຂົ້າຂາຍອອກສູ່ຕະຫຼາດ. ອ້າຍ ແທັກທີ ເລົ່າສູ່ຟັງວ່າ:

“ແຕ່ລະປີແມ່ນນັບມື້ນັບພັດທະນາ, ລູກຄ້າຂອງຂ້າພະເຈົ້າທັງຢູ່ໃກ້ ຫຼື ໄກກໍ່ຈອງຊື້ເຂົ້າສານ, ສະນັ້ນ, ຂ້າພະເຈົ້າໄດ້ເລືອກເອົາການແປຮູບເຂົ້າ, ຂ້າພະເຈົ້າກໍ່ມີຄວາມຝັນວ່າ ໃນອະນາຄົດຈະກໍ່ສ້າງໂຮງສີເຂົ້າ, ປະຈຸບັນແມ່ນມີເຄື່ອງອົບແຫ້ງເຂົ້າເປືອກແລ້ວ, ສົ້ນອອກກໍ່ເປັນປົກກະຕິແລ້ວ, ພຽງແຕ່ຂາດໂຮງສີເຂົ້າເທົ່ານັ້ນ”.

ອ້າຍ ທີ ແມ່ນສະມາຊິກຊາວກະສິກອນ ທີ່ຍາມໃດກໍ່ມີຄວາມດຸໝັ່ນ, ຍົກສູງຄວາມຮູ້ໃນການຜະລິດອີງຕາມເຕັກໂນໂລຊີທີ່ທັນສະໄໝ. ຍ້ອນຄວາມຕັດສິນໃຈສ້າງຄວາມຮັ່ງມີ ແລະ ມີຄວາມຂະຫຍັນຂັນເຄື່ອນໃນການຜະລິດ, ສະນັ້ນ, ອ້າຍບັນລຸບັນດາຮູບແບບເສດຖະກິດກະສິກຳ. ທ່ານ ແທັກຮຸ່ງ, ຮອງປະທານສະມາຄົມຊາວກະສິກອນ ເທດສະບານ ຮືງເລີ້ຍ, ໃຫ້ຮູ້ວ່າ:

“ນັບແຕ່ເບື້ອງຕົ້ນ ແມ່ນດຳເນີນທຸລະກິດຍ່ອຍ, ປະຈຸບັນ, ນອກຈາກການເກັບຊື້ເຂົ້າເປືອກສົດ ແລະ ແຫ້ງແລ້ວ, ອ້າຍ ທີ ກໍ່ສາມາດສ້າງເຕົາອົບແຫ້ງເຂົ້າເປືອກທີ່ມີສະມັດຕະພາບຂະໜາດໃຫຍ່. ດ້ວຍເຈດຈຳນົງຄວາມຕັດສິນໃຈສູງ, 2 ຜົວເມຍອ້າຍ ທີ ສືບຕໍ່ຜະລິດຊາເຂົ້າສານເພື່ອຂາຍອອກສູ່ຕະຫຼາດໃຫ້ຜູ້ບໍລິໂພກຢູ່ພາຍໃນ ແລະ ຕ່າງແຂວງ”.

ໂດຍມີຄວາມດຸໝັ່ນ, ກ້າຄິດກ້າທຳ ແລະ ຈິດໃຈມານະພະຍາຍາມບືນຕົວຂຶ້ນ, ອ້າຍ ແທັກທີ ໄດ້ເປັນແບບຢ່າງທີ່ພົ້ນເດັ່ນໃນຂະບວນການຊາວກະສິກອນທຳການຜະລິດ, ດຳເນີນທຸລະກິດເກັ່ງຢູ່ແຂວງ ຊອັກຈັງ. ແບບຢ່າງ startup ຂອງອ້າຍ ແມ່ນກຳລັງໜູນເພື່ອໃຫ້ບັນດາຄອບຄົວຊາວກະສິກອນອື່ນສູ້ຊົນ, ບືນຕົວຂຶ້ນສ້າງຄວາມຮັ່ງມີ.

ຕອບກັບ

ຂ່າວ/ບົດ​ອື່ນ