ປຶ້ມ​ເກົ່າຜ່ານມືຕໍ່ມື - ເສີມ​ສ້າງ​ໜໍ່​ຂຽວ

(VOVWORLD) - ປຶ້ມເກົ່າພາຍຫຼັງສົກຮຽນໜຶ່ງ ໄດ້ແລກເອົາວັດຖຸຕ່າງໆຕື: ຕົ້ນໄມ້, ຖົງພາຍ… ທີ່ເປັນມິດກັບສິ່ງແວດລ້ອມ. ປຶ້ມທີ່ເກັບມາຈະໄດ້ຄັດແຍກອອກເປັນຫຼາຍປະເພດ ແລະ ສຸດທ້າຍຈະໄດ້ມອບໃຫ້ນ້ອງໆທີ່ປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນການເຄື່ອນໄຫວປະຈຳປີຂອງກຸ່ມເຄື່ອນໄຫວເພື່ອການກຸສົນ Fly to Sky ທີ່ໄດ້ປະຕິບັດມາເປັນເວລາ 6 ປີ.

ປຶ້ມ​ເກົ່າຜ່ານມືຕໍ່ມື - ເສີມ​ສ້າງ​ໜໍ່​ຂຽວ - ảnh 1ນ້ອງໆນັກຮຽນມາແລກປຶ້ມເອົາຂອງຂວັນ

ທ້າຍອາທິດ, ປຶ້ມແບບຮຽນເກົ່າ, ເລື່ອງພາບ, ປຶ້ມຂຽນເກົ່າ… ພາຍຫຼັງສົກຮຽນໜຶ່ງ, ນ້ອງໆນັກຮຽນ ແລະ ຄອບຄົວ ຈະຈັດປຶ້ມເປັນລະບຽບຮຽບຮ້ອຍ ເອົາມາສະຖານທີ່ແລກປຶ້ມເກົ່າເອົາຕົ້ນໄມ້ ຂອງກຸ່ມເຄື່ອນໄຫວເພື່ອການກຸສົນ Fly to Sky ທີ່ຕັ້ງຫ້ອງການຢູ່ ຫໍເຍົາວະຊົນ ເມືອງ 10, ນະຄອນ ໂຮ່ຈີມິນ.

ຢູ່ທີ່ນີ້ ບໍ່ພຽງແຕ່ມີປຶ້ມເທົ່ານັ້ນ ຫາກຍັງມີບ່ອນຮັບເອົາເຄື່ອງຫຼິ້ນ, ແບັດເຕີຣີເກົ່າ, ກປອງນ້ຳນົມ, ບັນດາຜະລິດຕະພັນຈາກຢາງທີ່ໄດ້ຜ່ານການນຳໃຊ້ແລ້ວ ເພື່ອແລກເອົາ ຕົ້ນດອກກຸຫຼາບຫີນ, ຕົ້ນໄມ້ປະດັບ, ແນວປູກຊະນິດຕ່າງໆພ້ອມກັບບັນດາຜະລິດຕະພັນ, ຂອງຂວັນທີ່ເປັນມິດກັບສິ່ງແວດລ້ອມ.

ໂດຍໄດ້ຮູ້ຈັກເຖິງຂໍ້ມູນແລກປຶ້ມເກົ່າເອົາຕົ້ນໄມ້ ຜ່ານ Fanpage, ກໍ່ຄືຜ່ານບັນດາຄູສອນຢູ່ ຫໍເຍົາວະຊົນເມືອງ 10, ອ້າຍ ບ໋າວຕວານ (ຢູ່ເມືອງ 3) ໃຫ້ຮູ້ວ່າ, ລູກສອງຄົນຂອງອ້າຍ ມີຄວາມພູມໃຈເມື່ອໄດ້ເຂົ້າຮ່ວມໂຄງການນີ້. ອ້າຍ ຕວັນ ໃຫ້ຮູ້ວ່າ:

ສຳລັບທຸກຄົນ ການແລກປຶ້ມເອົາຕົ້ນໄມ້ນີ້ ໄດ້ຊ່ວຍພວກເຮົາປະຢັດກ່ວາ, ປົກປັກຮັກສາສິ່ງແວດລ້ອມ, ສ່ວນສຳລັບເດັກນ້ອຍ ເຂົາເຈົ້າຈະເຂົ້າໃຈໄດ້ເຖິງຄວາມສຳຄັນຂອງການປະຢັດ ແລະ ການປົກປັກຮັກສາໜ່ວຍໂລກສີຂຽວ.

ກຸ່ມເຄື່ອນໄຫວເພື່ອການກຸ ສົນ Fly to Sky ມີ 30 ສະຖານທີ່ແລກປຶ້ມເອົາຕົ້ນໄມ້ ໃນທົ່ວປະເທດ, ໃນນັ້ນ ສະເພາະນະຄອນ ໂຮ່ຈີມິນ ມີ 10 ສະຖານທີ່. ດ້ວຍຈຳນວນປຶ້ມເກົ່າດັ່ງກ່າວ ພາຍຫຼັງໄດ້ຮັບ, ກຸ່ມຈະປະຕິບັດການຈັດແຍກປະເພດ, ມອບປຶ້ມ ຫຼື ນຳໄປຜະລິດເພື່ອນຳໃຊ້ຄືນໃໝ່.

ອ້າຍ ເລວັນຟຸກ, ຜູ້ຮັບຜິດຊອບກຸ່ມ Fly to Sky ໃຫ້ຮູ້ວ່າ ໂຄງການ “ແລກປຶ້ມເອົາຕົ້ນໄມ້” ໄດ້ສ້າງຕັ້ງຂຶ້ນມາເປັນເວລາ 6 ປີແລ້ວ, ແຕ່ລະປີ ໂຄງການສາມາດເກັບເຈ້ຍມາໄດ້ແຕ່ 10 – 20 ໂຕນ.

ສະເພາະໃນປີ 2024, ໂຄງການໄດ້ດຶງດູດຜູ້ເຂົ້າຮ່ວມສະໜັບສະໜູນກ່ວາ 10.000 ຄົນ, ໄດ້ຮັບປຶ້ມ, ເຈ້ຍປະເພດຕ່າງໆ ກ່ວາ 16 ໂຕນ, ຜະລິດຕະພັນໂສ້ງເສື້ອ ແລະ ຕຸກກະຕາ ຫຼາຍກວ່າ 25.000 ຢ່າງ ເພື່ອແລກເອົາຕົ້ນໄມ້ຊະນິດຕ່າງໆ ຫຼາຍກ່ວາ 4.000 ຕົ້ນ, ພ້ອມກັບວັດຖຸພັນທີ່ເປັນມິດກັບສິ່ງແວດລ້ອມ.

ແຕ່ລະປີ, ໂຄງການໄດ້ຮັບປຶ້ມປະເພດຕ່າງໆນັບສິບໂຕນ, ຈັດແຍກປະເພດ ແລະ ມອບປຶ້ມແບບຮຽນ ປະມານ 500 – 700 ຊຸດໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຄວາມຫຍຸ້ງຍາກຢູ່ເຂດພູສູງ, ເຂດຫ່າງໄກສອກຫຼີກ. ພ້ອມກັນນັ້ນ, ກໍ່ມີປຶ້ມນັບໝື່ນຫົວໃຫ້ສຳລັບຕູ້ປຶ້ມ ນົກກາງແກຂາວ ໂດຍກຸ່ມພວມປະຕິບັດ, ເພື່ອແນໃສ່ມອບຕູ້ປຶ້ມ, ຫໍສະໝຸດ ໃຫ້ແກ່ບັນດາໂຮງຮຽນ, ຊາຍຄາເດັກນ້ອຍກຳພ້າ - ເດັກພິການ, ສູນອຸປະກາລະສັງຄົມ… ໄປຄຽງຄູ່ກັນນັ້ນ, ໂຄງການກໍ່ໄດ້ດຶງດູດຜູ້ເຂົ້າຮ່ວມພ້ອມກັບຜູ້ອາສາສະໝັກນັບໜຶ່ນຄົນ.

ນ້ອງ ຕູ່ງຮືງ, ນັກສຶກສາ ມະຫາວິທະຍາໄລ FPT ໃຫ້ຮູ້ວ່າ, ຮືງ ໄດ້ເຂົ້າຮ່ວມ Fly to Sky ມາເປັນເວລາ 5 ເດືອນແລ້ວ. ໂຄງການທຳອິດເຊິ່ງ ຮຶງ ເຂົ້າຮ່ວມແມ່ນ ບຸນເຕັດສົ່ງຜ່ານມືຕໍ່ມື ແລະ ມາຮອດປັດຈຸບັນ ແມ່ນໂຄງການ “ແລກປຶ້ມເອົາຕົ້ນໄມ້”. ຍິ່ງເຂົ້າຮ່ວມ, ຮຶງ ຍິ່ງຢາກປະກອບສ່ວນຫຼາຍກ່ວາອີກ:

ເປົ້າໝາຍເບື້ອງຕົ້ນຂອງນ້ອງ ແມ່ນເຂົ້າຮ່ວມເພື່ອຄວາມມ່ວນຊື່ນໃຫ້ແກ່ຕົນເອງ, ປະກອບສວ່ນເຫື່ອແຮງເລັກໆນ້ອຍໆຂອງຕົນໃຫ້ແກ່ສັງຄົມ, ເຮັດໃຫ້ການດຳລົງຊີວິດໃນໄລຍະເປັນນັກສຶກສາ ມີຄວາມໝາຍກ່ວາເກົ່າ, ແຕ່ວ່າ ພາຍຫຼັງເຂົ້າຮ່ວມແລ້ວ ນ້ອງພັດຢາກເຮັດຫຼາຍກ່ວາອີກ ເພື່ອນຳຄຸນຄ່າຫຼາຍຢ່າງກວ່າມາໃຫ້ພວກນ້ອງນ້ອຍ ແລະ ທຸກໆຄົນ.

ປຶ້ມ​ເກົ່າຜ່ານມືຕໍ່ມື - ເສີມ​ສ້າງ​ໜໍ່​ຂຽວ - ảnh 2ແລກປຶ້ມເອົາຂອງຂວັນ (ພາບ: ຫວູເຮື່ອງ)

ພາຍຫຼັງ ປະຕິບັດມາເປັນ 2 ອາທິດ, ໂຄງການ ສາມາດເກັບປຶ້ມ, ເຈ້ຍ ມາໄດ້ປະມານກ່ວາ 2,5 ໂຕນ. ການເຄື່ອນໄຫວນີ້ຍັງສືບຕໍ່ແກ່ຍາວຮອດວັນທີ 28 ກໍລະກົດ, ຮັບປຶ້ມໃນວັນພຸດ, ວັນສຸກ ແລະ ວັນອາທິດຂອງທຸກສັບປະດາ.

ໂຄງການນີ້ ບໍ່ພຽງແຕ່ ແມ່ນການເຄື່ອນໄຫວປະກອບປຶ້ມຜ່ານມືຕໍ່ມືເທົ່ານັ້ນ ຫາກຍັງແມ່ນການປະກອບສ່ວນສ້າງສະຕິຄວາມຮັບຮູ້ກ່ຽວກັບຊີວິດສີຂຽວ, ແລກເອົາຕົ້ນໄມ້ສີຂຽວນັບພັນຕົ້ນ ແລະ ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ. ພ້ອມກັນນັ້ນ ກໍ່ສ້າງສະພາບແວດລ້ອມໃຫ້ບັນດາໄວໜຸ່ມໄດ້ປະຕິບັດບັນດາໂຄງການກໍ່ສ້າງວົງຄ່ະນະຍາດ./. .


ຕອບກັບ

ຂ່າວ/ບົດ​ອື່ນ