ທ່ານ Misao Ishigaki - ຜູ້ສົ່ງສານຂອງຫວຽດນາມອອກສູ່ທົ່ວໂລກ

ທ່ານ Misao Ishigaki - ຜູ້ສົ່ງສານຂອງຫວຽດນາມອອກສູ່ທົ່ວໂລກ - ảnh 1
ນັກ​ຖ່າຍ​ທຳ​ຮູບ​ເງົາ​ຊາວ​ຍີ​ປຸ່ນ Misao Ishigaki (ນັ່ງເຄິ່ງກາງ)

ວັນ​ທີ 9/9/1969, ປະຊາຊົນ​ນັບ​ພັນ​ຄົນ ບໍ່​ສາມາດ​ອົດ​ກັ້ນ​ໄດ້​ຄວາມ​ໂສກ​​ເສົ້າ​ເສຍດາຍ ​ແລະ ອາ​ໄລ​ອາວ​ອນ​ໃນ​ງານ​ສົບ​ປະທານ​ໂຮ່ຈິ​ມິນ​ທີ່​ສະໜາມ​ຫຼວງ​ບາ​ດິງ, ຮ່າ​ໂນ້ຍ. ​ໃນ​ຈຸດ​ເວລາ​ປະຫວັດ​ສາດທີ່​ສັກກະຫຼະບູຊາ​ນັ້ນ,  ນັກ​ຖ່າຍ​ທຳ​ຮູບ​ເງົາ​ຊາວ​ຍີ​ປຸ່ນ Misao Ishigaki , ຜູ້ຕາງໜ້າ​ບໍລິ​ສັດ​ໂທລະພາບ NDN ຂອງ​ຍີ​ປຸ່ນປະຈຳ​ຫວຽດນາມ ​ໄດ້​ບັນທຶກ​​ພາບ ວີ​ດີ​ໂອສີ ​ຍາວ​ເກືອບ 10 ນາ​ທີ່, ຊຶ່ງ​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ຊາດ​ຫວຽດນາມ. ​ເດືອນ 9/2014, ນັກ​ຖ່າຍ​ທຳ​ຮູບ​ເງົາ​ຊາວ​ຍີ​ປຸ່ນ Misao Ishigaki ​ໄດ້​ກັບ​ຄືນ​ຢາມ​ຫວຽດນາມ, ຢ້ຽມຢາມ ສະໜາມ​ຫຼວງ​ບາ​ດິງ, ຮ່າ​ໂນ້ຍ ​ແລະ ​ລາວ​ໄດ້​ເລ​ົ່າຄືນ​ອະນຸສອນ​ຫຼາຍ​ຢ່າງ​ໃນ​ວັນ​ທີ 9/9 ກ່ອນ​ນີ້ 45 ປີ.    

   “ ​ເພິ່ນ​ໄດ້​ໄປ​ສູ່​ສຸຂະ​ຕິ​ພົບ. ພວກ​ເຮົາ​ຂໍ​ເພິ່ງ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຝູງ​ນົກ​ສັນຕິພາບ​ນີ້ ​ເພື່ອ​ສົ່ງ​ຄຳ​ປະຕິຍານ​ຕົວ​ຕໍ່​ເພິ່ນ​ວ່າ : ພວກ​ເຮົາ​ຈະ​ເຊີດຊູ​ຄັນ​ທຸງ​ເອກະລາດ​​ແຫ່ງ​ຊາດ, ຕັດສິນ​ໃຈ​ສູ້​ຮົບ, ຕັດສິນ​ໃຈເອົາ​ໄຊຊະນະສັດຕູ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ”

ບໍ່​ເທົາ​ໃດ​ຄົນທີ່​ຈະ​ຄິດ​ວ່າ ມີ​ນັກ​ຂ່າວ​ຊາວ​ຕ່າງປະ​ເທດ​ພັດ​ເຂົ້າ​ໃຈ​ໄດ້​ເຖິງຄວາມ​ມຸ່ງ​ມາດ​ປາຖະໜາ​ທີ່​ຍັງ​ບໍ່​ສາມາດ​ປະຕິບັດ​ໄດ້​ຂອງ​ປະທານ​ໂຮ່ຈິ​ມິນ​ທີ່​ຖືກ​ສະ​ແດງ​ອອກ​ຜ່ານ​ຮູບ​ພາບ​ຝູງ​ນົກ​ບິນ​ເຈີດ​ຜ່ານ​ງານ​ສົບ ດ້ວຍ​ຄຳ​ເວົ້າ​ທີ່​ຈິງ​ໃຈ​ເຊັ່ນ​ນັ້ນ. ທ່່ານ Misao Ishigaki ​ໃຫ້​ຮູ້​ວ່າ : 

    “ ຂ້າພະ​ເຈົ້າມາ​ຫວຽດນາມ​ເພື່ອ​ຮັບ​ໜ້າ​ທີ່​ເປັນ​ຫົວໜ້າ​ຄະນະ​ນັກ​ຂ່າວ​ປະຈຳ​ຮ່າ​​ໂນ້ຍ. 3 ອາທິດ​ຕໍ່​ມາ, ​ໃນ​ຕອນ​ເຊົ້າ​ຂອງ​ມື້ໜຶ່ງ, ​ເມື່ອຂ້າພະ​ເຈົ້າຕື່ນ​ນອນ, ຂ້າພະ​ເຈົ້າ​ໄດ້​ຍິນ​ສຽງ​ດົນຕີ “ ​ໂຮ່ນຕືຊີ້ ” ທີ່​ໂສກ​ເສົ້າ​ຫງ່ວມ​ເຫງົາ​ທີ່​ສຸດ. ຂ້າພະ​ເຈົ້າ​ມຸ່ງ​ສາຍຕາ​ອອກ​ສູ່​ຖະໜົນ​ຫົນທາງ ​ເຫັນ​ປະຊາຊົນໜາ​ແໜ້ນ​ໃນ​ທ່າມກາງ​ຄວາມ​ໂສກ​ເສົ້າ. ຂ້າພະ​ເຈົ້າບໍ່​ເຂົ້າ​ໃຈ​ສິ່ງ​ໃດ​ໄດ້​ເກີດ​ຂຶ້ນ​ຢູ່​ນະຄອນ​ນີ້, ​ເພາະ​ຂ້າພະ​ເຈົ້າບໍ່​ຮູ້​ພາສາ​ຫວຽດ. ຫຼັງ​ຈາກ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ໄດ້​ຮັບ​ຂ່າວ​ຈາກ​ໂຕ​ກຽວ​ສົ່ງ​ມາ”

   ທ່ານ Misao Ishigaki ຍັງ​ຈືດີ​ຮູບ​ພາບ​ພິທີ​ສົບ​ປະທານ​ໂຮ​່ຈິ​ມິນ​ ກ່ອນ​ນີ້ 45 ປີ​ຢູ່ ສະໜາມ​ຫຼວງ​ບາ​ດິງ, ຮ່າ​ໂນ້ຍ. ທ່ານ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ເພື່ອນ​ຮ່ວມ​ອາຊີບ​ຢ່າງ​ສຸດ​ໃຈ​​ເພື່ອ​ສາມາດ​ຖ່າຍ​ທຳ​ວິ​ດີ​ໂອ​ໄດ້.

  ທ່ານ Misao Ishigaki ​ເວົ້່າວ່າ : 

    “ ຂ້າພະ​ເຈົ້າ​ສາມາດຖ່າຍ​ທຳ​ຮູບ​ພາບ​ບັນດາ​ຜູ້​ຄົນ​ຫຼັ່ງ​ນ້ຳຕາ. ​ແຕ່​ໃນ​ນັ້ນ, ມີ​ຜູ້​ໜຶ່ງ​ບໍ່​ຫຼັ່ງ​ນ້ຳຕາ, ນັ້ນ​ແມ່ນ​ທ່ານ​ພົນ​ເອກ ວໍ້​ງວຽນ​ຢາ​ບ. ຂ້າພະ​ເຈົ້າ​ກໍ​ສາມາດເຂົ້າ​ໃຈ​​ໄດ້​ວ່າ ​ເປັນ​ຫຍັງ ທ່ານ​ພົນ​ເອກ ວໍ້​ງວຽນ​ຢາ​ບ​ບໍ່​ຫຼັ່ງ​ນ້ຳຕາ ຍ້ອນ​ວ່າ​ທ່ານ​ແມ່ນ​ນາຍ​ທະຫານ, ທ່ານ​ບໍ່​ຢາກ​ໃຫ້​ທຸກໆ​ຄົນ​ເຫັນ​ທ່ານ​ຫຼັ່ງ​ນ້ຳຕາ, ດັ່ງ​ນັ້ນ​ທ່າ​ນຈຶ່ງ​ພະຍາຍາມອົດ​ກັ້ນ, ຊຸກ​ເຊືອງຄວາມ​ເຈັບ​ປວດ​ໄວ້​ໃນ​​ໃຈ ”

    ຮູບ​ພາບ​ທີ່​ປະ​ທັບ​ໃຈ​ທີ່​ສຸດ​ຊຶ່ງ​ທ່ານ Misao Ishigaki ຖ່າຍ​ທຳ​ວີ​ດີ​ໂອ, ນັ້ນ​ແມ່ນ​ພາຍຫຼັງ​ທ່ານ​ເລຂາ​ທີ 1 ຄະນະ​ບໍລິຫານ​ງານ​ພັກ​ກອມ​ມູນິດ​ຫວຽດນາມ ​ເລ​ຢວນ ອ່ານ​ບົດ​ສະດຸ​ດີ​ແລ້ວ, ຜູ້ນຳ​ຫວຽດນາມທຸກທ່ານ​ຕ່າງກໍ​ລົງ​ທາງ​ລຸ​່ມສະໜາມ​ຫຼວງ​ບາ​ດິງ ​ເພື່ອ​ພ້ອມ​ກັນ​ແບ່ງປັນ​ຄວາມ​ເຈັບ​ປວດ​ກັບ​ປະຊາຊົນ. ທ່ານ Misao Ishigaki ​ເຂົ້າ​ໃຈ​ໄດ້​ວ່າ : ບັນດາ​ຢາດ​ນ້ຳຕາ, ສຽງ​ຮ້ອງ​ໄຫ້​ຂອງ​ປະຊາຊົນ​ນັບ​ໝື່ນ​ຄົນ​ໃນ​ວັນ​ນັ້ນ ​ໄດ້​ສ້າງ​ເປັນ​ກຳລັງ​ແຮງ​ແຫ່ງ​ສາ​ມັກຄີທົ່ວ​ທັງ​ຊາດ​ຫວຽດນາມ .

        : “ ຂ້າພະ​ເຈົ້າ​​ໄດ້​ຖ່າຍ​ທຳ​ວີ​ດິ​ໂອ​ຮູບ​ພາບ ທ່ານ​ຝ້າ​ມວັນ​ດົງ ພວມ​ກອດ​ພວກ​ຫຼານ​ເຍົາວະ​ຊົນ. ທ່ານ​ຝ້າ​ມວັນ​ດົງ ພວມ​ຢືນ​ຢູ່​ເຄິ່ງກາງ​ກຸ່ມຄົນ​ໜາ​ແໜ້ນ ນັ້ນ​ແມ່ນ​ພວກ​ຫຼານ​ເຍົາວະ​ຊົນ​ຢືນ​ອ້ອມ ​ແລະ ພ້ອມ​ກັນ​ຫຼັ່ງ​ນ້ຳຕາ . ນັ້ນ​ແມ່ນ​ຮູບ​ພາບ​ທີ່​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ” 

ຕອບກັບ

ຂ່າວ/ບົດ​ອື່ນ