ດ່າ​ນັ້ງ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ ຊິບ​ເຄິ່ງ​ຊັກ​ນຳໄຟຟ້າ

(VOVWORLD) - ໃນສະພາບການໂລກກ້າວເຂົ້າສູ່ສັງກາດດີຈີຕອນ ແລະ ການປະຕິວັດອຸດສາຫະກຳ 4.0, ຂະແໜງອຸດສາຫະກຳຊິບເຄິ່ງຊັກນຳໄຟຟ້າ ພວມພົ້ນເດັ່ນຂຶ້ນຄືດັ່ງເປັນ “ພື້ນຖານໂຄງລ່າງຂອງພື້ນຖານໂຄງລ່າງ”, ເປັນພື້ນຖານຂອງທຸກຂົງເຂດ. ດ່ານັ້ງ, ນະຄອນທີ່ເປັນກຳລັງໜູນເຂດພາກກາງ ຫວຽດນາມ ດ້ວຍທ່າໄດ້ປຽບກ່ຽວກັບພື້ນຖານຫຼາຍຢ່າງ ພວມກຳນົດທິດຍຸດທະສາດກາຍເປັນສູນຄົ້ວຄ້ວາ, ອອກແບບ ແລະ ຜະລິດຊິບເຄິ່ງຊັກນຳໄຟຟ້າໃນທົ່ວປະເທດ.



ດ່າ​ນັ້ງ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ ຊິບ​ເຄິ່ງ​ຊັກ​ນຳໄຟຟ້າ - ảnh 1“ວັນຊິບເຄິ່ງຊັກນຳໄຟຟ້າ ດ່ານັ້ງ”  (ພາບ: VOV)

ດ່ານັ້ງໄດ້ກຳນົດຈະກາຍເປັນສູນການເງິນສາກົນ, ນຳໜ້າທາງດ້ານນະວັດຕະກຳ ແລະ ພັດທະນາເຕັກໂນໂລຢີຫຼັກ (technological Core ) ຢູ່ ຫວຽດນາມ ແລະ ພາກພື້ນ.

ດັ່ງນັ້ນ, ນະຄອນໄດ້ເລືອກການນຳເອົາຊິບເຄິ່ງຊັກນຳໄຟຟ້າ ເຂົ້າກຸ່ມອຸດສາຫະກຳເຕັກໂນໂລຢີສູງ ໃຫ້ບຸລິມະສິດພັດທະນາຮອດປີ 2030, ວິໄສທັດຮອດປີ 2045. ທ່ານ ຮສ.ປອ ຫວູຫ໋າຍກວນ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ:

ດ່ານັ້ງ ແມ່ນໜຶ່ງໃນບັນດານະຄອນນຳໜ້າຂອງ ຫວຽດນາມ ໃນການພັດທະນາເຕັກໂນໂລຢີຊິບເຄິ່ງຊັກນຳໄຟຟ້າ. ການນຳນະຄອນ ກໍ່ໄດ້ມີບັນດາແຜນການ, ຂັ້ນຕອນລະອຽດທີ່ສຸດ. ນະຄອນກໍ່ເລີ່ມກໍ່ສ້າງໂຄງການ ຫ້ອງທົດລອງຮັບໃຊ້ການຜະລິດເຕັກໂນໂລຢີຫຸ້ມຫໍ່ທີ່ກ້າວໜ້າໃຫ້ຊິບເຄິ່ງຊັກນຳໄຟຟ້າ (Fab-Lab),  ອາດສາມາດນຳເຕັກໂນໂລຢີຊິບເຄິ່ງຊັກນຳໄຟຟ້າ ສ້າງເປັນບັນດາຜະລິດຕະພັນ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.

ໃນຍຸດທະສາດພັດທະນາ, ດ່ານັ້ງ ກໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດທີ່ເລືອກເອົາວັນທີ່ສະຫງວນສະເພາະໃຫ້ແກ່ຂົງເຂດຊິບເຄິ່ງຊັກນຳໄຟຟ້າ. ການເຂົ້າຮ່ວມຂອງບັນດາວິສາຫະກິດເຄິ່ງຊັກນຳໄຟຟ້າ, ມີຫຼາຍກຸ່ມບໍລິສັດເຕັກໂນໂລຢີໃຫຍ່ພາຍໃນປະເທດ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ ເຊິ່ງໄດ້ຢັ້ງຢືນກຳລັງດຶງດູດກໍ່ຄືຖານະບົດບາດຂອງ ດ່ານັ້ງ ໃນແຜນທີ່ຊິບເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ. ງານ “ວັນຊິບເຄິ່ງຊັກນຳໄຟຟ້າ ດ່ານັ້ງ” ທີ່ຈັດຂຶ້ນປີທີ 2 ໃນວັນທີ 30 ສິງຫາ ຜ່ານມາ, ທ່ານ ເລື່ອງຫງວຽນມິງຈຽດ, ປະທານຄະນະກຳມະການປະຊາຊົນ ນະຄອນ ດ່ານັ້ງ ສະເໜີວ່າ:

ພວກເຮົາໄດ້ ແລະ ພວມກ້າວເຂົ້າໄລຍະພັດທະນາໃໝ່, ເຊິ່ງແມ່ນບາດກ້າວບຸກທະລຸ ແລະ ປະດິດຄິດສ້າງ ແມ່ນກຸນແຈເພື່ອຜ່ານຜ່າຂີດຈຳກັດ, ບືນຕົວຂຶ້ນຢ່າງກະໂດດຂັ້ນ, ນຳ ຫວຽດນາມ ຫຼຸດພົ້ນອອກຈາກຄວາມສ່ຽງຫຼ້າຫຼັງ, ປະຕິບັດຄວາມມຸ່ງຫວັງໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ. ຈາກບັນດາພູມປັນຍາ, ຄວາມສຸດຈິດສຸດໃຈ ແລະ ຂໍ້ລິເລີ່ມຂອງພວກເພື່ອນຈະປະກອບສ່ວນສຳຄັນເຂົ້າໃນວິວັດການນີ້, ບໍ່ພຽງແຕ່ໃຫ້ແກ່ ດ່ານັ້ງ ເທົ່ານັ້ນ ຫາກຍັງໃຫ້ແກ່ທົ່ວປະເທດອີກດ້ວຍ.

ດ່າ​ນັ້ງ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ ຊິບ​ເຄິ່ງ​ຊັກ​ນຳໄຟຟ້າ - ảnh 2ທ່ານ ເລື່ອງຫງວຽນມິງຈຽດ, ປະທານຄະນະກຳມະການປະຊາຊົນ ນະຄອນ ດ່ານັ້ງ  (ພາບ: VOV)

ປັດຈຸບັນ, ດ່ານັ້ງ ໄດ້ລົງນາມ ແລະ ຮ່ວມມືກັບຫຼາຍກຸ່ມບໍລິສັດເຕັກໂນໂລຢີໃຫຍ່ທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ໄຕ້ຫວັນ ໃນຂົງເຂດເອເລັກໂຕນິກ, ຊິບເຄິ່ງຊັກນຳໄຟຟ້າ. ພ້ອມກັນນັ້ນ, ນະຄອນກໍ່ຊຸກຍູ້ໂຄງການຫຼັກສູດບຳລຸງສ້າງນັກວິສະວະກອນເຄິ່ງຊັກນຳໄຟຟ້າ 10.000 ຄົນ, ຕິດພັນກັບບັນດາໂຮງຮຽນ - ສະຖາບັນຄົ້ນຄ້ວາ - ວິສາຫະກິດ. ນີ້ແມ່ນບາດກ້າວເດີນຍຸດທະສາດເພື່ອແກ້ໄຂບັນຫາກ່ຽວກັບບຸກຄະລາກອນ, ເຊິ່ງໄດ້ຮັບຖືວ່າແມ່ນຫົວໃຈຂອງຂະແໜງ. ທ່ານ ເຈິ່ນຝູເຊີນ, ຜູ້ອຳນວຍການຝ່າຍພັດທະນາດຳເນີນທຸລະກິດ FPT Semiconductor, ກຸ່ມບໍລິສັດເຕັກໂນໂລຢີ FPT ໃຫ້ຮູ້ວ່າ:

ກຸ່ມບໍລິສັດ FPT ເຫັນໄດ້ຢ່າງຈະແຈ້ງເຖິງຄວາມຕ້ອງການກ່ຽວກັບແຫຼ່ງບຸກຄະລາກອນ, ດັ່ງນັ້ນ ປັດຈຸບັນ ທັງມະຫາວິທະຍາໄລ FPT ແລະ ວິທະຍາໄລ FPT, ພວກຂ້າພະເຈົ້າມີຫຼັກສູດບຳລຸງສ້າງ ເພື່ອໃນ 2 – 3 ປີຈະມາເຖິງ, ແຕ່ລະປີອາດສາມາດມີນັກວິສະວະກອນທີ່ຮຽນຈົບໃນຂົງເຂດຊິບເຄິ່ງຊັກນຳໄຟຟ້າຕື່ມອີກ 2.000 – 3.000 ຄົນ. ຢູ່ກຸ່ມບໍລິສັດ FPT ໃນປັດຈຸບັນ, AI ແລະ ຊິບເຄິ່ງຊັກນຳໄຟຟ້າ ແມ່ນ 2 ໃນ 5 ຂົງເຂດຈຸດສຸມພັດທະນາຂອງກຸ່ມບໍລິສັດ. ເລື່ອງສົມທົບລະຫວ່າງເຄິ່ງຊັກນຳໄຟຟ້າ ກັບ AI ເພື່ອເຮັດເຄື່ອງອຸປະກອນ AI ແມ່ນການກຳນົດທິດຂອງພວກຂ້າພະເຈົ້າ.

ໃນອະນາຄົດ, ດ່ານັ້ງ ອາດສາມາດກາຍເປັນ ເມືອງເອກແຫ່ງເຕັກໂນໂລຢີສູງເຂດພາກກາງ. ການພັດທະນາຂົງເຂດຊິບເຄິ່ງຊັກນຳ ບໍ່ພຽງແຕ່ເປີດປະຕູໃໝ່ໃຫ້ແກ່ການເຕີບໂຕເສດຖະກິດເທົ່ານັ້ນ ຫາກຍັງປະກອບສ່ວນນຳ ດ່ານັ້ງ ເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງອີກດ້ວຍ. ໃນສະພາບການແກ້ງແຍ້ງເຕັກໂນໂລຢີ ນັບມື້ນັບດຸເດືອດ, ເລື່ອງກຳນົດເສັ້ນທາງສະເພາະໃຫ້ແກ່ຂະແໜງເຄິ່ງຊັກນຳໄຟຟ້າ ຈະຊ່ວຍໃຫ້ນະຄອນ ບໍ່ພຽງແຕ່ຍົກສູງທີ່ຕັ້ງບົດບາດພາຍໃນປະເທດ, ຫາກຍັງບືນຕົວຂຶ້ນອອກສູ່ພາກພື້ນອີກດ້ວຍ.

ດ່ານັ້ງ ພວມຢືນຢູ່ຕໍ່ໜ້າໂອກາດອັນໃຫຍ່ຫຼວງເພື່ອຢັ້ງຢືນບົດບາດນຳໜ້າໃນຂົງເຂດເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ. ດ້ວຍຄວາມຕັດສິນໃຈທາງການເມືອງ, ຍຸດທະສາດພັດທະນາຢ່າງຈະແຈ້ງ, ພ້ອມກັບການຮ່ວມມືຂອງວິສາຫະກິດ, ສະຖາບັນ, ໂຮງຮຽນ ແລະ ຄູ່ຮ່ວມມືສາກົນ, ນະຄອນອາດສາມາດກາຍເປັນຈຸດພົ້ນເດັ່ນໃນແຜນທີ່ເຕັກໂນໂລຢີຊິບ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ